ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ

(VOVWORLD) -  ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນ ເມື່ອໄດ້ກັບມາພົບປະໂອ້ລົມກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ອີກຕາມເຄີຍ. ໃນລາຍການໂອ້ລົມກັບເພື່ອນລາວໃນອາທິດນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລໍາຂອງລາຍການ ກໍຄື ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

 

 ເຈົ້າ, ທີ່ຈົບໄປນັ້ນ ແມ່ນຄວາມໃນໃຈຂອງ ເອື້ອຍ ສຸມາລີ ທີ່ໄດ້ຝາກມາລາຍການພາຍຫຼັງທີ່ຄອບຄົວຂອງເອື້ອຍມາທ່ອງທ່ຽວຢູ່ຮ່າໂນ້ຍໃນທ້າຍອາທິດຜ່ານມາ.

ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ - ảnh 1 ຢູ່ຖະໜົນຍ່າງໂຮ່ເກືອມ ມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມ
ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ - ảnh 2 ການເຄື່ອນໄຫວຕ່າງໆຢູ່ຖະໜົນຍ່າງໂຮ່ເຕິຍ

ທ່ານຜູ້ຟັງທີ່ເຄົາລົບ, ນອກຈາກຖະໜົນຍ່າງໂຮ່ເກືອມແລ້ວ ຖະໜົນຍ່າງໂຮ່ເຕິຍ, ຮ່າໂນ້ຍ ກໍສວຍງາມ, ປອດໂປ່ງ ແລະ ກໍມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມ. ຖ້າຫາກວ່າ ທ່ານມີໂອກາດມາຮ່າໂນ້ຍ ຈົ່ງລອງໄປຍ່າງເລາະ ແລະ ຕາກລົມຊົມວິວຢູ່ໂຮ່ເຕິຍເບິ່ງແດ່ເດີ.

        ເພື່ອນ ດາລາວັນ ຢູ່ແຂວງວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນດັ່ງນີ້: “ເມື່ອຕິດຕາມຂ່າວ ແລະ ບົດໃນເວັບໄຊ vovworld.vn, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮູ້ຂ່າວວ່າ ເດືອນ ສິງຫາ ຈະມາເຖິງນີ້, ຊາວໜຸ່ມອາສາສະໝັກຮ່າໂນ້ຍ ຈະມາກວດພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ. ຂ້າພະເຈົ້າຂໍຊົມເຊີຍບັນດາການເຄື່ອນໄຫວອັນແທດຈິງຂອງຊາວໜຸ່ມຮ່າໂນ້ຍ”. ນອກຈາກນັ້ນ ເພື່ອນ ດາລາວັນ ຍັງຖາມວ່າ: ຊຸມປີມໍ່ໆມານີ້, ໝາກລີ້ນຈີ່ຂອງຫວຽດນາມ ໄດ້ວາງຂາຍຢູ່ລາວເປັນຈໍານວນຫຼວງຫຼາຍ. ຂ້າພະເຈົ້າຢາກຮູ້ວ່າ ໝາກລີ້ນຈີ່ ໄດ້ປູກຫຼາຍທີ່ສຸດຢູ່ແຂວງໃດຂອງຫວຽດນາມ ແລະ ໄດ້ສົ່ງອອກໄປຍັງປະເທດໃດແດ່?

ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ - ảnh 3ໝາກລີ້ນຈີ່ ທ່ຽວ (ໝາກລີ້ນຈີ່ດໍ) ບັກຢາງ  

ເພື່ອນ ດາລາວັນ ທີ່ຮັກແພງ, ໝາກລີ້ນຈີ່ຂອງຫວຽດນາມ ມີສອງເຄື່ອງໝາຍທີ່ມີຊື່ສຽງ ນັ້ນຄື ໝາກລີ້ນຈີ່ ທ່ຽວ (ໝາກລີ້ນຈີ່ດໍ) ບັກຢາງ ແລະ ໝາກລີ້ນຈີ່ ແທັງຮ່າ ຫາຍເຢືອງ. ບັກຢາງ ແລະ ຫາຍເຢືອງ ກໍແມ່ນສອງແຂວງທີ່ປູກໝາກລີ້ນຈີ່ຫຼາຍທີ່ສຸດຢູ່ຫວຽດນາມ. ທີ່ກອງປະຊຸມສາກົນກ່ຽວກັບໝາກລໍາໃຍ, ລີ້ນຈີ່ ຄັ້ງທີ 6 ໂດຍສະຖາບັນຄົ້ນຄວ້າຜັກໝາກໄມ້ ສັງກັດ ສະຖາບັນວິທະຍາສາດກະສິກໍາ ຫວຽດນາມ ໄດ້ສົມທົບກັບ ສະມາຄົມອາຊີບເຮັດສວນສາກົນ (ISHS) ຈັດຂຶ້ນຢູ່ຮ່າໂນ້ຍ ເມື່ອວັນທີ 7 ມິຖຸນາ ຜ່ານມາ ໄດ້ປະກາດຕົວເລກ ໂດຍໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ມີເນື້ອທີ່ປູກໝາກລໍາໃຍ, ລີ້ນຈີ່ ແລະ ໝາກເງາະ ປະມານ 160.000 ha ເພື່ອສົ່ງອອກ ເຊິ່ງນໍາລາຍຮັບມາໃຫ້ ຫວຽດນາມ ໃນປີ 2018 320 ລ້ານ USD, ເຊິ່ງຢືນອັນດັບທີ 2 ໃນໂລກກ່ຽວກັບອັດຕາສ່ວນໝາກລີ້ນຈີ່ສົ່ງອອກ. ປັດຈຸບັນ, ປະເທດທີ່ສົ່ງອອກໝາກລີ້ນຈີ່ຫຼາຍທີ່ສຸດໃນໂລກແມ່ນ ມາດາກາສກາ ເຊິ່ງກວມເອົາ 35% ອັດຕາສ່ວນໝາກລີ້ນຈີ່ສົ່ງອອກໃນໂລກ. ຖັດມາແມ່ນຫວຽດນາມ ກວມເອົາ 19%; ຈີນ ກວມເອົາ 18%, ໄທ ກວມເອົາ 10% ແລະ ອາຟະລິກາໃຕ້ ກວມເອົາ 9%. ຕາມການຕີລາຄາຂອງຜູ້ບໍລິໂພກ ແລະ ບັນດາວິສາຫະກິດຄ້າຂາຍໝາກລີ້ນຈີ່ໃນໂລກແລ້ວ, ປັດຈຸບັນ ຄຸນນະພາບຂອງໝາກລີ້ນຈີ່ ຫວຽດນາມ ແມ່ນດີທີ່ສຸດໃນໂລກ, ແຊບກວ່າຫຼາຍເທົ່າ ເມື່ອທຽບໃສ່ຜະລິດຕະພັນຊະນິດດຽວກັນທີ່ນໍາເຂົ້າຈາກ ອິນເດຍ, ຈີນ... ໄລ່ມາຮອດປັດຈຸບັນ, ໝາກລີ້ນຈີ່ ຂອງຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍກວ່າ 30 ປະເທດ ແລະ ເຂດແຄວ້ນຄື ຈີນ, ລາວ, ກໍາປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ຍີ່ປຸ່ນ, ສ.ເກົາຫຼີຝະລັ່ງ, ເຢຍລະມັນ, ໂຮນລັງ, ລັດເຊຍ, ອາເມລິກາ, ການນາດາ, ອົດສະຕາລີ...

        ເພື່ອນ ຄໍາແກ້ວ ແກ້ວນະຄອນ ນັກສຶກສາປີສຸດທ້າຍຄະນະເສດຖະກິດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງອີແມວເຖິງລາຍການ ໂດຍຖາມວ່າ: ປັດຈຸບັນ ໂຄງການຂອງຫວຽດນາມທີ່ ພວມລົງທຶນຢູ່ ລາວ ມີຈັກໂຄງການ?

        ເພື່ອນ ຄໍາແກ້ວ ທີ່ຮັກແພງ, ຕາມບົດລາຍງານຫຼ້າສຸດຂອງ ທ່ານ ຄໍາເຜີຍ ແກ້ວກິນນະລີ ຫົວໜ້າຄະນະກໍາມະການຮ່ວມມືລາວ - ຫວຽດນາມ ທີ່ໄດ້ຍົກອອກມາໃນກອງປະຊຸມພົບປະເຈລະຈາລະຫວ່າງກະຊວງແຜນການ - ການລົງທຶນ ຫວຽດນາມ ແລະ ລາວ ທີ່ດໍາເນີນໃນວັນທີ 22 ມິຖຸນາ ຜ່ານມານັ້ນ ໃຫ້ຮູ້ວ່າ ປັດຈຸບັນໂຄງການຂອງວິສາຫະກິດຫວຽດນາມທີ່ລົງທຶນ  ຢູ່ ມີທັງໝົດ 413 ໂຄງການ ດ້ວຍຍອດເງິນລົງທຶນທັງໝົດ ແມ່ນກວ່າ 4,1 ຕື້ USD, ໃນນັ້ນ ການລົງທຶນຂອງວິສາຫະກິດຫວຽດນາມ ແມ່ນ 3,9 ຕື້ USD. ສ່ວນໃຫຍ່ບັນດາໂຄງການເຫຼົ່ານັ້ນ ແມ່ນລົງທຶນເຂົ້າຂົງເຂດກະສິກໍາ, ອຸດສາຫະກໍາ ແລະ ຫັດຖະກໍາອຸດສາຫະກໍາ, ບໍ່ແຮ່ ແລະ ບັນດາຂະແໜງການບໍລິການອື່ນໆ. ບັນດາໂຄງການດັ່ງກ່າວ ພວມສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ລາວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງບາງທ່ານ ທີ່ໄດ້ຝາກມາລາຍການໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ