ປະທານໂຮ່ຈີມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ ຫວຽດ​ນາມ

(VOVWORLD) -  ປີ 2022 ແມ່ນປີສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 307 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງລາວ.

ປະທານໂຮ່ຈີມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ ຫວຽດ​ນາມ - ảnh 1ປີ 2022 ແມ່ນປີສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ
(ພາບ: hanoi.gov.vn)

ໃນອາທິດຜ່ານມາ, ເພື່ອນ ທິດາ ກິດຈະເລີນ, ພວມດຳລົງຊີວິດຢູ່ແຂວງຄຳມ່ວນ, ໄດ້າກຈົດໝາຍມາຍັງລາຍການໂດຍເວົ້າວ່າ: ຂ້າພະເຈົ້າຮູ້ວ່າວັນທີ 19 ພຶດສະພາແມ່ນວັນຄ້າຍວັນເກີດຂອງປະທານໂຮ່ຈມິນ. ຜ່ານລາຍການໂອ້ລົມກັບເພື່ອນລາວ, ຂ້າພະເຈົ້າຢາກຊອກຮູ້ບາງຂໍ້ມູນກ່ຽວກັບປະທານ ໂຮ່ຈີມິນ. ປະທານໂຮ່ຈມິນ ຍັງມີຊື່ອື່ນອີກບໍ່? ປີ 2022 ແມ່ນວັນຄ້າຍວັນເກີດຄັ້ງທີເທົ່າໃດຂອງປະທານໂຮ່ຈີມິນ?.

        ເພື່ອນ ທິດາ ກິດຈະເລີນ ທີ່ຮັກແພງ, ປະທານໂຮ່ຈີມິນ (ເວລາຍັງນ້ອຍເພິ່ນມີຊື່ວ່າ ຫງວຽນຊິງກຸງ, ເມື່ອໄປຮຽນມີຊື່ວ່າ ຫງວຽນເຕິດແທ່ງ, ເວລາເຄື່ອນໄຫວປະຕິວັດເພິ່ນ ໄດ້ໃສ່ຊື່ວ່າ ຫງວຽນອ໊າຍກ໊ວກ (ໝາຍຄວາມວ່າຮັກຊາດ), ເພິ່ນເກີດເມື່ອວັນທີ 19 ພຶດສະພາ 1890, ຢູ່ບ້ານກິມລຽນ, ເມືອງນາມດ່ານ, ແຂວງ ເງະອານ ແລະ ເພິ່ນເຖິງແກ່ມໍລະນະກຳໃນວັນທີ 02 ກັນຍາ 1969 ຢູ່ຮ່າໂນ້ຍ. ໂດຍໄດ້ກຳເນີດໃນຄອບຄົວຮັກຊາດ ແລະ ເຕີບໃຫຍ່ຢູ່ທ້ອງຖິ່ນທີ່ມີມູນເຊື້ອປະຕິວັດຕ້ານສັດຕູຜູ້ຮຸກຮານ, ຍ້ອນດຳລົງຊີວິດໃນສະພາບທີ່ປະເທດຊາດພວມຕົກຢູ່ໃຕ້ແອກປົກຄອງຂອງລ່າເມືອງຂຶ້ນຝລັ່ງ, ເພິ່ນໄດ້ເຫັນປະຈັກຕາຄວາມລຳບາກກາກກຳຂອງປະຊາຊົນ ແລະ ບັນດາຂະບວນການຕໍ່ສູ້ຕ້ານລ່າເມືອງຂຶ້ນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເພິ່ນມີຄວາມຕັດສິນໃຈຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຍາດເອົາເອກະລາດມາໃຫ້ປະເທດຊາດ ນຳເອົາເສລີພາບ, ຄວາມຜາສຸກມາໃຫ້ປະຊາຊົນ. ປະທານໂຮ່ຈີມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ, ເປັນນັກຮົບສາກົນທີ່ປີຊາສາມາດ, ເພິ່ນໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອອຸດົມການກອມມູນິດ, ເພື່ອຄວາມເອກະລາດ, ອິດສະລະພາບຂອງປະເທດຊາດ, ເພື່ອສັນຕິພາບ ແລະ ຄວາມຍຸດຕິທຳໃນໂລກ. ປີ 2022 ແມ່ນປີສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ.

ປະທານໂຮ່ຈີມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ ຫວຽດ​ນາມ - ảnh 2(ທ່ານ ຈັນທະພອນ ຄຳມະນີຈັນ ກ່າວຄຳເຫັນໃນພິມີປຸກລະດົມບົດຄວາມເລື່ອງເລົ່າ)

ເພື່ອນ ຈັນທະວີ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮູ້ວ່າ ບັນດາການເຄື່ອນໄຫວຢ້ຽມຢາມ, ຮ່ວມມື ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ພວມດຳເນີນໄປຢ່າງຟົດຟື້ນ, ພາຍຫຼັງທີ 2 ປະເທດໄດ້ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ. ບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງ, ທ້ອງຖິ່ນ, ການພົວພັນແລກປ່ຽນປະຊາຊົນໄດ້ປະກອບສ່ວນເຮັດໃຫ້ນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງ 2 ປະເທດແຕກດອກອອກຜົນ, ພ້ອມກັພັດທະນາ, ມຸ່ງໄປເຖິງອະນາຄົດ.

        ເພື່ອນ ຈັນທະວີ ທີ່ຮັກແພງ! ຄືດັ່ງເພື່ອນໄດ້ຮັບຊາບວ່າ ປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ໄດ້ເລີ່ມເຄື່ອນໄຫວຢ່າງເປັນທາງການມາແຕ່ວັນທີ 08 ມັງກອນ 2022, ໃນນັ້ນໄດ້ດຳເນີນການເຄື່ອນໄຫວຢື້ຢາມຖາມຂ່າວເຊິ່ງກັນແລະກັນຫຼາຍຄັ້ງ. ເນື່ອງໃນໂອກາດແລກປ່ຽນກັບນັກຂ່າວລາຍການພາກພາສາລາວ, VOV, ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ, ສະຖານທູດ ລາວ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ:

(ທ່ານ ຈັນທະພອນ ຄຳມະນີຈັນ)

        ແລະກໍ່ໃນອາທິດຜ່ານມາ, ໄດ້ມີການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກໍ່ເປັນການພິສູດໃຫ້ເຫັນສາຍພົວພັນລະຫວ່າງ ຫວຽດນາມ - ລາວ ແລະໃນປີ 2022 ນີ້, ຄາດວ່າຈະມີການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງ 2 ປະເທດເປັນຈຳນວນຫຼວງຫຼາຍກວ່າອີກ. ລາຍການພາກພາສາລາວ VOV ຈະອັບເດັດຂ່າວ/ບົດກ່ຽວກັບການເຄື່ອນໄຫວລະຫວ່າງ 2 ປະເທດສູ່ທ່ານຜູ້ຟັງ ລາວ ກໍຄື ຫວຽດນາມ ໃຫ້ໄວທີ່ສຸດ.

ປະທານໂຮ່ຈີມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ ຫວຽດ​ນາມ - ảnh 3ຍາມໃດກໍ່ມີແຟນບານຊາວ ຫວຽດນາມ ແລະ ຊາວ ລາວ ມາເຊຍ ທິມບານເຕະ U23 ຂອງ ລາວເປັນຈຳນວນຫຼວງຫຼາຍ
(ພາບ: qdnd.vn)

ເພື່ອນ ພອນສະຫວັນ ແບ່ງປັນ: ຂ້າພະເຈົ້າໄດ້ຮູ້ວ່າ ປະຊາຊົນ ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດຜ່ານຫຼາຍລຸ້ນຄົນ ແລະ ຜ່ານ SEA Games 31 ທີ່ໄດ້ຈັດຂຶ້ນຢູ່ ຫວຽດນາມ, ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບນ້ຳໃຈຂອງຊາວ ຫວຽດນາມ ທີ່ສະຫງວນໃຫ້ບັນດານັກກິລາບານເຕະຂອງ ລາວ ໃນນັດແຂ່ງຂັນຕ່າງໆ, ບັນຍາກາດມີຄວາມຟົດຟື້ນຄືກັນກັບຕອນທິມບານເຕະ U23 ຂອງ ລາວແຂ່ງຂັນຢູ່ໃນບ້ານຕົນເອງ ແລະ ຂ້າພະເຈົ້າກໍ່ອ່ານຂ່າວກ່ຽວກັບເລື່ອງຄູຝຶກ Michael Weiss ຂອງ U23 ລາວ ໄດ້ແບ່ງປັນຄວາມຮູ້ສຶກແບບບັງເອີນຕໍ່ບັນຍາກາດຢູ່ສະໜາມກິລາເມື່ອທິມກິລາບານເຕະ ລາວ ແຂ່ງຂັນ, ຍາມໃດກໍ່ມີແຟນບານຊາວ ຫວຽດນາມ ແລະ ຊາວ ລາວ ມາເຊຍເປັນຈຳນວນຫຼວງຫຼາຍ. ນີ້ກໍ່ແມ່ນສິ່ງພິສູດໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງ 2 ຊາດພວກເຮົາ.

        ເພື່ອນ ບົວລີ ແສງຄຳ, ໄດ້ໂທລະສັບມາຫາລາຍການ ໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບບັນດາການເຄື່ອນໄຫວກິລາ, ວັດທະນະທຳເພື່ອຂ່ຳຮັບຊົມເຊີຍ SEA Games 31 ທີ່ຈັດຂຶ້ນຢູ່ ຫວຽດນາມ. ພວກເພື່ອນໄດ້ເຮັດໃຫ້ໂລກເຫັນວ່າ ຫວຽດນາມ ແມ່ນປະເທດທີ່ຂະຫຍັນຂັນເຄືື່ອນ, ຮັກຫອມສັນຕິພາບ ແລະ ຍາມໃດກໍ່ແມ່ນເພື່ອນທ່ີມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ