(VOVWORLD) - ພິທີໄຂງານວາງສະແດງ - ງານຕະຫຼາດນັດ ຄາດວ່າຈະຈັດຂຶ້ນໃນເວລາ 9 ໂມງຂອງວັນທີ 20 ພະຈິກ, ຢູ່ສູນກອງປະຊຸມ ແລະ ວາງສະແດງສາກົນ (ລາວ- Itecc).
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 468 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມປະທັບໃຈພິເສດຕໍ່ຂໍ້ມູນຂ່າວທີ່ຕັ້ງໜ້າສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຍັງຮັກສາຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງສູງທີ່ສຸດຕໍ່ການພັດທະນາເສດຖະກິດ, ຈິດໃຈ startup ພ້ອມກັບບັນດາແນວຄວາມຄິດໃໝ່, ມຸ່ງໄປເຖິງການສ້າງບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ “ຜະລິດຢູ່ ຫວຽດນາມ” ໃຫ້ສຳເລັດ ແລະ ມີຄຸນນະພາບທີ່ດີທີ່ສຸດ.
ທີ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025
(ພາບ: nhandan.vn)
|
ເພື່ອນ ຄຳສີ, ນັກສຶກສາໂຮງຮຽນຄົມມະນາຄົມຂົນສົ່ງ ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາທາງ Facebook ສະແດງຄວາມຮູ້ສຶກພາຍຫຼັງເຂົ້າຮ່ວມງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ວ່່າ: “ຂ້າພະເຈົ້າບໍ່ເຄີຍເຂົ້າຮ່ວມງານຕະຫຼາດນັດຄືແນວນີ້. ແຕ່ເມື່ອໄດ້ເຫັນປະຈັກຕາ, ຂ້າພະເຈົ້າຈຶ່ງຮູ້ວ່າ ຫວຽດນາມ ມີຫຼາຍເຍື່ອງອາຫານທີ່ເປັນເອກະລັກສະເພາະຄືແນວນັ້ນ ແລະ ໄດ້ໂຄສະນາຕາມຫຼາຍຮູບແບບທີ່ແຕກຕ່າງກັນ. ນີ້ແມ່ນງານຕະຫຼາດນັດຊ່ວຍໃຫ້ຂ້າພະເຈົ້າເປີດກວ້າງຄວາມຮູ້ຂອງຕົນກ່ຽວກັບ ຫວຽດນາມ”.
ສ່ວນເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ໂດຍໃຫ້ຮູ້ວ່າ: “ເຖິງວ່າບໍ່ເຄີຍໄປ ຫວຽດນາມ ຈັກເທື່ອ, ແຕ່ເມື່ອໄດ້ເບິ່ງຂ່າວກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ທີ່ໄດ້ເອົາລົງໃນເວັບໄຊຂອງ VOVWorld ນັ້ນ, ບັນດາພາບຖ່າຍຮ້ານວາງສະແດງຂອງໝູ່ບ້ານອາຊີບໄດ້ດຶງດູດຄວາມສົນໃຈຂອງຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າຈະໄດ້ໄປເຫັນປະຈັກຕາ”.
ລາຍການກະຈາຍສຽງ ພາກພາສາ ລາວ, VOV5 ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໃຫ້ຄວາມສົນໃຈ ແລະ ສົ່ງຄຳແບ່ງປັນແນວຄວາມຄິດຂອງຕົນກ່ຽວກັບ ຫວຽດນາມ ມາຍັງລາຍການ. ຫວັງວ່າ ໃນໄລຍະຈະມາເຖິງ, ທາງລາຍການຈະສືບຕໍ່ໄດ້ຮັບຄຳແບ່ງປັນ, ກໍຄືຄວາມພ້ອມທີ່ຈະຕອບບັນດາຄຳຖາມກ່ຽວກັບ ຫວຽດນາມ ທີ່ທ່ານຜູ້ຟັງມີຄວາມສົນໃຈ.
ຕໍ່ໄປນີ້, ລາຍການໂອ້ລົມກັບເພື່ອນລາວ ຈະຕອບຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ຄຳປະສົງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຢາກຮູ້ວ່າ ໃນ 2 ເດືອນທ້າຍປີ 2025 ນີ້, ຫວຽດນາມ ແລະ ລາວ ຈະຈັດງານຕະຫຼາດນັດໃດຢູ່ ລາວ ບໍ່?
ເພື່ອນ ຄຳປະສົງ ທີ່ຮັກແພງ, ຕາມຂໍ້ມູນເຊິ່ງຝ່າຍ ຫວຽດນາມ ໄດ້ເອົາລົງໃນສື່ເອເລັກໂຕນິກ, ວາລະສານຈຳນວນໜຶ່ງນັ້ນ, ແຕ່ວັນທີ 20 – 23 ພະຈິກ 2025, ຢູ່ນະຄອນຫຼວງ ວຽງຈັນ, ຈະຈັດງານຕະຫຼາດນັດເຊື່ອມຕໍ່ການແລກປ່ຽນການຄ້າ ແລະ ໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ - ລາວ 2025. ງານຕະຫຼາດນັດແມ່ນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການ, ວິສາຫະກິດຂອງ 2 ປະເທດເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ຊຸກຍູ້ການຮ່ວມມືໃນການດຳເນີນທຸລະກິດ; ໜູນຊ່ວຍບັນດາວິສາຫະກິດຍູ້ແຮງການຮ່ວມສຳພັນ, ເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີ ແລະ ສົ່ງອອກຜະລິດຕະພັນ, ການບໍລິການເຂົ້າຕະຫຼາດ ລາວ ແລະ ບັນດາປະເທດ ອາຊຽນ.
ພິທີໄຂງານວາງສະແດງ - ງານຕະຫຼາດນັດ ຄາດວ່າຈະຈັດຂຶ້ນໃນເວລາ 9 ໂມງຂອງວັນທີ 20 ພະຈິກ, ຢູ່ສູນກອງປະຊຸມ ແລະ ວາງສະແດງສາກົນ (ລາວ- Itecc), ລວມມີ: ເຂດວາງສະແດງ, ໂຄສະນາພາບພົດຈຳນວນໜຶ່ງກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງລັດ, ປະຊາຊົນ ແລະ ກອງທັບ ຫວຽດນາມ - ລາວ. ເຂດງານຕະຫຼາດນັດຂອງບັນດາວິສາຫະກິດ ຫວຽດນາມ, ຄາດວ່າຈະມີຮ້ານວາງສະແດງແຕ່ 100 – 120 ຮ້ານ, ໂຄສະນາບັນດາຜະລິດຕະພັນ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ໄຟຟ້າ - ເອເລັກໂຕນິກ, ຕົ້ນໄມ້ອຸດສາຫະກຳ… ເຂດງານຕະຫຼາດນັດຂອງບັນດາວິສາຫະກິດ ລາວ ແລະ ວິສາຫະກິດຕ່າງປະເທດຈຳນວນໜຶ່ງ.
ເພື່ອນ ຈັນແສງ, ນັກຝຶກງານ ລາວ ພວມຮ່ຳຮຽນຢູ່ສະຖາບັນຊົນເຜົ່າ, ຮ່າໂນ້ຍ ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບຊຸດເສື້ອຍາວ ຫວຽດນາມ. ເພື່ອນຢາກຮູ້ວ່າ ໃນໄລຍະຈະມາເຖິງຈະມີເຫດການ ຫຼື ງານວາງສະແດງກ່ຽວກັບຊຸດເສື້ອຍາວບໍ່?
ເພື່ອນ ຈັນແສງ ທີ່ຮັກແພງ, ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2025 ແມ່ນເພື່ອມຸ່ງໄປເຖິງເປົ້າໝາຍພັດທະນາ, ໂຄສະນາການທ່ອງທ່ຽວ ຮ່າໂນ້ຍ ເວົ້າສະເພາະ, ຫວຽດນາມ ເວົ້າລວມ. ຜ່ານນັ້ນ, ເຫດການກໍ່ຈະປະກອບສ່ວນເຊີດຊູຊຸດເສື້ອຍາວທີ່ເປັນມູນເຊື້ອ, ນຳຊຸດເສື້ອຍາວ ຫວຽດນາມ ບໍ່ພຽງແຕ່ແມ່ນ “ທູດວັດທະນະທຳ” ເທົ່ານັ້ນ, ຫາກຍັງກາຍເປັນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ ອີກດ້ວຍ. ນີ້ແມ່ນຂໍ້ມູນທີ່ການປະຊຸມຖະແຫຼງຂ່າວຂອງພະແນກທ່ອງທ່ຽວ ຮ່າໂນ້ຍ ແຈ້ງອອກສູ່ມະຫາຊົນ. ໃນຕະຫຼອດເວລາຈັດເຫດການ, ຈະແນະນຳເຖິງຜູ້ຊົມກ່ຽວກັບບັນດາຊຸດເສື້ອຍາວ, ເຄື່ອງປະດັບ ພ້ອມກັບຜະລິດຕະພັນຫັດຖະກຳ ທີ່ມາຈາກບັນດານັກອອກແບບມີຊື່ສຽງຂອງທັງ 3 ພາກເໜືອ - ພາກກາງ - ພາກໃຕ້. ໄປພ້ອມກັນນັ້ນ ກໍ່ແມ່ນການຈັດຫຼາຍການເຄື່ອນໄຫວທີ່ດຶງດູດໃຈ, ຄື: ການສະແດງຊຸດເສື້ອຍາວຂອງເດັກ, ນຸ່ງຊຸດເສື້ອຍາວຍ່າງອ້ອມໜອງ ຮວ່ານກຽມ… ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2025 ຈະຈັດຂຶ້ນແຕ່ວັນທີ 07 – 09 ພະຈິກ, ຢູ່ຫໍພິພິຕະພັນ ຮ່າໂນ້ຍ.