ການ​​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ”

(VOVWORLD) -  ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີແມວແລະໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການຢາກຊອກຮູ້ຢ່າງຈະແຈ້ງກ່ວາກ່ຽວກັບການສອບເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ”.ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

ທ່ານຜູ້ຟັງອາມິນຕາ, ສຸກສະຫວັນ, ອານຸສິດໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າບາງມາດຕະການກ່ຽວກັບວິທີການປ້ອງກັນ, ສະກັດກັ້ນ, ປົກປ້ອງຕົນເອງຕໍ່ໂລກລະບາດ Covid-19 ພວມແຜ່ລະບາດໃນທົ່ວໂລກ, ພວກຂ້າພະເຈົ້າຫວັງວ່າ, ປະເທດ ຫວຽດນາມ ຈະໄຊຊະນະໃນການຕໍ່ສູ້ກັບໂລກລະບາດ Covid-19 ໃນໄລຍະຈະມາເຖິງໂດຍໄວ.

ການ​​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ”  - ảnh 1 ຫວຽດນາມ ມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ຈິດໃຈ ແລະ ຄວາມຮັບຜິດຊອບຢ່າງພຽງພໍເພື່ອຄວບຄຸມໂລກພະຍາດ

ເພື່ອນອາມິນຕາ, ສຸກສະຫວັນ, ອານຸສິດທີ່ຮັກແພງ! ໃນໄລຍະຜ່ານມາ, ລັດຖະບານຫວຽດນາມໄດ້ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ເຊິ່ງໄດ້ຮັບການສະໜັບສະໜູນຈາກທົ່ວປວງຊົນແລະອົງການຈັດຕັ້ງສາກົນຫລາຍແຫ່ງ. ທ່ານປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຕີລາຄາສູງການເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ, ຂ້ຽວຂາດຂອງລັດຖະບານຫວຽດນາມແລະຖືວ່າ ຫວຽດນາມຍັງສືບຕໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມປອດໄພ. WHO ມີຄວາມປະທັບໃຈຕໍ່ການຮ່ວມມືຂອງປະຊາຊົນຫວຽດນາມ ທຸກຄົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19.

ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນເບື້ອງຕົ້ນນັ້ນ. ທີ່ການເຮັດວຽກກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃນວັນທີ 09 ມີນາ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຢັ້ງຢືນວ່າ: ຫວຽດນາມມີກຳລັງຄວາມສາມາດ, ແຫຼ່ງກຳລັງ, ຈິດໃຈແລະຄວາມຮັບຜິດຊອບຢ່າງພຽງພໍເພື່ອຄວບຄຸມໂລກພະຍາດ, ມີເຕັກໂນໂລຊີ, ມີຖັນແຖວແພດໝໍເກັ່ງ, ມີລະບົບໂຮງໝໍລົງເລິກຂະແໜງແລະໄດ້ປິ່ນປົວໃຫ້ 16 ຄົນຫາຍດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນຂໍ້ມູນຕັ້ງໜ້າບາງຢ່າງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງຫວຽດນາມ. ຫວັງວ່າພວກເພື່ອນຈະສະຫຼະເວລາຫລາຍກວ່ານີ້ເພື່ອຕິດຕາມ, ອັບເດດຂໍ້ມູນກ່ຽວກັບສະພາບການຂອງໂລກລະບາດດັ່ງກ່າວເພື່ອໃຫ້ມີບັນດາມາດຕະການປ້ອງກັຢ່າງມີປະສິດທິຜົນ.

ໃນຈົດໝາຍສົ່ງມາລາຍການຂອງເພື່ອນ ປານົງສອນຈິນດາວົງ, ເຮັດວຽກຢູ່ຄະນະຊາວໜຸ່ມແຂວງບໍລິຄຳໄຊແລະເພື່ອນເພັດສະຫວັນສົມສະນິດເຮັດວຽກຢູ່ຄະນະຊາວໜຸ່ມແຂວງອັດຕະປືຂຽນວ່າ: ປີ 2019ຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແລະສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນແລະຊາວໜຸ່ມ 2 ປະເທດ. ດັ່ງນັ້ນໃນປີ 2020ຈະມີການເຄື່ອນໄຫວພົ້ນເດັ່ນໃດແດ່.

ການ​​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ”  - ảnh 2 (ຊາວໜຸ່ມ ຫວຽດນາມ ບໍລິຈາກເລືອດ)

ເພື່ອນ ປານົງສອນແລະເພື່ອນເພັດສະຫວັນທີ່ຮັກແພງ! ປີ 2019 ແມ່ນປີທີ 2 ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະປີ 2017 – 2022 ຂອງຄະນະຊາວໜຸ່ມ 2 ປະເທດ. ອາດເວົ້າໄດ້ວ່າ, 2 ປີຜ່ານມາບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ໄວໜຸ່ມ 2 ປະເທດບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າແລະມີຄຸນນະພາບ.        ປີ 2020 ຄະນະຊາວໜຸ່ມ 2 ປະເທດຈະສືບຕໍ່ສູ້ຊົນປະຕິບັດບັນດາໜ້າທີ່, ເນື້ອໃນໂດຍສູນກາງຄະນະຊາວໜຸ່ມ 2 ປະເທດທີ່ໄດ້ລົງນາມໃຫ້ສຳເລັດ.ຕາມນັ້ນແລ້ວ, ປີ 2020ຄະນະຊາວໜຸ່ມ 2 ປະເທດຈະສຸມໃສ່ຜັນຂະຫຍາຍບາງການເຄື່ອນໄຫວ, ໂດຍລະອຽດຄື: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງຄະນະຊາວໜຸ່ມ 2 ປະເທດ; ກໍ່ສ້າງບັນດາໂຄງການຊາວໜຸ່ມປະກອບສ່ວນເຂົ້າຮ່ວມການແກ້ໄຂບັນດາບັນຫາພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງ 2 ປະເທດ; ສະໜັບສະໜູນກັນໃນການເຄື່ອນໄຫວສາກົນ; ເພີ່ມທະວີບັນດາການເຄື່ອນໄຫວບຳລຸງສ້າງພະນັກງານຂອງທັງ 2 ຝ່າຍ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ການພົບປະແລກປ່ຽນລະຫວ່າງຄະນະຊາວໜຸ່ມບັນດາທ້ອງຖິ່ນ, ແຂວງ, ນະຄອນຂອງ 2 ປະເທດ, ພິເສດແມ່ນບັນດາການເຄື່ອນໄຫວອາສາສະໝັກ, ບັນດາການເຄື່ອນໄຫວທັດສະນະສຶກສາຢູ່ບັນດາສະຖານທີ່ປະຫວັດສາດທີ່ຕິດພັນກັບການນຳທີ່ມີຄວາມປີຊາສາມາດຂອງ 2 ປະເທດ; ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວກອງປະຊຸມ, ເວທີປາໄສ, ກອງປະຊຸມສຳມະນາເພື່ອໂຄສະນາໃຫ້ລຸ້ນໜຸ່ມ 2 ປະເທດກ່ຽວກັບມູນເຊື້ອມິດຕະພາບ, ໝັ້ນແກ່ນ, ບໍລິສຸດຜຸດຜ່ອງຂອງ 2 ຊາດ.

 ທ່ານຜູ້ຟັງທີ່ເຄົາລົບ! ພາຍຫລັງປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ. ພວກຂ້າພະເຈົ້າໄດ້ຮັບຈົດໝາຍ, ອີແມວຫລາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງລາວ ກໍ່ຄືຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ແຕກຕ່າງກັນຫລາຍຢ່າງຄື: ລະບຽບການເສັງ, ຄຳຖາມ, ເວລາຈັດຕັ້ງການເສັງແລະລາງວັນຄືແນວໃດ. ຕອນສຸດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້, ພວກຂ້າພະເຈົ້າຂໍແນະນຳຄຳຖາມກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”.

ຄຳຖາມທີໜຶ່ງ:ປີ 2020, ຫວຽດນາມຮັບບົດບາດເປັນປະທານອາຊຽນແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ເພື່ອນຈົ່ງໃຫ້ຮູ້ກ່ຽວກັບບັນດາບຸລິມະສິດຂອງຫວຽດນາມໃນປີເປັນປະທານອາຊຽນແລະບັນດາການປະກອບສ່ວນຂອງຫວຽດນາມໃນສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (ເດືອນມັງກອນປີ 2020)?

ຄຳຖາມທີສອງ:ຫວຽດນາມຈະສະເຫຼີມສະຫຼອງຫລາຍເຫດການການເມືອງແລະການຕ່າງປະເທດສຳຄັນໃນປີ 2020. ເພື່ອນຈົ່ງໄລ່ອອກມາຢ່າງໜ້ອຍສຸດ5 ເຫດການທີ່ເພື່ອນຖືວ່າເປັນໜ້າສົນໃຈທີ່ສຸດ ເຊິ່ງໄດ້ດຳເນີນຢູ່ຫວຽດນາມແລະວິທະຍຸກະຈາຍສຽງຫວຽດນາມໃນປີ 2020. ຄວາມຄິດເຫັນຂອງເພື່ອນກ່ຽວກັບເຫດການທີ່ເພື່ອນຮູ້ສຶກປະທັບໃຈທີ່ສຸດ?

ຄຳຖາມທີສາມ:ຫວຽດນາມໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາດ. ເພື່ອນຈົ່ງໃຫ້ຮູ້ຫວຽດນາມບັນລຸໄດ້ບັນດາຂີດໝາຍໃດແດ່ໃນການເຄື່ອນໄຫວດັ່ງກ່າວແລະຈະຜັນຂະຫຍາຍການເຄື່ອນໄຫວຫຍັງແດ່ໃນອະນາຄົດ?.

ຄຳຖາມທີສີ່:ຫວຽດນາມມີມໍລະດົກບໍ່ເປັນວັດຖຸຫລາຍແຫ່ງໂດຍໄດ້ຮັບການຮັບຮອງເອົາຈາກອົງການ UNESCO. ເພື່ອນຈົ່ງໄລ່ອອກມາຢ່າງໜ້ອຍສຸດ 5 ມໍລະດົກຂອງຫວຽດນາມທີ່ໄດ້ຮັບຮອງເອົາໃນໄລຍະຜ່ານມາແລະເພື່ອນມີຄວາມຮູ້ສຶກແນວໃດຕໍ່ມໍລະດົກທີ່ເພື່ອນມີຄວາມປະທັບໃຈທີ່ສຸດ?

ຄຳຖາມທີຫ້າ:ເມື່ອເວົ້າເຖິງຫວຽດນາມເພື່ອນມີຄວາມປະທັບໃຈຕໍ່ຮູບພາບຫຼືເຫດການໃດຫລາຍທີ່ສຸດແລະເພື່ອນມີຄວາມຮູ້ສຶກແນວໃດຕໍ່ຮູບພາບຫຼືເຫດການດັ່ງກ່າວ?

ຄຳຖາມທີຫົກ:ເພື່ອນຮັບຟັງວິທະຍຸກະຈາຍສຽງຫວຽດນາມຄືແນວໃດ? ເພື່ອນມັກລາຍການໃດຫລາຍກ່ວາໝູ່ແລະຍ້ອນຫຍັງ?

ການ​​ເສັງ “ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ”  - ảnh 3 ໜອງຮ່ວານກ໊ຽມຢູ່ນະຄອນຫລວງ ຮ່າໂນ້ຍ

ເວລາຮັບບົດເຂົ້າຮ່ວມການເສັງແມ່ນເລີ່ມແຕ່ວັນທີ 15 ມີນາ 2020  ແລະສິ້ນສຸດລົງໃນວັນທີ 15 ກໍລະກົດປີ 2020 (ຄິດໄລ່ຕາມກາປະທັບຢູ່ບ່ອນຝາກມາທາງໄປສະນີ). ເປົ້າໝາຍເຂົ້າຮ່ວມການເສັງແມ່ນທ່ານຜູ້ຟັງຂອງວິທະຍຸກະຈາຍສຽງຫວຽດນາມທຸກທ່ານເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກໆທະວີບໃນໂລກແລະຊາວຫວຽດນາມພວມດຳລົງຊີວິດແລະເຮັດວຽກຢູ່ຕ່າງປະເທດ. ທ່ານຜູ້ຟັງສາມາດສົ່ງບົດເຂົ້າຮ່ວມການເສັງຜ່ານທາງໄປສະນີຕາມທີ່ຢູ່: ພະແນກບັນນາທິການບັນດາລາຍການພາສາຕ່າງປະເທດ (VOV5 - ວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍແຫ່ງສສ.ຫວຽດນາມຫຼື ສົ່ງຜ່ານທາງອີແມວດ້ວຍລະຫັດ vovworld@vov.vn ຫຼືlaovov5@gmail.com. ບົດເຂົ້າຮ່ວມການເສັງຕ້ອງຕິດຂັດມາພ້ອມກັບສຳເນົາບັດປະຈຳຕົວຫຼື ໜັງສືຜ່ານແດນຂອງຜູ້ເຂົ້າຮ່ວມການເສັງ. ທ່ານຜູ້ຟັງສາມາດເຂົ້າເບິ່ງຄຳຖາມໃນບັນດາລາຍການກະຈາຍສຽງແລະທາງເວັບໄຊ vovworld.vn ຂອງພວກຂ້າພະເຈົ້າ. ສ່ວນລາງວັນມີຄື: ທ່ານຜູ້ຟັງ 3 ທ່ານທີ່ມີບົດສອບເສັງດີທີ່ສຸດ ຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ ຫວຽດນາມ ເປັນເວລາ 5 ວັນ ໂດຍບໍ່ເສຍຄ່າ; ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມການເສັງລ້ວນແຕ່ມີໃບຢັ້ງຢືນ.ເພື່ອຊອກຮູ້ລາຍລະອຽດ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນເວັບໄຊ vovworld.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການເສັງດ້ວຍຜົນສຳເລັດສູງສຸດ/.

 

ຕອບກັບ

ຂ່າວ/ບົດ​ອື່ນ