ພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ

(VOVWORLD) -ກິດຈະກຳໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນກວ້າງ 38.500 ຕາແມັດ, ຕາມມາດຕະຖານຂອງໂຮງຮຽນແຫ່ງຊາດ, ດ້ວຍຫ້ອງຮຽນ 40 ຫ້ອງ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 282ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ.

ພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ - ảnh 1 ກອງປະຊຸມຊຸມສຸດຍອດອາຊຽນ ຄັ້ງທີ 36 ທາງອອນລາຍ

(ພາບ: VGP)

ໃນອາທິດຜ່ານມາ, ເພື່ອນ ລາດທະສົມ, ເພື່ອນ ຄຸນນະວົງ, ເພື່ອນ ນິທະຄອນ, ເພື່ອນ ອາລຸນສະຫວັນ ໄດ້ສົ່ງອີແມວ ແລະ ຂໍ້ຄວາມມາຫາລາຍການຜ່ານທາງ Facebook ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ຈັດກອງປະຊຸມຊຸມສຸດຍອດອາຊຽນ ຄັ້ງທີ 36 ທາງອອນລາຍປະສົບຜົນສຳເລັດຢ່າງຈົບງາມ. ໃນນັ້ນ, ເພື່ອນ ຄຳມະສອນ ໃຫ້ຮູ້ວ່າ, ໃນອາທິດຜ່ານມາ, ມີຫຼາຍອົງການສື່ມວນຊົນຂອງລາວ ໄດ້ລົງຂ່າວຢ່າງຫຼວງຫຼາຍກ່ຽວຂ້ອງເຖິງກອງປະຊຸມນີ້, ໃນນັ້ນ ໜັງສືພິມ ລາວພັດທະນາ ຂອງສະມາຄົມນັກຂ່າວລາວ ໄດ້ລົງຂ່າວວ່າ, ບັນດາການນຳອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທາງອອນລາຍ, ພາຍໃຕ້ການເປັນປະທານຂອງຫວຽດນາມ, ເຊິ່ງປະຈຸບັນພວມດຳລົງຕຳແໜ່ງເປັນປະທານອາຊຽນ ໝູນວຽນໃນປີ 2020. ທີ່ກອງປະຊຸມຄັ້ງນີ້, ບັນດາການນຳອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບຄວາມມານະພະຍາຍາມເພື່ອແນໃສ່ສ້າງປະຊາຄົມອາຊຽນ ກັບບັນດາປະເທດຄູ່ເຈລະຈາ ແລະ ຢູ່ພາກພື້ນ, ພິເສດແມ່ນໃນສະພາບພາກພື້ນ ແລະ ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດໂຄວິດ-19 ໃນຫົວຂໍ້ທີ່ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຕາມໜັງສືພິມນີ້ແລ້ວ, ການນຳອາຊຽນ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນກ່ຽວກັບການຮ່ວມມືຂອງອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ຕາມນັ້ນແລ້ວ, ການນຳອາຊຽນ ໄດ້ຕີລາຄາສູງຜົນສຳເລັດການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກໃນໄລຍະຜ່ານມາ, ຢືນຢັນວ່າ ສິ່ງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ສວມບົດບາດເປັນໃຈກາງຂອງອາຊຽນ ເທົ່ານັ້ນ, ຫາກຍັງຊ່ວຍພັດທະນາເສດຖະກິດ - ສັງຄົມຂອງອາຊຽນ ອີກດ້ວຍ.

ພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ - ảnh 2 ພິທີມອບ-ຮັບຊົ່ວຄາວໂຄງການໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ

(ພາບ: dienbientv.vn)

ເພື່ອນ ມີນາ, ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໃຫ້ຮູ້ວ່າ, ຝ່າຍຫວຽດນາມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ. ເພື່ອນຢາກຊອກຮູ້ຂໍ້ມູນກ່ຽວກັບໂຄງການນີ້ຕື່ມອີກ.

ເພື່ອນ ມີນາ ທີ່ຮັກແພງ, ໃນໄລຍະຜ່ານມາ, ຢູ່ດ່ານຊາຍແດນສາກົນ ໄຕຈາງ, ແຂວງ ດ້ຽນບຽນ, ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ. ໂຄງການດັ່ງກ່າວມີຍອດເງິນລົງທຶນ 120 ຕື້ດົ່ງ. ນີ້ແມ່ນໂຄງການກໍ່ສ້າງໂຮງຮຽນ, ນຳໃຊ້ທຶນອຸປະຖຳຂອງລັດຖະບານ ທີ່ມີຍອດເງິນລົງທຶນໃຫຍ່ສຸດຢູ່ລາວ ໃນປະຈຸບັນ. ກິດຈະກຳໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນກວ້າງ 38.500 ຕາແມັດ, ຕາມມາດຕະຖານຂອງໂຮງຮຽນແຫ່ງຊາດ, ດ້ວຍຫ້ອງຮຽນ 40 ຫ້ອງ, ສາມາດຕອບສະໜອງຄວາມຕ້ອງການຮ່ຳຮຽນຂອງນັກຮຽນກວ່າ 1.800 ຄົນ, ພ້ອມກັບຫຼາຍກິດຈະກຳສຳຮອງອື່ນໆ. ທີ່ພິທີມອບ-ຮັບ, ຝ່າຍແຂວງ ຜົ້ງສາລີ ໃຫ້ຄຳໝັ້ນໝາຍວ່າຈະຮັບຜິດຊອບ, ຄຸ້ມຄອງ, ເຄື່ອນໄຫວກິດຈະກຳຢ່າງມີປະສິດທິຜົນ. ໂຮງຮຽນໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດໃຫຍ່ ແລະ ທັນສະໄໝນີ້ ຈະແມ່ນໂອກາດເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ແຂວງ ຜົ້ງສາລີ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ.

ກິດຈະກຳດັ່ງກ່າວ ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງແຂວງ ດ້ຽນບຽນ ກັບບັນດາແຂວງທາງພາກເໜືອຂອງລາວ ເວົ້າລວມ ແລະ ກັບແຂວງ ຜົ້ງສາລີ ເວົ້າສະເພາະ.

        ເພື່ອນ ເມກສະຫວັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໂດຍແບ່ງປັນວ່າ, ເພື່ອນໄດ້ຮູ້ວ່າຢູ່ຫວຽດນາມ ມີຫ້ວຍນ້ຳອຸ່ນຫຼາຍແຫ່ງ. ຜ່ານລາຍການ, ເພື່ອນຢາກໄດ້ຮັບຟັງການແນະນຳກ່ຽວກັບຫ້ວຍນ້ຳອຸ່ນທຳມະຊາດຢູ່ໃກ້ກັບນະຄອນຮ່າໂນ້ຍ ເພື່ອມາຢ້ຽມຢາມ, ພັກຜ່ອນຢ່ອນອາລົມ.

        ເພື່ອນ ເມກສະຫວັນ ທີ່ຮັກແພງ, ຢູ່ໃກ້ກັບນະຄອນຮ່າໂນ້ຍ ມີຫ້ວຍນ້ຳອຸ່ນ ກິມໂບຍ ແມ່ນຫ້ວຍນ້ຳອຸ່ນທຳມະຊາດ, ຢູ່ບ້ານ ເມີ໊ດ໊າ, ຕາແສງ ຮະບິ່, ເມືອງ ກິມໂບຍ, ແຂວງ ຮ່ວາບິ່ງ, ຫ່າງຈາກນະຄອນຮ່າໂນ້ຍ ໄປປະມານ 70 ກມ. ນີ້ແມ່ນສະຖານທີ່ພັກຜ່ອນຢ່ອນອາລົມຢູ່ໃກ້ກັບນະຄອນຮ່າໂນ້ຍ, ເໝາະສົມກັບການພັກຜ່ອນໃນມື້ທ້າຍອາທິດ. ຫ້ວຍນ້ຳອຸ່ນມີອຸນຫະພູມແຕ່ 34 – 36 ອົງສາ. ນອກນັ້ນ, ສະຖານທີ່ແຫ່ງນີ້ຍັງມີຫ້ວຍທຳມະຊາດຫຼາຍແຫ່ງ, ນ້ຳຫ້ວຍເຫຼົ່ານີ້ມີນ້ຳໃສເຢັນກວ່າ ເໝາະແກ່ການມາອາບນ້ຳພັກຜ່ອນ. ຢູ່ລຽບຕາມນ້ຳຫ້ວຍນັ້ນມີເຮືອນທີ່ເຮັດດ້ວຍໄມ້ຫຼາຍຫຼັງ ເພື່ອພັກຜ່ອນ, ເພື່ອນກໍ່ສາມາດສັ່ງບັນດາເຍື່ອງອາຫານຂອງໄຕບັ໊ກ ມາຮັບປະທານນຳອີກ…

        ທ່ານຜູ້ຟັງທີ່ເຄົາລົບ, ໃນໄລຍະຜ່ານມາ, ລາຍການພາກພາສາລາວ VOV ໄດ້ຮັບບົດເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” 5 ບົດຈາກບັນດາທ່ານຜູ້ຟັງຄື: ນ. ພູມະໄລພອນ ຍົກໄຊຍະຄຳ, ພະນັກງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ທ່ານ ບຸນຕຽງ ຈັນທະວົງ, ຢູ່ນະຄອນຫຼວງວຽງຈັນ; ນ.ຈັນທະສອນ ສີຫາລາດ, ຢູ່ນະຄອນຫຼວງວຽງຈັນ; ນ.ສົມພາວັນ ມະວົງໄຊ, ຢູ່ນະຄອນຫຼວງວຽງຈັນ ແລະ ທ່ານ ພົນຄຳ ສີສົມພັນ, ຢູ່ນະຄອນຫຼວງວຽງຈັນ.

ປີ 2020 ນີ້, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນໃຫ້ແກ່ຜູ້ຟັງ VOV, ມີຄຳຖາມ 6 ຂໍ້ ທີ່ກ່ຽວຂ້ອງເຖິງບັນດາບັນຫາຂອງຫວຽດນາມ ຄື: ການເມືອງ, ການຕ່າງປະເທດ, ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ນ້ຳໃຈຂອງທ່ານຜູ້ຟັງທີ່ສະຫງວນໃຫ້ VOV…  ທ່ານຜູ້ຟັງສາມາດເຂົ້າເບິ່ງໃນເວັບໄຊ vovworld.vn, ຕໍ່ຈາກນັ້ນເລືອກຄໍລຳການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຢູ່ໃກ້ກັບຄໍລຳ ຫວຽດນາມ - ລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມຂອງການເສັງປີນີ້. ລາງວັນຂອງການເສັງປີນີ້ແມ່ນໄດ້ໄປທ່ອງທ່ຽວຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ. ນອກນັ້ນ, ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2020 ຈະມີຈຸດໃໝ່, ພວກຂ້າພະເຈົ້າກໍ່ໄດ້ເພີ່ມເຕີມລາງວັນໃຫ້ແກ່ທ່ານຜູ້ຟັງ ທີ່ມີພາກແບ່ງປັນປະທັບໃຈກ່ຽວກັບຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕື່ມອີກ 1 ລາງວັນ ຫຼື ທ່ານຜູ້ຟັງມີ 1 slogan ທີ່ເປັນເອກະລັກ, ຈັບໃຈ, ປະກອບສ່ວນໂຄສະນາຜົນສຳເລັດຂອງ ຫວຽດນາມ ກ່ຽວກັບໂລກລະບາດນີ້.

        ຖ້າຫາກທ່ານຜູ້ຟັງຢາກຊອກຮູ້ຂໍ້ມູນ, ການໜູນຊ່ວຍຈາກລາຍການໃນເວລາເຂົ້າຮ່ວມການເສັງ, ທ່ານຈົ່ງສົ່ງຈົດໝາຍມາແບ່ງປັນກັບພວກຂ້າພະເຈົ້າ. ບັນດາຜູ້ຈັດທຳລາຍການຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍພວກເພື່ອນຢ່າງສຸດໃຈເພື່ອໃຫ້ການເສັງຂອງທ່ານບັນລຸຜົນສຳເລັດຢ່າງຈົບງາມ.

        ຂໍອວຍພອນໃຫ້ພວກເພື່ອນຈົ່ງບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ