ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ

(VOVWORLD) - ທະຫານ, ປະຊາຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ໄດ້ຜ່ານຜ່າຄວາມລຳບາກ, ເສຍສະຫຼະ, ເອົາຊະນະການໂຕ້ກັບຢ່າງສິ້ນເຊີງ ເຮັດໃຫ້ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຕໍ່ສູ້ທີ່ບໍ່ຍອມຈຳນົນຂອງຊາດ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 339 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 28 ສະບັບຈາກທ່ານຜູ້ຟັງລາວ.
ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ - ảnh 1ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ
(ພາບເອກະສານ)

ທ່ານຜູ້ຟັງ ລາວ ຄື: ທ່ານ ພອນສະຫວັນ, ວິໄລວັນ, ບຸນທະວີສຸກ… ໄດ້ໂທລະສັບ, ສົ່ງຂໍ້ຄວາມທາງ FB ມາຫາລາຍການ ສະແດງຄຳອວຍພອນ ເນື່ອງໃນໂອດກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2022) ແລະ ສະເຫຼີມສະຫຼອງ 136 ປີແຫ່ງວັນກຳມະການສາກົນ (01 ພຶດສະພາ 1886 – 01 ພຶດສະພາ 2022). ໃນນັ້ນ, ເພື່ອນ ຄຳຈັນ ໄດ້ແບ່ງປັນກັບລາຍການວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ, ຂ້າພະເຈົ້າຂໍອວຍພອນໃຫ້ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ຜົນງານຫຼາຍຢ່າງກວ່າອີກໃນພາລະກິດແຫ່ງການພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ສ່ວນເພື່ອນ ອິນປັນ, ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ເນື່ອງໃນໂອດກາສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ, ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງໄຊຊະນະຢູ່ເສັ້ນທາງເລກ 9 - ທາງພາກໃຕ້ຂອງ ລາວ ເມື່ອພວກຈັກກະພັດ ອາເມລິກາ ດຳເນີນການເຄື່ອນພົນ 3 ຂະໜາດໃຫຍ່ພ້ອມກັນ ເພື່ອທຳລາຍເສັ້ນທາງລຳລຽງ ເຈື່ອງເຊີນ ຂອງການປະຕິວັດຂອງ 3 ປະເທດ ອິນດູຈີນ. ແຕ່ດ້ວຍການ ນຳພາຢ່າງປີຊາສາມາດ ແລະ ເລື່ອງ 3 ປະເທດຮ່ວມມືກັນຢ່າງແໜ້ນແຟ້ນ, ພຽງແຕ່ໃນ 2 – 3 ເດືອນຕົ້ນປີ 1971, ທະຫານ, ປະຊາຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ໄດ້ຜ່ານຜ່າຄວາມລຳບາກ, ເສຍສະຫຼະ, ເອົາຊະນະການໂຕ້ກັບຢ່າງສິ້ນເຊີງ ເຮັດໃຫ້ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອຕໍ່ສູ້ທີ່ບໍ່ຍອມຈຳນົນຂອງຊາດ, ພ້ອມທັງມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນກວ່າກ່ຽວກັບກຳລັງແຮງຂອງນ້ຳໃຈສາມັກຄີຂອງ 3 ປະເທດ ອິນດູຈີນ ໃນເມື່ອກ່ອນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ເສລີພາບ.

ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ - ảnh 2ທົ່ງນາຜະລິດໄຟຟ້າໃຊ້ແຮງລົມຢູ່ແຂວງ ບາກລຽວ
(ພາບ: truyenhinhdulich.vn)

ເພື່ອນ ຄຳໂກ, ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຫາລາຍການ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງນີ້, ຂ້າພະເຈົ້າຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ບາງແຂວງທາງພາກໃຕ້ຂອງ ຫວຽດນາມ. ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ແຂວງ ບາກລຽວ ມີໂຮງງານໄຟຟ້າໃຊ້ແຮງລົມ, ຂ້າພະເຈົ້າຢາກຮູ້ວ່າ ໂຮງງານດັ່ງກ່າວຜະລິດໄຟຟ້າໄດ້ເທົ່າໃດ? ແລະ ຂ້າພະເຈົ້າຢາກມາຢ້ຽມຢາມເຂດນີ້ໄດ້ບໍ່?

ເພື່ອນ ຄຳໂກ ທີ່ຮັກແພງ! ໂຮງງານໄຟຟ້າໃຊ້ແຮງລົມ ບາກລຽວ ຕັ້ງຢູ່ບ້ານ ບຽນດົງອາ, ຕາແສງ ວິງແຈກດົງ, ນະຄອນ ບາກລຽວ, ແຂວງ ບາກລຽວ. ນີ້ແມ່ນໂຮງງານໄຟຟ້າໃຊ້ແຮງລົມແຫ່ງທຳອິດຢູ່ ຫວຽດນາມ ແລະ ໄລ່ມາຮອດປະຈຸບັນໂຮງງານດັ່ງກ່າວສາມາດຜະລິດໄຟຟ້າໄດ້ 1 ຕື້ kWh ແລະ ໄດ້ສົ່ງເຂົ້າຕາໜ່າງໄຟຟ້າແຫ່ງຊາດແລ້ວ. ໂຮງງານໄຟຟ້າໃຊ້ແຮງລົມນີ້ໄດ້ຮັບການກໍ່ສ້າງໃນເນື້ອທີ່ຂຶ້ນເຖິງ 1.300 ເຮັກຕາ, ມີຕວກບິນຜະລິດໄຟຟ້າແຮງລົມ 113 ເສົາ, ມີພະລັງງານຜະລິດໄຟຟ້າຂະໜາດ 241,2 ເມກາວັດ.

        ເຂດນີ້ໄດ້ອະນຸຍາດໃຫ້ນັກທ່ອງທ່ຽວມາຢ້ຽມຊົມ. ນັກທ່ອງທ່ຽວທີ່ມາຢ້ຽມຢາມແຫ່ງນີ້ເປັນຄັ້ງທຳອິດລ້ວນແຕ່ຕື່ນເຕັ້ນຕໍ່ທົ່ງນາຜະລິດໄຟຟ້າໃຊ້ແຮງລົມ. ຈາກເຂດດິນຕໍ່ແຜ່ນໄປສູ່ເຂດທະເລແມ່ນບັນດາເສົ້າຕວກບິນຜະລິດໄຟຟ້າໃຊ້ແຮງລົມໄດ້ກໍ່ສ້າງເປັນແຖວ, ຄ້າຍຄືສ່ວນໜຶ່ງຂອງປະເທດ ໂຮນລັງ ຮັດແຄບເຂົ້າ. ຍາມທ້າຍອາທິດ, ສະຖານທີ່ທ່ອງທ່ຽວຫຼາຍຈຸດມີລະບົບແນະນຳທາງອອກໄປຮອດທະເລ ຍາມໃດກໍ່ມີນັກທ່ອງທ່ຽວເປັນຈຳນວນຫຼາຍ. ຕາມການສະຖິຕິຂອງຂະແໜງທ່ອງທ່ຽວແຂວງ ບາກລຽວ ແລ້ວ, ແຕ່ລະປີ, ໂຮງງານຜະລິດໄຟຟ້າໃຊ້ແຮງລົມນີ້ສາມາດດຶງດູດນັກທ່ອງທ່ຽວມາຢ້ຽມຢາມໄດ້ 200.000 ເທື່ອຄົນ.

ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ - ảnh 3ທິມບານເຕະຍິງແຫ່ງຊາດ ລາວ 26 ຄົນ ຈະເຂົ້າຮ່ວມ Sea Games ຄັ້ງທີ 31
(ພາບ: seagames2021.com)

ເພື່ອນ ຄຳມະນີ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີແມວມາຫາລາຍການ ໂດຍແບ່ງປັນວ່າ: ໃນອາທິດຜ່ານມາ, ສະຫະພັນບານເຕະ ລາວ (LFF) ຫາກໍ່ປະກາດລາຍຊື່ນັກກິລາທິມບານເຕະຍິງແຫ່ງຊາດ ລາວ 26 ຄົນ ຈະເຂົ້າຮ່ວມງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (Sea Games) ຄັ້ງທີ 31 ເຊິ່ງຈະຈັດຂຶ້ນຢູ່ ຫວຽດນາມ ໃນເດືອນ ພຶດສະພາ ຈະມາເຖິງ. ຕາມສະຫະພັນບານເຕະ ລາວ ແລ້ວ, ທິມກິລາບານເຕະຍິງຂອງ ລາວ ນອນໃນກຸ່ມແຂ່ງຂັນສາຍ B ພ້ອມກັບ ໄທ, ມຽນມາ  ແລະ ສິງກະໂປ; ຄາດວ່າ ທິມບານເຕະຈະມາຮອດ ຫວຽດນາມ ໃນຕົ້ນເດືອນ ພຶດສະພາ ເພື່ອກະກຽມໃຫ້ແກ່ການແຂ່ງຂັນບານເຕະນັດທຳອິດກັບ ມຽນມາ ໃນວັນທີ 10 ພຶດສະພາ.

        ສະຫະພັນບານເຕະລາວ ໃຫ້ຮູ້ວ່າ, ບັນດານັກກິລາບານເຕະຍິງ ໄດ້ຮຽກໂຮມນັບແຕ່ກາງເດືອນ ມີນາ, ມາຮອດປະຈຸບັນໄດ້ເລືອກເອົານັກກິລາດີເດັ່ນທີ່ສຸດ 26 ຄົນເພື່ອເຂົ້າຮ່ວມ Sea Games 31 ຢູ່ ຫວຽດນາມ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ-19 ກໍຄືເວລາຝຶກຊ້ອມກໍ່ຕາມ, ແຕ່ທິມບານເຕະກໍ່ມີຄວາມຕັດສິນໃຈສູງເພື່ອຍາດໄດ້ຜົນງານທີ່ດີ່ທີ່ສຸດຢູ່ Sea Games 31. ທິມບານເຕະຍິງແຫ່ງຊາດ ລາວ ລວມມີສະມາຊິກໜຸ່ມຫຼາຍຄົນ, ບາງຄົນແມ່ນໄດ້ເຕະບານມາແຕ່ອາຍຸ 15, 16 ປີ ແລະ ກາຍເປັນເສົ້າຄ້ຳຫຼັກໃຫ້ແກ່ກິມບານເຕະ ລາວ.

        ເພື່ອນ ຄຳມະນີ ທີ່ຮັກແພງ! Sea Games 31 ຈະໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 12 – 23 ພຶດສະພາ 2022. ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ເປັນເຈົ້າພາບຈັດ Sea Games ນັບແຕ່ປີ 2003. Sea Games 31 ມີ 40 ປະເພດກິລາ, ດ້ວຍ ການແຂ່ງຂັນ 526 ລາຍການ ແລະ ຄາດວ່າ ຈະຕ້ອນຮັບນັກກິລາເຂົ້າຮ່ວມປະມານ 10.000 ຄົນທີ່ມາຈາກ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ