ຫວຽດນາມໄດ້ຜັນຂະຫຍາຍບັນດາລາຍການ ແລະວິທີການແກ້ໄຂ ເພື່ອກະຕຸ້ນການທ່ອງທ່ຽວພາຍໃນປະເທດໄລຍະຫຼັງCovid – 19 ໃຫ້ມີປະສິດທິຜົນ

(VOVWORLD) - ເພື່ອແນໃສ່ການກະຕຸ້ນການທ່ອງທ່ຽວ, ທາງແຂວງ ເທື່ອທຽນເຫ້ວໄດ້ຕົກລົງຫຼຸດຄ່າປີ້ຢ້ຽມຊົມບັນດາສະຖານທີ່ປູຊະນີຍະສະຖານຢູ່ ກຸ່ງເກົ່າເຫ້ວລົງເຄິ່ງໜຶ່ງໄປຈົນໝົດເດືອນກໍລະກົດ ປີ 2020. ກ່ອນໜ້ານັ້ນ, ເນື່ອງໃນໂອກາດວັນພັກການໃນໂອກາດວັນທີ 30 ເມສາ ແລະ 1 ພຶດສະພາ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວກໍ່ໃຫ້ເຂົ້າຢ້ຽມຊົມບັນດາສະຖານທີ່ປູຊະນີຍະສະຖານໂດຍບໍ່ເສຍຄ່າ ແລະ ດຶງດູດ ນັກທ່ອງທ່ຽວໄດ້ກ່ວາ 22 ພັນເທື່ອຄົນ ມາຢ້ຽມຊົມສະຖານທີ່ແຫ່ງນີ້.
ຫວຽດນາມໄດ້ຜັນຂະຫຍາຍບັນດາລາຍການ ແລະວິທີການແກ້ໄຂ ເພື່ອກະຕຸ້ນການທ່ອງທ່ຽວພາຍໃນປະເທດໄລຍະຫຼັງCovid – 19 ໃຫ້ມີປະສິດທິຜົນ - ảnh 1ຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງກໍ່ໄດ້ຕົກລົງຫຼຸດລາຄາການໄປທ່ອງທ່ຽວ “ພິຊິດ ເຊີນດ່ອງ - ຖ້ຳຫີນໃຫຍ່ທີ່ສຸດຂອງໂລກ” (ພາບ: toquoc.vn/

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.

        ກ່ອນທີ່ຈະເລີ່ມຕົ້ນລາຍການ, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ປະເທດລາວ ເມື່ອໄດ້ຍາດໄຊຊະນະຕໍ່ໂລກລະບາດ Covid – 19 ໃນໄລຍະເບື້ອງຕົ້ນ ດ້ວຍໝາກຜົນແມ່ນຜູ້ຕິດເຊື້ອຄົນສຸດທ້າຍໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ອາດເວົ້າໄດ້ວ່າ ນີ້ແມ່ນໝາກຜົນທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບປະເທດລາວ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນລາວໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງແມ່ນພະຍາດທີ່ເຮັດໃຫ້ປະຊາຊົນນັບຮ້ອຍພັນຄົນໃນທົ່ວໂລກເສຍຊີວິດ, ເຮັດໃຫ້ຫຼາຍປະເທດປະສົບຄວາມຫຍຸ້ງຍາກໃນທຸກດ້ານ. ດ້ວຍການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ໃນທົ່ວໂລກ, ຍາກທີ່ຈະຄາດຄະເນວັນເວລາສິ້ນສຸດໄດ້, ແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຊີ້ນຳ ນຳພາທີ່ມີຄວາມ ປີຊາສາມາດຂອງພັກ, ລັດ ແລະ ການຮ່ວມແຮງ, ຮ່ວມໃຈຂອງທົ່ວລະບົບການເມືອງພ້ອມກັບປະຊາຊົນລາວ ພວກເພື່ອນຈະສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ສືບຕໍ່ກັບຄືນສູ່ກິດຈະການຍູ້ແຮງການພັດທະນາເສດຖະກິດ - ສັງຄົມ.

ເພື່ອ ມາໄລວັນ ຢູ່ແຂວງບໍ່ແກ້ວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອຕິດຕາມລາຍການ, ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ  ລະຫວ່າງ ຫວຽດນາມ - ສະຫະພາບເອີລົບ ແລະ ບັນດາປະເທດສະມາຊິກໃນສະຫະພາບເອີລົບ (EVIPA). ຂ້າພະເຈົ້າຖືວ່າ ພາຍຫຼັງ ສັນຍາ 2 ສະັບດັ່ງກ່າວໄດ້ຮັບການຜັນຂະຫຍາຍ, ຫວຽດນາມຈະທ່າໄດ້ປຽບໃນການສົ່ງອອກສິນຄ້າໄປຍັງ ເອີລົບ, ປະຊາຊົນຫວຽດນາມຈະມີໂອກາດໄດ້ສຳຜັດກັບສິນຄ້າປະເພດຕ່າງໆທີ່ມີຄຸນນະພາບສູງ, ມີລາທີ່ເໝາະສົມ, ສ່ວນວິສາຫະກິດຫວຽດນາມ ກໍ່ຈະໄດ້ເຂົ້າຮ່ວມຕະຫຼາດທີ່ມີຂອບຂະໜາດໃຫຍ່.  ຂໍອວຍພອນໃຫ້ພວກເພື່ອນ ຍາດແຍ່ງເອົາເງື່ອນໄຂທີ່ສະດວກຈາກສັນຍາ 2 ສະບັບດັ່ງກ່າວໃຫ້ໄດ້ດີທີ່ສຸດ ເພື່ອໃຫ້ຫວຽດນາມ ມີການພັດທະນາ ໃນທຸກໆຂົງເຂດໃຫ້ເປັນຢ່າງດີ.

ເພື່ອນມາໄລວັນທີ່ຮັກແພງ! ກ່ອນອື່ນໝົດພວກຂ້າພະເຈົ້າຂໍຂອບໃຈ ເພື່ອນ ຍ້ອນວ່າໄດ້ຕິດຕາມລາຍການ ແລະ ສົ່ງບັນດາຄຳອວຍພອນທີ່ດີງາມມາໃຫ້ພວກຂ້າພະເຈົ້າ. ອາດເວົ້າໄດ້ວ່າເລື່ອງໃຫ້ສັດຕະຍາບັນ ສັນຍາ 2 ສະບັບນັ້ນ ແມ່ນໝາກຜົນທີ່ຫວຽດນາມບັນລຸໄດ້ໃນປີ 2020 ນີ້. ເຖິງວ່າ, ສັນຍາ 2 ສະບັບດັ່ງກ່າວຈະນຳມາເຊິ່ງທ່າໄດ້ປຽບຫຼາຍຢ່າງໃຫ້ແກ່ຫວຽດນາມກໍ່ຕາມ, ແຕ່ສິ່ງທ້າທາຍກໍ່ບໍ່ແມ່ນໜ້ອຍສຳລັບບັນດາວິສາຫະກິດ ຫວຽດນາມ ເມື່ອຕ້ອງແກ່ງແຍ່ງກັບບັນດາວິສາຫະກິດໃຫຍ່ຂອງເອີລົບໂດຍກົງ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງກ່າວ, ລັດຖະບານຫວຽດນາມພວມສືບຕໍ່ປຶກສາຫາລືເພື່ອຊອກຫາບັນດາມາດຕະການເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ໃນໄລຍະໃໝ່, ຊ່ວຍໃຫ້ບັນດາວິສາຫະກິດ ມີການພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ຄຽງຄູ່ກັນນັ້ນ, ຍັງເອົາໃຈໃສ່ເຖິງການດຶງດູດບັນດາວິສາຫະກິດສາກົນມາລົງທຶນຢູ່ຫວຽດນາມ.

ເພື່ອນ Sok Chanthy, ຢູ່ກຳປູເຈຍ ໄດ້ສົ່ງຄຳຖາມມາຍັງລາຍການ ດ້ວຍເນື້ອໃນທີ່ວ່າ: ຫວຽດນາມໄດ້ຜັນຂະຫຍາຍບັນດາລາຍການ ແລະວິທີການແກ້ໄຂໃດແດ່ເພື່ອກະຕຸ້ນການທ່ອງທ່ຽວພາຍໃນປະເທດໄລຍະຫຼັງ Covid 19 ໃຫ້ມີປະສິດທິຜົນ.

        ເພື່ອນ Soc Chanthy ທີ່ຮັກແພງ! ໂລກລະບາດ Covid – 19 ໄດ້ສົ່ງຜົນທະທົບຢ່າງໜັກໜ່ວງເຖິງຂະແໜງການທ່ອງທ່ຽວຂອງຫວຽດນາມ. ເຖິງວ່າ, ປັດຈຸບັນ ຫວຽດນາມ ຄວບຄຸມ ໂລກລະບາດໄດ້ໂດຍພື້ນຖານແລ້ວກໍ່ຕາມ ແຕ່ ຍ້ອນການຜັນແປຢ່າງສັນສົນຂອງໂລກລະບາດໃນທົ່ວໂລກເຮັດໃຫ້ຂະແໜງທ່ອງທ່ຽວຂອງຫວຽດນາມຍັງບໍ່ທັນພັດທະນາຢ່າງເປັນປົກກະຕິ ເທື່ອ. ເພື່ອໃຫ້ຂະແໜງທ່ອງທ່ຽວຟື້ນຟູເທື່ອລະກ້າວ ທາງລັດຖະບານຫວຽດນາມ ໄດ້ປະກາດໃຊ້ຫຼາຍມາດຕະການກະຕຸ້ນການທ່ອງທ່ຽວພາຍໃນປະເທດຄື: ຈັດຕັ້ງກອງປະຊຸມດ້ວຍຫົວຂໍ້ “ຈຸດເວລາທີ່ເໝາະສົມເພື່ອໄປຄົ້ນຫາຄວາມງາມຂອງຫວຽດນາມ”, ແຜນການ “ຊາວຫວຽດນາມໄປທ່ອງທ່ຽວຢູ່ຫວຽດນາມ”, ຈັດຕັ້ງບັນດາວັນບຸນ, ງານບຸນວັດທະນະທຳຕ່າງໆ… ນອກຈາກນັ້ນ, ບັນດາແຂວງ, ນະຄອນ ແລະ ທ້ອງຖິ່ນທີ່ມີທ່າແຮງດ້ານການທ່ອງທ່ຽວກໍ່ໄດ້ຍົກອອກ ຫຼາຍບຸລິມະສິດໃຫ້ແກ່ແຂກທ່ອງທ່ຽວຢູ່ພາຍໃນປະເທດ ເຊິ່ງມີລາຍລະອຽດຄືດັ່ງນີ້:

        ຢູ່ນະຄອນເຫ້ວ: ເພື່ອແນໃສ່ການກະຕຸ້ນການທ່ອງທ່ຽວ, ທາງແຂວງ ເທື່ອທຽນເຫ້ວໄດ້ຕົກລົງຫຼຸດຄ່າປີ້ຢ້ຽມຊົມບັນດາສະຖານທີ່ປູຊະນີຍະສະຖານຢູ່ ກຸ່ງເກົ່າເຫ້ວລົງເຄິ່ງໜຶ່ງໄປຈົນໝົດເດືອນກໍລະກົດ ປີ 2020. ກ່ອນໜ້ານັ້ນ, ເນື່ອງໃນໂອກາດວັນພັກການໃນໂອກາດວັນທີ 30 ເມສາ ແລະ 1 ພຶດສະພາ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວກໍ່ໃຫ້ເຂົ້າຢ້ຽມຊົມບັນດາສະຖານທີ່ປູຊະນີຍະສະຖານໂດຍບໍ່ເສຍຄ່າ ແລະ ດຶງດູດ ນັກທ່ອງທ່ຽວໄດ້ກ່ວາ 22 ພັນເທື່ອຄົນ ມາຢ້ຽມຊົມສະຖານທີ່ແຫ່ງນີ້.

        ຢູ່ກ໋ວາງບິ່ງ: ຄະນະກຳມະການປະຊາຊົນແຂວງ ກ໋ວາງບິ່ງກໍ່ໄດ້ຕົກລົງຫຼຸດລາຄາການໄປທ່ອງທ່ຽວ “ພິຊິດ ເຊີນດ່ອງ - ຖ້ຳຫີນໃຫຍ່ທີ່ສຸດຂອງໂລກ” ໂດຍໄດ້ນຳໃຊ້ແຕ່ວັນທີ 15 ພຶດສະພາ 2020 ຫາວັນທີ 31 ທັນວາ 2021. ນີ້ແມ່ນການກະທຳທີ່ຕັ້ງໜ້າຂອງແຂວງກ໋ວາງບິ່ງເພື່ອແນໃສ່ກະຕຸ້ນການທ່ອງທ່ຽວພາຍຫຼັງ ໂລກລະບາດ Covid – 19.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ. ສຸດທ້າຍ, ຢ່າລືມເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ” ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ