ການ​ເລືອກ​ເຟັ້ນ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຜ່ານ ລາງວັນ World Travel Awards

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 354 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່າຜູ້ຟັງາກມາລາຍການໃນອາທິດຜ່ານມາ. ໃນນັ້ນມີຜູ້ຟັງບາງທ່ານໄດ້ສະແດງຄວາມນິຍົມບັນດາລາຍການຂອງ VOV5.
ການ​ເລືອກ​ເຟັ້ນ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຜ່ານ ລາງວັນ World Travel Awards - ảnh 1ແກງໜັງໂພງ (ຂຽບໂພງ)

ເພື່ອນ ແສງອາລຸນ, ຢູ່ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຊົມຄໍລຳພາບສາລະຄະດີຂອງລາຍການພາກພາສາລາວ ທຸກໆອາທິດ, ເມື່ອໄດ້ຊົມພາບຖ່າຍ ຂ້າພະເຈົ້າໄດ້ເຫັນ ຫວຽດນາມ ແຈ້ງກ່ວາໂດຍຜ່ານບັນດາຮູບຖ່າຍນັ້ນ, ຮູ້ຫຼາຍກ່ວາກ່ຽວກັບວັດທະນະທຳ, ມູນເຊື້ອຂອງຫຼາຍເຂດພາກຂອງປະເທດ ຫວຽດນາມ ທີ່ສວຍງາມ. ພິເສດ, ໂອກາດບຸນປີໃໝ່ປະຈຳຊາດ 2023 ຜ່ານມາ, ນອກຈາກບັນດາຮູບຖ່າຍກ່ຽວກັບທິວທັດທຳມະຊາດຂອງປະເທດ ຫວຽດນາມ ແລ້ວ, ພວກເພື່ອນຍັງໄດ້ເອົາບັນດາພາບສາລະຄະດີກ່ຽວກັບຮີດຄອງປະເພນີໃນບຸນເຕັດ, ການລະຫຼິ້ນພື້ນເມືອງຂອງຊາວ ຫວຽດນາມ ລົງໃນເວບໄຊນຳອີກ. ນອກຈາກນັ້ນແລ້ວ, ກໍຍັງມີພາບຖ່າຍກ່ຽວກັບເຂດພາກຕ່າງໆຂອງ ຫວຽດນາມ ຍາມລະດູບານໃໝ່ກໍ່ໄດ້ດຶງດູດຜູ້ຊົມຫຼາຍ. ຂ້າພະເຈົ້າຄິດວ່າ ເມື່ອໄດ້ຊົມບັນດາຮູບຖ່າຍທີ່ສວຍງາມນີ້ ຈະມີຫຼາຍຄົນຢາກໄປທ່ຽວ ຫວຽດນາມ.

ສ່ວນເພື່ອນ ຈັນທະສອນ, ຢູ່ແຂວງ ຄຳມ່ວນ ໄດ້ແບ່ງປັນວ່າ: ຍ້ອນໄດ້ຊົມວີດີໂອໃນວັບໄຊ vovworld.vn ຂອງພວກເພື່ອນ, ຂ້າພະເຈົ້າຈຶ່ງຮູ້ວິທີແຕ່ງແກງໜັງໂພງ (ຂຽບໂພງ) ເຊິ່ງເປັນເຍື່ອງອາຫານຂອງ ຫວຽດນາມ. ຂ້າພະເຈົ້າບໍ່ມີໂອກາດໄດ້ກິນອາຫານເຍື່ອງນີ້ທີ່ເປັນຊາວ ຫວຽດນາມ ແຕ່ງຈັກເທື່ອ, ແຕ່ເມື່ອປຽບທຽບສີສັນຂອງເຍື່ອງນີ້ ໃນວີດີໂອແມ່ນຄ້າຍຄືກັນພໍສົມຄວນ, ຫວັງວ່າ ລົດຊາດມັນກໍ່ຄືກັບ ຊາວຫວຽດນາມ ແຕ່ງ. ອາຫານເຍື່ອງນີ້ໄດ້ປຸງແຕ່ງດ້ວຍຄວາມພິຖີພິຖັນຫຼາຍ, ຂ້າພະເຈົ້າຕ້ອງບອກໝູ່ທີ່ພວມຮຽນຢູ່ ຫວຽດນາມ ຊື້ວັດຖຸດິບໄປໃຫ້ ລົດຊາດມັນຈຶ່ງຄື ຊາວ ຫວຽດ ແຕ່ງ. ຂ້າພະເຈົ້າຫວັງວ່າ ຈະມີໂອກາດໄດ້ໄປທ່ຽວ ຫວຽດນາມ ເພື່ອໄດ້ກິນອາຫານຫຼາຍເຍືື່ອງ ແລະ ຮຽນວິທີແຕ່ງບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວ ຫວຽດນາມ ນຳອີກ.

ການ​ເລືອກ​ເຟັ້ນ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຜ່ານ ລາງວັນ World Travel Awards - ảnh 2ນົນຊາຂຽວຢູ່ເມືອງ ໂມກເຈົາ, ແຂວງ ເຊີນລາ

ໃນອາທິດ, ເພື່ອນ ແສງຈັນ, ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການ, ໃນອີເມວໄດ້ຂຽນວ່າ: ເມື່ອຕິດຕາມວັບໄຊຂອງ VOV5, ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບຂ່າວປ່ອນບັດໃຫ້ຄະແນນສຳລັບການທ່ອງທ່ຽວ ຫວຽດນາມ. ຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບວິທີການໃຫ້ຄະແນນສຳລັບ ຫວຽດນາມ - ປະເທດທີ່ຂ້າພະເຈົ້າຮັກ.

ເພື່ອນແສງຈັນ ທີ່ີຮັກແພງ, ລາງວັນ World Travel Awards (ເອີ້ນຫຍໍ້ວ່າ WTA) ໄດ້ເລີ່ມມີມາແຕ່ປີ 1993, ເຊິ່ງເປັນລາງວັນທີ່ມີອິດທິພົນຊື່ສຽງເຊິ່ງທົ່ວໂລກໄດ້ຮັບຮູ້ ແລະ ໄດ້ຂະໜານນາມວ່າຄືດັ່ງ “ລາງວັນ Oscar ຂອງຂະແໜງທ່ອງທ່ຽວ”. ລາງວັນນີ້ໄດ້ຈັດຕັ້ງປະຈຳປີ, ເພື່ອແນໃສ່ເຊີດຊູບັນດາຈຸດນັດພົບການທ່ອງທ່ຽວທີ່ພົ້ນເດັ່ນ, ບັນດາບໍລິສັດສະໜອງການບໍລິການທ່ອງທ່ຽວທີ່ມີຄຸນນະພາບດີ, ເຊິ່ງລວມມີຫຼາຍເນື້ອໃນຄື: ການບິນ, ໂຮງແຮມ, ເຂດຜັກຜ່ອນບຳລຸງສຸຂະພາບ, ບໍລິສັດທ່ອງທ່ຽວ, ຈຸດນັດພົບການທ່ອງທ່ຽວ...

ປີ 2023, ເຊິ່ງເປັນຂີດໝາຍໄລຍະທາງ 30 ປີແຫ່ງການກຳເນີດ ແລະ ພັດທະນາຂອງລາງວັນອັນສູງສົ່ງນີ້. ປີນີ້, ການທ່ອງທ່ຽວ ຫວຽດນາມ ໄດ້ເປັນກຽດຮັບການສະເໜີເຂົ້າໃນບັນດາເນື້ອໃນສຳຄັນຄື:

-ອົງການຄຸ້ມຄອງການທ່ອງທ່ຽວແຖວໜ້າ ອາຊີ: ກົມໃຫຍ່ທ່ອງທ່ຽວ ຫວຽດນາມ;

- ສະຖານທີ່ທ່ອງທ່ຽວແຖວໜ້າ ອາຊີ: ຫວຽດນາມ;

- ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າ ອາຊີິ: ຫວຽດນາມ;

- ສະຖານທີ່ວັດທະນະທຳແຖວໜ້າ ອາຊີ: ຫວຽດນາມ

- ສະຖານທີ່ທ່ອງທ່ຽວທາງທະເລແຖວໜ້າ ອາຊີ: ຫວຽດນາມ;

- ສະຖານທີ່ທ່ອງທ່ຽວແບບຍືນຍົງແຖວໜ້າ ອາຊີ: ຫວຽດນາມ;

- ສະຖານທີ່ທ່ອງທ່ຽວສຳລັບໄວໜຸ່ມ ແຖວໜ້າ ອາຊີ: ຫວຽດນາມ;

- ສະຖານທີ່ທ່ອງທ່ຽວ ສົມທົບກັບການເຮັດວຽກແຖວໜ້າ ອາຊີ: ນະຄອນ ໂຮ່ຈີມິນ;

- ອົງການຄຸ້ມຄອງການທ່ອງທ່ຽວທ້ອງຖິ່ນແຖວໜ້າ ອາຊີ: ພະແນກທ່ອງທ່ຽວນະຄອນ ຮ່າໂນ້ຍ, ພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ;

- ສະຖານທີ່ທ່ອງທ່ຽວນະຄອນ ແຖວໜ້າອາຊີ: ຮ່າໂນ້ຍ;

- ສະຖານທີ່ທ່ອງທ່ຽວນະຄອນວັດທະນະທຳ ແຖວໜ້າອາຊີ: ໂຫ້ຍອານ, ເຫວ້;

- ສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ: ຮ່າຢາງ;

- ສະຖານທີ່ທ່ອງທ່ຽວທຳມະຊາດຂັ້ນທ້ອງຖິ່ນແຖວໜ້າ ອາຊີ: ມົກເຈົາ.

ເພື່ອນຈົ່ງໃຫ້ຄະແນນໃນບັນດາເນື້ອໃນສຳລັບການທ່ອງທ່ຽວ ຫວຽດນາມ ແດ່ເດີ້, ເພື່ອນຜູ້ອ່ານ, ຜູ້ຟັງອາດສາມາດເຂົ້າເວບໄຊ https://www.worldtravelawards.com/vote ເພື່ອໂຫວດໃຫ້ການທ່ອງທ່ຽວ ຫວຽດນາມ ແດ່. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຍ້ອນການປະກອບສ່ວນອັນລ້ຳຄ່າຂອງເພື່ອນສຳລັບການທ່ອງທ່ຽວ ແລະ ປະເທດ ຫວຽດນາມ. ຂໍຂອບໃຈ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ