ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ ປີ​ແມວ 2023 ຢູ່ ຮ່າ​ໂນ້ຍ

(VOVWORLD) -ເພື່ອຮັບໃຊ້ບຸນເຕັດ ປີແມວ 2023, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ປະດັບປະດາ, ພາບລະດົມກຳລັງໃຈ ເພື່ອແນໃສ່ສ້າງບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນນະຄອນຫຼວງ.
ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ ປີ​ແມວ 2023 ຢູ່ ຮ່າ​ໂນ້ຍ - ảnh 1ການວາງສະແດງພາບແຕ້ມຢູ່ພະລາຊາວັງ ທັງລອງ, ຮ່າໂນ້ຍ (ພາບ: hanoimoi.com.vn)

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 412 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດໃນໂລກຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ... ໃນນັ້ນ, ມີທ່ານຜູ້ຟັງລາວຫຼາຍຄົນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ແບ່ງປັນຄວາມສົນໃຈກ່ຽວກັບປີໃໝ່ປະຈຳຊາດ ຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ, ກໍ່ຄືຕອບບາງຄຳຖາມຂອງທ່ານຜູ້ຟັງທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ. ເຊີນທ່ານຕິດຕາມ ຮັບຟັງ.

ໃນຈົດໝາຍຂອງເພື່ອນ Sutomo ຢູ່ ອິນໂດເນເຊຍ ມີຕອນຂຽນວ່າ: ຂ້າພະເຈົ້າໄດ້ຮັບຟັງບັນດາລາຍທີ່ ໜ້າຈັບໃຈ ແລະ ມີຂໍ້ມູນທີ່ເປັນປະໂຫຍດຂອງພວກເພື່ອນ ຜ່ານສະຖານີວິທະຍຸກະຈາຍສຽງ ຫວຽດນາມ. ທຸກໆລາຍການລ້ວນແຕ່ມ່ວນຫຼາຍ. ຂ້າພະເຈົ້າ ແລະ ໝູ່ເພື່ອນໃນສະໂມສອນຮັບຟັງວິທະຍຸຢູ່ ອິນໂດເນເຊຍ ຂໍອວຍພອນໃຫ້ບັນນາທິການຂອງ ລາຍການພາສາ ອິນໂດເນເຊຍ ແລະ ໝູ່ຄະນະ VOV ປີໃໝ່ 2023 ຈົ່ງມີຄວາມຜາສຸກ.

ເພື່ອນ Algerie Omar Lassas ໄດ້ສົ່ງຈົດໝາຍມາ VOV5 ໂດຍແບ່ງປັນວ່າ: “ຂ້າພະເຈົ້າຂໍຂອບໃຈຕໍ່ຄວາມມານະພະຍາຍາມຂອງ ພວກເພື່ອນໃນຕະຫຼອດ 1 ປີທີ່ຜ່ານມາ ເພື່ອໃຫ້ຜູ້ຟັງ ຮູ້ຈັກ ຫວຽດນາມ ຫຼາຍກ່ວາອີກ”

ຈາກກູບາ, ເພື່ອນ Mery Donalds ໄດ້ຂຽນວ່າ:  “ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວອບຄົວທີ່ປອງດອງກົມກຽວ, ສັງຄົມມີຄວາມສາມັກຄີ ແລະ ສະຫງົບສຸກ. ຫວັງວ່າ ປີ 2023 ແມ່ນປີພວກເຮົາພ້ອມກັນດຳລົງຊີວິດໃນຄວາມສະຫງົບສຸກ ແລະ ປະເທດຊາດ ມີຄວາມວັດທະນາຖາວອນກ່ວາອີກ. ຫວັງວ່າ ໂລກ ຈະບໍ່ມີສົງຄາມ ແລະ ບໍ່ມີໄພອຶດຫິວ, ມີຄວາມສະເໝີພາບ, ຢຸດຕິການກົດຂີ່ຂູດຮີດລະຫວ່າງຊົນຊາດຕ່າງໆ, ຢຸດຕິການຈຳແນກເຊື້ອຊາດຜິວພັນ ແລະ ທາລຸນຂົ່ມເຫັງ”

ທ່ານຜູ້ຟັງທີ່ເຄົາລົບ ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳອວຍພອນປີໃໝ່ຂອງບັນດາທ່ານທີ່ສະຫງວນໃຫ້ແກ່ VOV. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອສ້າງລາຍການ, ຄໍລຳມ່ວນໆຫຼາຍກ່ວາ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້VOV5 ເວົ້າລວມ ແລະ ລາຍການພາກພາສາ ລາວ  ເວົ້າສະເພາະ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ ຜູ້ອ່ານກ່ວາອີກ ຂໍຂອບໃຈ.

ເພື່ອນ ພັນຄຳ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າ ະເຈົ້າຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ ຕົ້ນຂຶ້ນແຕ່ມື້ໃດຮອດມື້ໃດ ແລະ ຢາກຮູ້ບາງຈຸດກ່ຽວກັບບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໄດ້ບໍ ?

 ເພື່ອນ ພັນຄຳ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມຕາມປົກກະຕິແລ້ວແມ່ນຈະເລີ່ມແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ພະນັກງານ, ພາລະກອນພັກບຸນປີໃໝ່ແມ່ນ 7 ວັນ ເລີ່ມແຕ່ ວັນທີ 20 ມັງກອນ ຫາວັນທີ 26 ມັງກອນ ຕາມສຸລິຍະປະຕິທິນ. ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ແລະ ໄປຢື້ຢາມຖາມຂ່າວເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດກໍ່ຈະມີການຄະລຳຄຳແຄະ. ເພື່ອຢາກມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໄດ້ໃນເວັບໄຊ vovworld.vn. ເພາະວ່າ ຕາມປົກກະຕິແລ້ວ ໃນໂອກາດບຸນເຕັດ ພວກຂ້າພະເຈົ້າລ້ວນແຕ່ມີບົດຂຽນກ່ຽວກັບຮີດຄອງປະເພນີຂອງຊາວ ຫວຽດນາມ ໃນການຕ້ອນຮັບບຸນເຕັດ.

ເພື່ອນບຸນຄົງ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ ປີແມວ 2023 ຢູ່ ຮ່າໂນ້ຍ?

ເພື່ອນບຸນຄົງ ທີ່ຮັກແພງ! ເພື່ອຮັບໃຊ້ບຸນເຕັດ ປີແມວ 2023, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວວັດທະນະທຳ, ກິລາ, ປະດັບປະດາ, ພາບລະດົມກຳລັງໃຈ ເພື່ອແນໃສ່ສ້າງບັນຍາກາດຄຶກຄື້ນເບີກບານມ່ວນຊື່ນ ໃຫ້ແກ່ປະຊາຊົນນະຄອນຫຼວງ.

ມີ ຫົວໜ່ວຍສະແດງສິລະປະ 7 ແຫ່ງຂອງ ຮ່າໂນ້ຍລວມມີ: ໂຮງລະຄອນຂັບແຈ່ວ ຮ່າໂນ້ຍ, ໂຮງລະຄອນຂັບ ກ໋າຍເລືອງ ຮ່າໂນ້ຍ, ໂຮງລະຄອນ ຮ່າໂນ້ຍ, ໂຮງລະຄອນສັດ ແລະ ສິລະປະການສະແດງກາຍຍະສິນ ຮ່າໂນ້ຍ, ໂຮງລະຄອນຟ້ອນຕຸກກະຕາ ທັງລອງ, ໂຮງລະຄອນຟ້ອນ ດົນຕີ ທັງລອງ, ສູນວັດທະນະທຳ ນະຄອນ ໄດ້ ທຳການສະແດງ 14 ຕອນ ໃນວັນທີ 21 ມັງກອນ (ກົງກັບວັນທີ 30 ບຸນເຕັດ) ແລະ ຕອນຄ່ຳວັນທີ 2 ມັງກອນ ເພື່ອ ສະເຫຼີມສະຫຼອງ  93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.

ການເຄື່ອນໄຫວກິລາໄດ້ດຳເນີນໄປດ້ວຍການແຂ່ງຂັນຊ່ວງເຮືອຮ່າໂນ້ຍ ເປີດກວ້າງ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່” ຢູ່ເຂດໜອງໂຮ່ເຕິຍ, ຄາດວ່າຈະດຳເນີນໃນວັນທີ 5 ກຸມພາ, ການແຂ່ງຂັນ ມວຍປ້ຳພື້ນເມືອງ ນະຄອນຮ່າໂນ້ຍ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່” ຢູ່ສູນເມືອງ ດານເຟືອງ ນັບແຕ່ວັນທີ 6 – 8 ມັງກອນ.

 ຢູ່ບັນດາສະຖານທີ່ປູຊະນີຍະສະຖານຂອງ ຮ່າໂນ້ຍ ກໍ່ໄດ້ດຳເນີນຫຼາຍການເຄື່ອນໄຫວຕ້ອນຮັບບຸນເຕັດປີແມວ 2023 ຄື: ເຂດປູຊະນີຍະສະຖານວັນໝຽວ - ກວັກຕືຢາມ ໄດ້ດຳເນີນວັນບຸນຂຽນຕົວໜັງສືຂໍພອນລະດູບານໃໝ່, ງານວາງສະແດງວັນໝຽວໃນເມື່ອກ່ອນ ແລະ ປັດຈຸບັນ…

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ