ການເຄື່ອນໄຫວຂອງຖະໜົນຍ່າງຢູ່ເຂດ ໂຮ່ເກືອມ (ໜອງເຕົາ) ແລະ ເຂດອ້ອມຂ້າງຄືນໃໝ່ ນັບແຕ່ວັນທີ 12 ມີນາ

(VOVWORLD) -ການນຳຄະນະກຳມະການປະຊາຊົນເມືອງ ມີ້ດຶກ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ອະນຸຍາດໃຫ້ເປີດປະຕູຕ້ອນຮັບແຂກສຳລັບວັດ ເຮືອງ ນັບແຕ່ວັນທີ 13 ມີນາ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການ ພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 336 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.

ການເຄື່ອນໄຫວຂອງຖະໜົນຍ່າງຢູ່ເຂດ ໂຮ່ເກືອມ (ໜອງເຕົາ) ແລະ ເຂດອ້ອມຂ້າງຄືນໃໝ່ ນັບແຕ່ວັນທີ 12 ມີນາ - ảnh 1ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
(ພາບ: vtv.vn)

ເພື່ອນ ຄຳປະສົງ ຢູ່ແຂວງ ວັງວຽງ ໄດ້ສົ່ງອີແມວ ມາຫາລາຍການພາກພາສາລາວ  ອວຍພອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມ ແລະ ເຊື່ອໝັ້ນວ່າ: ຫວຽດນາມ ຈະສືບຕໍ່ບັນລຸຜົນງານຫຼາຍຢ່າງໃນອະນາຄົດ. ເພື່ອນກໍ່ອວຍພອນບັນດາຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ເພື່ອນ ວັນໄຊ ຢູ່ແຂວງ ຫຼວງນ້ຳທາ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການໃຫ້ຮູ້ວ່າ: ເມື່ອໄດ້ຕິດຕາມຜ່ານຂ່າວ, ບົດທີ່ໄດ້ອອກອາກາດທາງ VOV, ຂ້າພະເຈົ້າເຫັນວ່າ ມີບໍລິສັດທີ່ມີຊື່ສຽງໃນໂລກຫຼາຍແຫ່ງພວມເລືອກຫວຽດນາມ ແມ່ນໂຮງງານດັດແປງ, ຜະລິດສິ້ນສ່ວນສິນຄ້າ. ນີ້ແມ່ນສິ່ງທີ່ບໍ່ມີຫຼາຍປະເທດບັນລຸໄດ້ໃນໄລຍະມໍ່ໆມານີ້, ນີ້ເປັນການສະແດງໃຫ້ເຫັນຄວາມດຶງດູດໃນການລົງທຶນທາງດ້ານເສດຖະກິດ ແລະ ນະໂຍບາຍທີ່ມີຜົນສັດສິດຂອງລັດຖະບານຫວຽດນາມ ສຳລັບບັນດານັກລົງທຶນຕ່າງປະເທດ. ຂໍອວຍພອນໃຫ້ຫວຽດນາມ ນັບມື້ນັບພັດທະນາ.

        ສ່ວນເພື່ອນ ພູວົງ ຢູ່ແຂວງ ວຽງຈັນ ໃຫ້ຮູ້ວ່າ, ຫວຽດນາມ ເລີ່ມສັກວັກຊິນໂຄວິດ-19 ແລະ ສືບຕໍ່ຄວບຄຸມການແຜ່ລະບາດໂລກລະບາດກັນໂຄວິດ-19 ໃນຊຸມຊົນເປັນຢ່າງດີ. ນີ້ແມ່ນສັນຍານທີ່ໜ້າຊົມເຊີຍເພື່ອໃຫ້ປະຊາຊົນຫວຽດນາມ ສືບຕໍ່ພັດທະນາ. ນອກນັ້ນ, ຂ້າພະເຈົ້າກໍ່ສະແດງຄວາມເຄົາລົບຕໍ່ເລື່ອງຫວຽດນາມ ພວມທົດລອງວັກຊິນກັນໂຄວິດ-19 ແມ່ນ 2 ຊະນິດ, ຂໍອວຍພອນໃຫ້ພວກເພື່ອນຈະບັນລຸຜົນສຳເລັດໂດຍໄວ, ນຳປະເທດກັບຄືນສູ່ສະພາບເປັນປົກກະຕິໃໝ່.

ການເຄື່ອນໄຫວຂອງຖະໜົນຍ່າງຢູ່ເຂດ ໂຮ່ເກືອມ (ໜອງເຕົາ) ແລະ ເຂດອ້ອມຂ້າງຄືນໃໝ່ ນັບແຕ່ວັນທີ 12 ມີນາ - ảnh 2ວັດ ເຮືອງ
(ພາບ: thethaovanhoa.vn)

ກ່ຽວຂ້ອງເຖິງສະພາບໂລກລະບາດໂຄວິດ-19. ເພື່ອນ ສຸກສາວັນ, ນັກສຶກສາມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ ໃຫ້ຮູ້ວ່າ: ຂ້າພະເຈົ້າຢາກໄປເຖິງບັນດາເຂດລະຫຼີ້ນຢູ່ຮ່າໂນ້ຍ ແລະ ບັນດາເຂດອ້ອມຂ້າງຂອງຮ່າໂນ້ຍ ຄືຖະໜົນຍ່າງ, ຢ້ຽມຢາມວັດ ເຮືອງ, ແຕ່ຍ້ອນສະພາບແຜ່ລະບາດຂອງໂລກລະບາດໂຄວິດ-19 ສະນັ້ນສະຖານທີ່ລະຫຼີ້ນຖືກຢຸດຕິຊົ່ວຄາວ. ຂ້າພະເຈົ້າຢາກຮູ້ວ່າ, ບັນດາສະຖານທີ່ດັ່ງກ່າວເມື່ອໃດຈຶ່ງເປີດປະຕູຄືນໃໝ່?

        ເພື່ອນ ສຸກສາວັນ ທີ່ຮັກແພງ! ຫວ່າງມໍ່ໆມານີ້, ການນຳຄະນະກຳມະການປະຊາຊົນເມືອງ ມີ້ດຶກ ໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ອະນຸຍາດໃຫ້ເປີດປະຕູຕ້ອນຮັບແຂກສຳລັບວັດ ເຮືອງ ນັບແຕ່ວັນທີ 13 ມີນາ (ກົງກັບວັນທີ 01 ເດືອນ 2 ໄລ່ຕາມຈັນທະປະຕິທິນຫວຽດນາມ) ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນບັນດາເງື່ອນໄຂກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ເມື່ອເປີດປະຕູສະຖານທີ່ດັ່ງກ່າວຄືນໃໝ່. ທ່ານ ຈືຊວນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເຫັນດີກັບຂໍ້ສະເໜີດັ່ງກ່າວ ແລະ ສະເໜີວ່າ ຖ້າຫາກທາງເມືອງໄດ້ມີການກະກຽມໃຫ້ແກ່ການຕ້ອນຮັບຜູ້ໄປນະມັດສະການແລ້ວ, ຄວນເປີດປະຕູໂດຍໄວ, ຫຼີກລ້ຽງການເປີດປະຕູໃນມື້ທຳອິດຂອງເດືອນ, ປະຊາຊົນອາດຈະມາເປັນຈຳນວນຫຼວງຫຼາຍພາຍຫຼັງວັດນີ້ປິດປະຕູຊົ່ວຄາວເປັນເວລາດົນ. ນອກນັ້ນ, ທ່ານ ຈືຊວນຢຸງ, ກໍ່ເຫັນດີກັບຂໍ້ສະເໜີຂອງເມືອງ ຮ່ວານກ໊ຽມ, ອະນຸຍາດໃຫ້ເປີດການເຄື່ອນໄຫວຂອງຖະໜົນຍ່າງຢູ່ເຂດ ໂຮ່ເກືອມ (ໜອງເຕົາ) ແລະ ເຂດອ້ອມຂ້າງຄືນໃໝ່ ນັບແຕ່ວັນທີ 12 ມີນາ.

        ສຳລັບບັນດາເຂດປູຊະນີຍະສະຖານ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮ່່າໂນ້ຍ ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ກວດກາໃຫ້ແກ່ການເປີດປະຕູຄືນໃໝ່ ແລະ ຕ້ອງຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ.

        ເພື່ອນ ພົມມະຈັນ ໄດ້ສົ່ງຂໍຄວາມທາງ Facebook ຢາກຊອກຮູ້ກ່ຽວກັບ ວັນສາກົນເພື່ອຄວາມຜາສຸກ. ຢູ່ ຫວຽດນາມ ໄດ້ຈັດວັນບຸນນີ້ບໍ່?

        ເພື່ອນ ພົມມະຈັນ ທີ່ຮັກແພງ! ເດືອນ ມີຖຸນາ ປີ 2012, ສະຫະປະຊາຊາດໄດ້ຖະແຫຼງເລືອກເອົາວັນທີ 20 ມີນາ ແມ່ນວັນສາກົນເພື່ອຄວາມຜາສຸກ. ມາຮອດປະຈຸບັນໄດ້ມີ 193 ປະເທດສະມາຊິກ, ໃນນັ້ນ ຫວຽດນາມ ໄດ້ພ້ອມກັນໃຫ້ຄຳໝັ້ນສັນຍາສະໜັບສະໜູນ, ມີການເຄື່ອນໄຫວຕັ້ງໜ້າ ແລະ ມານະພະຍາຍາມກວ່າອີກ ເພື່ອສ້າງສັງຄົມມີຄວາມຍຸຕິທຳ, ພັດທະນາແບບຍືນຍົງ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ມວນມະນຸດ. ດ້ວຍສານທີ່ວ່າ: ຄວາມດຸນດຽງ, ປະສົມກົມກຽວ ແມ່ນໜຶ່ງໃນບັນດາກຸນແຈເພື່ອນຳມາເຊິ່ງຄວາມຜາສຸກ. ສຳລັບແຕ່ລະຄົນ, ຄວາມຜາສຸກອາດຈະມີຄວາມໝາຍຫຼາຍຢ່າງທີ່ແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ພວກເຮົາລ້ວນແຕ່ຮັບຮູ້ວ່າ, ຜາສຸກແມ່ນເຮັດວຽກເພື່ອຢຸດຕິການປະທະກັນ, ຄວາມທຸກຍາກ ອຶດຫິວ ແລະ ບັນດາເງື່ອນໄຂອື່ນໆທີ່ບໍ່ສະດວກ ແລະ ປະຈຸບັນມີຫຼາຍຄົນພວມດຳລົງຊີວິດໃນເງື່ອນໄຂນັ້ນ. ຄວາມຄາດຫວັງທີ່ຊ້ອນແຝງໃນຄຳໝັ້ນສັນຍາຂອງລັດຖະທຳມະນູນຂອງສະຫະປະຊາຊາດເພື່ອຊຸກຍູ້ສັນຕິພາບ, ຄວາມຍຸຕິທຳ, ສິດທິມະນຸດ, ຄວາມກ້າວໜ້າຂອງສັງຄົມ ແລະ ລະດັບຄອງຊີບໄດ້ຮັບການປັບປຸງ.

        ນັບແຕ່ປີ 2014, ຫວຽດນາມ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນເພື່ອຄວາມຜາສຸກສາກົນ 20 ມີນາ ດ້ວຍຫົວຂໍ້ວ່າ “ຄວາມຮັກແພງ ແລະ ແບ່ງປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ