ບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ບໍລິສັດໂທລະຄົມມະນາຄົມ Star Telecom (Unitel) ຮ່ວມມືດ້ານການບໍລິການ logistics ຢູ່ ລາວ

(VOVWORLD) - ການຮ່ວມມືດັ່ງກ່າວຈະຊ່ວຍໃຫ້ 2 ຝ່າຍສ້າງເຄືອຂ່າຍ logistics ທີ່ມີປະສິດທິຜົນ, ເຊື່ອມຕໍ່ປະເທດ ລາວ ກັບບັນດາທະວີບຄື ອາຊີ, ເອີລົບ, ອາເມລິກາ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 458 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 17 ສະບັບຈາກທ່ານຜູ້ຟັງລາວ.
ບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ບໍລິສັດໂທລະຄົມມະນາຄົມ Star Telecom (Unitel) ຮ່ວມມືດ້ານການບໍລິການ logistics ຢູ່ ລາວ - ảnh 1(ພາບປະກອບ)

ເພື່ອນ ວັນວິໄລ ວິໄລວົງ ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ຫວຽນາມ ໄດ້ຜ່ານຜ່າການປະຕິຮູບຫຼາຍຄັ້ງ, ລວມມີທັງການປະຮູບໃນຂົງເຂດກະຈາຍສຽງ ແລະ ໂທລະພາບ. ຫວຽດນາມ ກໍ່ມີບັນດາການດັດປັບຢ່າງຮອບດ້ານກ່ຽວກັບຫົວໜ່ວຍບໍລິຫານ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຳພາຂອງພັກ, ລັດ, ປະຊາຊົນທຸກັ້ນຄົນຈະສືບຕໍ່ເຕີບໃຫຍ່, ເຂັ້ມແຂງໃນອະນາຄົດ”.

ເພື່ອນ ແສງດາວົງ ຢູ່ແຂວງ ອັດຕະປື ໄດ້ສົ່ງຂໍ້ຄວາມມາຫາລາຍການ, ແບ່ງປັນວ່າ: “ເນື້ອໃນບັນດາລາຍການກະຈາຍສຽງຂອງພວກເພື່ອແມ່ນມີຄວາມດຶງດູດໃຈທີ່ສຸດ, ພິເສດແມ່ນບັນດາບົດຂຽນກ່ຽວກັບວັດທະນະທຳ - ສັງຄົມຂອງ ຫວຽດນາມ. ຂ້າພະເຈົ້າມັກລາຍການເລື່ອງລາວເຂດບ້ານນາ, ວິຖີຊີວິດ, ວິທີເຮັດວຽກ ແລະ ຄວາມກ້າວໜ້າ, ເຂົາເຈົ້າໄດ້ແບ່ງປັນ, ໜູນຊ່ວຍບຳລຸງສ້າງກ່ຽວກັບກະສິກຳ ແລະ ການລ້ຽງສັດຂອງເຂົາເຈົ້າເພື່ພ້ອມກັນພັດທະນາ”.

ສ່ວນເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ ໄດ້ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນອົກເຫັນໃຈຕໍ່ບັນດາຄອບຄົຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກພາຍຸູ່ ຫວຽດນາມ ທີ່ຜ່ານມາ. ຜ່ານແຫຼ່ງຂ່າວທີ່ຂ້າພະເຈົ້າໄດ້ອ່ານ, ຂ້າພະເຈົ້າເຫັນວ່າ ລັດຖະບານ ຍັງສືບຕໍ່ຂຸ້ນຂ້ຽວຜັນຂະຫຍາຍວຽກງານກູ້ໄພກູ້ຊີບ, ໄດ້ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອຽນໃຈກວ່າ ເຖິງວ່າຄວາມເສຍຫາຍຈະໜັກໜ່ວງ. ນອກນັ້ນ, ເຖິງວ່າບໍ່ຮຽກຮ້ອງ ປະຊາຊົນໃນທົ່ວປະເທດ ຫວຽດາມ ກໍ່ຮ່ວມແຮງຮ່ວມໃຈ, ໜູນຊ່ວຍບັນດາເຂດຖືກໄພທຳມະຊາດ, ນີ້ແມ່ນການເຄື່ອນໄຫວມີລັກສະນະມະນຸດສະທຳສູງຂອງຊາວ ຫວຽດນາມ”.

ບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ບໍລິສັດໂທລະຄົມມະນາຄົມ Star Telecom (Unitel) ຮ່ວມມືດ້ານການບໍລິການ logistics ຢູ່ ລາວ - ảnh 2ພິທີເຊັນໃນຂໍ້ຕົກລົງຮ່ວມມື
(ພາບ: vietnamairlines.com)

ເພື່ອນ ຄຳສີ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງອີເມວມາຫາລາຍການແບ່ງປັນຂໍ້ມູນທີ່ວ່າ: “ຫວ່າງມໍ່ໆມານີ້, ບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ບໍລິສັດໂທລະຄົມ Star Telecom (Unitel) ໄດ້ເຊັນໃນຂໍ້ຕົກລົງຮ່ວມມືຍຸດທະສາດກ່ຽວກັບການຜັນຂະຫຍາຍການບໍລິການ logistics ຢູ່ ລາວ. ການຮ່ວມມືດັ່ງກ່າວຈະຊ່ວຍໃຫ້ 2 ຝ່າຍສ້າງເຄືອຂ່າຍ logistics ທີ່ມີປະສິດທິຜົນ, ເຊື່ອມຕໍ່ປະເທດ ລາວ ກັບບັນດາທະວີບຄື ອາຊີ, ເອີລົບ, ອາເມລິກາ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງມູນຄ່າທີ່ຍືນຍົງໃຫ້ແກ່ພື້ນຖານເສດຖະກິດຂອງ ລາວ. ດັ່ງນັ້ນ, ບັນດາວິສາຫະກິດຂອງ ລາວ ຈະສາມາດເຂົ້າເຖິງຕະຫຼາດທົ່ວໂລກໄດ້ຢ່າງວ່ອງໄວ, ປອດໄພ ແລະ ປະຢັດກວ່າ. ບັນດາປະເພດສິນຄ້າຄື ຜະລິດຕະພັນເຕັກໂນໂລຊີສູງ, ຜະລິດຕະພັນກະເສດ ຫຼື ສິນຄ້າສົ່ງອອກຍຸດທະສາດ ຈະໄດ້ຂົນສົ່ງດ້ວຍວິທີທີ່ດີທີ່ສຸດ, ຮັບປະກັນຈະສົ່ງໄປເຖິງບັນດາຄູ່ຮ່ວມມືສາກົນຖືກຕາມການກຳນົດເວລາ. ຝ່າຍ Star Telecom (Unitel) ໃຫ້ຂໍ້ສັງເກດວ່າ, ການຜັນຂະຫຍາຍການບໍລິການ logistics ບໍ່ພຽງແຕ່ຊ່ວຍຍົກສູງກຳລັງຄວາມສາມາດໃນການຂົນສົ່ງສິນຄ້າຂອງ ລາວ ເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນໃຫ້ແກ່ການພັດທະນາຕະຫຼາດແບບຍືນຍົງອີກດ້ວຍ”.

ບໍລິສັດໃຫຍ່ການບິນ ຫວຽດນາມ ແລະ ບໍລິສັດໂທລະຄົມມະນາຄົມ Star Telecom (Unitel) ຮ່ວມມືດ້ານການບໍລິການ logistics ຢູ່ ລາວ - ảnh 3ມູ່ກາງຈາຍ ແມ່ນສະຖານທີ່ດີທີ່ສຸດສຳລັບແຂກທ່ອງທ່ຽວທີ່ຢາກຊົມຄວາມງາມຍາມທົ່ງນາຂັ້ນໄດ
(ພາບ: wetrek.vn)

ເພື່ອນ ພຸດດາລາ, ພວມເຮັດວຽກຢູ່ ຫາຍຟ່ອງ, ໄດ້ສົ່ງຂໍ້ຄວາມມາທາງ Facebook, ດ້ວຍເນື້ອໃນທີ່ວ່າ: “ດ້ວຍຄວາມງາມມະຫັດສະຈັນຂອງລະດູໃບໄມ້ຫຼົ່ນ (ປະມານເດືອນ ສິງຫາ - ຕຸລາ), ຂ້າພະເຈົ້າຢາກຮູ້ວ່າ ບັນດາສະຖານທີ່ທ່ອງທ່ຽວແຫ່ງໃດຂອງ ຫວຽດນາມ ຈະນຳມາເຊິ່ງການລົງຕົວຈິງທີ່ເປັນເອກະລັກສະເພາະກ່ຽວກັບທິວທັດເຂົ້າສຸກເຫຼືອງ, ດອກໄມ້ຕາມລະດູ, ຫຼືບ່ອນອາກາດເຢັນໆທີ່ເປັນເອກະລັກສະເພາະທີ່ສຸດ, ແລະ ເຮັດແນວໃດແຂກທ່ອງທ່ຽວຕ່າງປະເທດຈະສາມາດມີການລົງຕົວຈິງທີ່ດີທີ່ສຸດ?”

ເພື່ອນ ພຸດດາລາ, ທີ່ຮັກແພງ, ລະດູໃບໄມ້ຫຼົ່ນຢູ່ທາງພາກເໜືອ ຫວຽດນາມ ມີຫຼາຍແຫ່ງມີທິວທັດທຳມະຊາດທີ່ດຶງດູດໃຈ. ໃນລາຍການໂອ້ລົມກັບເພື່ອນ ລາວ ມື້ນີ້, ພວກຂ້າພະເຈົ້າຂໍສະເໜີສະຖານທີ່ຈຳນວນໜຶ່ງທີ່ມີທິວທັດທຳມະຊາດສວຍງາມໃຫ້ທຸກທ່ານ.

+ ມູ່ກາງຈາຍ: ແມ່ນສະຖານທີ່ດີທີ່ສຸດສຳລັບແຂກທ່ອງທ່ຽວທີ່ຢາກຊົມຄວາມງາມຍາມທົ່ງນາຂັ້ນໄດມີຕົ້ນເຂົ້າສຸກເຫຼືອງຢູ່ ຫວຽດນາມ. ຈຸດເວລາທົ່ງນາງາມທີ່ສຸດແມ່ນລະຫວ່າງກາງເດືອນ ກັນຍາ ຫາກາງເດືອນ ຕຸລາ. ນີ້ແມ່ນເວລາທີ່ເຂົ້າມີສີເຫຼືອງງາມຕາ, ປົກຄຸມບັນດາເຂດໂນນພູ, ສ້າງເປັນ “ທົ່ງທະເລຕົ້ນເຂົ້າ” ມະສັດສະຈັນ. ໂນນພູ ເມິມໂຊຍ (ລາປານເຕິນ): ເຂດທີ່ມີຊື່ສຽງດ້ວຍບັນດາທົ່ງນາຂັ້ນໄດເປັນວົງມົນ ແມ່ນສັນຍາລັກຂອງ ມູ່ກາງຈາຍ. ໂນນພູ ມອງເງື້ອ (ຕາແສງ ເຈກູຍາ): ແມ່ນສະຖານທີ່ຖ່າຍຮູບງາມທີ່ສຸດ. ໂດດຈ້ອງເວີ່ນ (ກີ່ວ ເຄົາຟ້າ): ຖ້າຫາກມາແຫ່ງນີ້ກົງກັບງານບຸນ, ແຂກທ່ອງທ່ຽວສາມາດໂດດຈ້ອງເວີ່ນ ເພື່ອຊົມວິວເຂດຮ່ອມພູເຂົ້າສຸກເຫຼືອງຈາກມູມສູງ.

+ ຮ່າຢາງ ມີຊື່ສຽງດ້ວຍບັນດາເສັ້ນທາງກິ່ວມະຫັດສະຈັນ ແລະ ຊົມດອກໄມ້ທີ່ເປັນເອກະລັກສະເພາະ ເຊິ່ງມີພຽງແຈ່ໃນລະດູໃບໄມ້ຫຼົ່ນ - ລະດູໜາວເທົ່ານັ້ນ. ຈຸດເວລານີ້ທົ່ງນາສຸກເຫຼືອງ (ປະມານທ້າຍເດືອນ ກັນຍາ). ດອກບັກວິດ (ປະມານທ້າຍເດືອນ ຕຸລາ ຮອດເດືອນ ພະຈິກ). ນອກນັ້ນ, ເມື່ອມາ ກິ່ວ ມ້າຟີແລ່ງ ແລະ ແຮມຕູສານ, ແຂກທ່ອງທ່ຽວຈະໄດ້ຊົມຮ່ອມພູເລິກທີ່ສຸດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້, ເປັນແຫ່ງທີ່ໄດ້ຮັບຖືວ່າແມ່ນໜຶ່ງໃນຈຳນວນ 4 ກິ່ວທີ່ມີຊື່ສຽງຂອງ ຫວຽດນາມ. ຖະໜົນເກົ່າ ດົ່ງວັນ: ຢູ່ແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ຮັບປະທານບັນດາເຍື່ອງອາຫານ ແລະ ຊົມບັນດາສະຖາປັດຕະຍາກຳເກົ່າແກ່. ທົ່ງດອກບັກວິດ (ສຸງລ່າ, ລຸ້ງຕາວ): ມາແຫ່ງນີ້, ແຂກທ່ອງທ່ຽວຈະມີໂອກາດຖ່າຍຮູບກັບດອກໄມ້ທີ່ເປັນເອກະລັກສະເພາະຂອງເຂດພູພຽງຫີນ.

ເພື່ອນ ພຸດດາລາ ແລະ ທ່ານຜູ້ຟັງກໍ່ຢ່າລືມເບິ່ງພະຍາກອນອາກາດກ່ອນຈະເດີນທາງເດີ, ຍ້ອນໃນຊ່ວງເວລານີ້ທາງພາກເໜືອ ຫວຽດນາມ ມັກມີພາຍຸ, ຝົນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ