​ຜູ້​ຟັງ​ຜູ້ອ​່ານ​ຢາກ​ຮູ້​ແຈ້ງຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ​ຢາມ ຝູກວັກ

(VOVWORLD) - ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້, ຖ້າມີຄວາມຈຳເປັນ, ຈະດັດປັບເວລາປະຕິບັດໃຫ້ເໝາະສົມ, ໂດຍອີງໃສ່ເງື່ອນໄຂຕົວຈິງ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ມີຜູ້ຟັງ ຜູ້ອ່ານລາວ ຫຼາຍຄົນຄື: ເພື່ອນ ອາເລັກ ວົງສາ, ເພື່ອນ ອະລຸນ ສາວັນນາ ພວມດຳລົງຊິວິດຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ພິສຸດາ ພວມດຳລົງຊີວິດຢູ່ແຂວງ ຫຼວງນ້ຳທາ, ເພື່ອນ ບຸດທິດາ ຢູ່ແຂວງ ຫົວພັນ… ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ຜ່ານແຫຼ່ງຂ່າວຈາກ VOV ພວກຂ້າພະເຈົ້າໄດ້ຮູ້ວ່າ ທ່ານພົນເອກ ຟຸ່ງກວາງແທັງ ໄດ້ຈາກໄປໃນວັນທີ 11 ກັນຍາ 2021. ບັນດາທ່ານຜູ້ຟັງ ຜູ້ອ່ານໄດ້ແບ່ງປັນວ່າ: ການຈາກໄປຂອງ ທ່ານພົນເອກ ຟຸ່ງກວາງແທັງ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານ. ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ໄດ້ເສຍເພື່ອນຜູ້ໜຶ່ງ, ທີ່ເປັນເພື່ອນມິດສະຫາຍຜູ້ໃກ້ຊິດສະໜິດແໜ້ນ, ມີການປະກອບສ່ວນສຳຄັນຫຼາຍຢ່າງ ໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ. ນະທີ່ນີ້ ທ່ານຜູ້ຟັງຜູ້ອ່ານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານພົນເອກ ຟຸ່ງກວ່າງແທັງ ດ້ວຍ.

​ຜູ້​ຟັງ​ຜູ້ອ​່ານ​ຢາກ​ຮູ້​ແຈ້ງຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ​ຢາມ ຝູກວັກ - ảnh 1(ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້)

ເພື່ອນ ດາວອນ ທັນທະບຸນ, ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບສະຖານທີ່ທ່ອງທ່ຽວ ຝູກວັກ ຂອງຫວຽດນາມ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໃນເດືອນ ຕຸລາ 2021. ຂ້າພະເຈົ້າຢາກຮູ້ຢ່າງຈະແຈ້ງຕື່ມກ່ຽວກັບຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ ຝູກວັກ ໃນໄລຍະດັ່ງກ່າວ?

        ເພື່ອນ ດາວອນ ທັນທະບຸນ ທີ່ຮັກແພງ, ຄາດວ່າ ຂະແໜງທ່ອງທ່ຽວຫວຽດນາມ ຈະກັບມາຟົດຟື້ນຄືນໃໝ່ ເມື່ອໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວມາທ່ຽວຢູ່  ຝູກວັກ. ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຫັນດີໂດຍພື້ນຖານ ກ່ຽວກັບຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ວ່າດ້ວຍແຜນການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາທ່ຽວຢູ່ຝູກວັກ. ປະຈຸບັນ, ແຜນການໄດ້ສ້າງຂຶ້ນແລ້ວ, ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້, ຖ້າມີຄວາມຈຳເປັນ, ຈະດັດປັບເວລາປະຕິບັດໃຫ້ເໝາະສົມ, ໂດຍອີງໃສ່ເງື່ອນໄຂຕົວຈິງ.

        ເປົ້າໝາຍໄດ້ຮັບການທົດລອງແມ່ນນັກທ່ອງທ່ຽວສາກົນ ເຊິ່ງມີເງື່ອນໄຂຄື: ມີໃບຢັ້ງຢືນສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ, ເວລາສັກວັກຊິນເຂັມທີ 2 ຢ່າງໜ້ອຍສຸດ ແມ່ນ 14 ວັນ ແລະ ບໍ່ເກີນ 12 ເດືອນໄລ່ຮອດເວລາທີ່ເຂົ້າເມືອງມາ ຫຼື ມີໃບຢັ້ງຢືນວ່າໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ; ເວລາອອກໂຮງໝໍຮອດເວລາເຂົ້າເມືອງບໍ່ເກີນ 12 ເດືອນ; ນັກທ່ອງທ່ຽວມີໃບຢັ້ງຢືນກວດເຊື້ອ SARS-CoV-2 ເປັນຜົນເປັນລົບດ້ວຍວິທີວິໄຈທາງ RT-PCR ຫຼື RT-LAMP ໃນເວລາ 72 ຊົ່ວໂມງກ່ອນທີ່ອອກເມືອງ.

        ຄາດວ່າ, ການທົດລອງໃນເວລາ 6 ເດືອນນັ້ນ, ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວສາກົນໄດ້ປະມານ 25.000-45.000 ເທື່ອຄົນ. ເປົ້າໝາຍທົດລອງຄັ້ງນີ້ ພຽງແຕ່ນຳໃຊ້ສຳລັບນັກທ່ອງທ່ຽວທີ່ຈົດທະບຽນຕາມລາຍການທ່ອງທ່ຽວຄົບຊຸດ ໂດຍບໍລິສັດທ່ອງທ່ຽວຈັດຂຶ້ນເທົ່ານັ້ນ, ບໍ່ໄດ້ນຳໃຊ້ສຳລັບຜູ້ເຂົ້າເມືອງດ້ວຍຈຸດປະສົງອື່ນ.

 
​ຜູ້​ຟັງ​ຜູ້ອ​່ານ​ຢາກ​ຮູ້​ແຈ້ງຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ​ຢາມ ຝູກວັກ - ảnh 2 ວັນບຸນໄຫວ້ພະຈັນ ແມ່ນບຸນຂອງເດັກ ຫຼື ຍັງເອີ້ນວ່າ “ບຸນຊົມດວງຈັນ”
(ພາບປະກອບອີນເຕີແນັດ)

ເພື່ອນ ດວງຕາວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກຮູ້ກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນຂອງຫວຽດນາມ.

        ເພື່ອນ ດວງຕາວັນ ທີ່ຮັກແພງ, ວັນບຸນໄຫວ້ພະຈັນ (ວັນທີ 15 ເດືອນ 8 ໄລ່ຕາມຈັນທະປະຕິທິນ). ນີ້ແມ່ນບຸນຂອງເດັກ ຫຼື ຍັງເອີ້ນວ່າ “ບຸນຊົມດວງຈັນ”. ເດັກນ້ອຍລໍຄອຍວັນບຸນນີ້ທີ່ສຸດ ຍ້ອນວ່າຈະໄດ້ຮັບເຄື່ອງຫຼີ້ນຈາກຜູ້ໃຫຍ່ ເປັນຕົ້ນແມ່ນ ໂຄມໄຟຮູບດວງດາວ, ໜ້າກາກ, ໂຄມໄຟເລື່ອນ… ເຂົ້າໜົມຫຼາຍຊະະນິດ. ໃນວັນບຸນນີ້, ເຂົາເຈົ້າໄດ້ຈັດພາເຂົ້າໜົມ, ໝາກໄມ້ເພື່ອຮັບຊົມດວງຈັນ. ຈຸດເວລາດວງຈັນຂຶ້ນສູງ, ພວກເດັກຈະຮ້ອງເພງ  ແລະ ກິນເຂົ້າໜົມໄປພ້ອມ. ຢູ່ບາງແຫ່ງ, ເຂົາເຈົ້າຍັງຈັດການຟ້ອນສິງໂຕ ເພື່ອໃຫ້ພວກເດັກໄດ້ລະຫຼີ້ນມ່ວນຊື່ນ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ເປັນພໍ່, ເປັນແມ່ສະແດງຄວາມຮັກຕໍ່ລູກຂອງຕົນ, ຊ່ວຍໃຫ້ຄອບຄົວມີຄວາມໃກ້ຊິດກັນຫຼາຍກວ່າ.

        ນອກນັ້ນ, ວັນບຸນໄຫວ້ພະຈັນຍັງ ແມ່ນໂອກາດເພື່ອໃຫ້ຫຼາຍຄົນຄົ້ນຄິດກ່ຽວກັບລະດູການເກັບກ່ຽວ ແລະ ຊາຕະກຳຂອງຊາດອີກ. ຖ້າຫາກວ່າ ດວງຈັນມີສີເຫຼືອງ ປີນັ້ນລະດູການເກັບກ່ຽວ ຈະໄດ້ຮັບຜົນດີ, ຖ້າດວງຈັນເປັນສີຂຽວເຂັ້ມ ຫຼື ຈາງນັ້ນ ແມ່ນຈະເກີດໄພທຳມະຊາດ ແລະ ຖ້າຫາກດວງຈັນມີສີສົ້ມໃສແຈ້ງ ປະເທດຊາດກໍ່ຈະ ຈະຮຸ່ງເຮືອງ ສະຫງົບສຸກ. ວັນບຸນໄຫວ້ພະຈັນປີນີ້, ປະຊາຊົນຢູ່ຫຼາຍແຂວງ, ນະຄອນຍັງສືບຕໍ່ປະຕິບັດບັນດາຂໍ້ກຳນົດຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ.

        ເພື່ອນ ແກ້ວສະຫວາດ ນັກສຶກສາລາວ ພວມຮ່ຳຮຽນຢູ່ຫວຽດນາມ ແບ່ງປັນວ່າ, ຂ້າພະເຈົ້າໄດ້ຕິດຕາມ, ອ່ານຂ່າວ/ບົດພາສາລາວ ແລະ ຮັບຟັງວິທະຍຸພາກພາສາອັງກິດ 24/7 ທາງເວັບໄຊ VOV5 ເປັນປະຈຳ. ຜ່ານນີ້ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຫວຽດນາມ ແລະ ໄດ້ຊ່ວຍໃຫ້ຂ້າພະເຈົ້າຫຼາຍຢ່າງໃນການຮ່ຳຮຽນ. ນອກນັ້ນ, ຂ້າພະເຈົ້າກໍ່ຂໍຊົມເຊີຍໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19. ໃນໄລຍະເກີດໂລກລະບາດນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ນ້ຳໃຈຂອງຊາວຫວຽດນາມ ທີ່ມີຕໍ່ກັນ ແລະ ມີຕໍ່ຊາວຕ່າງປະເທດຄືຂ້າພະເຈົ້າ. ຂ້າພະເຈົ້າຂໍອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບເຂັ້ມແຂງໃນພາຍພາກໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ