ວັນບຸນຄຼິດສະມາດ ຈັດຂຶ້ນແຕ່ຕອນຄ່ຳວັນທີ 24 ຮອດໝົດວັນທີ 25 ເດືອນ ທັນວາ ປະຈຳປີ

(VOVWORLD) -ປະຈຸບັນ, ຢູ່ຕາມຖະໜົນ ຮ່າງໝ໋າ, ຮ່າໂນ້ຍ, ບັນດາຮ້ານຂາຍເຄື່ອງໄດ້ວາງຂາຍເຄື່ອງປະດັບປະດາສຳລັບວັນບຸນຄຼິດສະມາດ ແລະ ປະຊາຊົນກໍ່ເລີ່ມໄປຊື້ເຄື່ອງປະດັບໃຫ້ຄອບຄົວ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 336 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ວັນບຸນຄຼິດສະມາດ ຈັດຂຶ້ນແຕ່ຕອນຄ່ຳວັນທີ 24 ຮອດໝົດວັນທີ 25 ເດືອນ ທັນວາ ປະຈຳປີ - ảnh 1(ຫວຽດນາມ ເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025)

ເພື່ອນ ຄຳສຸວັນ, ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: ວັນສິດທິມະນຸດສາກົນ 10 ທັນວາ, ສະຫະປະຊາຊາດ ຢັ້ງຢືນ “ຄວາມໄວ້ເນື້ອເຊື່ອໃຈຕໍ່ສິດທິພື້ນຖານຂອງມະນຸດ, ກຽດສັກສີ ແລະ ຄຸນຄ່າຂອງແຕ່ລະຄົນ, ຕໍ່ບັນດາສິດສະເໝີພາບລະຫວ່າງ ຍິງ - ຊາຍ, ຕົກລົງຊຸກຍູ້ຄວາມກ້າວໜ້າຂອງສັງຄົມ ແລະ ສ້າງເງື່ອນໄຂດຳລົງຊີວິດທີ່ດີກວ່າໃນຄວາມເສລີພາບທີ່ກວ້າງໃຫຍ່ກວ່າ”. ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ອາຊຽນ ວ່າເປັນຜູ້ຕາງໜ້າໜຶ່ງດຽວໃຫ້ ອາຊຽນ ເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ແລະ ໄດ້ຮັບເລືອກຕັ້ງເປັນສະມາຊິກ ອາຍຸການ 2023-2025. ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ຍາມໃດ ຫວຽດນາມ ກໍ່ຖືການຮັບປະກັນສິດທິມະນຸດແມ່ນເນື້ອແທ້, ເປົ້າໝາຍຂອງລະບອບສັງຄົມນິຍົມ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນຫຼາຍຂົງເຂດນີ້, ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກສາກົນ. ອີກຄັ້ງໜຶ່ງ, ຂໍສະແດງຄວາມຍິນດີກັບ ຫວຽດນາມ ແລະ ນີ້ກໍ່ເປັນສິ່ງພິສູດໃຫ້ເຫັນທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີປາໄສສາກົນທີ່ໄດ້ຮັບການປັບປຸງ, ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ເພື່ອນ ຄຳປັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນວ່າ: ຍັງມີເວລາກວ່າ 2 ອາທິດຈະຮອດປີໃໝ່ສາກົນ 2023, ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ປີໃໝ່ຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງ. ຂ້າພະເຈົ້າຫວັງວ່າ ໂລກລະບາດທີ່ແຜ່ລະບາດໃນທົ່ວໂລກນັ້ນສິ້ນສຸດລົງໂດຍໄວ, ການດຳລົງຊີວິດກັບຄືນສູ້ຄວາມເປັນປົກກະຕິ ແລະ ອວຍພອນໃຫ້ພະນັກງານ, ນັກຂ່າວ, ບັນນາທິການມີສຸຂະພາບແຂງແຮງ, ມີຄວາມຜາສຸກ.

ເພື່ອນ ຄຳມີ, ຢູ່ແຂວງ ຫຼວງນ້ຳທາ, ໄດ້ສົ່ງຈົດໝາຍຫາລາຍການໂດຍແບ່ງປັນວ່າ: ຜ່ານເວັບໄຊພາກພາສາລາວ, ຂ້າພະເຈົ້າໄດ້ຮູ້ວ່າ ຝ່າຍ ຫວຽດນາມ ໄດ້ຈັດພິທີສະຫຼຸບການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022. ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຕື່ມອີກກ່ຽວກັບຈຳນວນຜູ້ເຂົ້າຮ່ວມ ແລະ ຈຳນວນບົດທີ່ປະຊາຊົນລາວ ສົ່ງເຂົ້າຮ່ວມ.

ເພື່ອນ ຄຳມີ ທີ່ຮັກແພງ, ການແຂ່ງຂັນ “ຊອກຮູ້ປະຫວັດສາດສາຍພົວພັນພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ຈັດຂຶ້ນເປັນເວລາ 12 ອາທິດ, ແຕ່ວັນທີ 13 ມິຖຸນາ ຫາວັນທີ 05 ກັນຍາ 2022. ການແຂ່ງຂັນໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະຂອງ 2 ປະເທດ ຫວຽດນາມ - ລາວ ແລະ ເພື່ອນມິດສາກົນ. ບັນດາຜູ້ເຂົ້າຮ່ວມການແຂ່ງຂັນໃນເກນອາຍຸ, ຂະແໜງ, ອາຊີບທີ່ແຕກຕ່າງກັນ. ພາຍຫຼັງການແຂ່ງຂັນເປັນເວລາ 12 ອາທິດ, ລະບົບໄດ້ຮັບຜູ້ເຂົ້າຮ່ວມການແຂ່ງຂັນກວ່າ 681.000 ເທື່ອຄົນ ດ້ວຍບົດແຂ່ງຂັນເກືອບ 3,4 ລ້ານບົດ; ໃນນັ້ນຜູ້ມີເຊື້ອຊາດລາວ ແມ່ນເກືອບ 2.500 ເທື່ອຄົນ, ນອກນັ້ນຍັງມີບົດເຂົ້າຮ່ວມການແຂ່ງຂັນຂອງຜູ້ຖືສັນຊາດອື່ນນຳອີກ. ການແຂ່ງຂັນໄດ້ປະກອບສ່ວນສຳຄັນເຂົ້າໃນການສຶກສາມູນເຊື້ອການປະຕິວັດ, ເຮັດໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຢູ່ ຫວຽດນາມ ແລະ ລາວ, ກໍ່ຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າ ກ່ຽວກັບປະຫວັດສາດ, ຄວາມສຳຄັນຂອງສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໃນວິວັດການຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດແຫ່ງການສ້າງສາລັດທິສັງຄົມນິຍົມຢູ່ແຕ່ລະປະເທດ.

ວັນບຸນຄຼິດສະມາດ ຈັດຂຶ້ນແຕ່ຕອນຄ່ຳວັນທີ 24 ຮອດໝົດວັນທີ 25 ເດືອນ ທັນວາ ປະຈຳປີ - ảnh 2ບັນດາຮ້ານຂາຍເຄື່ອງໄດ້ວາງຂາຍເຄື່ອງປະດັບປະດາສຳລັບວັນບຸນຄຼິດສະມາດ
(ພາບ: tuoitrethudo.com.vn)

ເພື່ອນ ບຸນຄຳ, ນັກສຶກສາມະຫາວິທະຍາໄລການແພດ ທາຍບິ່ງ ໄດ້ໂທລະສັບມາຫາລາຍການ ຢາກຊອກຮູ້ກ່ຽວກັບບັນຍາກາດກະກຽມຕ້ອນຮັບວັນບຸນຄຼິດສະມາດ 2022 ຢູ່ ຮ່າໂນ້ຍ, ເຄື່ອງປະດັບປະດາໄດ້ວາງຂາຍແລ້ວບໍ່? ໃນວັນບຸນນີ້ລຸ້ນໜຸ່ມ ໄປຫຼີ້ນຢູ່ສະຖານທີ່ແຫ່ງໃດຫຼາຍກວ່າໝູ່?

ເພື່ອນ ບຸນຄຳ ທີ່ຮັກແພງ, ຕາມຂໍ້ກຳນົດຂອງວັນບຸນຄຼິດສະມາດ ແມ່ນວັນບຸນສຳຄັນຕໍ່ຜູ້ເຊື່ອຖືສາສະໜາເຢຊູ. ໃນຊຸມມື້ນີ້, ທຸກຄົນເຕົ້າໂຮມກັນ ແລະ ແບ່ງປັນບັນດາຜົນງານ, ຄວາມຫຍຸ້ງຍາກຂອງປີຜ່ານມາ ພ້ອມທັງອວຍພອນປີໃໝ່ ຂໍໃຫ້ປະສົບແຕ່ສິ່ງທີ່ດີ. ວັນບຸນຄຼິດສະມາດ ໄດ້ຈັດຂຶ້ນແຕ່ຕອນຄ່ຳວັນທີ 24 ຮອດໝົດວັນທີ 25 ເດືອນ ທັນວາ ປະຈຳປີ. ປະຈຸບັນ, ຢູ່ຕາມຖະໜົນ ຮ່າງໝ໋າ, ຮ່າໂນ້ຍ, ບັນດາຮ້ານຂາຍເຄື່ອງໄດ້ວາງຂາຍເຄື່ອງປະດັບປະດາສຳລັບວັນບຸນຄຼິດສະມາດ ແລະ ປະຊາຊົນກໍ່ເລີ່ມໄປຊື້ເຄື່ອງປະດັບໃຫ້ຄອບຄົວ. ເມື່ອຮອດວັນບຸນຄຼິດສະມາດ, ຖະໜົນສາຍນີ້ມີເພື່ອນໜຸ່ມມາຊື້ເຄື່ອງ, ຖ່າຍຮູບເປັນທີ່ລະນຶກເປັນຈຳນວນຫຼາຍ.

ແຕ່ລະປີ, ຮອດວັນບຸນຄຼິດສະມາດ, ປະຊາຊົນຜູ້ເຊື່ອຖືສາສະໜາເຢຊູ ແລະ ບໍ່ເຊື່ອຖື ໄດ້ເຕົ້າໂຮມກັນຢູ່ໂບດໃຫຍ່ ຮ່າໂນ້ຍ ແລະ ບັນດາໂບດຢູ່ອ້ອມຂ້າງໃກ້ກັບໜອງ ຮ່ວານກຽມ ເພື່ອຕ້ອນຮັບວັນບຸນຄຼິດສະມາດ. ຫຼັງຈາກນັ້ນ, ທຸກຄົນອາດຈະຍ່າງໄປຕາມຖະໜົນສາຍຕ່າງ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼິ້ນຢູ່ຖະໜົນຄົນຍ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ