​ເວ​ລາ​ຮັບ​ບົດ​ເຂົ້າ​ຮ່ວມ​ການ​ເສັງ​ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ສິງ​ຫາປີ 2020

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍແບ່ງປັນຄວາມໃນໃຈ ເມື່ອໄປກວດ, ປິ່ນປົວພະຍາດຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍໄດ້ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

​ເວ​ລາ​ຮັບ​ບົດ​ເຂົ້າ​ຮ່ວມ​ການ​ເສັງ​ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ສິງ​ຫາປີ 2020 - ảnh 1 ໂດຍຕັ້ງຢູ່ຄວາມສູງ 1414 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ດ້ວຍຄວາມຍາວເກືອບ 150 ແມັດ, ລວງກ້ວາງ 12,8 ແມັດ ປະກອບດ້ວຍ 8 ຕອນ, ຂົວລອຍແຫ່ງນີ້ຖືກອອກແບບຢ່າງເປັນເອກະລັກໂດຍກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງຢູ່ Bana Hill ໄດ້ເປີດສະຫຼອງເມື່ອເດືອນມິຖຸນາ 2018

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ໄດ້ຂຽນວ່າ: ຄາດວ່າໃນລະດູຮ້ອນປີນີ້ ຂ້າພະເຈົ້າຈະພາຄອບຄົວໄປຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ, ແຕ່ຂ້າພະເຈົ້າຍັງບໍ່ທັນຮູ້ວ່າ ຈະໄປຢ້ຽມຢາມຢູ່ເຂດພາກໃດດີ? ຫວັງວ່າທາງລາຍການ ຈະແນະນຳໃຫ້ແກ່ຂ້າພະເຈົ້າ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງບາງແຫ່ງຢູ່ບັນດາເຂດພາກຂອງຫວຽດນາມ.

ເພື່ອນ ອາມິນຕາ ທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນມັກໄປທ່ຽວແບບຄົ້ນຫາຄວາມສວຍງາມຂອງພູຜາປ່າໄມ້ ເພື່ອນອາດຈະໄປທ່ອງທ່ຽວຢູ່ພາກເໜືອ ຫວຽດນາມ ຄື: ບາວີ (ຮ່າໂນ້ຍ), ຕາມດາວ (ຫວີງຟຸກ), ຊາປາ (ລາວກາຍ). ຖ້າຫາກເພື່ອນມັກໄປທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ເພື່ອນອາດຈະໄປພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດ ສວຍງາມ ແລະ ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີ່ມ (ຮ່າຕິງ), ໝີເຄ (ດ່າໜັງ)…ໄລຍະເວລາເໝາະສົມກັບການພັກຜ່ອນບຳລຸງສຸຂະພາບແມ່ນແຕ່ເດືອນ ມິຖຸນາ ຫາເດືອນ ກັນຍາ. ຖ້າຫາກເພື່ອນໄປທ່ຽວຊອກຮູ້ວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊ ເພື່ອນອາດຈະໄປຢ້ຽມຢາມພາກໃຕ້ ຫວຽດນາມ ຄື: ເກິນເທີ, ກາເມົາ, ເບີ໊ນແຈ…ອາກາດຢູ່ພາກໃຕ້ສະດວກສະບາຍຕະຫລອດປີ, ອຸນຫະພູມສະເລ່ຍແມ່ນ 27 ອົງສາ C, ສະນັ້ນເພື່ອນອາດຈະໄປຢ້ຽມຢາມບໍ່ວ່າໃນເວລາໃດກໍ່ໄດ້.

“ຍາມໃດທີ່ເຈັບເປັນ ພວກຂ້າພະເຈົ້າກໍ່ຢາກເຂົ້າປິ່ນປົວຢູ່ໂຮງໝໍຮ່າໂນ້ຍ - ວຽງຈັນ. ບໍ່ມັກໄປໂຮງໝໍອື່ນ. ເຂົ້າໂຮງໝໍຮ່າໂນ້ຍ-ວຽງຈັນ ພວກຂ້າພະເຈົ້າໄດ້ຮັບການປິ່ນປົວ, ເບິ່ງແຍງສຸຂະພາບຈາກແພດໝໍຢ່າງສຸດອົກສຸດໃຈ.” ນັ້ນແມ່ນຄຳແບ່ງປັນຢ່າງຈິງໃຈຂອງເພື່ອນ ຄຳມີ, ອະນຸສິດ, ສຸກສະຫວັນ ສົ່ງມາຍັງລາຍການ ພາຍຫລັງໄປກວດ, ປິ່ນປົວພະຍາດຢູ່ໂຮງໝໍຮ່າໂນ້ຍ-ວຽງຈັນ. ໂດຍຜ່ານລາຍການພາກພາສາລາວ ພວກຂ້າພະເຈົ້າຂໍສົ່ງຄຳຂອບໃຈຢ່າງຈິງໃຈ ມາຍັງບັນດາແພດໝໍຢູ່ໂຮງໝໍຮ່າໂນ້ຍ-ວຽງຈັນ ແດ່ ແລະ ຢາກເຂົ້າໃຈແຈ້ງໂຮງໝໍດັ່ງກ່າວກ່ວາ.

ເພື່ອນຄຳມີ, ເພື່ອນອະນຸສິດ, ເພື່ອນສຸກສະຫວັນ ທີ່ຮັກແພງ! ໂດຍຜ່ານຜ່າຄວາມຫຍຸ້ງຍາກລຳບາກຂອງຊຸມວັນທຳອິດທີ່ຫາກໍ່ສ້າງຕັ້ງ, 7 ປີຜ່ານມາ, ໂຮງໝໍຮ່າໂນ້ຍ-ວຽງຈັນ ໄດ້ກາຍເປັນໂຮງໝໍກວດ, ປິ່ນປົວພະຍາດທີ່ມີຊື່ສຽງຢູ່ລາວ ເຊິ່ງລວມມີຫລາຍພະແນກໃຫຍ່ຄື: ພະແນກລະບົບລະລາຍ, ພະແນກພາຍໃນຫລອດເລືອດຫົວໃຈ, ພະແນກພາຍນອກ...ດ້ວຍຖັນແຖວແພດໝໍຫລາຍກ່ວາ 100 ຄົນ (ໃນນັ້ນ ແພດໝໍຫວຽດນາມ ກວມເອົາ 60%), ແຕ່ລະມື້ ທາງໂຮງໝໍໄດ້ໝູນໃຊ້ອຸປະກອນ, ເຕັກນິກການແພດທີ່ກ້າວໜ້າ, ຮັບປະກັນການກວດ, ປິ່ນປົວພະຍາດໃຫ້ຄົນເຈັບຫລາຍກ່ວາ 100 ຄົນ. ໂຮງໝໍຮ່າໂນ້ຍ-ວຽງຈັນ ໄດ້ກາຍເປັນສະຖານທີ່ທີ່ລື້ງເຄີຍ ບໍ່ພຽງແຕ່ສຳລັບປະຊາຊົນນະຄອນຫລວງວຽງຈັນເທົ່ານັ້ນ ຫາກຍັງສຳລັບປະຊາຊົນບັນດາແຂວງທາງພາກເໜືອ, ພາກໃຕ້ຂອງລາວອີກດ້ວຍ. ທ່ານໝໍ ເຈິ່ນວັນນັງ - ຜູ້ອຳນວຍການໂຮງໝໍຮ່າໂນ້ຍ-ວຽງຈັນ ໃຫ້ຮູ້ວ່າ: (ເທບ)

“ແມ່ນບັນດາແພດໝໍທີ່ເຮັດວຽກຢູ່ຫ່າງໄກກັບບ້ານເກີດເມືອງນອນ, ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອປະຊາຊົນລາວໄວ້ເນື້ອເຊື່ອໃຈ. ຄົນເຈັບຂອງພວກຂ້າພະເຈົ້າ ບໍ່ພຽງແຕ່ແມ່ນປະຊາຊົນຊາວນະຄອນຫລວງ ວຽງຈັນ ເທົ່ານັ້ນ ຫາກຍັງມີປະຊາຊົນທີ່ມາຈາກທົ່ວທຸກທ້ອງຖິ່ນຂອງລາວ ອີກດ້ວຍ. ນັ້ນແມ່ນແຫຼ່ງລະດົມກຳລັງໃຈ ເພື່ອໃຫ້ພວກຂ້າພະເຈົ້າເຮັດວຽກໃຫ້ດີກ່ວາອີກ. ພວກຂ້າພະເຈົ້າ ຍາມໃດກໍ່ບອກເຕື່ອນນຳກັນວ່າ ເຮັດແນວໃດ ເພື່ອຮັບໃຊ້ຄວາມຕ້ອງການມາກວດປິ່ນປົວພະຍາດຂອງປະຊາຊົນລາວໃຫ້ດີກ່ວາ, ປະກອບສ່ວນເລັກໆນ້ອຍໆເຂົ້າໃນວຽກງານເພີ່ມພູນຄູນສ້າງສາຍພົວພັນໄມຕິຈິດມິດຕະພາບອັນດີງາມລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.”

​ເວ​ລາ​ຮັບ​ບົດ​ເຂົ້າ​ຮ່ວມ​ການ​ເສັງ​ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ສິງ​ຫາປີ 2020 - ảnh 2 ໂຮງໝໍຮ່າໂນ້ຍ-ວຽງຈັນ 

ທ່ານຜູ້ຟັງທີ່ເຄົາລົບ! ການສອບເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ ຍັງມີເວລາພຽງແຕ່ 1 ເດືອນກ່ວາ ກໍ່ຈະສິ້ນສຸດລົງແລ້ວ. ໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍ, ອີແມວຫລາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງລາວ ກໍ່ຄືຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ແຕກຕ່າງກັນຫລາຍຢ່າງຄື: ລະບຽບການເສັງ, ວິທີສົ່ງບົດເສັງ, ເວລາຈັດຕັ້ງການເສັງແລະລາງວັນຕ່າງໆ.

ຂ່າວດີທີ່ສະຫງວນໃຫ້ແກ່ທ່ານຜູ້ຟັງ, ນັ້ນແມ່ນເວລາຮັບບົດເຂົ້າຮ່ວມການເສັງຈະສິ້ນສຸດລົງໃນວັນທີ 30 ສິງຫາ 2020. ນອກຈາກ 06 ຄຳຖາມຂອງການເສັງແລ້ວ, ທ່ານຜູ້ຟັງຜູ້ໃດ ທີ່ມີບົດເສັງດີທີ່ສຸດ ເຊິ່ງໄດ້ເວົ້າເຖິງສະພາບການຕໍ່ສູ້ຕ້ານໂຄວິດ-19 ທັງໝົດຂອງ ຫວຽດນາມ, ຈະໄດ້ຮັບລາງວັນພິເສດຈາກວິທະຍຸກະຈາຍສຽງຫວຽດນາມ. ນອກນັ້ນ, ບົດເສັງໃດ ທີ່ມີເນື້ອຫາສາລະດີ ຈະໄດ້ເຂົ້າຮ່ວມການເສັງຖະແຫຼງຂ່າວໃຫ້ຕ່າງປະເທດຂອງ ຫວຽດນາມ.

ເພື່ອຊອກຮູ້ລາຍລະອຽດເພີ່ມເຕີມ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນເວັບໄຊ vovworld.vn ຫຼື vov5.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການເສັງດ້ວຍຜົນສຳເລັດຢ່າງຈົບງາມ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ