(VOVWORLD) - ຕາມບົດລາຍງານຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລ້ວ, ໃນເດືອນຕຸລາ ປີ 2025, ຫວຽດນາມ ຄາດວ່າໄດ້ສົ່ງອອກເຂົ້າສານ 421.100 ໂຕນ, ບັນລຸ 216,9 ລ້ານ USD. ໄລ່ລວມ 10 ເດືອນຕົ້ນປີ 2025, ຍອດປະລິມານການສົ່ງອອກເຂົ້າສານບັນລຸ 7,2 ລ້ານໂຕນ, ມີມູນຄ່າ 3,7 ຕື້ USD, ຫຼຸດລົງ 6,5% ກ່ຽວກັບປະລິມານ ແລະ 23,8% ກ່ຽວກັບມູນຄ່າ ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ພາບປະກອບ: vov |
ທ່ານ Paul Jamet ໄດ້ຂຽນວ່າ: “ອີກຄັ້ງໜຶ່ງຂ້າພະເຈົ້າ ຂໍສະແດງຄວາມແບ່ງເບົາຢ່າງເລິກເຊິ່ງໄປຍັງປະຊາຊົນ ຫວຽດນາມ ທີ່ຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມທີ່ຜ່ານມາ, ພ້ອມທັງຕີລາຄາສູງຈິດໃຈຄວາມຮັບຜິດຊອບ ແລະ ການປະຕິບັດງານທີ່ມີປະສິດທິຜົນຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ”.
ທ່ານ ພົນພະນິດ ມາຈາກລາວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮັບຟັງການລາຍງານກ່ຽວກັບພາຍຸນ້ຳຖ້ວມເປັນວົງກວ້າງຢູ່ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ສະພາບການຈະກັບຄືນມາເປັນປົກກະຕິໂດຍໄວ, ນ້ຳຈະຫຼຸດລົງໂດຍໄວ ແລະ ການດຳລົງຊີວິດຂອງປະຊາຊົນຈະກັບຄືນສູ່ປົກກະຕິໂດຍໄວ.
ຈາກ ເມັກຊີໂກ, ທ່ານ Armando Francisco Higuera del Reyo ໄດ້ຍ້ອງຍໍຄວາມສາມາດໃນຟື້ນຟູຂອງຫວຽດນາມ ຕໍ່ໜ້າໄພທຳມະຊາດ: ຄວາມສາມັກຄີຂອງ ຫວຽດນາມ ໃນການຜ່ານຜ່າໄພທຳມະຊາດເປັນສິ່ງທີ່ໜ້າເຄົາລົບນັບຖື. ຄືກັນກັບ ເມັກຊີໂກ, ຫວຽດນາມ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ຂ້າພະເຈົ້າຫວັງວ່າ COP 30 ຈະນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ.
ທ່ານຜູ້ຟັງທີ່ເຄົາລົບ, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຕໍ່ການລະດົມກຳລັງໃຈ, ການແບ່ງເບົາເຊິ່ງຜູ້ຟັງໄດ້ຝາກມາ VOV5 ໃນອາທິດຜ່າມາ. ໃນໂອກາດນີ້ພວກຂ້າພະເຈົ້າຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ຊີວິດຂອງຕົນ.
ໃນອາທິດຜ່ານມາ, ທ່ານ ຈັນສະໝອນ ມາຈາກແຂວງ ຊຽງຂວາງ ໄດ້ສົ່ງອີເມວມາຍັງລາຍການ ດ້ວຍເນື້ອໃນຢາກຄົ້ນຫາກ່ຽວກັບໝູ່ບ້ານອາຊີບທີ່ມີຊື່ສຽງຂອງ ຫວຽດນາມ, ເພື່ອນຂຽນວ່າ: ຂ້າພະເຈົ້າມັກບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຂອງ ຫວຽດນາມ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຂອງ ຫວຽດນາມ, ເພື່ອຖ້າມີໂອກາດ, ຂ້າພະເຈົ້າຢາກລອງເຮັດບັນດາຂັ້ນຕອນເຮັດເຄື່ອງປັ້ນດິນເຜົາ.
ເພື່ອນ ຈັນສະໝອນ ທີ່ຮັກແພງ, ຢູ່ ຫວຽດນາມ ມີຫຼາຍໝູ່ບ້ານອາຊີບເຮັດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ, ຈຸດພິເສດລວມຂອງບັນດາໝູ່ບ້ານນີ້ແມ່ນໄດ້ຮັບການສ້າງຕັ້ງແຕ່ດົນນານມາແລ້ວ. ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍແນະນຳໝູ່ບ້ານທີ່ມີຊື່ສຽງຈຳນວນໜຶ່ງເຊິ່ງຕາງໜ້າໃຫ້ແກ່ 3 ພາກແມ່ນ: ພາກເໜືອ, ພາກກາງ ແລະ ພາກໃຕ້. ທຳອິດຕ້ອງເວົ້າເຖິງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ປະກົດຂຶ້ນເມື່ອສະຕະວັດທີ 15, ຢູ່ແຄມແມ່ນ້ຳແດງ.
ເວລານັ້ນ, ບາດຈ່າງ ແມ່ນເຂດໂພນດິນສູງຢູ່ແຄມແມ່ນ້ຳ. ມີຄວາມສະດວກຫຼາຍຢ່າງໃຫ້ແກ່ວຽກງານເຮັດເຄື່ອງປັ້ນດິນເຜົາ ແລະ ການຄົມມະນາຄົມເດີນທາງໄປມາ. ປັດຈຸບັນ, ໝູ່ບ້ານເຄື່ອງປັ້ນດິນເຜົາຕັ້ງຢູ່ຕາແສງ ບາດຈ່າງ, ເມືອງ ຢາເລິມ, ຮ່າໂນ້ຍ. ທີສອງແມ່ນ ໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ (ໂຮ້ຍອານ, ແຂວງ ກວາງນາມ) ທີ່ໄດ້ຮັບການສ້າງຕັ້ງມາເປັນເວລາປະມານ 500 ປີ, ໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ ມີຊື່ສຽງດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ທົນທານ ແລະ ງາມຕາ. ດ້ວຍວັດຖຸດິບຈາກທ້ອງຖິ່ນ, ນາຍຊ່າງໄດ້ເອົາດິນດາກຢູ່ລຽບຕາມແມ່ນ້ຳ ທູບົ່ນ ເປັນວັດຖຸດິບຫຼັກ. ສ່ວນຫຼາຍຜະລິດຕະພັນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ແທັງຮ່າ ຈະມີສີສົ້ມເຂັ້ມ, ສີນ້ຳຕານແດງໜ້ອຍໜຶ່ງ.
ໂດຍຕາງໜ້າໃຫ້ແກ່ເຂດພາກໃຕ້ ແມ່ນໝູ່ບ້ານ ຂະແມ (ອານຢາງ). ເຄື່ອງປັ້ນດິນເຜົາ ຂະແມ ອາດເວົ້າໄດ້ວ່າແມ່ນເຄື່ອງປັ້ນດິນເຜົາຕາມລະດູການ ຍ້ອນວ່າຈະເຮັດເຄື່ອງປັ້ນດິນເຜົາໃນເວລາທີ່ຊາວກະສິກອນເກັບກ່ຽວແລ້ວ. ເພື່ອນຈະເຫັນຈຸດທີ່ແຕກຕ່າງກັນຢູ່ທີ່ນີ້ ນັ້ນແມ່ນບໍ່ມີການເຂົ້າຮ່ວມຂອງຜູ້ຊາຍຫຼາຍ. ຍ້ອນວ່າວຽກງານນີ້ສ່ວນຫຼາຍແມ່ນຂອງຜູ້ຍິງມີອາຍຸສູງ ແລະ ມີປະສົບການສູງຮັບຜິດຊອບ. ດັ່ງທີ່ກ່າວມາຂ້າງເທິງແມ່ນ 3 ໃນຈຳນວນຫຼາຍບັນດາໝູ່ບ້ານເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຂອງ ຫວຽດນາມ, ຖ້າມີໂອກາດເພື່ອນ ຈັນສະໝອນ ຈົ່ງມາແວ່ຢາມ ແລະ ລອງລົງຕົວຈິງເດີ.
ທ່ານ Lim Chanthy, ມາຈາກແຂວງ Kampong Som, ກຳປູເຈຍ ໄດ້ຖາມກ່ຽວກັບສະພາບການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2025.
ເພື່ອນ Lim Chanthy ທີ່ຮັກແພງ! ຕາມບົດລາຍງານຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລ້ວ, ໃນເດືອນຕຸລາ ປີ 2025, ຫວຽດນາມ ຄາດວ່າໄດ້ສົ່ງອອກເຂົ້າສານ 421.100 ໂຕນ, ບັນລຸ 216,9 ລ້ານ USD. ໄລ່ລວມ 10 ເດືອນຕົ້ນປີ 2025, ຍອດປະລິມານການສົ່ງອອກເຂົ້າສານບັນລຸ 7,2 ລ້ານໂຕນ, ມີມູນຄ່າ 3,7 ຕື້ USD, ຫຼຸດລົງ 6,5% ກ່ຽວກັບປະລິມານ ແລະ 23,8% ກ່ຽວກັບມູນຄ່າ ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ເຖິງວ່າຫຼຸດລົງ, ແຕ່ເຂົ້າສານ ຫວຽດນາມ ຍັງຮັກສາອັນດັບສູງໃນຕະຫຼາດສາກົນ, ຢືນຢູ່ແຖວໜ້າໂລກດ້ວຍລາຄາສູງກວ່າເຂົ້າສານ ໄທ (338 USD/ໂຕນ) ແລະ ອິນເດຍ (344 – 350 USD/ໂຕນ).
ຕາມທ່ານ ໂດຮ່ານາມ, ປະທານສະມາຄົມສະບຽງອາຫານ ຫວຽດນາມ ແລ້ວ, ຫວຽດນາມ ຍັງຮັກສາການສົ່ງອອກເຂົ້າສານປະມານ 500.000ໂຕນ/ເດືອນ. ໃນຂະນະທີ່, ສະພາບການສົ່ງອອກເຂົ້າສານພາຍໃນປະເທດພວມປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກຫຼາຍປັດໄຈ, ເປັນຕົ້ນແມ່ນກ່ຽວກັບດິນຟ້າອາກາດ. ຢູ່ບັນດາເຂດທົ່ງພຽງແມ່ນ້ຳຂອງ, ຝົນຕົກໜັກ ແລະ ນ້ຳຖ້ວມໄດ້ສ້າງຜົນສະທ້ອນຕໍ່ເນື້ອທີ່ປູກເຂົ້າຕາມລະດູໃບໄມ້ຫຼົ່ນ-ລະດູໜາວ, ກໍ່ຜົນເສຍຫາຍ ແລະ ອາດຈະເຮັດໃຫ້ປະລິມານຫຼຸດລົງ. ເບິ່ງໄລຍະທ້າຍປີ, ເຖິງວ່າວົງເງິນການສົ່ງອອກຫຼຸດລົງ, ແຕ່ທີ່ຕັ້ງບົດບາດຂອງເຂົ້າສານ ຫວຽດນາມ ຍັງໄດ້ຮັກສາ, ຢັ້ງຢືນຄຸນນະພາບ ແລະ ອິດທິພົນຊື່ສຽງໃນຕະຫຼາດໂລກ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກທີ່ເຕັມໄປດ້ວຍການຜັນແປ, ນະໂຍບາຍນຳເຂົ້າປ່ຽນແປງພ້ອມກັບຜົນກະທົບຈາກດິນຟ້າອາກາດ ໄດ້ຮຽກຮ້ອງໃຫ້ຂະແໜງເຂົ້າສານຕ້ອງເປັນເຈົ້າການກວ່າໃນການບໍລິຫານ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງມູນຄ່າເມັດເຂົ້າ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງໃນປີ 2026.