ພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນດາກຈຶງ

(VOVWORLD) -ກິດຈະກຳດັ່ງກ່າວແມ່ນຈາກຂວັນຂອງລັດຫວຽດນາມ ທີ່ມອບໃຫ້ເມືອງ ດາກຈຶງ. ມູນຄ່າການກໍ່ສ້າງໂຮງຮຽນທັງໝົດແມ່ນ 1 ລ້ານ USD

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ສົມຈິດ, ເພື່ອນ ໄຊສົມພອນ, ເພື່ອນ ວັນນະພອນ, ເພື່ອນ ວິໄລສອນ ແລະ ຜູ້ຟັງບາງທ່ານໄດ້ສົ່ງຂໍ້ຄວາມມາລາຍການຜ່ານທາງ Facebook ໂດຍໃຫ້ຮູ້ວ່າ, ເນື່ອງໃນໂອກາດວັນຄູຫວຽດນາມ ວັນທີ 20 ພະຈິກ, ບັນດາທ່ານຜູ້ຟັງຢາກສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານຫວຽດນາມ ແລະ ພິເສດແມ່ນບັນດາຄູອາຈານຢູ່ໂຮງຮຽນມິດຕະພາບ T 78 ແລະ T 80, ເຊີນໄຕ, ຮ່າໂນ້ຍ, ຍ້ອນວ່າໂຮງຮຽນ 2 ແຫ່ງນີ້ແມ່ນໂຮງຮຽນທຳອິດເມື່ອບັນດານັກຮຽນ, ນັກສຶກສາລາວ ມາຮຽນຢູ່ຫວຽດນາມ.

ພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນດາກຈຶງ - ảnh 1 ທິມບານເຕະຫວຽດນາມ ຈະສືບຕໍ່ຍາດເອົາໄຊຊະນະໃນການແຂ່ງຂັນນັດຕໍ່ໄປ

(ພາບປະກອບ: tintucvietnam.vn)

ອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບຄຳອວຍພອນເປັນຈຳນວນຫຼາຍຈາກບັນດາທ່ານຜູ້ຟັງທີ່ສະຫງວນໃຫ້ທິມບານເຕະຫວຽດນາມ ທີ່ຍາດໄດ້ໄຊຊະນະໃນການແຂ່ງຂັນກັບທິມຊາດ UAE ຢູ່ສາຍ G, ຮອບຄັດເລືອກ World Cup 2022. ໃນນັ້ນ, ເພື່ອນ ວິດາລັດ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ, ເພື່ອນມີຄວາມປະທັບໃຈກ່ຽວກັບການພັດທະນາຂອງພື້ນຖານບານເຕະຫວຽດນາມ ໃນຊຸມປີມໍ່ໆມານີ້ ແລະຫວັງວ່າ, ທິມບານເຕະຫວຽດນາມ ຈະສືບຕໍ່ຍາດເອົາໄຊຊະນະໃນການແຂ່ງຂັນນັດຕໍ່ໄປ.

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ກິດຕິສຸກ, ພວມຮ່ຳຮຽນຢູ່ມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ ກໍ່ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: ມີເພື່ອນລາວ ຫຼາຍຄົນພວມຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນບໍລິເວນນະຄອນຮ່າໂນ້ຍ ຢາກຈັດຕັ້ງການເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ຜ່ານລາຍການ, ເພື່ອນຢາກຮູ້ກ່ຽວກັບເວລາເປີດປະຕູຮັບແຂກແມ່ນແຕ່ຈັກໂມງ? ໃນວັນເສົາ ແລະ ວັນອາທິດສຸສານປະທານໂຮ່ຈີມິນ ກໍ່ເປີດປະຕູຫຼືບໍ່?.

ເພື່ອນ ກິດຕິສຸກ ທີ່ຮັກແພງ, ເພື່ອຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມສະດວກໃນການເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ. ຄະນະຄຸ້ມຄອງສຸສານປະທານໂຮ່ຈີມີນ ໄດ້ກຳນົດລະອຽດຢ່າງເປີດເຜີຍກ່ຽວກັບວັນເວລາເປີດປະຕູຮັບແຂກເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ ປີ 2019 ຄືດັ່ງນີ້.

-      ລະດູຮ້ອນ (ແຕ່ວັນທີ 01 ເມສາ ຫາວັນທີ 31 ຕຸລາ): ເວລາເປີດປະຕູນັບແຕ່ 7 ໂມງ 30 ນາທີ ຫາ 10 ໂມງ 30 ນາທີ. ວັນເສົາ, ວັນອາທິດ ແລະ ບັນດາວັນບຸນຈະເປີດປະຕູແຕ່ 7 ໂມງ 30 ນາທີ ຫາ 11 ໂມງ.

-      ລະດູໜາວ (ແຕ່ວັນທີ 01 ພະຈິກ ຫາ ວັນທີ 31 ມີນາ ປີຕໍ່ໄປ): ເວລາເປີດປະຕູແມ່ນແຕ່ 8 ໂມງ ຫາ 11 ໂມງ. ວັນເສົາ, ວັນອາທິດ ແລະ ບັນດາວັນບຸນຂອງປະເທດຊາດຈະເປີດປະຕູແຕ່ 8 ໂມງ ຫາ 11 ໂມງ 30 ນາທີ.

ຂໍ້ມູນທີ່ກ່າວມາຂ້າງເຖິງນັ້ນ, ພວກຂ້າພະເຈົ້າຫວັງວ່າເພື່ອນ ກິດຕິສຸກ ແລະ ບັນດາເພື່ອນຄົນອື່ນໆຈະເປັນເຈົ້າການຈັດແບ່ງເວລາມາເຂົ້າຢ້ຽມຂ່ຳນັບສຸສານປະທານໂຮ່ຈີມິນ.

ພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນດາກຈຶງ - ảnh 2 (ພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນ ດາກຈຶງ)

ໃນອາທິດຜ່ານມາ, ເພື່ອນ ຄຳສອນ, ຢູ່ແຂວງ ເຊກອງ ໄດ້ສົ່ງຂໍ້ຄວາມມາລາຍການໂດຍໃຫ້ຮູ້ວ່າ, ຜ່ານມາ, ຢູ່ເມືອງ ດາກຈຶງ, ແຂວງ ເຊກອງ ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນ ດາກຈຶງ, ໂດຍລັດຫວຽດນາມ ອຸປະຖຳ. ນີ້ແມ່ນການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍເພື່ອແນໃສ່ຍົກສູງຄຸນນະພາບການຮຽນ - ການສອນຂອງນັກຮຽນລາວ. ເລື່ອງໜູນຊ່ວຍໂຮງຮຽນທີ່ທັນສະໄໝດັ່ງກ່າວໃຫ້ແກ່ເມືອງທຸກຍາກຂອງແຂວງເຊກອງ, ເຊິ່ງແມ່ນທ້ອງຖິ່ນຖືກຈັດເຂົ້າໃນບັນຊີລາຍຊື່ທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງລາວ, ນີ້ແມ່ນຫຼັກຖານພິສູດໃຫ້ເຫັນຄວາມມີຊີວິດຊີວາແຫ່ງນ້ຳໃຈສາມັກຄີ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ ແລະ ລາວ.

ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ, ຢູ່ເມືອງ ດາກຈຶງ, ແຂວງເຊກອງ, ປະເທດລາວ, ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນດາກຈຶງ. ກິດຈະກຳດັ່ງກ່າວແມ່ນຈາກຂວັນຂອງລັດຫວຽດນາມ ທີ່ມອບໃຫ້ເມືອງ ດາກຈຶງ. ມູນຄ່າການກໍ່ສ້າງໂຮງຮຽນທັງໝົດແມ່ນ 1 ລ້ານ USD, ໂດຍທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ອຸປະຖຳ. ໂຮງຮຽນລວມມີ 2 ຊັ້ນ, ຫ້ອງຮຽນ 6 ຫ້ອງ ແລະ ມີຫ້ອງທົດລອງ, ຫໍສະມຸດ, ສະໂມສອນ ພ້ອມກັບເຂດຫຼິ້ນກິລາຕ່າງໆ… ນອກນັ້ນ, ເຈົ້າຂອງໂຄງການລົງທຶນຍັງໄດ້ປະກອບໂຕະ, ຕັ່ງ, ຄອມພິວເຕີ, ເຄື່ອງອຸປະກອນ… ຢູ່ແຕ່ລະຫ້ອງຮຽນຢ່າງຄົບຖ້ວນ, ຕອບສະໜອງຄວາມຕ້ອງການໃນການຮຽນ - ການສອນຂອງຄູອາຈານ ແລະ ນັກຮຽນ. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ປາດຖະໜາວ່າ, ຂະແໜງສຶກສາທ້ອງຖິ່ນຈະຄຸ້ມຄອງ, ນຳໃຊ້ລະບົບພື້ນຖານວັດຖຸ, ເຄື່ອງອຸປະກອນທັນສະໄໝຢ່າງມີປະສິດທິຜົນ. ສ່ວນທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ ກອງສີ ແສງມະນີ ຢືນຢັນວ່າ: ໂຄງການດັ່ງກ່າວແມ່ນໂຄງການມີຄວາມສຳຄັນທີ່ສຸດ, ຊ່ວຍໃຫ້ລູກຫຼານຂອງແຂວງເຊກອງ ເວົ້າລວມ ແລະ ເມືອງ ດາກຈຶງ ເວົ້າສະເພາະມີເງື່ອນໄຂຮ່ຳຮຽນເປັນຢ່າງດີ ແລະ ມີຄຸນນະພາບ. ທ່ານຮອງລັດຖະມົນຕີ ກອງສີ ແສງມະນີ ປາດຖະໜາວ່າ, ອຳນາດການປົກຄອງແຂວງ ເຊກອງ, ເມືອງ ດາກຈຶງ ແລະ ໂຮງຮຽນ ຈະເຮັດແນວໃດເພື່ອຮັກສາໂຮງຮຽນຫຼັງນີ້ເພື່ອໃຫ້ນ້ຳໃຊ້ໄດ້ດົນ.


ຕອບກັບ

ຂ່າວ/ບົດ​ອື່ນ