ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​​​ໃນ​ຈຳ​ນວນ 473 ຄົນ ມາ​ຈາກ 45 ປະ​ເທດ ແລະ ເຂດ​ແຄວ້ນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ໂດຍມີ​ຄວາມ​ສົນ​ໃຈ ແລະ ຕິດ​ຕາມ​ຂ່າວ, ບົດ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຂອງ​ສອງ​ພັກ.

(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ໃນອາທິດນີ້ທ່າມກາງບັນຍາກາດທີ່ພິເສດ. ປະຊາຊົນ ລາວ ມີຄວາມເບີກບານມ່ວນຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນ ຫວຽດນາມ ພວມກະຕື້ລືລົ້ນຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ. ສຳລັບພວກຂ້າພະເຈົ້າແລ້ວ, ຄວາມມ່ວນຊື່ນນັ້ນຍິ່ງທະວີຄູນຂຶ້ນ ເມື່ອມີທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານໃນຈຳນວນ 473 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍມີຄວາມສົນໃຈ ແລະ ຕິດຕາມຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຂອງສອງພັກ.

 ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ Simon Heinrich ມາຈາກ ເຢຍລະມັນ, ເພື່ອນໄດ້ຂຽນວ່າ “ຂ້າພະເຈົ້າເລີ່ມຟັງລາຍການກະຈາຍສຽງຂອງ VOV ຫາກໍ່ໄດ້ 2 3 ເດືອນ. ຂ້າພະເຈົ້າມີຄວາມຈັບອົກຈັບໃຈຕໍ່ເພງ ຫວຽດນາມ ກໍຄື ປະເທດ ຫວຽດນາມ. ຂ້າພະເຈົ້າ ຈະສືບຕໍ່ຕິດຕາມລາຍການຂອງ VOV, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ”.

ຈົດໝາຍສະບັບຕໍ່ໄປແມ່ນຄຳອວຍພອນຂອງທ່ານຜູ້ຟັງ Shivendu Paul ຢູ່ປະເທດ ອິນເດຍ - ເຊິ່ງເປັນຜູ້ຟັງປະຈຳຂອງ VOV5, ເພື່ອນຂຽນວ່າ “ດີໃຈນຳເດີ ທີ່ທິມບານເຕະຍິງ ຫວຽດນາມ ຖືກຈັດເຂົ້າໃນ Top 5 FIFA ອາຊີ. ຂໍອວຍພອນໃຫ້ ຫວຽດນາມ ຈັດຕັ້ງງານມະຫາກຳກິລາ Sea Games 31  ແລະ  ASEAN Para Games ໃນເດືອນ ທັນວານີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ”.

ໃນອາທິດຜ່ານມາ, ທ່ານຜູ້ຟັງມີຊື່ວ່າ ບຸນຄຳ, ຢູ່ແຂວງ ຄຳມ່ວນ ຂອງລາວ ໄດ້ສົ່ງຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ໂດຍແມ່ນລູກຫຼານຂອງປະເທດ ລ້ານຊ້າງ ແລະ ເຄີຍດຳລົງຊີວິດ, ຮ່ຳຮຽນຢູ່ ຫວຽດນາມ, ຂ້າພະເຈົ້າ ມັກຕິດຕາມ ແລະ ມີຄວາມສົນໃຈຕໍ່ການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກ ປະຊາຊົນປະຕິວັດ ລາວ ໄດ້ສິ້ນສຸດດ້ວຍຜົນສຳເລັດຢ່າງຈົບງາມ ແລະ ວາງອອກຫຼາຍໜ້າທີ່ສຳຄັນ. ສ່ວນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ກໍໃກ້ຈະດຳເນີນ.”

 ກ່ອນອື່ນໝົດ, ພວກຂ້າພະເຂົ້າກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດ ລາວ. ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວ VOV ໄດ້ມີໂອກາດພົບປະກັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະ ແລກປ່ຽນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຂອງສອງພັກ.
ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​​​ໃນ​ຈຳ​ນວນ 473 ຄົນ ມາ​ຈາກ 45 ປະ​ເທດ ແລະ ເຂດ​ແຄວ້ນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ໂດຍມີ​ຄວາມ​ສົນ​ໃຈ ແລະ ຕິດ​ຕາມ​ຂ່າວ, ບົດ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຂອງ​ສອງ​ພັກ.  - ảnh 1ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

ເມື່ອເວົ້າເຖິງວຽກງານກະກຽມບຸກຄະລາກອນໃຫ້ແກ່ເຫດການສຳຄັນນີ້, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕີລາຄາວ່າ:  

 ທ່ານຜູ້ຟັງ ຢ໊າງຈີ໊ຊູ໊ງ (ຈີນ) ໄດ້ສົ່ງຈົດໝາຍມາຫາ VOV5 ດ້ວຍເນື້ອໃນດັ່ງນີ້: “ດັ່ງທີ່ຂ້າພະເຈົ້າໄດ້ຮູ້ມານັ້ນ, ໃນໄລຍະປົກຄອງ ຫວຽດນາມ, ພວກລ່າເມືອງຂຶ້ນ ຝລັ່ງ ໄດ້ສ້າງສຳນັກງານອຳນາດການປົກຄອງ ອິນດູຈີນ, ປັດຈຸບັນ ເອີ້ນວ່າ ທຳນຽບປະທານປະເທດ ເຊິ່ງເປັນບ່ອນເຮັດວຽກຂອງການນຳ ຫວຽດນາມ ຫຼາຍລຸ້ນຄົນ ແລະ ປະທານໂຮ່ຈີມິນ ກໍ່ໄດ້ເຮັດວຽກຢູ່ທີ່ນີ້ເປັນເວລາຍາວນານພໍສົມຄວນ ແມ່ນບໍ? ຂ້າພະເຈົ້າຢາກໃຫ້ທາງລາຍການ ແນະນຳກ່ຽວກັບສະຖານທີ່ແຫ່ງນີ້ຕື່ມອີກແດ່?” ທ່ານຜູ້ຟັງທີ່ຮັກແພງ! ເມື່ອຖືກຖາມກ່ຽວກັບ ທັດສະນີຍະພາບ ແລະ ສະຖານທີ່ທ່ອງທ່ຽວ ຢູ່ຮ່າໂນ້ຍ, ມີຄົນລາວ ຫຼາຍຄົນ ໄດ້ຕອບກັບພວກຂ້າພະເຈົ້າວ່າ: “ເມື່ອມາຮ່າໂນ້ຍ, ຕ້ອງໄປຢ້ຽມຊົມເຂດປູຊະນີຍະສະຖານ ໂຮ່ຈີມິນ, ເພາະວ່າ ຢູ່ທີ່ນີ້ ມີສຸສານປະທານໂຮ່ຈີມິນ, ມີຫໍພິພິທະພັນ ໂຮ່ຈີມິນ, ມີວັດເສົາດຽວ” ເຊິ່ງອັນນີ້ ໄດ້ສະແດງໃຫ້ເຫັນຄວາມຮັກແພງ ເຊິ່ງປະຊາຊົນ ລາວ ມີຕໍ່ປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ. ຍ້ອນທ່ານຜູ້ຟັງ ຈີນ ຖາມມາ, ສະນັ້ນ, ພວກຂ້າພະເຈົ້າ ຂໍແນະນຳບາງຈຸດພົ້ນເດັ່ນກ່ຽວກັບ ທຳນຽບປະທານປະເທດ - ສະຖານທີ່ເຊິ່ງປະທານໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກ ເພື່ອໃຫ້ຜູ້ຟັງທ່ານໃດ ຍັງບໍ່ທັນມີໂອກາດມາ ຮ່າໂນ້ຍ ກໍໄດ້ຮູ້ຈັກສະຖານທີ່ແຫ່ງນີ້.
ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​​​ໃນ​ຈຳ​ນວນ 473 ຄົນ ມາ​ຈາກ 45 ປະ​ເທດ ແລະ ເຂດ​ແຄວ້ນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ໂດຍມີ​ຄວາມ​ສົນ​ໃຈ ແລະ ຕິດ​ຕາມ​ຂ່າວ, ບົດ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຂອງ​ສອງ​ພັກ.  - ảnh 2ປີ 2017, ທຳນຽບປະທານປະເທດ ຖືກຈັດອັນດັບທີ 2 ໃນບັນຊີລາຍຊື່ທຳນຽບປະທານາທິບໍດີ 13 ແຫ່ງ ງາມທີ່ສຸດໃນໂລກ ໂດຍ ໜັງສືພິມ Architerctural Digest  ຄັດເລືອກ

 ປີ 2017, ທຳນຽບປະທານປະເທດ ຖືກຈັດອັນດັບທີ 2 ໃນບັນຊີລາຍຊື່ທຳນຽບປະທານາທິບໍດີ 13 ແຫ່ງ ງາມທີ່ສຸດໃນໂລກ ໂດຍ ໜັງສືພິມ Architerctural Digest  ຄັດເລືອກ. ທຳນຽບປະທານປະເທດ ຫວຽດນາມ ໂດຍນັກສະຖາປະນິກ ຊາວ ຝລັ່ງ, ທ່ານ Charles Lichtenfelder ເປັນຜູ້ອອກແບບ, ສະນັ້ນ, ອາຄານຫຼັງນີ້ ຈຶ່ງເຂັ້ມຂຸ້ນໄປດ້ວຍລັກສະນະຂອງສະຖາປັດຕະຍາກຳແບບເກົ່າແກ່ຂອງ ຝລັ່ງ ແລະ ໄດ້ຮັບການກໍ່ສ້າງແຕ່ປີ 1901 ຮອດປີ 1906 ຈິ່ງສຳເລັດ. ໃນສະໄໝ ພວກລ່າເມືອງຂຶ້ນຝລັ່ງ ປົກຄອງ ຫວຽດນາມ, ອາຄານດັ່ງກ່າວ ແມ່ນສຳນັກງານອຳນາດການປົກຄອງ  ອິນດູຈີນ - ເຊິ່ງເປັນສະຖານທີ່ ມີການນຳຜູ້ມີອຳນາດເຕັມ ແລະ ຮັກສາການຜູ້ມີອຳນາດເຕັມ ທັງໝົດ 29 ເຊັ່ນຄົນ ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ທີ່ນີ້. ນັບແຕ່ປີ 1954 ເປັນຕົ້ນມາ, ສະຖານທີ່ແຫ່ງນີ້ ໄດ້ເປັນບ່ອນເຮັດວຽກຂອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ການນຳຂັ້ນສູງຂອງ ຫວຽດນາມ, ເປັນບ່ອນຈັດພິທີຕ້ອນຮັບປະມຸກລັດຂອງບັນດາປະເທດທີ່ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ