ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 276 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ຫລາຍຄົນທີ່ຮູ້ພາສາ ລາວ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ເບັນ ພິມມະສອນ, ເພື່ອນ ຫງວຽນວັນນາມ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕອບຄຳຖາມຢ່າງທັນການ ເຊິ່ງພວກຂ້າພະເຈົ້າໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ. ຂໍຂອບໃຈ.

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ພອນສະຫວັນ ຢູ່ແຂວງ ຊຽງຂວາງ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ລາຍການ ຫວຽດນາມ - ລາວ ໃນເວັບໄຊ VOV5. ລາຍການນີ້, ໄດ້ຊ່ວຍໃຫ້ຂ້າພະເຈົ້າຕິດຕາມຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ມີຄວາມສະດວກ ແລະ ສັງລວມໄດ້ດີກ່ວາ. ອາດເວົ້າໄດ້ວ່າ ນີ້ແມ່ນເອກະສານອັນລ້ຳຄ່າທີ່ສຸດສຳລັບຂ້າພະເຈົ້າ. ຂອບໃຈທາງລາຍການຫລາຍໆ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ເວັບໄຊຂອງທາງລາຍການຈະມີ ຄຼິບວີດີໂອ, ພາບສາລະຄະດີກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຫລາຍກ່ວາອີກ”.

ສ່ວນໃນຈົດໝາຍຂອງ ເພື່ອນ ອາມິນຕາ ຢູ່ແຂວງ ຈຳປາສັກ ທີ່ໄດ້ສົ່ງມາລາຍການ ໄດ້ຂຽນວ່າ: “ຂ້າພະເຈົ້າເຄີຍຕິດຕາມລາຍການ ຫວຽດນາມ - ລາວ, ຜ່ານລາຍການນີ້, ຂ້າພະເຈົ້າໄດ້ຮັບຂໍ້ມູນຂ່າວສານທີ່ມີຜົນປະໂຫຍດຫລາຍຢ່າງ ກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ. ພິເສດແມ່ນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນບັນດາແຂວງທີ່ຢູ່ລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ ເຊິ່ງດຳເນີນໃນຕົ້ນເດືອນ ທັນວາ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ. ສະນັ້ນ, ຜ່ານທາງລາຍການ, ຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວໃນຂອບເຂດພົວພັນແລກປ່ຽນດັ່ງກ່າວ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ລາຍການສະແດງສິລະປະ “ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ”

ເພື່ອນ ອາມິນຕາ ທີ່ຮັກແພງ! ໃນຂອບເຂດບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນຂອງບັນດາແຂວງທີ່ຢູ່ລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ຈັດຕັ້ງຢູ່ແຂວງ ເງະອານ ໃນລະຫວ່າງວັນທີ 04 – 08 ທັນວາ ນັ້ນ ໄດ້ດຳເນີນບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍຫລາຍຢ່າງຄື: ຈັດຕັ້ງກອງປະຊຸມສຳມະນາ “ແບ່ງປັນບົດຮຽນກ່ຽວກັບວຽກງານຊົນເຜົ່າ, ພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາຜູ້ແທນຊົນເຜົ່າສ່ວນໜ້ອຍ, ຜູ້ມີອິດທິພົນຊື່ສຽງທີ່ດຳລົງຊີວິດຢູ່ລ້ຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ”; ກອງປະຊຸມສຳມະນາ “ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ”; ລາຍການສະແດງສິລະປະ “ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ”…ຕີລາຄາສູງຕໍ່ການເຄື່ອນໄຫວພົວພັນແລກປ່ຽນດັ່ງກ່າວ. ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດໃຫ້ຮູ້ວ່າ:

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ

        ລຸງ ບຸນທາ ຈັນທະວົງ ພົນຕີ, ນັກຮົບເກົ່າ ລາວ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 22/12/2019). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ຫວຽດນາມ ເຊິ່ງໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນຕໍ່ການສຶກສາໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຕະຫລອດໄປ.

       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ