ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດ​ສະ​​ເໜີບາງ​ເນື້ອ​ໃນ​ຈົດໝາຍ​​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​​ມາລາ​ຍການ - ảnh 1 ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາລະຫວ່າງ ມະຫາວິທະຍາໄລພາຍໃນ ຮ່າໂນ້ຍ (ກະຊວງພາຍໃນ ຫວຽດນາມ) ກັບ ກົມປະເມີນຜົນ ແລະ ການພັດທະນາລັດຖະກອນ (ກະຊວງພາຍໃນລາວ)

ກ່ອນຈະເລີ່ມຕົ້ນລາຍການມື້ນີ້. ພວກຂ້າພະເຈົ້າ ສະແດງຄວາມຊົມເຊີຍເຖິງປະຊາຊົນ ລາວເນື່ອງໃນໂອກາດເຂດທ່ອງທ່ຽວທົ່ງໄຫຫີນໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳໂລກ ຈາກ UNESCO, ຖັດຈາກເຂດທ່ອງທ່ຽວສອງແຫ່ງແມ່ນ ກຸງເກົ່າ ຫຼວງພະບາງ ແລະ ວັດ ພູ ຢູ່ແຂວງຈຳປາສັກ. ດ້ວຍໝາກຜົນນີ້ພວກຂ້າພະເຈົ້າເຊື່ອໝັ້ນວ່າຂະແໜງທ່ອງທ່ຽວຂອງປະເທດ ລາວ ຈະບັນລຸໄດ້ບັນດາໝາກຜົນທີ່ກ້າວກະໂດດຂັ້ນໃນຊຸມປີຈະມາເຖິງ, ພິເສດແມ່ນ ເຂດທ່ອງທ່ຽວທົ່ງໄຫຫີນ. ຂໍອວຍພອນໃຫ້ປະເທດ ລາວ ທີ່ສວຍງາມນັບມື້ນັບບັນລຸໄດ້ໝາກຜົນຫຼາຍຢ່າງບໍ່ພຽງແຕ່ໃນຂົງເຂດທ່ອງທ່ຽວເທົ່ານັ້ນຫາກຍັງໃນບັນດາຂົງເຂດຕ່າງໆຄື: ເສດຖະກິດ, ວັດທະນະທຳ, ການສຶກສາ…ອີກດ້ວຍ.

ເພື່ອນມະນີສອນທີ່ຮັກແພງ! ຄຸ້ມເມືອງເກົ່າ ນິງບິ່ງບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວດ້ວຍບັນດາທັດສະນີຍະພາບສວຍງາມກໍ່ຄືບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຄື: ຈ່າງອານ, ບ໊າຍດິ໊ງ, ທຸງຍາມເທົ່ານັ້ນ…ຫາກຍັງແມ່ນຍ້ອນບັນດາອາຫານທີ່ມີຊື່ສຽງຕ່າງໆອີກດ້ວຍ. ແຂກທ່ອງທ່ຽວມາທີ່ນີ້ສາມາດຊື້ອາຫານທີ່ເປັນເອກະລັກສະເພາະຫຼາຍເຍື່ອງເພື່ອເປັນຂອງຕ້ອນຄື: ເຫຼົ້າໄຫຍໍກ໊ວານ, ສົ້ມໝູອຽນມາກ, ກະປິຢາວຽນ…ແຕ່ພິເສດກ່ວາໝູ່ແມ່ນ ເຂົ້າໂຄບ ນິງບິ່ງ, ເຊິ່ງເປັນອາຫານທີ່ບໍ່ພຽງແຕ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວພາຍໃນປະເທດເທົ່ານັ້ນ, ຫາກຍັງນັບທັງແຂກທ່ອງທ່ຽວຕ່າງປະເທດອີກດ້ວຍ. ອາດເວົ້າໄດ້ວ່າ ເຂົ້າໂຄບ ນິງບິ່ງແມ່ນຄວາມເອກອ້າງທະນົງໃຈຂອງຊາວນິງບິ່ງ, ມັນປຽບເໝືອນດັ່ງອາຫານເຍື່ອງພິເສດທີ່ບໍ່ອາດຂາດໄດ້ໃຫ້ແກ່ນັກທ່ອງທ່ຽວທຸກຄົນເມືອມາຢ້ຽມຢາມນິງບິ່ງ. ເຂົ້າໂຄບມີຫຼາຍຊະນິດຄື: ເຂົ້າໂຄບໃສ່ໝູຝອຍ, ເຂົ້າໂຄບໃສ່ກຸ້ງ, ເຂົ້າໂຄບໃສ່ຜັກບົ່ວ…ນອກຈາກນັ້ນ, ເພື່ອນຍັງສາມາດຊີມເຍື່ອງອາຫານນີ້ຢູ່ຕາມຮ້ານທີ່ມີຊື່ສຽງຂອງນິງບິ່ງ, ແລະ ຫາຊື້ໄດ້ຢູ່ບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຢູ່ ນິງບິ່ງ. ດັ່ງທີ່ກ່າວມາຂ້າງເທິງແມ່ນການເຈາະຈີ້ມເລັກໆນ້ອຍໆກ່ຽວກັບຂອງຕ້ອນຂອງຟາກເຊິ່ງເພື່ອນສາມາດຊື້ເປັນຂອງຕ້ອນໃຫ້ໝູ່ເພື່ອນໃນການມາທ່ອງທ່ຽວ ຫວຽດນາມ ຈະມາເຖິງ, ຫວັງວ່າຈະມີຜົນປະໂຫຍດສຳລັບເພື່ອນ.

ເພື່ອນ ສີບຸນເຮືອງ ໄດ້ສົ່ງຂໍ້ຄວາມຜ່ານໂທລະສັບມາຍັງລາຍການດ້ວຍເນື້ອໃນວ່າ:ຂ້າພະເຈົ້າເປັນຜູ້ໜຶ່ງທີ່ມັກຟັງ ລາຍການພາສາລາວຂອງວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈຳ. ອາທິດແລ້ວຍ້ອນໄປປະຕິບັດງານຢູ່ຕ່າງປະເທດ, ດັ່ງນັ້ນຂ້າພະເຈົ້າບໍ່ສາມາດຕິດຕາມລາຍການອອກອາກາດຂອງພາກພາສາ ລາວ ໄດ້ຢ່າງຄົບຖ້ວນ, ໃນນັ້ນມີຂ່າວທີ່ຂ້າພະເຈົ້າສົນໃຈຫຼາຍກ່ວາໝູ່ນັ້ນແມ່ນບົດບັນທຶກຊ່ວຍຈຳກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາລະຫວ່າງ ຫວຽດນາມ - ລາວໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນລາວ. ຫວັງວ່າລາຍການຈະສະໜອງຂໍ້ມູນໃຫ້ຂ້າພະເຈົ້າຕື່ມອີກກ່ຽວກັບບົດບັນທຶກດັ່ງກ່າວ. ຂໍຂອບໃຈ.

ເພື່ອນ ສີບຸນເຮືອງ ແລະ ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ເຊີນພວກເພື່ອນເຂົ້າເວັບໄຊ vovworld.vn  ຂອງພວກຂ້າພະເຈົ້າເພື່ອຕິດຕາມບັນດາຂ່າວທີ່ຕົນເອງຍັງບໍ່ທັນຟັງໃນລາຍການອອກອາກາດປະຈຳວັນຄືນໃໝ່.

ຕອນເຊົ້າວັນທີ 9 ກໍລະກົດ ທີ່ຜ່ານມາ, ຢູ່ຮ່າໂນ້ຍ, ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາລະຫວ່າງ ມະຫາວິທະຍາໄລພາຍໃນ ຮ່າໂນ້ຍ (ກະຊວງພາຍໃນ ຫວຽດນາມ) ກັບ ກົມປະເມີນຜົນ ແລະ ການພັດທະນາລັດຖະກອນ (ກະຊວງພາຍໃນລາວ)ໄດ້ດຳເນີນພາຍໃຕ້ການເປັນສັກຂີພິຍານຂອງ ການນຳສອງກະຊວງ. ຕາມບົດບັນທຶກຊ່ວຍຈຳນັ້ນ, ສອງຝ່າຍຈະສົມທົບກັນສ້າງ ແຜນການ ແລະ ຈັດຕັ້ງບັນດາຊຸດບຳລຸງສ້າງ, ຝຶກອົບຮົມວິຊາສະເພາະໃຫ້ຖັນແຖວພະນັກງານ, ລັດຖະກອນຂຶ້ນກັບກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂອງ ລາວ ຕາມຄວາມຕ້ອງການ, ສຸມໃສ່ຕົ້ນຕໍ່ແມ່ນຂົງເຂດ: ຄຸ້ມຄອງລັດກ່ຽວກັບເສດຖະກິດ ແລະ ການເງິນພາກລັດ, ການຄຸ້ມຄອງລັດ, ຄຸ້ມຄອງລັດຖະກອນ, ນະໂຍບາຍພາກລັດ, ການປະຕິຮູບການບໍລິຫານ, ກົດໝາຍວ່າດ້ວຍການບໍລິຫານ, ແລະ ບັນດາຂົງເຂດການຮ່ວມມືຕ່າງໆຕາມຄວາມຮຽກຮ້ອງຂອງກົມປະເມີນຜົນ ແລະ ພັດທະນາລັດຖະກອນຂອງກະຊວງພາຍໃນລາວ, ເໝາະສົມກັບກຳລັງຄວາມສາມາດໃນການບຳລຸງສ້າງຂອງມະຫາວິທະຍາໄລ ພາຍໃນ ຮ່າໂນ້ຍ. ໄປຄຽງຄູ່ກັບຫຼັກສູດການຮຽນຫຼັກ, ບັນດານັກສຳມະນາກອນຂອງປະເທດລາວຍັງໄດ້ເຂົ້າຮ່ວມບັນດາກິດຈະກຳນອກຫຼັກສູດຕ່າງໆຄື: ພົບປະແລກປ່ຽນສິລະປະ, ແຂ່ງຂັນກິລາມິດຕະພາບກັບຄູ່ອາຈານ ມະຫາວິທະຍາໄລ, ຢ້ຽມຢາມສະຖານທີ່ຕ່າງໆຢູ່ຫວຽດນາມ, ແລະ ຊອກຮູ້ວັດທະນະທຳ ແລະ ຊາວ ຫວຽດນາມ. ການກິນຢູ່, ການໄປມາຂອງ ນັກສຳມະນາກອນລາວຈະໄດ້ຮັບການກະກຽມຢ່າງປອດໄພ, ລອບຄອບຖີ່ຖ້ວນຈາກມະຫາວິທະຍາໄລ. ດັ່ງທີ່ກ່າວມາຂ້າງເທິງແມ່ນບັນດາຂໍ້ມູນພື້ນຖານກ່ຽວກັບບົດບັນທຶກຊ່ວຍຈຳວ່າດ້ວຍການສຶກສາ, ບຳລຸງສ້າງ ແລະ ຄົ້ນຄ້ວາລະຫວ່າງ ມະຫາວິທະຍາໄລພາຍໃນ ຮ່າໂນ້ຍ (ກະຊວງພາຍໃນ ຫວຽດນາມ) ແລະ ກົມປະເມີນຜົນ ແລະ ການພັດທະນາລັດຖະກອນ (ກະຊວງພາຍໃນລາວ), ຫວັງວ່າເພື່ອນຈະມີຄວາມພໍໃຈ.

ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ