​ສະ​ເຫຼີ​ມ​ສະຫຼອງ 43 ປີ​ແຫ່ງວັນ​ເຊັນ​ສົ​ນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ,ເນື້ອໃນຈົດໝາຍແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.
​ສະ​ເຫຼີ​ມ​ສະຫຼອງ 43 ປີ​ແຫ່ງວັນ​ເຊັນ​ສົ​ນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1ງານວາງສະແດງສິລະປະລະຫວ່າງຫວຽດນາມ - ລາວ (ພາບ: Baoquocte.com) 

ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສົ່ງຄຳຂອບໃຈຢ່າງຈິງໃຈໄປໃຫ້ທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ສົ່ງຈົດໝາຍ, ບັນດາຄຳອວຍພອນທີ່ດີງາມ ມາຫາລາຍການຂອງພວກຂ້າພະເຈົ້າເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2020), ຕາງໜ້າໃຫ້ແກ່ຜູ້ຈັດທຳລາຍການ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການດຳລົງຊີວິດ. ຕໍ່ໄປ, ຂ້າພະເຈົ້າຂໍຄັດສະເໜີຈົດໝາຍຂອງເພື່ອນ ແກ້ວວິໄລ ມາຈາກແຂວງ ສະຫວັນນະເຂດ ທີ່ໄດ້ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ວ່າ:

    ນັບແຕ່ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາຢ່າງເປັນທາງການ, ການພົວພັນລະຫວ່າງ ສອງປະເທດພວກເຮົາໄດ້ກ້າວເຂົ້າສູ່ລະດັບສູງໃໝ່, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ລາວພັດທະນາຢ່າງຮອບດ້ານ 

ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ. ໃນສະພາບການປັດຈຸບັນ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ໃນທົ່ວໂລກ, ກໍ່ຄືສິ່ງທ້າທາຍຕ່າງໆ ທີ່ສອງປະເທພວມປະເຊີນໜ້າ, ນ້ຳໃຈມິດຕະພາບນັ້ນຍິ່ງໄດ້ຮັບການຮັດແໜ້ນກ່ວາເກົ່າ. ເນື່ອງໃນໂອກາດສະເຫຼີສະຫຼອງ 43 ປີແຫ່ງວັນເຊັນສົນທິສັນຍາມິດຕິພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ, ລາວຫວຽດນາມ ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດໃຫ້ໝັ້ຄົງຂະໜົງແກ່ນໄປຊົ່ວກາລະນານ, ອວຍພອນໃຫ້ບັນດາການນຳ, ອະດີການນຳພັກ, ລັດ ແລະ ບັນດາສະຫາຍລາວ ແລະ ຫວຽດນາມທຸກຖ້ວນໜ້າ, ບັນນາທິການພາກສາລາວເວົ້າສະເພາະ ແລະ ວິທະຍຸກະຈາຍສຽງຫວຽດນາມເວົ້າລວມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັໃນໜ້າທີ່ການງານ.

ເພື່ອນ Sanil  Deep ມາຈາກອິນເດຍ ໄດ້ສົ່ງຈົດໝາຍມາຍັງລາຍການເພື່ອຢາກຊອກຮູ້ກ່ຽວກັບສະພາບການຂອງສາຍການບິນພາຍໃນປະເທດ ແລະ ແຜນການເປີດສາຍການບິນສາກົນຄືນໃໝ່ຢູ່ຫວຽດນາມ.

ເພື່ອນ Sanil  Deep ທີ່ຮັກແພງ! ພາຍຫຼັງ ຫວຽດນາມ ຄວບຄຸມໂລກລະບາດ Covid – 19ໄດ້ແລ້ວ ລັດຖະບານຫວຽດນາມໄດ້ອະນຸຍາດໃຫ້ບັນດາບໍລິສັດການບິນພາຍໃນປະເທດຟື້ນຟູບັນດາການເຄື່ອນໄຫວຄ້າຂາຍ, ຂຸດຄົ້ນບັນດາສາຍການບິນພາຍໃນປະເທດຄືນໃໝ່ເຊິ່ງເລີ່ມແຕ່ວັນທີ 8 ພຶດສະພາ ປີ 2020ເປັນຕົ້ນມາ, ແຕ່ວ່າການເຄື່ອນໄຫວຂຸດຄົ້ນໃນປັດຈຸບັນ ບັນລຸໄດ້ພຽງແຕ່ 50% - 60% ເມື່ອທຽບໃສ່ໄລຍະກ່ອນການເກີດໂລກລະບາດ. ປະລິມານການຂົນສົ່ງຄາດວ່າຈະບັນລຸຜູ້ໂດຍສານໄດ້ພຽງແຕ່ 400 ພັນຄົນ /ອາທິດເມື່ອທຽບໃສ່ ຜູ້ໂດຍສານ750 – 800 ພັນຄົນ/ອາທິດ ນັ້ນແມ່ນໃນເວລາປານກາງຂອງປີ 2019.   

ສ່ວນຕະຫຼາດສາກົນ, ໃນບົດລາຍງານສະບັບໃໝ່ທີ່ສົ່ງໄປຍັງກະຊວງຄົມມະນາຄົມແລະຂົນສົ່ງຫວຽດນາມ, ກົມການບິນຫວຽດນາມ ໄດ້ສະເໜີບັນດາຂໍ້ກຳນົດເພື່ອຟື້ນຟູບັນດາຖ້ຽວບິນການຄ້າສາກົນເປັນປົກກະຕິ.

ກົມການບິນຫວຽດນາມໃຫ້ຮູ້ວ່າ: ໃນທົ່ວໂລກເມື່ອບັນດາປະເທດຄິດໄລ່ຊັ່ງຊາວ່າ ເຮັດແນວໃດເພື່ອເລີ່ມເຄື່ອນໄຫວການເດີນທາງໄປມາລະຫ່ວາງບັນດາປະເທດໃນໂລກໃນສະພາບການເກີດໂລກລະບາດCovid – 19 ນັ້ນແມ່ນຄວາມຄິດກ່ຽວກັບ Travel bubble - ການເດີນທາງໄປມາພາຍໃນກຸ່ມຫຼືແລວທາງໄປມາ”ພວມກາຍເປັນສິ່ງທີ່ດູດດດື່ມໃຈ. Travel Bubble ໄດ້ເຂົ້າໃຈວ່າແມ່ນ 2 ຫຼື ຫຼາຍປະເທດທີ່ສາມາດຄວບຄຸມໂລກລະບາດ Covid – 19 ໄດ້ສຳເລັດແລ້ວຈະເຫັນດີເປັນເອກະພາບກັນສ້າງກຸ່ມ ຫຼື ແລວທາງການເດີນທາງໄປມາຫາສູ່ກັນ”.

ຢູ່ຫວຽດນາມ, ກົມການບິນໄດ້ຖືວ່າອາດຈະຄົ້ນຄ້ວາການຟື້ນຟູບັນດາສາຍການບິນສາກົນການຄ້າທີ່ເປັນປົກກະຕິເພື່ອນຳສົ່ງຜູ້ໂດຍສານເຂົ້າຫວຽດນາມໃນທ້າຍເດືອນກໍລະກົດ 2020. ສາຍການບິນສາກົນອາດຈະເປີດໄປຍັງບັນດາປະເທດ ແລະ ເຂດແຄ້ວນທີ່ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນຊຸມຊົນໃນຮອບເວລາ 30 ວັນຕິດຕໍ່ກັນ.

ຕາມກົມການບິນແລ້ວ, ເພື່ອຮັກສາ ແລະ ຮັບປະກັນລັກສະນະເປັນໄປໄດ້ນັ້ນແມ່ນບໍ່ຄວນຈຳກັດແຫຼ່ງທີ່ມາຂອງຜູ້ໂດຍສານ, ລວມມີທັງແຂກທ່ອງທ່ຽວ, ເຖິງຢ່າງໃດກໍ່ຕາມ ຕ້ອງຮັດກຸມເງື່ອນໄຂທີ່ວ່າຜູ້ໂດຍສານຕ້ອງຮັບປະກັນຂໍ້ກຳນົດທີ່ອະນຸຍາດໃຫ້ເຂົ້າເມືອງ ແລະ ເດັດຂາດບໍ່ໃຫ້ຜູ້ໂດຍສານຜ່ານແດນໄປຍັງປະເທດອື່ນ.

ຫວ່າງແລ້ວນີ້, ເມື່ອເຕື້ອງເຖິງໂອກາດທີ່ຫວຽດນາມຈະເຊື່ອມຕໍ່ການເດີນທາງໄປມາກັບບັນດາປະເທດໃນສະພາບການທີ່ຫວຽດນາມ ພວມຄວມຄຸມ ໂລກລະບາດໄດ້ເທື່ອລະກ້າວນັ້ນ, ທ່ານນາງເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ອີງຕາມສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມໄດ້ແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ເທື່ອລະກ້າວ.

ເລື່ອງເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ຄືແນວໃດນັ້ນແມ່ນຈະອີງໃສ່ພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມໃນວົງກ້ວາງ, ກ່ອນອື່ນໝົດແມ່ນຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຊ່ຽວຊານສາກ່ອນ.

ທ່ານຜູ້ຟັງທີ່ເຄົາລົບ, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໃກ້ສິ້ນສຸດລົງແລ້ວ. ມາຮອດປັດຈຸບັນ, ລາຍການພາສາລາວຂອງພວກເຮົາຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບການຕອບສະໜອງຢ່າງຈິງໃຈຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້.

ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ,ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ. ສຸດທ້າຍ, ຢ່າລືມເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ” ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ