ສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2019)

(VOVWORLD) -ເນື່ອງໃນໂອກາດວັນຊາດຫວຽດນາມ ຂ້າພະເຈົ້າຂໍອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ, ນັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມ…

ສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2019) - ảnh 1 ວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2019)

(ພາບອີນເຕີແນັດ)

 ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 311 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 15 ສະບັບ ແລະ ໂທລະສັບຫຼາຍສາຍ.

          ເພື່ອນອານຸໄຊ, ເພື່ອນລັດດາວັນ, ເພື່ອນວົງລະຄອນ, ເພື່ອນວິດາລັດ, ໄດ້ສົ່ງອີແມວ ແລະ ຂໍ້ຄວາມຜ່ານທາງ Facebook ມາຍັງລາຍການ ດ້ວຍຄຳອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2019). ໃນນັ້ນ, ເພື່ອນ ອານຸໄຊ, ດຳລົງຊີວິດຢູ່ແຂວງ ບໍລິຄຳໄຊ, ໄດ້ຂຽນວ່າ: ເນື່ອງໃນໂອກາດວັນຊາດຫວຽດນາມ ຂ້າພະເຈົ້າຂໍອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ, ນັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມ… ແລະກໍ່ເນື່ອງໃນໂອກາດນີ້, ເພື່ອນກໍ່ຂໍອວຍພອນໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ ນັບມື້ນັບພັດທະນາ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV) (07 ກັນຍາ 1945 – 07 ກັນຍາ 2019). ເພື່ອນ ພອນໄຊສັກ, ເພື່ອນຈັນທິດາ, ເພື່ອນສຸລິຍະ ແລະ ເພື່ອນແສງມະລີ ກໍ່ໄດ້ສົ່ງຄຳອວຍພອນເຖິງບັນດາການນຳ, ອ້າຍເອື້ອຍນ້ອງບັນນາທິການ VOV ເວົ້າລວມ ແລະ ລາຍການພາກພາສາລາວ ເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ອຸທິດສ້າງລາຍການໃຫ້ມ່ວນ, ຂ່າວຄາວທີ່ເປັນປະໂຫຍດ. ຂໍອວຍພອນໃຫ້ VOV ນັບມື້ນັບພັດທະນາ ແລະ ບືນຕົວອອກສູ່ໂລກ.

        ໂດຍຕາງໜ້າໃຫ້ VOV ແລະ ລາຍການພາກສາລາວ, ບັນດາບັນນາທິການ VOV ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ສົ່ງອີແມວ, ໂທລະສັບ ກໍຄືສົ່ງຂໍ້ຄວາມຜ່ານທາງ Facebook ບັນດາຄຳອວຍພອນອັນດີງາມເຖິງປະເທດຫວຽດນາມ ເວົ້າລວມ ແລະ VOV ເວົ້າສະເພາະ. ນີ້ແມ່ນບັນດາແຫຼ່ງລະດົມກຳລັງໃຈອັນລ້ຳຄ່າເພື່ອໃຫ້ພວກຂ້າພະເຈົ້າເຮັດວຽກງານຂອງຕົນໃຫ້ນັບມື້ນັບດີກວ່າອີກ. ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານຜູ້ຟັງຈະສົ່ງອີແມວ, ຈົດໝາຍມາໃຫ້ລາຍການນັບມື້ນັບຫຼາຍກວ່າອີກ.

ສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2019) - ảnh 2 (ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກເສຍຫາຍຍ້ອນນ້ຳຖ້ວມ)

ເພື່ອແນໃສ່ແບ່ງປັນ, ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກເສຍຫາຍຍ້ອນນ້ຳຖ້ວມ. ໃນອາທິດຜ່ານມາ, ເພື່ອນ ຢຸຍຮ່າ, ດຳລົງຊີວິດຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຂໍ້ມູນຂ່າວໂດຍແບ່ງປັນວ່າ: ໃນໄລຍະຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ຫຼວງພະບາງ, ປະເທດລາວ ໄດ້ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໜູນຊ່ວຍປະຊາຊົນຢູ່ເຂດຖືກເສຍຫາຍຍ້ອນນ້ຳຖ້ວມ ຢູ່ເມືອງ ນານ, ແຂວງ ຫຼວງພະບາງ ເມື່ອຕົ້ນເດືອນ ສິງຫາ ຜ່ານມາ, ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ. ນີ້ແມ່ນບັນດາການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຂອງປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດຢູ່ບັນດາທ້ອງຖິ່ນຂອງລາວ. ຈຳນວນເງິນ ແລະ ບັນດາຂອງຂວັນທີ່ໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມຢູ່ເມືອງ ນານ, ລວມມີມູນຄ່າທັງໝົດ 200 ລ້ານດົ່ງ (ປະມານ 70 ລ້ານກີບ), ໂດຍວັດ ເຟີດຕິ໊ກ, ຢູ່ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວ ແລະ ຫຼວງພະບາງ ບໍລິຈາກນັບແຕ່ຕົ້ນເດືອນ ສິງຫາ ມາຮອດປະຈຸບັນ. ການແບ່ງປັນດັ່ງກ່າວແມ່ນສິ່ງທີ່ພິສູດໃຫ້ເຫັນບົດບາດຂອງປະຊາຄົມຊາວຫວຽດນາມ ຕໍ່ກັບການພັດທະນາຂອງລາວ, ແມ່ນສັນຍາລັກຂອງສາຍພົວພັນສະໜິດແໜ້ນລະຫວ່າງປະຊາຄົມຊາວຫວຽດນາມ ກັບປະຊາຊົນປະເທດລາວ ອ້າຍນ້ອງ.

        ເພື່ອນວຽງຄຳ, ຢູ່ນະຄອນຫຼວງວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາເພື່ອນໄດ້ຕິດຕາມງານປະກວດສຽງເພງອາຊຽນ + 3, ໂດຍ VOV ຈັດຕັ້ງ, ເຊິ່ງດຳເນີນຢູ່ແຂວງກວ໋າງນິງ. ໂດຍໄດ້ຮູ້ວ່າ, ນີ້ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມ. ເພື່ອນຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງບາງແຫ່ງຢູ່ທີ່ນີ້, ຖ້າມີໂອກາດເພື່ອນຈະມາຢ້ຽມຢາມ, ຄົ້ນຫາບັນດາສະຖານທີ່ທ່ອງທ່ຽວດັ່ງກ່າວນີ້.

        ເພື່ອນວຽງຄຳ ທີ່ຮັກແພງ, ຖ້າຫາກວ່າ ກ່ອນນີ້ເມື່ອເວົ້າເຖິງການໄປທ່ອງທ່ຽວຢູ່ແຂວງກວ໋າງນິງ ນັກທ່ອງທ່ຽວຈະຄິດເຖິງອ່າວຮ້າລອງ ທີ່ສວຍງາມໃນທັນທີ, ປະຈຸບັນຈະມີສະຖານທີ່ທ່ອງທ່ຽວສວຍງາມ ແລະ ມີຊື່ສຽງຫຼາຍແຫ່ງຕື່ມອີກ.  ສະພາບດິນຟ້າອາກາດຢູ່ ກວ໋າງນິງ ແມ່ນເຢັນສະບາຍຕະຫຼອດປີ, ອາກາດປອດໂປ່ງ, ຍ້ອນເຫດນັ້ນ, ເພື່ອນມາຢ້ຽມຢາມແຫ່ງນີ້ໃນຈຸດເວລາໃດໃນປີກໍ່ໄດ້. ສະຖານທີ່ທຳອິດແມ່ນອ່າວຮ້າລອງ. ອ່າວຮ້າລອງ ກໍ່ແມ່ນແຫ່ງເຊິ່ງ UNESCO ຮັບຮອງເອົາແມ່ນເຂດມໍລະດົກໂລກ, ອ່າວຮ້າລອງມີເນື້ອທີ່ກວ້າງ 1.553 ກິໂລຕາແມັດ ປະກອບດ້ວຍເກາະເກືອບ 2.000 ແຫ່ງ. ຕໍ່ຈາກນັ້ນແມ່ນເກາະ ຕ່ວນເຈົາ, ໂດຍຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ ຂອງນະຄອນຮ້າລອງ, ມີເນື້ອທີ່ປະມານ 400 ຕາແມັດ, ເຊິ່ງທຳມະຊາດໄດ້ດົນບັນດານໃຫ້ມີເງື່ອນໄຂທຳມະຊາດທີ່ສວຍງາມທີ່ສຸດ. ນອກນັ້ນ, ຍັງມີບັນດາເຂດທ່ອງທ່ຽວທີ່ສວຍງາມທີ່ຫຼາຍຄົນໄດ້ຮູ້ຈັກເຖິງຄື: ເກາະ ໂກໂຕ, ກວານລ້ານ, ຈ່າໂກ, ບ໋າຍໄຈ໊… ຖ້າຫາກນັກທ່ອງທ່ຽວຢາກໄປທ່ອງທ່ຽວທາງຈິດວິນຍານ ກໍ່ສາມາດໄປທ່ອງທ່ຽວຢູ່ພູ ອຽນຕື໋, ວັດ ບາວ່າງ.

        ຫວັງວ່າ, ເພື່ອນ ວຽງຄຳ ຈະສະຫງວນເວລາເພື່ອມາຢ້ຽມຢາມຢູ່ແຂວງກວ໋າງນິງ ແລະ ແບ່ງປັນຄວາມຮູ້ສຶກຂອງຕົນກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ໃຫ້ແກ່ພວກຂ້າພະເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ