ວັນຄູ ຫວຽດນາມ ທີ 20 ພະຈິກ

(VOVWORLD) - ຂໍອວຍພອນໃຫ້ບັນດາຄູອາຈານ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ພາລະກິດແຫ່ງການສຶກສາ ບຳລຸງສ້າງ, ເຍືອງທາງໃຫ້ນັກສຶກສາລຸ້ນຕ່າງໆ ເພື່ອໃຫ້ເຂົາເຈົ້າມຸ່ງໄປສູ່ອະນາຄົດທີ່ສົດໄສ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ດາວວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍແບ່ງປັນວ່າ: VOV ປະສົບຜົນສຳເລັດທີ່ສຸດໃນເລື່ອງສົມທົບບັນດາລາຍການກະຈາຍສຽງກັບເວັບໄຊ ແລະ ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນໃນຄື້ນວິທະຍຸ ແລະ ອິນເຕີເນັດ. ຂ້າພະເຈົ້າເອງເຫັນວ່າ ນີ້ແມ່ນວິທີສົ່ງຂໍ້ມູນຂ່າວສານໃຫ້ທ່ານຜູ້ຟັງຢ່າງມີປະສິດທິຜົນທີ່ສຸດ.

ວັນຄູ ຫວຽດນາມ ທີ 20 ພະຈິກ - ảnh 1ວັນຄູ ຫວຽດນາມ ທີ 20 ພະຈິກ
(ພາບປະກອບ)

ເພື່ອນ ທິບພະຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: ຂ້າພະເຂົ້າເຄີຍຮຽນຢູ່ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ, ເນື່ອງໃນໂອກາດວັນຄູ ຫວຽດນາມ ທີ 20 ພະຈິກ ຈະມາເຖິງນີ້, ຜ່ານລາຍການ ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານ ແທນຄຳຂອບໃຈ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຄູອາຈານທີ່ໄດ້ສິດສອນນັກສຶກສາມາຫຼາຍລຸ້ນຄົນ, ໂດຍສະເພາະແມ່ນນັກສຶກສາທີ່ເປັນຊາວຕ່າງປະເທດ ຄືຂ້າພະເຈົ້າ. ຂ້າພະເຈົ້າຂໍອວຍພອນໃຫ້ບັນດາຄູອາຈານ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ພາລະກິດແຫ່ງການສຶກສາ ບຳລຸງສ້າງ, ເຍືອງທາງໃຫ້ນັກສຶກສາລຸ້ນຕ່າງໆ ເພື່ອໃຫ້ເຂົາເຈົ້າມຸ່ງໄປສູ່ອະນາຄົດທີ່ສົດໄສ.

ເພື່ອນ ພອນແສງ ຢູ່ແຂວງ ບໍລິຄຳໄຊ ສົ່ງຄຳຂໍຜ່ານສື່ Facebook ມາຫາລາຍການ ໂດຍຢາກຊອກຮູ້ເນື້ອໃນກອງປະຊຸມຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ, ອາຍຸການ 2022-2027 ແລະ ຂໍ້ມູນຂອງຜູ້ທີ່ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ.

ເພື່ອນ ພອນແສງ ທີ່ຮັກແພງ, ວັນທີ 11 ພະຈິກ ຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3, ອາຍຸການ 2022 – 2027. ເຂົ້າຮ່ວມກອງປະຊຸມມີຜູ້ແທນທາງການ 51 ຄົນ ທີ່ຕາງໜ້າໃຫ້ບັນດາຄະນະຕິດຕໍ່, ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ໂຮ່ຈີມິນ. ບົດລາຍງານຂອງຄະນະບໍລິຫານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ອາຍຸການຜ່ານມາ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ສຳຄັນໃນການເຄື່ອນໄຫວການທູດປະຊາຊົນ, ຮ່ວມມືມິດຕະພາບຢ່າງຮອບດ້ານລະຫວ່າງນະຄອນ ໂຮ່ຈີມິນ ກັບ ນະຄອນຫຼວງວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ, ປະເທດ ລາວ ໃນຫຼາຍຂົງເຂດ. ໃນນັ້ນມີວຽກງານໂຄສະນາ, ສຶກສາກ່ຽວກັບມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແລະ ບັນດາການເຄື່ອນໄຫວຕອບບຸນແທນຄຸນ, ຊ່ວຍເຫຼືອປະຊາຊົນ ລາວ.

ວັນຄູ ຫວຽດນາມ ທີ 20 ພະຈິກ - ảnh 2ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ, ອາຍຸການ 2022 – 2027
(ພາບ: hcmcpv.org.vn)

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ, ອາຍຸການ 2022 – 2027 ລວມມີສະມາຊິກ 31 ທ່ານ. ໃນນັ້ນ, ທ່ານ ໂງມິນເຈົາ, ເກີດປີ 1964, ຢູ່ຕາແສງ ບິ່ງແຈັງ, ເມືອງ ບິ່ງແຈັງ, ນະຄອນ ໂຮ່ຈີມິນ, ຮຽນຈົບປະລິນຍາໂທຂະແໜງກົດໝາຍ, ມະຫາວິທະຍາໄລຄວາມສະຫງົບປະຊາຊົນ, ມະຫາວິທະຍາໄລເສດຖະກິດ. ປະຈຸບັນມີຍົດເປັນພົນຈັດຕະວາ,ດຳລົງຕຳແໜ່ງເປັນຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເປັນກຳມະການຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ໄດ້ຮັບເລືອກຕັ້ງ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ຕື່ມອີກອາຍຸການໜຶ່ງ, ອາຍຸການ 2022 – 2027.

ເພື່ອນ ບຸນທັດ ຢູ່ແຂວງ ວຽງຈັນໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນຢາກຊອກຮູ້ຂໍ້ມູນກ່ຽວກັບ “ສັບປະດາມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2022” ຈະໄດ້ຈັດຂຶ້ນໃນເວລາໃດ, ຢູ່ໃສ ແລະ ມີການເຄື່ອນໄຫວຕົ້ນຕໍໃດແດ່.

ວັນຄູ ຫວຽດນາມ ທີ 20 ພະຈິກ - ảnh 3“ສັບປະດາມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2022 ດຳເນີນແຕ່ວັນທີ 18 – 23
(ພາບ: dangcongsan.vn)

ເພື່ອນ ບຸນທັດ ທີ່ຮັກແພງ, ຕອນເຊົ້າວັນທີ 11 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບ “ສັບປະດາມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2022. ຕາມນັ້ນແລ້ວ, ເຫດການຈະດຳເນີນແຕ່ວັນທີ 18 – 23, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຮ່າໂນ້ຍ).

ສັບປະດາດັ່ງກ່າວລວມມີບັນດາການເຄື່ອນໄຫວຕົ້ນຕໍຄື: ຈັດງານບຸນ, ຮີດຄອງປະເພນີຂອງບັນດາເຜົ່າຄືນໃໝ່; ກອງປະຊຸມພົບປະນັກສິລະປະການ ແລະ ຜູ້ມີການປະກອບສ່ວນຫຼາຍຢ່າງໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳບັນດາເຜົ່າສ່ວນໜ້ອຍເຂດພາກເໜືອ; ວາງສະແດງໂຄສະນາບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະ; ງານວາງສະແດງຊຸດອາພອນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ… ໃນນັ້ນ, ງານມະໂຫລານສະແດງຊຸດອາພອນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ເຂດພາກເໜືອ ຄັ້ງທີ 1, ປີ 2022 ຈະດຳເນີນແຕ່ວັນທີ 18 – 20 ພະຈິກ, ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປະການ, ນັກສະແດງບັນດາເຜົ່າທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຂວງຕ່າງໆທາງພາກເໜືອ. ງານມະໂຫລານແມ່ນໂອກາດເພື່ອໂຄສະນາ, ແນະນຳບັນດາຄຸນຄ່າຂອງຊຸດອາພອນ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າສ່ວນໜ້ອຍ ຫວຽດນາມ ໃຫ້ເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ.

ເພື່ອນ ມະນີວົງ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ມາວ່າ ມີຫຼາຍວັນໃນປີແມ່ນວັນເຊີດຊູແມ່ຍິງ ແລະ ວັນທີ 19 ພະຈິກ ແຕ່ລະປີແມ່ນວັນຜູ້ຊາຍສາກົນ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງວັນນີ້?

ເພື່ອນ ມະນີວົງ ທີ່ຮັກແພງ, ວັນຜູ້ຊາຍສາກົນ ແມ່ນເຫດການສາກົນ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ ຂອງທຸກໆປີ. ວັນນີ້ໄດ້ເລີ່ມປະຕິບັດມາແຕ່ປີ 1999 ຢູ່ປະເທດ Trinidad ແລະ Tobago ແລະ ໄດ້ໃຫ້ການສະໜັບສະໜູນຈາກສະຫະປະຊາຊາດ, ບັນດາກຸ່ມຜູ້ຊາຍຢູ່ ອາເມລິກາ, ເອີລົບ, ອາຊີ, ອາຟະລິກາ…. ຈຸດປະສົງຂອງວັນຜູ້ຊາຍສາກົນ ບໍ່ໝາຍຄວາມວ່າເພື່ອແກ້ງແຍ້ງກັບວັນແມ່ຍິງສາກົນ, ແຕ່ແມ່ນເພື່ອຈຸດປະສົງແລກປ່ຽນບົດຮຽນຂອງຜູ້ຊາຍນຳກັນ; ສຸມໃສ່ບັນຫາສຸຂະພາບ ແລະ ເດັກຊາຍ, ປົວແປງການພົວພັນລະຫວ່າງເພດນຳກັນ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເຮັດໃຫ້ບົດບາດຂອງເພດຊາຍພົ້ນເດັ່ນຂຶ້ນ. ນີ້ແມ່ນໂອກາດເພື່ອໃຫ້ເພດຊາຍຍົກອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການຈຳແນກປະພຶດກັບເຂົາເຈົ້າ ແລະ ການປະກອບສ່ວນຂອງຕົນ, ພິເສດແມ່ນການປະກອບສ່ວນຕໍ່ວົງຄະນາຍາດຊຸມຊົນ, ຄອບຄົວ ແລະ ເບິ່ງແຍງດູແລລູກເຕົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ