ການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ເຊື່ອມຕໍ່ລະຫວ່າງ ລາວ - ຫວຽດນາມ

(VOVWORLD) -ກຸ່ມບໍລິສັດ FLC ແລະ Petro Trade ຈະພ້ອມກັນຮ່ວມມືດຳເນີນການເຄື່ອນໄຫວທີ່ຈຳເປັນໃຫ້ແກ່ການລົງທຶນ, ກໍ່ສ້າງ ແລະ ພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູອາງ
ການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ເຊື່ອມຕໍ່ລະຫວ່າງ ລາວ - ຫວຽດນາມ - ảnh 1ທາງກະຊວງສາທາລະນະສຸກ ຫວຽດນາມ ຈະຍົກເລີກມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19ສຳລັບນັກທ່ອງທ່ຽວເທື່ອລະກ້າວ
(ພາບປະກອບ: VGP)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 372 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ວິນລິດາ ວິໄລສຸກ, ຢູ່ແຂວງ ໄຊສົມບູນ, ແບ່ງປັນວ່າ “ຂ້າພະເຈົ້າໄດ້ອ່ານຂ່າວທີ່ວ່າ ທາງກະຊວງສາທາລະນະສຸກ ຫວຽດນາມ ຈະຍົກເລີກມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ບັນດາຂໍ້ຈຳກັດສຳລັບນັກທ່ອງທ່ຽວເທື່ອລະກ້າວ ເພື່ອກະກຽມເປີດປະຕູຢ່າງຮອບດ້ານ ພາຍຫຼັງ 2 ປີທີ່ເກີດໂລກລະບາດໂຄວິດ-19. ນີ້ແມ່ນຂ່າວດີສຳລັບຜູ້ທີ່ຢາກມາ ຫວຽດນາມ. ຂ້າພະເຈົ້າກໍ່ຫວັງວ່າ, ຈະໄດ້ໄປຢ້ຽມຢາມ ຫວຽດນາມຕື່ມອີກ.”

ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: “ໂດຍແມ່ນຜູ້ຟັງ VOV ມາເປັນເວລາຫຼາຍປີ, ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນປະຈັກຕາບັນດາບາດກ້າວພັດທະນາຂອງແຕ່ລະລາຍການໃນໄລຍະຫັນເປັນດີຈີຕອນ. ຂ້າພະເຈົ້າຫວັງວ່າ, VOV ຈະສືບຕໍ່ຮັກສາ, ພັດທະນາ ສະໜອງຫຼາຍຂໍ້ມູນທີ່ເປັນທາງການ, ເປັນປະໂຫຍດຕໍ່ສັງຄົມ ເພື່ອນຳບັນດາລາຍການເຂົ້າໃກ້ກັບເພື່ອນມິດໃນໂລກກວ່າ”.

ທາງ VOV ຂໍຂອບໃຈ ເພື່ອນ ວົງຄຳ ທີ່ຍາມໃດກໍ່ຮ່ວມເດີນທາງພ້ອມກັບ VOV. ໃນໄລຍະຈະມາເຖິງ,  VOV ຈະສືບຕໍ່ອອກຂ່າວ, ບົດກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ຊີວິດສັງຄົມ… ມີຄຸນນະພາບສູງກວ່າ ມາໃຫ້ທ່ານຜູ້ຟັງທຸກໆທ່ານໄດ້ຮັບຊົມຮັບຟັງ, ກໍຄືລົງໃນເວັບໄຊ vovworld.vn.

ການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ເຊື່ອມຕໍ່ລະຫວ່າງ ລາວ - ຫວຽດນາມ - ảnh 2ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ
(ພາບ: baohatinh.vn)

ເພື່ອນ ຍອດຄຳລາ, ໄດ້ສົ່ງອີແມວມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ໃນໄລຍະຈະມາເຖິງ ຫວຽດ ນາມ - ລາວ ມີແຜນການກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນຫຼວງ ວຽງຈັນ ໄປຫາດ່ານຊາຍແດນ ນ້ຳຊອຍ, ຕິດກັບດ່ານຊາຍແດນ ນາແມວ ຂອງ ຫວຽດນາມ. ຫວ່າງມໍ່ໆມານີ້, ຂ້າພະເຈົ້າຍັງໄດ້ຮູ້ຂ່າວກ່ຽວກັບເລື່ອງ 2 ປະເທດຈະກໍ່ສ້າງເສັ້ນທາງລົດໄຟຕື່ມອີກ. ຂ້າພະເຈົ້າຢາກຊອກຮູ້ແຫຼ່ງຂ່າວກ່ຽວກັບເສັ້ນທາງດັ່ງກ່າວ.
        ເພື່ອນ ຍອດຄຳລາ ທີ່ຮັກແພງ! ທ້າຍເດືອນ ມີນາ 2022 ຜ່ານມາ, ກຸ່ມບໍລິສັດ FLC ແລະ ບໍລິສັດການຄ້ານ້ຳມັນອາຍແກັດ ລາວ (Petro Trade) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ເຊື່ອມຕໍ່ລະຫວ່າງ ລາວ - ຫວຽດນາມ.

ຕາມບົດບັນທຶກຊ່ວຍຈຳແລ້ວ, ກຸ່ມບໍລິສັດ FLC ແລະ Petro Trade ຈະພ້ອມກັນຮ່ວມມືດຳເນີນການເຄື່ອນໄຫວທີ່ຈຳເປັນໃຫ້ແກ່ການລົງທຶນ, ກໍ່ສ້າງ ແລະ ພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູອາງ, ຕອນຈາກທ່າກ່ຳປັ່ນ ຫວູງອາງ (ແຂວງ ຮ່າຕິ້ງ) ໄປຫາດ່ານຊາຍແດນ ຈາລໍ (ແຂວງ ກວາງບິ່ງ). ນີ້ແມ່ນຕອນສຳຄັນໃນທົ່ວເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ມີລວງຍາວປະມານ 400 ກມ, ດ້ວຍຍອດເງິນລົງທຶນທັງໝົດ 5 ຕື້ USD.

ລະອຽດແມ່ນ, ເມື່ອສຳເລັດການກໍ່ສ້າງ ແລະ ນຳເຂົ້າໃຊ້ງານ, ເສັ້ນທາງລົດໄຟຈະເຊື່ອມຕໍ່ໂດຍກົງລະຫວ່າງຕະຫຼາດສິນຄ້າຂອງ ລາວ, ໄທ, ມຽນມາ ກັບທ່າກ່ຳປັ່ນ ຫວູງອາງ ຂອງ ຫວຽດນາມ. ນີ້ແມ່ນປະຕູຄົມມະນາຄົມເຊື່ອມຕໍ່ເຂດພາກກາງ ຫວຽດນາມ, ພາກກາງຂອງ ລາວ ແລະ ພາກອີ່ສານຂອງ ໄທ. ຍ້ອນເຫດນັ້ນ, ເສັ້ນທາງລົດໄຟຈະຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພີ່ມທະວີການເຊື່ອມຕໍ່ພາກພື້ນ ແລະ ສາກົນ.

ເສັ້ນທາງລົດໄຟດັ່ງກ່າວແມ່ນໜຶ່ງໃນບັນດາໂຄງການຈຸດສຸມ ເຊິ່ງລັດຖະບານ 2 ປະເທດ ຫວຽດນາມ - ລາວ ເອົາໃຈໃສ່, ເຫັນດີພັດທະນາ. ພາຍຫຼັງກໍ່ສ້າງສຳເລັດ ເສັ້ນທາງນີ້ໄດ້ຮັບຄວາມຫວັງວ່າຈະຊ່ວຍເສີມຂະຫຍາຍທີ່ຕັ້ງໃຈກາງຂອງ ລາວ ໃນ ອາຊຽນ ແລະ ທ່າໄດ້ປຽບດ້ານທະເລຂອງ ຫວຽດນາມ ຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ໂຄງການກໍ່ຈະສ້າງທ່າເປີດກວ້າງໃຫ້ແກ່ວິສາຫະກິດ ຫວຽດນາມ - ລາວ ໃນການຮ່ວມມືພັດທະນາຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄືທ່ອງທ່ຽວ, ການບໍລິການ.

ການຮ່ວມມືພັດທະນາໂຄງການເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ ເຊື່ອມຕໍ່ລະຫວ່າງ ລາວ - ຫວຽດນາມ - ảnh 3ມີຫຼາຍລາຍການທ່ອງທ່ຽວໄດ້ເຊື່ອມຕໍ່ຄືນໃໝ່
(ພາບປະກອບອີນເຕີແນັດ)

ເພື່ອນ ແສງດາວົງ, ຢູ່ແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງນີ້ ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ ຫວຽດນາມ. ຂ້າພະເຈົ້າຢາກຊອກຮູ້ສະພາບການເຄື່ອນໄຫວທ່ອງທ່ຽວໃນໂອກາດງານບຸນຕ່າງໆທີ່ຈະມາເຖິງຂອງ ຫວຽດນາມ. ມີລາຍການທ່ອງທ່ຽວຫຍັງແດ່? ຄ່າໃຊ້ຈ່າຍເດ ຫຼາຍປານໃດ?

ເພື່ອນ ແສງດາວົງ ທີ່ຮັກແພງ! ເນື່ອງໃນໂອກາດວັນບຸນໃຫຍ່ໃນເດືອນ ເມສາ 2022 ຄື: ພິທີບູຊາເຈົ້າຊີວິດຮຸ່ງ ໃນວັນທີ 10 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ຫຼືວັນທີ 30 ເມສາ ແລະ ວັນທີ 01 ພຶດສະພາ… ກົງກັບວັນທ້າຍອາທິດ, ເວລາພັກງານຢູ່ ຫວຽດນາມ ແມ່ນເພີ່ມອີກ 2-3 ວັນ. ຍ້ອນເຫດນັ້ນ, ມີຫຼາຍລາຍການທ່ອງທ່ຽວໄດ້ເຊື່ອມຕໍ່ຄືນໃໝ່ ແລະ ຈະເພີ່ມຂຶ້ນໃນຊຸມມື້ຕົ້ນເດືອນ ເມສາ ນີ້.

ລະອຽດແມ່ນ, ໃນພິທີບູຊາເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ ປີ 2022 ນີ້, ບໍລິສັດທ່ອງທ່ຽວ ແລະ ການຄ້າ STS (TST tourist) ໄດ້ສະເໜີລາຍການທ່ອງທ່ຽວ 3 ເຂດພາກຄື: ຮ່າຢາງ - ດົ່ງວັນ - ແມ່ວວາກ - ບັກກ້ານ ເປັນເວລາ 5 ວັນ 4 ຄືນ ດ້ວຍລາຄາປະມານ 15 ລ້ານດົ່ງ; ໄປທ່ອງທ່ຽວ ດ່າລາດ 4 ວັນ 3 ຄືນ ປະມານ 6 ລ້ານດົ່ງ; ຍາຈາງ 4 ວັນ 3 ຄືນປະມານ 6,6 ລ້ານດົ່ງ…

ບໍລິສັດທ່ອງທ່ຽວ Saigontourist ໄດ້ສະເໜີ 60 ຜະລິດຕະພັນທ່ອງທ່ຽວ ເລີ່ມເດີນທາງຈາກນະຄອນ ໂຮ່ຈີມິນ ແລະ ເກິນເທີ ດ້ວຍບໍລິການພິເສດຫຼາຍຢ່າງ ພ້ອມກັບລະບົບພັກຜ່ອນບຳລຸງສຸຂະພາບ, resort 3 ດາວ ພ້ອມກັບບັນດາການບໍລິການລະດັບສູງດ້ວຍລາຄາກວ່າ 3,7 ລ້ານດົ່ງ/ລາຍການ. ລາຍການໄປທ່ຽວຢູ່ ຝູກວກ, ພາຫະນະໄປທ່ອງທ່ຽວຕົ້ນຕໍແມ່ນດ້ວຍເຮືອບິນ, ມີລາຄາແຕ່ 2 – 7 ລ້ານດົ່ງ/ການບໍລິການ ລວມມີປີ້ຍົນ ແລະ ໂຮງແຮມມາດຕະຖານແຕ່ 3 ເຖິງ 5 ດາວ. ຫຼື ລາຍການທ່ອງທ່ຽວ ດ່າລາດ ແລະ ຍາຈາງ, ລາຄາການບໍລິການ: ລົດ/ປີ້ຍົນ ແລະ ໂຮງແຮມມີລາຄາແຕ່ 2 – 6 ລ້ານດົ່ງໂດຍອີງຕາມມາດຕະຖານແຕ່ 3 ເຖິງ 5 ດາວ.

ດັ່ງທີ່ກ່າວມານັ້ນແມ່ນບາງລາຍການທ່ອງທ່ຽວພວກເຮົາຢາກແນະນຳມາໃຫ້ເພື່ອນຮັບຊາບ. ນອກນັ້ນ, ມີບາງບໍລິສັດທ່ອງທ່ຽວອື່ນຍັງມີບັນດາລາຍການທ່ອງທ່ຽວດ້ວຍວິທີເລືອກເອົາສະຖານທີ່ເຊິ່ງນັກທ່ອງທ່ຽວຢາກມາທ່ຽວຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ