ສະ​ເຫຼີ​ມ​ສະຫຼອງ ວັນ​ຊາດ​ລາວ​ຄົບ​ຮອບ 45 ປີ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ກ່ວາ 400 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.
ສະ​ເຫຼີ​ມ​ສະຫຼອງ ວັນ​ຊາດ​ລາວ​ຄົບ​ຮອບ 45 ປີ - ảnh 1ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ກ່າວຄຳຫັນທີ່ງານວາງສະແດງ “ການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ”

ກ່ອນທີ່ຈະເລີ່ມຕົ້ນລາຍການມື້ນີ້, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍແລະອວຍພອນທ່ານຜູ້ຟັງລາວໝົດທຸກຄົນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ.ລາວຄົບຮອບ 45 ປີ ແລະສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 100 ປີ. ໃນຕະຫຼອດໄລຍະ 45 ປີແຫ່ງການສ້າງສາແລະພັດທະນາປະເທດຊາດພັກ, ລັດ ແລະ ປະຊາຊົນລາວບັນລຸໄດ້ຜົນງານຍິ່ງໃຫຍ່ຫຼາຍຢ່າງໃນບັນດາຂົງເຂດຄື: ເສດຖະກິດ, ການສຶກສາ, ກະສິກຳ, ພະລັງງານ… ປີ 2020, ໂດຍແມ່ນປີທີ່ເກີດບັນຫາຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ - 19, ເຊິ່ງເຮັດໃຫ້ຫຼາຍປະເທດໃນໂລກຖືກເສຍຫາຍຢ່າງໜັກໜ່ວງ ກ່ຽວກັບ ຊີວິດ ແລະ ຊັບສິນ, ເຖິງຢ່າງໃດກໍ່ຕາມ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສແລະທັນການຂອງພັກ, ລັດລາວ, ມາຮອດປັດຈຸບັນ, ປະເທດລາວສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານ, ບໍ່ປະໃຫ້ໂລກລະບາດແຜ່ລາມໄປທົ່ວປະເທດ, ຄ່ອຍໆຟື້ນຟູເສດຖະກິດ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ປະເທດລາວທີ່ສວຍງາມ ນັບມື້ນັບ ພັດທະນາ ແລະ ບັນລຸໄດ້ຫຼາຍໝາກຜົນກ່ວາອີກ. ອວຍພອນໃຫ້ການພົວພັນຫວຽດ - ລາວ ໝັ້ນຄົງທະນົງແກ່ນຊົ່ວກາລະນານ ຄືດັ່ງຄວາມມຸ່ງຫວັງຂອງທ່ານປະທານໂຮ່ຈີມິນ ແລະ ທ່ານປະທານໄກສອນພົມວິຫານ. ໃນຊຸມວັນນີ້, ຢູ່ຫວຽດນາມ ກໍ່ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ ທີ່ກ່ຽວຂ້ອງໃນທົ່ວປະເທດຄື: ງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ການພົວພັນມິດຕະພາບພິເສດລາວ - ຫວຽດນາມ” ຢູ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງວັນຊາດສປປ ລາວຄົບຮອບ 45 ປີ ແລະ ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ100 ປີຢູ່ທ໊າຍງວຽນ, ພິທີສະເຫຼີມສະຫຼອງວັນຊາດສປປ ລາວຄົບຮອບ 45 ປີຢູ່ໂຮ່ຈີມິນ…ໂດຍມີການເຂົ້າຮ່ວມຂອງການນຳພ້ອມກັບປະຊາຊົນ ຫວຽດນາມເປັນຈຳນວນຫຼວງຫຼາຍ.

ເພື່ອນ ພູມາໄລພອນ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ:       ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮູ້ຂ່າວວ່າ ຕົນເອງໄດ້ຮັບໃບຢັ້ງຢືນເອເລັກໂຕນິກຂອງ VOV5 ພາຍຫຼັງເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ຫຼັງຈາກເຂົ້າຮ່ວມການເສັງດັ່ງກ່າວ, ຂ້າພະເຈົ້າມີຄວາມຮູ້ຫຼາຍຕື່ມອີກ ກ່ຽວກັບປະເທດຫວຽດນາມທີ່ສວຍງາມ, ເຂົ້າໃຈຢ່າງແຈ້ງກ່ວາອີກ ກ່ຽວກັບບັນດາຮີດຄອງປະເພນີ, ຈຸດວັດທະນະທຳຂອງຫວຽດນາມ. ຫວັງວ່າ ໃນຊຸມປີຕໍ່ໄປ, VOV5 ຈະສືບຕໍ່ຈັດຕັ້ງບັນດາການເສັງທີ່ຄ້າຍຄືກັນນີ້ໃຫ້ຫຼາຍກ່ວາອີກ

ເພື່ອນພູມາໄລພອນ ທີ່ຮັກແພງ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໄດ້ຈັດຕັ້ງສຳເລັດ ຍ້ອນມີການເຂົ້າຮ່ວມເປັນຈຳນວນຫຼາຍຂອງທ່ານຜູ້ຟັງໃນທົ່ວໂລກ. ດ້ວຍຜົນສຳເລັດດັ່ງກ່າວ, ແນ່ນອນວ່າ ໃນຊຸມປີຈະມາເຖິງ, ທາງ VOV5 ຈະສືບຕໍ່ຈັດຕັ້ງການເສັງຊອກຮູ້ກ່ຽວກັບຫວຽດນາມໃຫ້ຫຼາຍກວ່າເກົ່າ, ຫວັງວ່າ ເພື່ອນຈະສືບຕໍ່ສະໜັບສະໜູນ ກໍ່ຄືເຂົ້າຮ່ວມການເສັງໃຫ້ຫຼາຍຂຶ້ນ. ສຸດທ້າຍ ຂໍອວຍພອນໃຫ້ເພືີ່ອນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຊີວິດກໍ່ຄືໃນວຽກງານຂອງຕົນ.

ທ່ານຜູ້ຟັງທີ່ເຄົາລົບ, ອີກຄັ້ງໜຶ່ງ, ຄະນະຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຂໍແບ່ງປັນວ່າຄະນະຈັດຕັ້ງໄດ້ປະສົບຄວາມຫຍຸ້ງຍາກຫຼາຍຢ່າງ ໃນການກຳນົດວ່າ ບົດເຂົ້າຮ່ວມການເສັງໃດມີຄຳຕອບດີ ແລະ ປະທັບໃຈທີ່ສຸດໃຫ້ແກ່ຄຳຖາມທີ 6 ຍ້ອນວ່າ ຄະນະຈັດຕັ້ງໄດ້ຮັບຄຳຕອບທີ່ເກີນຄວາມຄາດຫວັງທີ່ໄດ້ຕັ້ງໄວ້, ເຊິ່ງແມ່ນບັນດາຄຳຕອບທີ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງຂອງທ່ານຜູ້ຟັງ ທີ່ສະຫງວນໃຫ້ແກ່ວິທະຍຸກະຈາຍສຽງຫວຽດນາມ.

ຕາມນັ້ນແລ້ວ, ມີທ່ານຜູ້ຟັງຫຼາຍຄົນໃຫ້ຮູ້ວ່າ ເຂົາເຈົ້າໄດ້ຟັງວິທະຍຸກະຈາຍສຽງດ້ວຍວິທະຍຸ (ຄື້ນ AM ແລະ FM), ແຕ່ກໍ່ມີທ່ານຜູ້ຟັງຫຼາຍຄົນແຈ້ງໃຫ້ຮູ້ວ່າ ອາດຈະຟັງວິທະຍຸກະຈາຍສຽງຫວຽດນາມຜ່ານບັນດາຮູບແບບຕ່າງໆຄື: ເວັບໄຊ, ໂປຼແກຼມອິນເຕີແນັດ, podcosts… ຄືເພື່ອນ Rudi Hartono (ສັນຊາດອິນໂດເນເຊຍ, ຜູ້ຟັງລາຍການພາສາອິນໂດເນເຊຍ) ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ລາວຟັງ VOV ຜ່ານຄື້ນສັ້ນ (SW) ໃນຕອນເຊົ້າ ແລະ ຕອນຄ່ຳທຸກວັນໄດ້ 32 ປີແລ້ວ. ຖ້າຫາກວ່າມື້ໃດລາວບໍ່ຟັງ VOV ຜ່ານທາງຄື້ນສັ້ນ SW, ລາວກໍ່ຈະຟັງຜ່ານທາງເວັບໄຊຂອງ VOV ແລະສື່ສັງຄົມອອນລາຍ.

ສ່ວນຄຳຕອບກ່ຽວກັບລາຍການທີ່ຕົນເອງມັກທີ່ສຸດ ຂອງທ່ານຜູ້ຟັງພ້ອມກັບການອະທິບາຍວ່າເປັນຫຍັງເພື່ອນຈຶ່ງມັກລາຍການດັ່ງກ່າວ, ບັນດາຄຳຕອບໄດ້ຍົກອອກມາ ແມ່ນມີຄວາມອຸດົມສົມບູນ ແລະ ປະທັບໃຈທີ່ສຸດ. ມີທ່ານຜູ້ຟັງຫຼາຍຄົນໄດ້ຄັດເລືອກເອົາລາຍການດຽວ, ພ້ອມກັບການອະທິບາຍຢ່າງກະທັດຮັດ ກ່ຽວກັບຫົວຂໍ້ທີ່ຕົນເລືອກ. ແຕ່ວ່າ, ກໍ່ມີທ່ານຜູ້ຟັງຫຼາຍຄົນໃຫ້ຮູ້ວ່າ ມັກຫຼາຍລາຍການຂອງ VOV ຄືລາຍການສະຖານະການການເມືອງ ແລະ ຂ່າວຕ່າງໆ, ລາຍການຄົ້ນຫາຫວຽດນາມ, ເລື່ອງລາວເຂດບ້ານນາ… ພ້ອມກັບການອະທິບາຍ, ການພິສູດທີ່ລະອຽດທີ່ສຸດໃຫ້ແກ່ຫົວຂໍ້ທີ່ຕົນເລືອກ.

ສິ່ງທີ່ມີຄວາມປະທັບໃຈກ່ວາ, ແມ່ນມີທ່ານຜູ້ຟັງຫຼາຍຄົນຍັງແບ່ງປັນນ້ຳໃຈ, ອາລົມຈິດຄວາມຮັກແພງພິເສດທີ່ສະຫງວນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຄືຜູ້ທີ່ປະຕິບັດລາຍການກະຈາຍສຽງ. ເພື່ອນ ເຊໄຟ (ສັນຊາດຈີນ, ຜູ້ຟັງລາຍການພາສາຈີນ) ໄດ້ແບ່ງປັນວ່າ: ການຟັງລາຍການກະຈາຍສຽງພາກພາສາຈີນ ຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງລາວ. ຜ່ານລາຍການ, ລາວມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບປະຫວັດສາດ, ເສດຖະກິດ, ວັດທະນະທຳ…ຂອງປະເທດທີ່ສວຍງາມນີ້”. ໃນຂະນະນັ້ນ, ເພື່ອນ Dietmar Wolf (ສັນຊາດເຢຍລະມັນ, ຜູ້ຟັງລາຍການພາສາເຢຍລະມັນ) ຂຽນວ່າ: “ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດຍ້ອນວ່າ ໂຄສົກພາກພາສາເຢຍລະມັນ ອອກສຽງພາສາເຢຍລະມັນ ໄດ້ດີຫຼາຍ ແລະ ລາຍການເພງກໍ່ມ່ວນຫຼາຍ. ນັ້ນແມ່ນເຫດຜົນເປັນຫຍັງຂ້າພະເຈົ້າຈຶ່ງມັກຟັງລາຍການເປັນປະຈຳ. ລາຍການ “ສະຖານະການການເມືອງ” ມີບັນດາບັນຫາສົດໆຮ້ອນໆ ແລະ ບັນດາລາຍການຕ່າງໆຄື “ເລື່ອງລາວເຂດບ້ານນາ” ຫຼື “ຄົ້ນຫາຫວຽດນາມ” ເບິ່ງຄືວ່າໄດ້ພາຂ້າພະເຈົ້າໄປທ່ອງທ່ຽວຜ່ານສອງຮູຫູ”. ເຂົ້າເຈົ້າອາດຈະນັ່ງຢູ່ບ້ານ ແລະ ໄດ້ຍິນສຽງຢູ່ປະເທດທີ່ຫ່າງໄກ. ຈາກນັ້ນ, ຂ້າພະເຈົ້າມີຄວາມຝັນໄວ້ວ່າ ຢາກມາທ່ອງທ່ຽວຫວຽດນາມຈັກເທື່ອໜຶ່ງ,  ແລະ ຂ້າພະເຈົ້າກໍ່ໄດ້ເຮັດໃຫ້ຄວາມຝັນນັ້ນປະກົດຜົນເປັນຈິງໃນປີ 2018. ທາງຊ່ອງພົວພັນຕ່າງປະເທດຂອງວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ຍາມໃດກໍ່ມີໜ້າທີ່ແນະນຳປະເທດນັ້ນກັບເພື່ອນມິດສາກົນແລະ VOV 5 ກໍ່ໄດ້ປະຕິບັດສິ່ງດັ່ງກ່າວນັ້ນເປັນຢ່າງດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ