​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 402 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 39 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ຫລາຍຄົນໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ການຊອກຮູ້ກ່ຽວກັບການຮ່ວມມື ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 (ພາບປະກອບ)

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ຈັນດອນ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປາໂນສອນ ຢູ່ແຂວງ ຜົ້ງສາລີ ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານຫລາຍບົດຂຽນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບາງປະເທດ ອາຊຽນ ໃນວັບໄຊ vovworld.vn, ຂ້າພະເຈົ້າເຫັນວ່າ ບົດຂຽນເຫຼົ່ານັ້ນ ທັງມ່ວນ ແລະ ເປັນປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາບົດຂຽນໄດ້ພັນລະນາບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫຼາຍປະເທດຢ່າງຈະແຈ້ງ. ເມື່ອອ່ານບົດຂຽນເຫຼົ່ານັ້ນແລ້ວ, ຂ້າພະເຈົ້າກໍ່ຢາກໄປຢ້ຽມຢາມສະຖານທີ່ດັ່ງກ່າວນັ້ນໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບັນດາບົດຂຽນມ່ວນໆເພື່ອແນະນຳໃຫ້ແກ່ຜູ້ຟັງ.”

        ເພື່ອນ ຈັນດອນ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ທາງລາຍການພາກພາສາລາວ ຂໍຂອບໃຈຕໍ່ການປະກອບຄຳເຫັນ, ການຕິຊົມຂອງທ່ານຜູ້ຟັງທີ່ສະຫງວນໃຫ້ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ມີບັນດາບົດຂຽນ, ລາຍການທີ່ດີໆມ່ວນໆມີປະໂຫຍດເພື່ອມາແນະນຳໃຫ້ທ່ານຜູ້ຟັງຕື່ມອີກ.

ເພື່ອນ ທອນສະໄໝ ຢູ່ແຂວງ ຄຳມ່ວນ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າເປັນສະມາຊິກຂອງສະພາກາແດງແຂວງ ຄຳມ່ວນ ເຄີຍໄດ້ໄປຝຶກອົບຮົບຢູ່ ຫວຽດນາມ ກ່ຽວກັບວຽກງານສະພາກາແດງ. ຂ້າພະເຈົ້າໄດ້ຮູ້ວ່າ: ນອກຈາກການແລກປ່ຽນຄະນະຜູ້ແທນ, ສົມທົບກັບການບຳລຸງສ້າງ, ຝຶກອົບຮົບໃຫ້ພະນັກງງານ, ຮ່ວມມືກັນຜັນຂະຫຍາຍບັນດາການເຄື່ອນໄຫວສັງຄົມມະນຸດສະທຳຢ່າງມີປະສິດທິຜົນ, ກູ້ຊ່ວຍສຸກເສີນ, ກວດ ແລະ ປິ່ນປົວພະຍາດມະນຸດສະທຳ, ພັດທະນາບັນດາຮູບແບບເຄື່ອນໄຫວມະນຸດສະທຳຊ່ວຍລາວແລ້ວ. ບັນດາສະພາກາແດງແຂວງທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ ກໍ່ມີບັນດາຂໍ້ຕົກລົງເຄື່ອນໄຫວສະເພາະ. ສະນັ້ນ, ຫວຽດນາມ ແລະ ລາວ ໄດ້ມີບັນດາຂໍ້ຕົກລົງການຮ່ວມມືລະຫວ່າງບັນດາສະພາກາແດງແຂວງໃດແດ່?

ເພື່ອນ ທອນສະໄໝ ທີ່ຮັກແພງ! ການພົວພັນຮ່ວມມືລະຫວ່າງສະພາກາແດງ ຫວຽດນາມ ແລະ ສະພາກາແດງ ລາວ ໄດ້ມີຄວາມເປັນມາທີ່ເປັນມູນເຊື້ອພິເສດໃນຫລາຍປີມານີ້. ນັບແຕ່ປີ 2006, ຕາມຂໍ້ລິເລີ່ມຂອງສະພາກາແດງ ຫວຽດນາມ, ຂໍ້ຕົກລົງການຮ່ວມມືໄລຍະ 2006 – 2010 ໄດ້ຮັບການລົງນາມລະຫວ່າງສະພາກາແດງຂອງ 3 ປະເທດ: ກຳປູເຈຍ, ລາວ ແລະ ຫວຽດນາມ. ຫລັງຈາກນັ້ນ, ບັນດາຝ່າຍສືບຕໍ່ລົງນາມໃນການຮ່ວມມືໄລຍະປີ 2011 – 2015; 2016 – 2020 ໃນບັນດາຂົງເຂດຄື: ຍົກສູງກຳລັງຄວາມສາມາດ, ພັດທະນາການຈັດຕັ້ງ, ປ້ອງກັນ, ສະກັດກັ້ນໄພພິບັດ, ເບິ່ງແຍງດູແລສຸຂະພາບ, ກູ້ຊ່ວຍມະນຸດສະທຳ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ…

ຕາມນັ້ນແລ້ວ, 10 ແຂວງຊາຍແດນ ຫວຽດນາມ - ລາວ ທີ່ມີການລົງນາມໃນຂໍ້ຕົກລົງຮ່ວມມືນັ້ນລວມມີ: ຜົ້ງສາລີ - ເຊີນລາ; ຫລວງພະບາງ - ດ້ຽນບຽນ; ຫົວພັນ - ແທັງຮ໊ວາ; ຊຽງຂວາງ - ເງະອານ; ບໍລິຄຳໄຊ - ຮ່າຕິ໊ງ; ຄຳມ່ວນ - ກວາງບີ່ງ; ສະຫວັນນະເຂດ - ກວາງຈິ; ສາລະວັນ - ເທື່ອທຽນ-ເຫວ້; ເຊກອງ - ກ໋ວາງນາມ; ອັດຕະປື - ກອນຕຸມ.

ການລົງນາມໃນຂໍ້ຕົກລົງຮ່ວມມືມະນຸດສະທຳ 2 ຝ່າຍລະຫວ່າງບັນດາສະພາກາແດງແຂວງຊາຍແດນ ຫວຽດນາມ - ລາວ ໄດ້ປະກອບສ່ວນເພີ່ມທະວີການປັບປຸງນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວຕື່ມອີກ.

         ສ່ວນໃນອີແມວຂອງເພື່ອນ ຫງວຽນຮ່ວາງຫ໋າຍ ຢູ່ແຂວງ ແທັງຮ໊ວາ, ເຊິ່ງແມ່ນຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໄດ້ຂຽນວ່າ: “ຂ້າພະເຈົ້າເປັນຜູ້ມີຄວາມເມົາມົວກັບການຊອກຮູ້, ພິເສດແມ່ນບັນດາປະເທດໃນພາກພື້ນ ອາຊຽນ. ເນື່ອງໃນໂອກາດໄປຢ້ຽມຢາມ ລາວ ຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ: ຫວຽດນາມ ໄດ້ກໍ່ສ້າງຫໍສະພາແຫ່ງຊາດໃຫ້ລາວ. ຜ່ານທາງລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບຄວາມຄືບໜ້າ ກໍ່ຄືຂອບຂະໜາດຂອງໂຄງການດັ່ງກ່າວ.”

        ເພື່ອນ ຫງວຽນຮ່ວາງຫ໋າຍ ທີ່ຮັກແພງ! ກິດຈະການກໍ່ສ້າງຫໍສະພາແຫ່ງຊາດ ລາວ - ແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ, ແມ່ນກິດຈະການທີ່ມີຄວາມໝາຍຢ່າງເລິກເຊິ່ງ, ເປັນສັນຍາລັກເລິກເຊິ່ງເຂັ້ມຂຸ້ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ມາຮອດປະຈຸບັນ, ພາຍຫລັງດຳເນີນການກໍ່ສ້າງມາເປັນເວລາ 14 ເດືອນ, ໂຄງການກໍ່ສ້າງໄດ້ສຳເລັດພາກສ່ວນທີ່ເປັນໂຄງປະກອບ, ລວມມີຊັ້ນໃຕ້ດິນ 2 ຊັ້ນ ແລະ ຊັ້ນເທິງໜ້າດິນ 5 ຊັ້ນ.

​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ກິດຈະການກໍ່ສ້າງຫໍສະພາແຫ່ງຊາດ ລາວ (ພາບ: TTXVN)

        ດ້ວຍເນື້ອທີ່ 23.400 ຕາແມັດ, ຕັ້ງຢູ່ບ້ານ ທາດຫລວງ, ເມືອງ ໄຊເສດຖາ, ນະຄອນຫລວງ ວຽງຈັນ, ຢູ່ຂ້າງທາດຫລວງ, ຊຶ່ງແມ່ນສະຖານທີ່ສັກສິດ, ເປັນສັນຍາລັກໃຫ້ຄວາມສາມັກຄີຂອງປະເທດ ລາວ ຢູ່ໃຈກາງນະຄອນຫລວງ ວຽງຈັນ, ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ ຄາດວ່າມີເງິນລົງທຶນກໍ່ສ້າງທັງໝົດປະມານກ່ວາ 111 ລ້ານ USD.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ