“ງານມະໂຫລານເດັກນ້ອຍອາຊຽນ ປີ 2016"

ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ​ຫຼາຍ​ສະບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ​ໃນ​ນັ້ນ, ​ຜູ້​ຟັງ, ຜູ້​ອ່ານ​ຫຼາຍ​ທ່ານ​ໄດ້​ມີ​ຄວາມ​ສົນ​ໃຈ​ພິ​ເສດ​​ເຖິງ​ເນື້ອ​ໃນບັນດາບົດ​ຂຽນ, ພາບ​ສາລະ​ຄະດີ, ລາຍການ​ເພງ… ທີ່​ໄດ້​ອອກ​ອາກາດ​ໃນ​ອາທິ​ດ. ​ໃນ​ລາຍການ​ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ​ຂອງ​ທ່ານ​ຜູ້​ຟັງ​ບາງ​ທ່ານ. ​

        ​ເພື​່ອນ ເພັດລີສອນ ຈັນທະວົງ, ໜັງສືພິມ​ເສດຖະກິດ - ການ​ຄ້າ, ກະຊວງ​ອຸດສາຫະກຳ, ການ​ຄ້າ​ລາວ ​ໄດ້​ຝາກ ອີ​ແມວ​ເຖິງ​ລາຍການ​ດ​້ວຍ​ເນື້ອ​ໃນ​ວ່າ: “ຂ້າພະເຈົ້າ, ເຮັດວຽກກ່ຽວກັບສື່ສານມ່ວນຊົນ ຫຼື ນັກຂ່າວສັງກັດຢູ່ລັດວິສາຫະກິດ ກະຊວງອຸດສາຫະກໍາ - ການຄ້າ ເປັນໜັງສືພິມ ເສດຖະກິດ - ການຄ້າ ມີຢູ່ 3 ພາກຄື: ພາກເສດຖະກິດທົ່ວໄປ, ພາກທຸລະກິດ ແລະ ພາກຊີວິດສັງຄົມ ຂ້າພະເຈົ້າຮັບຜິດຊອບຄໍລໍາວັດທະນະທໍາ ເພື່ອເປັນການສະດວກ ແລກປ່ຽນບົດຮຽນນໍາກັນ ແລະ ການຕິດຕໍ່ຂໍ້ມູນ ໄດ້ບໍ່ເນາະ.”

        ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ຍ້ອນ​ທ່ານ ເພັດລີສອນ ຈັນທະວົງ ​ໄດ້​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ບັນດາ​ບົດ​ຂຽນຂອງ​ພວກ​ຂ້າພະ​ເຈົ້າ. ​ທ່ານ​ສາມາດ​ຂຽນ ອີ​ແມວ​ໂດຍ​ກົງ​​ໃຫ້​ພວກ​ຂ້າພະ​ເຈົ້າ​ທີ່ laovov5@gmail.com ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຂອບ​ໃຈ​ຫຼາຍໆ.

“ງານມະໂຫລານເດັກນ້ອຍອາຊຽນ ປີ 2016
ຕົ້ນ atiso

        ທ່ານ ຄຳ​​ເບັ່ງ, ​ແຂວງ ຊຽງຂວາງ ​ໄດ້​ສົ່ງ ອີ​ແມວ ຫາ​ລາຍການ​​ໂດຍ​ຖາມ​ວ່າ: “​ໃນ​ອາທິ​ກ່ອນ, ຂ້າພະ​ເຈົ້າ​ໄດ​້ຮັບ​ຟັງ​​ລາຍການ “ຊົນນະບົດ​ໃໝ່” ​ແນະນຳກ່ຽວກັບ​ການ​ປູກ​ຕົ້ນ atiso ຢູ່ ​ເມືອງ​ຊາ​ປາ. ຂ້າພະ​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ເງື່ອນ​ໄຂ​ການ​ປູກ ​ແລະ ຄຸນ​ປະ​ໂຫຍ​ດຂອງ​ຢາ​ສະ​ໝູນ​ໄພ​ຊະນິດ​ນີ້​ແດ່?”

        ​ເພື່ອນ​ຄຳ​ເບັ່ງ​ ທີ່​ຮັກ​ແພງ, ຕົ້ນ atiso ​ແມ່ນ​ຕົ້ນ​ໄມ້​ຫຼາຍ​ປີ​ທີ່ມີ​ມາຢູ່​ພາກ​​ໃຕ້​ຂອງ ​ເອີ​ລົບ (​ເຂດ​ອ້ອມ​ແອ້ມ​ທະ​ເລ​ເມ​ດີ​ຕາຣາ​ເນ) ​ໂດຍ​ຊາວ ​ເກັຼກເດີມ ​ແລະ ​ໂລ​ມັງ​ເດີມປູກ​ເພື່ອ​​ເອົາ​ດອກ​ເປັນ​ອາຫານ. Atiso ມີ​ຄວາມ​ສູງ​ແຕ່ 1,5 ຫາ 2 ​​ແມັດ, ​ໃບ​​ຍາວ​ແຕ່ 50 – 80 ​cm. ​ໃນ​ເບື້ອງ​ຕົ້ນ, ຕົ້ນ  atiso ຖືກ​ປູກ​ຢູ່​ອ້ອມ​ແອ້ມ Naples ​ໃນ​ກາງ​ສະຕະວັດ​ທີ 15. ປະຈຸ​ບັນ, atiso ​ໄດ້​ປູກ​ຢູ່ ຝຣັ່ງ, ອີ​ຕາ​ລີ, ​ແອດ​ສະ​ປາຍ, ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ ອາ​ເມ​ລິ​ກາລາຕີ​ນ ​ເປັນ​ຕົ້ນ. Atiso ​ໄດ້​ນຳ​ມາປູກ​ຢູ່ ຫວຽດນາມ ​​ແຕ່​ຕົ້ນ​ສະຕະວັດ​ທີ 20, ​ທີ່ໄດ້​ປູກ​ຢູ່ ຊາ​ປາ, ຕາມ​ດ໋າວ ​ແລະ ຫຼາຍທີ່​ສຸດ​ແມ່ນ​ຢູ່ ດ່າ​ລາດ. ມາ​ຮອດ​ປະຈຸ​ບັນ, ຕົ້ນ atiso ​ຖືກປູກຢູ່​​ຫຼາຍ​ແຫ່ງ, ນັບ​ທັງ​ເຂດ​ທົ່ງພຽງ​ຄື​ແຂວງ ຫາຍ​ເຢືອງ. ​​ໃບ​ ​ແລະ ດອກ​ atiso ບໍ່​ພຽງ​ແຕ່​​ໃຊ້​ເພື່ອກິນ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ໃຊ້​ເປັນ​ຢາອີກ​ດ້ວຍ. Atiso ມີ​ຜົນ​ປະ​​ໂຫຍ​ດປິ່ນ​ປົວ​ບັນດາ​ພະຍາດ​ກ່ຽວກັບສາຍ​ເລືອດ​ຕັບບີ ​ແລະ ໝາກ​ໄຄ່​ຫຼັງ. ບັນດາ​ຜະລິດ​ຕະພັນ​ຈາກ Atiso ສາມາດ​ຕາກ ຫຼື ອົບ​​ແຫ້ງ​ກໍ່​ໄດ້.

“ງານມະໂຫລານເດັກນ້ອຍອາຊຽນ ປີ 2016
ພາບປະກອບຈາກVTV

      ​ເພື່ອນ ວິ​ໄລ​ສຸກ, ​ແຂວງ ຫຼວງ​ພະ​ບາງ ​ໄດ້​ຝາກ​ອີ​​ແມວ​ເຖິງ​ລາຍການ​​ໂດຍ​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​​ອ່ານ​ບົດ “ງານມະໂຫລານເດັກນ້ອຍອາຊຽນ ປີ 2016 ການເຄື່ອນໄຫວ ແຫ່ງຄວາມສາມັກຄີມິດຕະພາບ” ​ໃນ​ລາຍການ​ຊາຍ​ຄາ ອາ​ຊຽນ, ງານ​ມະ​ໂຫລານ​ນີ້​ຫາ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ. ຜ່ານ​ບົດ​ຂຽນ​ຂ້າພະ​ເຈົ້າ​ເຫັນ​ວ່າ​ພວກ​ນ້ອງ​ນ້ອຍ​ໄດ​້​ເຂົ້າ​ຮ່ວມ​ ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ແທດ​ຈິງ​ ​ແລະ ມີ​ຜົນ​ປະ​ໂຫຍ​ດຫຼາຍຢ່າງ. ​ໃນ​ຄຳ່​ຄືນ gala ທີ່ຈັດ​ຕັ້ງ​ໃນ​ວັນ​ທີ 1/6, ຄະນະ​ລາວ ກໍ່​ໄດ້​ປະກອບ​ລາຍການ​ຮ້ອງ​ລຳ​ທຳ​ເພງ​ທີ່​ມ່ວນໆ, ສະ​ແດງ​​ໃຫ້​ເຫັນສີສັນທີ່​ເປັນ​ເອກະລັກ​ສະ​ເພາະ​​ຂອງ​ປະ​ເທດດອກ​ຈຳປາ. ​ເຖິງ​ວ່າ​ບໍ່​ໄດ້​ຮັບ​ຊົມ​ໂດຍ​ກົງ​ກໍ່ຕາມ ​ແຕ່​ຜ່ານ​ບົດ​ຂຽນ​ຂອງ​ພວກ​ເພື່ອນ, ຂ​້າພະ​ເຈົ້າ​ຄື​ດັ່ງ​ໄດ້​​ເຈືອ​ຈານ​ເຂົ້າ​ກັບ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ງານ​ບຸນ.  ຂ້າພະ​ເຈົ້າ​ຫວັງ​ວ່າ, ​ເດັກນ້ອຍ​ໃນ​ກຸ່ມ ອາ​ຊຽນ ມີ​ຫຼາຍ​ກາລະ​ໂອກາດ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼິ້ນ​ມີ​ປະ​ໂຫຍ​ດຄື​ແນວ​ນັ້ນ​ກ່ວາ​ອີກ ​ເພື່ອ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ກັນ​ກ່ວາ.”

        ​ເຈົ້າ, ​ເພື່ອນ ວິ​ໄລ​ສຸກ ທີ່​ຮັກ​ແພງ, ງານ​ມະ​ໂຫລານ​​ເດັກນ້ອຍອາຊຽນ ປີ 2016 (ASEAN Children Festival) 2016 ຈັດ​ຕັ້ງ​ຢູ່ຮ່າ​ໂນ້ຍ ​ໃນ​ລະຫວ່າງ​ວັນ​ທີ 28/5 – 2/6/2016. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ​ມາ​ຈາກ 7 ປະ​ເທດ ​ໃນ​ກຸ່ມ​ອາ​ຊຽນ, ມີ​ອາຍຸ​ໃນ​​ເກນ​ອາຍຸ​ແຕ່ 9 – 15 ປີທີ່​ມາ​ຈາກ: ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງ​ກາ​ໂປ, ລາວ ​ແລະ ປະ​ເທດ​ເຈົ້າ​ພາບ ຫວຽດນາມ. ງານ​ມະ​ໂຫລານ​​ເດັກນ້ອຍອາຊຽນ ​ແມ່ນ​ລາຍການ​ຟົດ​ຟື້ນ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ເດັກສາກົນ (1/6) ຢູ່ ຫວຽດນາມ. ລາຍການ​ດັ່ງກ່າວ​​ໂດຍ​ຄະນະ​ຊາວ​ໜຸ່ມ, ​ເຍົາວະ​ຊົນ, ອະນຸຊົນ VTV6 - ​ໂທລະພາບ ຫວຽດນາມ ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຖານທູດບັນດາ​ປະ​ເທດ ອາ​ຊຽນ ປະຈຳ ຫວຽດນາມ, ກອງ​ທຶນ​ຮ່ວມ​ມື ​ແລະ ພັດທະນາ (CDF) ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ວັດທະນະທຳ​ຕາ​ເວັນ​ອອກ​ ຈັດ​ຕັ້ງ. ​ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ festival ​ເດັກນ້ອຍ ອາ​ຊຽນ ​ໄດ້​ຈັດ​ຕັ້ງ ​ແລະ ​ໂດຍ ຫວຽດນາມ ​ເປັນ​ເຈົ້າພາບ​. ​ໂດຍ​​ແມ່ນ​​ເຫດການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ມີ​ລະດັບ​ສາກົນ, ງານ​ມະ​ໂຫລານ​​ເດັກນ້ອຍອາຊຽນ ປີ 2016 ​ໄດ້​ຮັບ​ການຈັດ​ຕັ້ງດ້ວຍ​ການ​ເຄື່ອນ​ໄຫວ​ອຸດົມ​ສົນ​ບູນຫຼາຍ​ຢ່າງ, ສ້າງ​ກາລະ​ໂອກາດ​ໃຫ້​ເດັກນ້ອຍ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ພົບ​ປະ​ແລກປ່ຽນ ​ແລະ ​ເຂົ້າ​ຮ່ວມ​​ພື້ນຖານ​ວັດທະນະທຳ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ. ​ໃນ ງານ​ມະ​ໂຫລານ​​ເດັກນ້ອຍອາຊຽນ ປີ 2016, ​ແຕ່ລະ​ຄະນະ​ເຂົ້າ​ຮ່ວມ​ລ້ວນ​ແຕ່​ກະກຽມ​ບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ເພື່ອ​ສະ​ແດງ​ໃນ​ຄຳ່​ຄື​ນ gala ສິລະ​ປະ​​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 1/6. ຫວັງ​ວ່າ​ງານ​ມະ​​ໂຫລານ​ເດັກນ້ອຍ ອາ​ຊຽນ ຈ​ະ​ໄດ້​ຮັບ​ການຈັດ​ຕັ້ງ​​ເປັນປະຈຳ​​ເພື່ອ​​ສ້າງ​ເງື່ອນ​ໄຂ​ໃຫ​້​ພວກ​ນ້ອຍ​ໃນ​ກຸ່ມ ອາ​ຊຽນ ມີ​ໂອກາດ​ເຂົ້າ​ຮ່ວມ, ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ​ ​ເວົ້າ​ລວມ ​ແລະ ພວກ​ເດັກນ້ອຍ​ໃນ​ກຸ່ມ​ເວົ້າ​ສະ​ເພາະ.

ທ່ານ ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ ໃຫ້ນັບມື້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.






ຂ່າວ/ບົດ​ອື່ນ