ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…

ໃນນັ້ນ, ທ່ານຜູ້ຟັງຫລາຍຄົນໄດ້ສົ່ງຈົດໝາຍ, ຄຳອວຍພອນເຖິງບັນນາທິການ VOV5 ເນື່ອງໃນໂອກາດວັນກະຈາຍສຽງໂລກ (13/02). ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ແລະ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ - ảnh 1

ທ່ານຜູ້ຟັງລາຍການກະຈາຍສຽງພາສາ ແອັດສະປາຍ ຫລາຍຄົນ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນກະຈາຍສຽງໂລກ. ທ່ານຜູ້ຟັງ Mary Donalds Navarro ຂຽນວ່າ: “ເນື່ອງໃນໂອກາດວັນກະຈາຍສຽງໂລກ (13/02), ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາບັນນາທິການ VOV5. ຂອບໃຈການອຸທິດສ່ວນຂອງບັນນາທິການທຸກຄົນ ມັນກໍ່ເປັນສ່ວນໜຶ່ງຂອງປະຊາຄົມກະຈາຍສຽງສາກົນ.”

 ທ່ານຜູ້ຟັງ Osmany Cabrera Herrera, ຢູ່ ກູບາ ພັດສະແດງຄວາມເປັນຫ່ວງກ່ຽວກັບການແກ່ງແຍ້ງຂອງວິທະຍຸກະຈາຍສຽງຄື້ນສັ້ນ ກັບບັນດາຊ່ອງກະບອກສຽງທັນສະໄໝໃນສະພາບການປັດຈຸບັນ. ລາວຂຽນວ່າ: “ໃນສະພາບການໂລກພວມປ່ຽນແປງຢ່າງວ່ອງໄວ ແລະ ບັນດາຄວາມກ້າວໜ້າກ່ຽວກັບເຕັກໂນໂລຊີ ແລະ ເອເລັກໂຕນິກໃໝ່ເກີດຂຶ້ນຢ່າງລຽນຕິດ ແຕ່ວິທະຍຸກະຈາຍສຽງຄື້ນສັ້ນຍັງຍືນຍົງຄົງຕົວມາເປັນເວລາຫລາຍປີ. ເຖິງວ່າ ມີອິນເຕີແນັດແລ້ວກໍ່ຕາມ ແຕ່ຂ້າພະເຂົ້າຍັງນິຍົມຮັບຟັງຂ່າວພາຍໃນປະເທດ ແລະ ສາກົນຜ່ານທາງວິທະຍຸ.

 ການສະແດງຄວາມເຫັນຜ່ານເວັບໄຊ ກ່ຽວກັບເລື່ອງເປີດສະຫຼອງອົງການຕາງໜ້າວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນເດຍ, ທ່ານຜູ້ຟັງ Juan Diez ຊາວ ແອັດສະປາຍ ຂຽນວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈ ເມື່ອເຫັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ມີອິດທິພົນຊື່ສຽງນັບມື້ນັບສູງຢູ່ ອິນເດຍ, ອາຊີ ແລະ ໂລກ. ພວກເພື່ອນແມ່ນບັນດາພາຫະນະສື່ມວນຊົນທີ່ຕາງໜ້າໃຫ້ສັນຕິພາບ, ຄວາມເຂົ້າໃຈ ແລະ ພົບປະເຈລະຈາ ຕ້ອງໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ແລະ ພົນລະເມືອງທັງໝົດ. ມີນັກຮຽນຮູ້ທ່ານໜຶ່ງເຄີຍເວົ້າວ່າ: ສຽງເວົ້າສັນຕິພາບ ມີຄຸນຄ່າເໜືອກ່ວາທຸກປະເພດອາວຸດ, ສິ່ງດັ່ງກ່າວ ໄດ້ ແລະ ພວມປະຕິບັດຢູ່ VOV.

ຈາກ ຝຣັ່ງ, ເນື່ອງໃນໂອກາດວັນກະຈາຍສຽງໂລກ (13/02). ປະທານສະໂມສອນທ່ານຜູ້ຟັງວິທະຍຸເຂດ Auvergne Maguy Roi ຂຽນວ່າ: “ຂອບໃຈທຸກການປະກອບສ່ວນຂອງພວກເພື່ອນເຂົ້າໃນວັນບຸນພິເສດສຳຄັນນີ້. ພວກຂ້າພະເຈົ້າມີອະນຸສອນທີ່ເຕັມໄປດ້ວຍບັນດາການພົບປະ ແລະ ຄົ້ນຫາຈາກບັນດາລາຍການທີ່ດຶງດູດໃຈຂອງພວກເພື່ອນ...

ສ່ວນໃນອີແມວຂອງເພື່ອນ ຮ່ວາງມິງນາມ, ຫງວຽນດີ່ງເຕີມ, ເຢືອງຮ່ວາງຮ່າ ຢູ່ແຂວງ ເຫງ້ອານ, ແທງຮ໋ວາ ແລະ ເຊີນລາ ຂຽນວ່າ: “ຂ້າພະເຈົ້າ ຈະໄປເຮັດວຽກຢູ່ ລາວ ແຕ່ຂ້າພະເຈົ້າບໍ່ຮູ້ກ່ຽວກັບບັນດາຂໍ້ກຳນົດສຳລັບແຮງງານຕ່າງປະເທດທີ່ໄປເຮັດວຽກ ແລະ ອາໄສຢູ່ ລາວ.  ຜ່ານລາຍການຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາຂໍ້ກຳນົດດັ່ງກ່າວ ຂໍຂອບໃຈ”.

ທີ່ຜູ້ຟັງທີ່ເຄົາລົບ ! ຕາມກົມຄຸ້ມຄອງແຮງງານຕ່າງປະເທດ, ສປປ ລາວ ໄດ້ກຳນົດໄວ້ວ່າ: ເມື່ອເຂົ້າມາ ລາວ ໃນໄລຍະເວລາ 30 ວັນ, ແຮງງານຕ່າງປະເທດຕ້ອງຈົດທະບຽນ ແລະ ຂໍໃບອະນຸຍາດເຮັດວຽກນຳອົງການຄຸ້ມຄອງແຮງງານຢູ່ສູນກາງ ຫຼື ທ້ອງຖິ່ນ. ຕາມຂໍ້ກຳນົດຫຼ້າສຸດ, ແຮງງານຕ່າງປະເທດແມ່ນອະນຸຍາດໃຫ້ພັກອາໄສຢູ່ ລາວ ບໍ່ເກີນ 5 ປີ. ພາຍຫລັງໝົດກຳນົດເວລາເຮັດວຽກຢູ່ ລາວ, ແຮງງານຕ່າງປະເທດຕ້ອງມອບບັດອອກແຮງງານຄືນໃຫ້ອົງການຄຸ້ມຄອງແຮງງານ (ໃນກຳນົດເວລາ 15 ວັນ) ຫຼື ມອບໃຫ້ຕຳຫລວດຢູ່ດ່ານຊາຍແດນເມື່ອເດີນທາງອອກຈາກປະເທດ ລາວ. ແຮງງານຕ່າງປະເທດທັງໝົດ ທີ່ໄດ້ຮັບອະນຸຍາດມາເຮັດວຽກຢູ່ ສປປ ລາວ ຕ້ອງເສຍອາກອນລາຍຮັບ ແລະ ຄ່າທຳນຽມໃຫ້ລັດຖະບານ ລາວ ຕາມຂໍ້ກຳນົດຂອງກົດໝາຍ. ເພື່ອໃຫ້ໄດ້ໄປເຮັດວຽກຢູ່ ລາວ, ແຮງງານຕ່າງປະເທດຕ້ອງຮັບປະກັນບາງເງື່ອນໄຂຄື: ມີສີມືແຮງງານທີ່ເໝາະສົມກັບຕຳແໜ່ງທີ່ຕ້ອງການ; ມີຊີວະປະຫວັດຈະແຈ້ງ; ອາຍຸນັບແຕ່ 20 ປີຂຶ້ນໄປ; ບໍ່ເປັນພະຍາດຕິດແປດ, ມີກຳລັງຄວາມສາມາດຮັບຜິດຊອບຕໍ່ການກະທຳທາງແພ່ງ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ