ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດຍີ່ປຸ່ນກຳປູເຈຍໄທລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ແລະ ທ່ານ ນາຍົກລັດຖະມົນຕີ ລາວ ທອງລຸມ ສີສຸດລິດ ແລະ ພັນລະນາ (ພາບ: congdoan.vn)

ເພື່ອນ ອະນຸສອນ ຢູ່ແຂວງ ຈຳປາສັກໄດ້ຝາກຄຳຖາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ:

ເພື່ອນອະນຸສອນທີ່ຮັກແພງ! ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາ 1954 – 10 ຕຸລາ 2019), ພະແນກວັດທະນະທຳ ແລະ ກິລາ ນະຄອນຮ່າໂນ້ຍຈະສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງເພື່ອຈັດຕັ້ງບັນດາການເຄື່ອນໄຫວຕົບແຕ່ງ, ປະດັບປະດາ, ໂຄສະນາ, ສະແດງວັດທະນະທຳ, ສິລະປະແຂ່ງຂັນ, ກິລາ… ບັນດາການເຄື່ອນໄຫວຈະໄດ້ດຳເນີນ ກ່ອນ, ໃນ ແລະ ພາຍຫຼັງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນ. ຈັດຕັ້ງການຢ້ຽມຊົມບັນດາຫໍພິພິທິພັນ, ປູຊະນີຍະສະຖານປະຫວັດສາດ, ປະຕິວັດ, ພົບປະກັບບັນດາຕົວພະຍານປະຫວັດສາດ, ຮຽບຮຽງ, ຈຳໜ່າຍປຶ້ມ ແລະ ເອກະສານໂຄສະນາກ່ຽວກັບເຫດການປົດປ່ອຍນະຄອນຫຼວງ, ໂຄສະນາບັນດາຜົນງານຂອງ ນະຄອນຫຼວງໃນຕະຫຼອດ 65 ປີແຫ່ງການສ້າງສາ ແລະ ພັດທະນາ.

ນອກຈາກນັ້ນ, ພະແນກວັດທະນະທຳ ແລະ ກິລາ ກໍ່ຈັດຕັ້ງການສາຍຮູບເງົາເຄື່ອນທີ່, ງານວາງສະແດງ ແລະ ຊີ້ນຳບັນດາໜ່ວຍງານທີ່ກ່ຽວຂ້ອງຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະກ່ຽວກັບຫົວຂໍ້ 65 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນມີບັນດາການເຄື່ອນໄຫວຄື: ລາຍການສະແດງສິລະປະ “ຂ້ອຍຮັກຮ່າໂນ້ຍ”, ງານບຸນວັດທະນະທຳພື້ນເມືອງຍຸກປັດຈຸບັນ 2019, ງານປະກວດພາບຖ່າຍສາກົນ 2019.

ເພື່ອນໜູເພັດຢູ່ແຂວງ ຊຽງຂວາງ ໄດ້ສົ່ງ Email ມາຍັງລາຍການ ດ້ວຍເນື້ອໃນທີ່ວ່າ: ໃນອາທິດທີ່ຜ່ານມາເມື່ອຕິດຕາມລາຍການພາສາລາວໃນວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າໄດ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວໄດ້ມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການຄັ້ງທີ 2. ຂ້າພະເຈົ້າຄິດວ່າການຢ້ຽມຢາມນີ້ມີຄວາມໝາຍສຳຄັນທີ່ສຸດສຳລັບ ທັງສອງປະເທດ, ອີກຄັ້ງໜຶ່ງມັນໄດ້ຢັ້ງຢືນຄືນໃຫມ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ສອງປະເທດ. ນອກຈາກນັ້ນ, ຕາມຂ້າພະເຈົ້າໄດ້ຮູ້, ໃນການຢ້ຽມຢາມຄັ້ງນີ້, ລັດຖະບານສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຈຳນວນໜຶ່ງລະຫວ່າງ ສອງຝ່າຍ, ຂ້າພະເຈົ້າຢາກຮູ້ວ່າ ບັນດາບົດບັນທຶກດັ່ງກ່າວແມ່ນບົດບັນທຶກກ່ຽວກັບດ້ານໃດແດ່? ຫວັງວ່າພາກພາສາລາວຈະຕອບຄຳຖາມຂອງຂ້າພະເຈົ້າ? ຂໍຂອບໃຈ.

ເພື່ອນໜູເພັດທີ່ຮັກແພງ! ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1 - 3 ຕຸລາ, ຕອນບ່າຍວັນທີ 1 ຕຸລາ, ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ເປັນສັກຂີພິຍານໃນພິທີລົງນາມ ແລະ ແລກປ່ຽນເອກະສານ 8 ສະບັບກ່ຽວກັບການຮ່ວມມືໃນບັນດາຂົງເຂດຄື ເສດຖະກິດ, ການລົງທຶນ, ການສຶກສາ, ການເງິນ, ທະນາຄານ, ພະລັງງານ ແລະ ການບິນເຊິ່ງມີລາຍລະອຽດດັ່ງນີ້.

1.  ອະນຸສັນຍາວວ່າດ້ວຍການປັບປຸງສັນຍາລະຫວ່າງ ລັດຖະບານປະເທດ ສສ. ຫວຽດນາມ ແລະ ລັດຖະບານ ປະເທດ ສປປ.ລາວ ກ່ຽວກັບ “ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່”

2.  ບົດບັນທຶກລະຫວ່າງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ກະຊວງແຜນການ ແລະ ການລົງທຶນ ລາວກ່ຽວກັບການສ້າງຍຸດທະສາດຮ່ວມມືເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກລະຫວ່າງ ຫວຽດນາມ - ລາວໄລຍະ 2021 -2030 ແລະ ສັນຍາການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 -2025.

3.  ແຜນການສ້າງແຜນຮ່າງການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2021 – 2030 ລະຫວ່າງ ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງການສຶກສາ ແລະ ກິລາ ລາວ,

4.  ບົດບັນທຶກຊ່ວຍຈຳລະຫວ່າງ ທະນາຄານ ຫວຽດນາມ ແລະ ທະນາຄານ ສປປ.ລາວ ກ່ຽວກັບບັນດາການເຄື່ອນໄຫວທະນາຄານຈຸດສຸມໄລຍະ 2019 – 2024.

5.  ບົດບັນທຶກຊ່ວຍຈຳລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ ກ່ຽວກັບການສະໜອງບ້ວງເງິນກູ້ຢືມເພື່ອປະຕິບັດໂຄງການລົງທຶນກໍ່ສ້າງເສັ້ນທາງ ພູທິດເຜິ້ງ, ແຂວງ ຫຼວງພະບາງ, ລາວ ໄປຍັງຊາຍແດນ ນາຊອນ ຕິດກັບເມືອງ ດ້ຽນບຽນຝຸ໋ທາງທິດຕາເວັນອອກ, ແຂວງ ດ້ຽນບຽນ, ຫວຽດນາມ.

6.  ບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ລາວ ກ່ຽວກັບການຮ່ວມມືຊື້ຂາຍໄຟຟ້າຈາກບັນດາໂຄງການຜະລິດໄຟຟ້າແຮງລົມຂອງ ລາວ ເຊິ່ງໄດ້ສົ່ງອອກໄປຍັງ ຫວຽດນາມ.

7.  ມອບເອກະສານປະກາດການເຫັນດີຕໍ່ແຜນນະໂຍບາຍນຳເຂົ້າໄຟຟ້າຈາກກຸ່ມໂຄງການເຂື່ອນໄຟຟ້ານ້ຳກົງ 1,2,3 ແລະ ເຂື່ອນໄຟຟ້າ ນ້ຳມູນ (ລາວ) ໃຫ້ແກ່ບໍລິສັດ ຈະເລີນເຊກອງ ລາວ ແລະ ບໍລິສັດ ຫຸ້ນສ່ວນ ຊົງດ່າ 5 ຂອງ ຫວຽດນາມ.

8.  ບົດບັນທຶກຊ່ວຍຈຳລະຫວ່າງ ບໍລິສັດຫຸ້ນສ່ວນການບິນ Vietjet Air ແລະ ກະຊວງຄົມມະນາຄົມ ແລະ ໂຍທາທິການ ລາວ ວ່າດ້ວຍການຮ່ວມມືພັດທະນາ ການບິນພົນລະເຮືອນ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື email  laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ