ສະ​ເຫຼີມ​ສະຫຼອງ 59 ປີ​ແຫ່ງວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ ຫວຽດ​ນາມ ແລະ ລາວ

(VOVWORLD) -59 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງກວາງຂວາງ, ແທດຈິງ, ມີປະສິດທິຜົນ.
ສະ​ເຫຼີມ​ສະຫຼອງ 59 ປີ​ແຫ່ງວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ ຫວຽດ​ນາມ ແລະ ລາວ - ảnh 1ທ່ານປະທານ ໂຮ່ຈີມິນ ໃຫ້ການຕ້ອນຮັບ ທ່ານປະທານ ລາວ ສຸພານຸວົງ ເມື່ອປີ 1958 (ພາບ: TTXVN)

ໃນອາທິດຜ່ານມາ, ພະແນກພົວພັນຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບອີແມວ, ຈົດໝາຍ 380 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຢູ່ຫລາຍປະເທດໃນໂລກ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບອີແມວ, ຈົດໝາຍ 12 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ທ່ານຜູ້ຟັງທີ່ເຄົາລົບ ເລິ່ມຕົ້ນລາຍການ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນໄປຍັງປະຊາຊົນສອງປະເທດ ຫວຽດນາມ-ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ລາວ (ວັນທີ 5 ກັນຍາ 1962 – 5 ກັນຍາ 2021). 59 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງກວາງຂວາງ, ແທດຈິງ, ມີປະສິດທິຜົນ. ໃນຕະຫຼອດໄລຍະທີ່ຜ່ານມານັ້ນ, ທັງສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຮຽງບ່າຮຽງໄຫຼ່ຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ, ຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກລຳບາກ ແລະ ຍິ່ງໄປກ່ວານັ້ນ ທັງສອງປະເທດ ພ້ອມກັນ ບັນລຸໄດ້ຜົນງານອັນໃຫຍ່ຫຼວງໃນທຸກດ້ານ. ຂໍອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ. ອວຍພອນໃຫ້ການພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ໃນຂໍ້ຄວາມທີ່ສົ່ງເຖິງລາຍການ, ເພື່ອນ ຜາດອນ ຢູ່ນະຄອນຫລວງ ວຽງຈັນ ໄດ້ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 – 7/9/2021) ພວກຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຂ່າວ, ນັກເຕັກນິກລຸ້ນຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ພະແນກກະຈາຍສຽງພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມເວົ້າສະເພາະ, ອວຍພອນໃຫ້ພວກເພື່ອນຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ຈາກການມອບໝາຍໃຫ້ເປັນຢ່າງດີ, ມີລາຍການມ່ວນໆ, ດູດດື່ມ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”

ທ່ານຜູ້ຟັງທີ່ເຄົາລົບ ! ປະຈຸບັນ, ສະພາບການໂລກ, ພາກພື້ນຍັງມີການຜັນແປສັບສົນຫລາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ພິເສດແມ່ນພະຍາດ Covid – 19 ນັບມື້ນັບແຜ່ລະບາດຢ່າງໜັກໜ່ວງ. ວິທະຍາສາດ, ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳ 4.0 ພັດທະນາໄວນັ້ນ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ພາຫະນະສື່ມວນຊົນ. ໄປຄຽງຄູ່ກັນນັ້ນ, ບັນດາອິດທິກຳລັງທີ່ເປັນປໍລະປັກໄດ້ເພີ່ມທະວີການມ້າງເພທຳລາຍ, ເສກສັນປັ້ນແຕ່ງຕໍ່ແນວທາງ, ນະໂຍບາຍພັດທະນາຂອງ ຫວຽດນາມ. ໃນສະພາບການນັ້ນ, VOV5 ໄດ້ມີການປ່ຽນແປງໃໝ່ຢ່າງແຮງກ່ຽວກັບວຽກງານກະຈາຍສຽງເປັນພາສາຕ່າງປະເທດ ນັບທັງດ້ານເນື້ອໃນ ແລະ ຮູບການ, ພັດທະນາໃນລະບົບສື່ສານຫລາຍປະເພດ, ນຳໃຊ້ສື່ສັງຄົມອອນລະບົບອື່ນໆ ເພື່ອແນໃສ່ນຳເອົາຂໍ້ມູນຂ່າວສານຢ່າງເປັນທາງການ ມາຮັບໃຊ້ທ່ານຜູ້ຟັງໃນທົ່ວໂລກໃຫ້ໄວທີ່ສຸດ, ມີຄຸນນະພາບ ແລະ ມີປະສິດທິຜົນສູງໃນວຽກງານໂຄສະນາເຜີຍແຜ່; ເພີ່ມທະວີລັກສະນະສະເພາະ, ເປົ້າໝາຍ, ພາຫະນະຫຼາຍປະເພດໃຫ້ແກ່ການສື່ສານການຕ່າງປະເທດ ແລະ ພິເສດແມ່ນຖືເອົາທ່ານຜູ້ຟັງເປັນບົດບາດໃຈກາງໃນຍຸກສະໄໝກະຈາຍສຽງດີຈີຕອນຄືໃນປະຈຸບັນ.

ເນື່ອງໃນໂອກາດນີ້, ພວກຂ້າພະເຂົ້າຂໍຂອບໃຈຕໍ່ຄຳອວຍພອນອັນດີງາມທີ່ສຸດ ເຊິ່ງພວກເພື່ອນໄດ້ສະຫງວນໃຫ້ພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ພະແນກກະຈາຍສຽງພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມເວົ້າສະເພາະ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ມີລາຍການທັງມ່ວນທັງສ້າງຄວາມດູດດຶ່ມໃຫ້ທ່ານຜູ້ຟັງຜູ້ອ່ານທີ່ຢູ່ພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍກ່ວາອີກ. ຂໍຂອບໃຈ.

ເພື່ອນ ໜູເພັດ ປັດຈຸບັນ ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນດັ່ງນີ້: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນ ແມ້ງຮຸ່ງ ແລະ ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ ບໍ່ວຽງຄໍາ ວົງດາລາ ກ່ຽວກັບຂົງເຂດຫັນເປັນດີຈີຕອນ. ຫວັງວ່າ ທາງລາຍການຈະສະໜອງໃຫ້ຂ້າພະເຈົ້າ ກ່ຽວກັບຂໍ້ມູນການໂອ້ລົມສົນທະນາທາງໂທລະສັບນີ້. ຂໍຂອບໃຈ!

ເພື່ອນ ໜູເພັດ ທີ່ຮັກແພງ! ວັນທີ 1 ກັນຍາ ປີ 2021, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ  ບໍ່ວຽງຄໍາ ວົງດາລາ ແລະ ໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ.

ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ ໄດ້ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ ແລະ ການຮ່ວມມືຮອບດ້ານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສຳລັບລາວ ໃນຂົງເຂດ ICT, ຫັນເປັນດີຈີຕອນ ແລະ ການສຶກສາ. ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈະສືບຕໍ່ບັນລຸຜົນສຳເລັດກ່ວາອີກ ໃນວິວັດການຫັນເປັນດີຈີຕອນ, ສ້າງລັດຖະບານດີຈີຕອນ ແລະ ພັດທະນາປະເທດຊາດ, ຍົກສູງບົດບາດທີ່ຕັ້ງຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມ ໃນພາກພື້ນ ແລະ ເວທີສາກົນ ຢ່າງບໍ່ຢຸດຢັ້ງ.

ໃນຂອບເຂດການໂອ້ລົມສົນທະນາໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງ, ຕາມນັ້ນແລ້ວ, ລັດຖະມົນຕີສອງທ່ານ ກໍ່ເຫັນດີເປັນເອກະພາບ ຈະເສີມຂະຫຍາຍກົນໄກຮ່ວມມືສອງຝ່າຍ, ຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງກະຊວງ ຢ່າງມີປະສິດທິຜົນ, ເພີ່ມທະວີການແບ່ງປັນຂໍ້ມູນ ກ່ຽວກັບນະໂຍບາຍຄຸ້ມຄອງ ໄປສະນີ, ໂທລະຄົມມະນາຄົມ, ຄວາມຖີ່, ອິນເຕີແນັດ, ຄວາມປອດໄພທາງຂໍ້ມູນ ແລະ ອຸດສາຫະກຳ ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ, ການບຳລຸງສ້າງຍົກສູງກຳລັງຄວາມສາມາດ, ລະດັບຄວາມຮູ້, ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະ ຄຳຖາມຂອງຜູ້ຟັງ ທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment (ສະແດງຄຳຕິຊົມ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ