ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 314 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ໂທມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບເສດຖະກິດຂອງລາວ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ປາຍຝົນ, ເພື່ອນ ນີກອນ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກພາສາຕ່າງປະເທດ, VOV ໄດ້ແນະນຳໃຫ້ຂ້າພະເຈົ້າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທາງພາກກາງ ຫວຽດນາມ, ພິເສດແມ່ນລາຍການທ່ອງທ່ຽວຄົ້ນຫາ ຟອງຍາ-ແກ໋ບ່າງ. ຫວັງວ່າ ໃນການໄປຢ້ຽມຢາມຈະມາເຖິງຂອງຂ້າພະເຈົ້າ ແລະ ຄອບຄົວຈະມີຄວາມສະດວກກ່ວາ.”

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1

ໃນອາທິດຜ່ານມາ, ເພື່ອນ ທອງສະໄໝ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນກ່ຽວກັບຄວາມຮູ້ສຶກທີ່ວ່າ: “ຂ້າພະເຈົ້າມັກລາຍການເພງຂອງລາຍການພາກພາສາລາວທີ່ສຸດ, ຜ່ານລາຍການເພງນີ້, ຂ້າພະເຈົ້າບໍ່ພຽງແຕ່ໄດ້ຮັບຟັງບັນດາບົດເພງກ່ຽວກັບ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຮັບຟັງບັນດາບົດເພງທີ່ພັນລະນາກ່ຽວກັບບ້ານເກີດເມືອງນອນຂອງລາວອີກດ້ວຍ. ໃນລາຍການເພງອາທິດໜ້າ, ຂ້າພະເຈົ້າຢາກຂໍຟັງເພງທີ່ມີຊື່ວ່າ ງາມເມືອງລາວ ໄດ້ບໍ່? ຂໍຂອບໃຈ. 

ເພື່ອນ ທອງສະໄໝ ທີ່ຮັກແພງ! ລາຍການພາກພາສາລາວ ຂໍຂອບໃຈຕໍ່ການແບ່ງປັນຂອງເພື່ອນທີ່ໄດ້ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການມ່ວນໆ ແລະ ເປັນປະໂຫຍດຮັບໃຊ້ທ່ານຜູ້ຟັງທັງພາຍໃນປະເທດ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົມບູນຂຶ້ນຕື່ມ, ສ້າງຄວາມດູດດື່ມຈັບອົກຈັບໃຈ ໃຫ້ແກ່ຜູ້ຟັງ ຜູ້ອ່ານຕື່ມອີກ ຂໍຂອບໃຈ.

        ສ່ວນໃນອີແມວຂອງເພື່ອນ ຫງວຽນຫ໋າຍນາມ ຢູ່ແຂວງ ທ໊າຍບີ່ງ, ເຊິ່ງແມ່ນຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໄດ້ຂຽນວ່າ: “ຂ້າພະເຈົ້າເປັນຜູ້ມີຄວາມເມົາມົວກັບການຊອກຮູ້, ພິເສດແມ່ນບັນດາປະເທດໃນພາກພື້ນ ອາຊຽນ. ປັດຈຸບັນ, ປະເທດລາວ ເປັນປະເທດກຳລັງພັດທະນາ ດ້ວຍລະດັບການເຕີບໂຕເສດຖະກິດສູງ ແລະ ໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນ GDP ຂອງປະເທດທີ່ມີພົນລະເມືອງ 7 ລ້ານກ່ວາຄົນນີ້. ຜ່ານທາງລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບລະດັບການເຕີບໂຕເສດຖະກິດຂອງ ລາວ ໃນປີ 2019.”

        ເພື່ອນ ຫງວຽນຫ໋າຍນາມ ທີ່ຮັກແພງ! ຕາມບົດລາຍງານສະເໜີຢູ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດລາວຊຸດທີ VIII, ລັດຖະບານ ລາວ ຄາດຄະເນວ່າ ການເຕີບໂຕ GDP ປີ 2019 ຈະບັນລຸໄດ້ 6,7%, ຂະແໜງອຸດສາຫະກຳຈະແມ່ນຂະແໜງມີການເຕີບໂຕນຳໜ້າ.

        ປີ 2019, ຄາດວ່າຂະແໜງອຸດສາຫະກຳ ຈະມີບາດກ້າວເຕີບໂຕ 8,3%; ກະສິກຳ 2,8% ແລະ ການບໍລິການ 6,6%. ອຸດສາຫະກຳເຕີບໂຕໄວ ຍ້ອນການເຄື່ອນໄຫວຂອງບັນດາໂຮງຈັກໂຮງງານທີ່ສ້າງຕັ້ງໃໝ່, ເປັນຕົ້ນແມ່ນໃນບັນດາເຂດເສດຖະກິດພິເສດ. ຄ່າໃຊ້ຈ່າຍແຮງງານຕ່ຳ, ພື້ນຖານໂຄງລ່າງ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ລາວໄດ້ຮັບການປັບປຸງ ແລະ ດຶງດູດນັກລົງທຶນ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ, ໂດຍສະເພາະແມ່ນຢູ່ເຂດເສດຖະກິດພິເສດ ປາກເຊ - ຍີ່ປຸ່ນ ຢູ່ພາກໃຕ້ ລາວ.

        ໄປຄຽງຄູ່ກັນນັ້ນ, ການຜະລິດໄຟຟ້າ ແລະ ຂຸດຄົ້ນແຮ່ທາດກໍ່ຈະເຕີບໂຕ ເມື່ອບັນດາໂຮງຈັກໄຟຟ້ານ້ຳຕົກນຳເຂົ້າເຄື່ອນໄຫວທາງການຄ້າໃນປີ 2019. ຕາມຕົວເລກສະຖິຕິຂອງກະຊວງແຜນການ ແລະ ການລົງທຶນ ລາວ, ອັດຕາສ່ວນປະກອບເຂົ້າພື້ນຖານເສດຖະກິດຂອງຂະແໜງການບໍລິການແມ່ນ 41%, ອຸດສາຫະກຳແມ່ນ 32% ແລະ ກະສິກຳແມ່ນ 15% ຂອງ GDP. ຕາມນັ້ນແລ້ວ ການປະກອບສ່ວນເຂົ້າໃນ GDP ຂອງຂະແໜງບໍລິການຍັງສູງກ່ວາໝູ່, ຄາດວ່າ ໃນອະນາຄົດໃກ້ໆນີ້ ຂະແໜງບໍລິການຈະແມ່ນກຳລັງໜູນການເຕີບໂຕເສດຖະກິດປ່ຽນແທນໃຫ້ຂະແໜງອຸດສາຫະກຳ. GDP ຂອງ ລາວ ຄາດວ່າຈະບັນລຸປະມານ 19 ຕື້ USD ໃນປີ 2019.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ ຈະມາເຖິງ. ລາຍການພາກພາສາລາວໄດ້ຈັດຕັ້ງການລາຍການສອບເສັງຊອກຮູ້ກ່ຽວກັບສາຍພົວພັນ ຫວຽດນາມ - ລາວ. ເພື່ອແນໃສ່ຊ່ວຍໃຫ້ທ່ານຜູ້ຟັງຂອງລາຍການພາກພາສາລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ.

        ຄຳຖາມ: ຫວຽດນາມ ແລະ ລາວ ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ, ເດືອນ, ປີໃດ:

ກ.2/9/1962

ຂ.5/9/1962

ຄ.7/9/1962

+ ລາງວັນຈະໄດ້ມອບໃຫ້ຜູ້ຕອບຄຳຖາມຖືກຕ້ອງ ແລະ ໄວກ່ວາໝູ່ແມ່ນ: ປື້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ເຊິ່ງໄດ້ແປດ້ວຍ 3 ພາສາ ຫວຽດນາມ, ລາວ, ອັງກິດ (7 ຫົວ), ທ່ານຜູ້ຟັງທີ່ເຂົ້າຮ່ວມສອບເສັງຄົນອື່ນໆກໍ່ຈະໄດ້ຮັບລາງວັນຊົມເຊີຍຈາກທາງລາຍການຄື: ວີ, ແນວໃສ່ບິກ, ແນວຕິດຕູ້ເຢັນ; ແນວຫ້ອຍກະແຈຄືຮູບດັ່ງລຸ່ມນີ້.

+ ຖ້າທ່ານຢາກຮັບຂອງຂວັນຈາກພວກເຮົາ, ກະລຸນາ: ຕອບຄຳຖາມ ແລະ Share ບົດໃນ facebook ຂອງທ່ານ, ຖ່າຍຮູບໜ້າຈໍທີ່ມີຂ່າວກ່ຽວຂ້ອງເຖິງການພົວພັນລະຫວ່າງ ລາວ - ຫວຽດນາມ ໃນເວັບໄຊ (http://vovworld.vn/lo-LA.vov) ແລ້ວສົ່ງເຂົ້າ Facebook ຂອງລາຍການ Laovov5 ຜ່ານທາງ Inbox ຫຼື ສົ່ງເຂົ້າ Email: laovov5@gmail.com,  ແລະ  ຢ່າລືມຂຽນຊື່ແລະນາມສະກຸນ, ທີ່ຢູ່, ພ້ອມດ້ວຍເບີໂທລະສັບ. ຂໍຂອບໃຈ!

ພວກເຮົາຈະຮັບບົດເຂົ້າຮ່ວມການສອບເສັງຮອດວັນທີ 30 ສິງຫາ ປີ 2019.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ປື້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ

       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ