ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ.

(VOVWORLD) -   ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ທ່ານຜູ້ຟັງທີ່ຮັກແພງ, ໃນອາທິດຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງຫວຽດນາມ - ລາວ ຖືກຈັດຂຶ້ນ ແລະກໍ່ ມີທ່ານຜູ້ຟັງຫຼາຍຄົນມີຄວາມສົນໃຈ ແລະ ໄດ້ສົ່ງຈົດໝາຍເຖິງລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າ ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. - ảnh 1ທິມຊາດບາດເຕະຫວຽດນາມ3  1 ປະຕູ ທິມຊາດບານເຕະອິນໂດເນເຊຍ 

        ໃນອາທິດຜ່ານມາ, ມີຜູ້ຟັງຫຼາຍຄົນໄດ້ສົ່ງຂໍ້ຄວາມ, ໂທມາຫາລາຍການອວຍພອນທິມຊາດບານເຕະຫວຽດນາມທີ່ໄດ້ຊະນະທິມຊາດບານເຕະ ມາເລເຊຍ ແລະ ອິນໂດເນເຊຍ ໃນການແຂ່ງຂັນໃນອາທິດຜ່ານມາ. ກ່່ອນອື່ນໝົດ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ລາຍການພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ສົ່ງຄໍາອວຍພອນ ໄຊຊະນະ ຂອງທິມຊາດບາດເຕະຫວຽດນາມຊຸດໃຫຍ່ 1 0 ປະຕູຕໍ່ທິມຊາດມາເລເຊຍ ແລະ 3 1 ປະຕູ ທິມຊາດບານເຕະອິນໂດເນເຊຍພວກຂ້າພະເຈົ້າ ຫວັງວ່າ, ທ່ານຜູ້ຟັງ ຈະສືບຕໍ່ເຊຍ ແລະ ໃຫ້ກໍາລັງໃຈຕໍ່ທິມຊາດບານເຕະຫວຽດນາມ ແລະ ຕິດຕາມການຖ່າຍທອດສົດບັນດາການແຂ່ງຂັນນັດຕໍ່ໆໄປ ໃນເວັບໄຊ vovwolrd.vn.

        ທ່ານຜູ້ຟັງທີ່ເຄົາລົບ ແລະ ຮັກແພງ! ອາທິດຜ່ານມາ, ສະຖານກົງສູນຫວຽດນາມ ປະຈໍາ ແຂວງຈໍາປາສັກ, ປະເທດລາວ ໄດ້ສົມທົບກັບທ້ອງຖ່ິນແຫ່ງຕ່າງໆ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນຂະແໜງການທ່ອງທ່ຽວ ລະຫວ່າງ 3 ແຂວງ ທາງພາກໃຕ້ລາວ ເຊິ່ງລວມມີ ອັດຕະປື, ເຊກອງ, ສາລະວັນ ກັບ 4 ແຂວງທາງພາກກາງ ຫວຽດນາມ ຄື ດ່າໜັງ, ເທື່ອທຽນ-ເຫວ້, ກອນຕຸມ ແລະ ບິ່ງດີ້ງ. ເຫດການດັ່ງກ່າວ ໄດ້ເຮັດໃຫ້ເພື່ອນໜຸ່ມລາວຫຼາຍຄົນຢາກຮູ້ຢາກເຫັນ ແລະ ຢາກຄົ້ນຫາກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ 4 ແຂວງທາງພາກກາງຫວຽດນາມ, ໃນນັ້ນມີເພື່ອນ ຈັນສະໝອນ ຢູ່ແຂວງ ອັດຕະປື. ລາວ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າເຄີຍໄປທ່ອງທ່ຽວຢູ່ດ່າໜັງ ແລະ ເຫັນວ່າ ນັ້ນແມ່ນນະຄອນທີ່ສວຍງາມແທ້ໆ. ຂ້າພະເຈົ້າກໍເຄີຍໄດ້ຍິນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ເທື່ອທຽນເຫວ້ ແລະ ກອນຕຸມ ແລ້ວ, ແຕ່ ແຂວງບິ່ງດີ້ງ ແມ່ນບໍ່ຮູ້ຈັກບ່ອນເລີຍ. ສະນັ້ນ, ຂ້າພະເຈົ້າ ຢາກຮູ້ວ່າຢູ່ແຂວງ ບິ່ງດິ້ງ ມີສະຖານທ່ອງທ່ຽວທີ່ອັນຈັບອົກຈັບໃຈໃດແດ່”.

        ເພື່ອນ ຈັນສະໝອນ ທີ່ຮັກແພງ! ບິ່ງດິ້ງ ແມ່ນແຂວງໜຶ່ງທີ່ສວຍງາມ ມີສະຖານທີ່ທ່ອງທ່ຽວແຫ່ງຕ່າງໆປະມານ 30 ແຫ່ງ. ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນໍາໃຫ້ເພື່ອນ ພ້ອມດ້ວຍທ່ານຜູ້ຟັງ ສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈບາງແຫ່ງຢູ່ບິ່ງດີ້ງ.

        ທາດຄູ່ ຫຼື ຍັງເອີ້ນວ່າ ທາດຄູ່ ຮຶງແທ້ງ ແມ່ນກິດຈະກໍາໜຶ່ງທີ່ສວຍງາມ ແລະ ເປັນເອກະລັກສະເພະຂອງສິລະປະສະຖາປັດຕະຍາກໍາ ຈໍາປາ ບູຮານ, ເຊິ່ງຕັ້ງຢູ່ໃຈກາງນະຄອນ ກຸຍເຍີນ ສະນັ້ນມີຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຢາມ ແລະ ຊອກຮູ້. ຕາມປະຫວັດສາດແລ້ວ, ທາດຄູ່ ກຸຍເຍີນ ໄດ້ກໍ່ສ້າງມາແຕ່ທ້າຍສະຕະວັດທີ 12 ແລະ ໄດ້ຮັບການຕີລາຄາສູງຈາກວົງການນັກຄົ້ນຄວ້າ ເພາະວ່າ ທາດຄູ່ມີທັງຄວາມເປັນເອກະລັກທາງດ້ານສະຖາປັດຕະຍາກໍາຂອງ ທາດ ຈໍາປາ ຢູ່ແຂວງບິ່ງດີ້ງ, ທັງມີຄວາມເປັນເອກະລັກຂອງສິລະປະ ຂະແມ ໃນສະໄໝ Ancovat – Bayon. ທາດຄູ່ ກຸຍເຍີນ ໄດ້ຮັບການຮັບຮອງວ່າແມ່ນມໍລະດົກລະດັບຊາດແຕ່ປີ 1980.

        ອ່າວ ແອວຢໍ໊ ແມ່ນທັດສະນີຍະພາບທີ່ໂດ່ງດັ່ງ ດ້ວຍຈຸດຄວາມງາມແບບປະຖົມປະຖານ ເປົ່າວ່າງຂອງບິ່ງດີ້ງ ແລະ ອ້ອມຮອບໄປດ້ວຍບັນດາສາຍພູທີ່ມີຮູບຮ່າງຄ້າຍຄືຄັນທະນູທີ່ໃຫຍ່ໂຕມະໂຫຖານ. ຢູ່ຕາມສາຍພູນັ້ນ ມີຖໍ້າແຫ່ງຕ່າງໆຄື ຖໍ້າ ກີ່ກໍ, ຖໍ້າ ບາແງ໊... ອ້ອມຕາມຊ່ອງແຄບທະເລ ແມ່ນທົ່ງຫຍ້າຂຽວອຸ່ມທຸມ. ຕິດຂ້າງກັນນັ້ນແມ່ນ ຫາດຫີນດ໊າແດ໋” ເຊິ່ງເປັນຫາດທີ່ມີຮູບຮ່າງມົນຄືກັບໜ່ວຍໄຂ່ ແລະ ມີຄົບທຸກຂະໜາດທຸກສີ, ອັນໄດ້ສ້າງເປັນຮູບພາບທໍາມະຊາດທີ່ສວຍສົດງົດງາມອີ່ຫຼີ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. - ảnh 2 ແກ້ງຢ໊າງຕຽນຊາ

ແກ້ງຢ໊າງຕຽນຊາ ແມ່ນໜຶ່ງໃນບັນດາຫາດຫີນທີ່ຢູ່ຕໍ່ເນື່ອງກັນ ແລະ ຄົດລ້ຽວໂງເງໄປຕາມຮ່ອມພູຊວັນເວິນ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ຊາດບໍ່ໄດ້ ສໍາລັບໄວໜຸ່ມເມື່ອມາ ບິ່ງດີ້ງ. ທັດສະນີຍະພາບທໍາມະຊາດຢູ່ທີ່ນີ້ ແມ່ນສວຍງາມດັ່ງໃນຝັນ ເຮັດໃຫ້ຜູ້ໃດມາແລ້ວກໍມີຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້.

ສະຖານທີ່ທີ 4 ແມ່ນເຂດ ຊານນະຄອນ ຈູງເລືອງ ເຊິ່ງຫ່າງຈາກນະຄອນກຸຍເຍີນໄປ ປະມານ 30 ກິໂລແມັດ. ເມື່ອຫາກໍມາຮອດສະຖານທີ່ແຫ່ງນີ້, ພວກເພື່ອນຈະເຫັນບັນດາພັດຕະຄານທີ່ໄດ້ຕົບແຕ່ງຢ່າງກົມກຽວ. ຢູ່ທີ່ນີ້, ພວກເພື່ອນ ສາມາດຮັບປະທານອາຫານເຍື່ອງຕ່າງໆທີ່ເຂັ້ມຂຸ້ນໄປດ້ວຍລົດຊາດຂອງທະເລ ຄື ກຸ້ງ, ປາ, ປູ... ໂດຍຊາວປະມົງຢູ່ແຫ່ງນີ້ ຫາມາໃໝ່ໆສົດໆ. ນອກຈາກນັ້ນ ຍັງມີເຂດລະຫຼີ້ນຢູ່ທົ່ງຫຍ້າຂຽວ, ເຊິ່ງເປັນບ່່ອນທີີ່ມີຕັ່ງນັ່ງຕັ້ງຢູ່ເປັນແຖວດ້ວຍສີສັນຫຼາກຫຼາຍ ແລະ ບັນດາຕູບບແຫ່ງນ້ອຍ ມຸ່ງໜ້າອອກສູ່ທະເລ. ຢູ່ທີ່ນີ້ ພວກເຮົາສາມາດ ຮັບຊົມຄວາມງາມຂອງຫາດຊາຍທະເລ ຈູງເລືອງ ທີ່ມີຄວາມງາມແບບປະຖົມປະຖານ.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບບາງ​ຄໍາ​ຖາມ ​ເ​ຊິ່ງທ່ານ​ຜູ້​ຟັງ ​ໄດ້ຝາ​ກມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. - ảnh 3 ຄະນະຈັດຕັ້ງໄດ້ເລືອກເອົາ 6 ໃນຈໍານວນ 42 ທິມ ດີເລີດ ເຂົ້າແຂ່ງຂັນຢູ່ຮອບຊິງຊະນະເລີດ

   ເພື່ອນ ດາລາວັນ ນັກສຶກສາ ຮຽນຢູ່ພາກວິຊາ ພາສາຫວຽດ, ມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັກບຸກມາຍັງລາຍການ ໂດຍຖາມວ່າ: ໃນຮອບຄັດເລືອກນັກສຶກສາລາວ ແຂ່ງບັນລະຍາຍພາສາ ຫວຽດ ຢູ່ທາງພາກເໜືອຫວຽດນາມ ທີ່ໄດ້ດໍາເນີນໃນວັນທີ 11 ຕຸລາຜ່ານມາ ຢູ່ຮ່າໂນ້ຍນັ້ນ, ມີທິມໃດແດ່ ໄດ້ເຂົ້າຮອບຊີງຊະນະເລີດ?

        ເພື່ອນ ດາລາວັນ ທີ່ ຮັກແພງ! ຢູ່ຮອບຄັດເລືອກ ນັກສຶກສາລາວແຂ່ງບັນລະຍາຍດ້ວຍພາສາຫວຽດ ຢູ່ພາກເໜືອຫວຽດນາມ ເຊິ່ງດໍາເນີນໃນວັນທີ 11 ຕຸລາ ຜ່ານມາ ດ້ວຍຫົວຂໍ້ “ຫວຽດນາມ ປະເທດ ທີ່ຂ້ອຍຮັກ” ນັ້ນ, ຄະນະຈັດຕັ້ງໄດ້ເລືອກເອົາ 6 ໃນຈໍານວນ 42 ທິມ ດີເລີດ ເຂົ້າແຂ່ງຂັນຢູ່ຮອບຊິງຊະນະເລີດ ເຊິ່ງລວມມີ 2 ທິມຄວ້າໄດ້ລາງວັນທີ 1 ນັ້ນແມ່ນ ສະຖາບັນການຕ່າງປະເທດ ແລະ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລ ຖ໊າຍງວຽນ; 4 ທິມຍາດໄດ້ລາງວັນທີ 2 ລວມມີ: ມະຫາວິທະຍາໄລເຕັກນິກອຸດສາຫະກໍາ - ມະຫາວິທະຍາໄລຖ໊າຍງວຽນ; ມະຫາວິທະຍາໄລ ຄົມມະນາຄົມຂົນສົ່ງ; ມະຫາວິທະຍາໄລການຄ້າຕ່າງປະເທດ ແລະ ມະຫາວິທະຍາໄລອຸດສາຫະກໍາ ກວ໋າງນິງ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ