ແນະ​ນໍາຄວາມ​ຮູ້ສຶກ, ບັນດາ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ, ຜູ້ອ່ານ​ໄດ້​ຝາກ​ມາລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ

(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ພົບກັບທ່ານຜູ້ຟັງ, ຜູ້ອ່ານໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ຈົດໝາຍ, ຂໍ້ຄວາມ ຫຼື ບັນດາຄໍາຖາມທີ່ພວກທ່ານໄດ້ສົ່ງມາຫາລາຍການ ຍາມໃດກໍແມ່ນແຫຼ່ງກໍາລັງໃຈທີ່ໃຫຍ່ຫຼວງສໍາລັບຜູ້ທີ່ຈັດທໍາລາຍການຄືພວກຂ້າພະເຈົ້າ. ທ່ານຢາລືມແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມບັນດາລາຍການຂອງພວກຂ້າພະເຈົ້າ ແລະ ປະກອບຄໍາເຫັນໃຫ້ພວກຂ້າພະເຈົ້າແດ່ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ຈັດທໍາບັນດາລາຍການທີ່ດູດດື່ມກວ່າເກົ່າ. ແລະ ຕໍ່ນີ້ ພວກເຮົາຂໍແນະນໍາຄວາມຮູ້ສຶກ, ບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການກະຈາຍສຽງພາກພາສາລາວ ໃນອາທິດຜ່ານມາ.

        

        ເພື່ອນດາວວຽງ - ເຊິ່ງເປັນຊາວຫວຽດນາມ ອາໄສ ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກມາຫາລາຍການ ໂດຍແບ່ງປັນວ່າ: ຂອບໃຈພາບສາລະຄະດີ “ກັບຄືນສູ່ຄາວເຍົາໄວຢູ່ຖະໜົນ ຮ່າງມ໊າ ໃນໂອກາດວັນບຸນໄຫວ້ພະຈັນ” ທີ່ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າກັບຄືນສູ່ຄາວເຍົາໄວຂອງຕົນ. ຢູ່ວຽງຈັນ, ບັນຍາກາດຂອງວັນບຸນໄຫວ້ພະຈັນບໍ່ໄດ້ອຶກກະທຶກຄຶກໂຄມຄືຢູ່ຫວຽດນາມ, ແຕ່ພວກນ້ອງນ້ອຍຊາວຫວຽດນາມ ກໍໄດ້ເຊື່ອມຕົວເຂົ້າກັບບັນຍາກາດລວມຂອງວັນບຸນຜ່ານການແຫ່ໂຄມໄຟຮູບດວງດາວ, ກິນເຂົ້າໜົມໄຫວ້ພະຈັນ ແລະ ຫຼິ້ນບັນດາການລະຫຼີ້ນພື້ນເມືອງທີ່ມີຄວາມໝາຍຢູ່ວັດເຟິດຕິກ.

        ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ເມື່ອງລໍ່ ຂຶ້ນກັບເທດສະບານເມືອງ ເຫງ໊ຍໂລະ ແຂວງອຽນບ໊າຍ ແມ່ນໜຶ່ງໃນບັນດາເຂດທີ່ທຸກຍາກກວ່າໝູ່ຢູ່ຫວຽດນາມ ແຕ່ມີສີສັນວັດທະນະທໍາທີ່ອຸດົມສົມບູນ, ເຂັ້ມຂຸ້ນໄປດ້ວຍຮີດຄອງປະເພນີ ແລະ ຮູບບພາບນາຂັ້ນໄດ ເມື່ອງລໍ່ - ທົ່ງນາທີ່ກວ້າງໃຫຍ່ອັນດັບທີສອງຂອງພາກເໜືອຫວຽດນາມ ແມ່ນທັດສະນີຍະພາບລະດັບຊາດ ແມ່ນການເລືອກເຟັ້ນຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍງານບຸນເມື່ອງລໍ່ 2019 ເຊິ່ງຈະດໍາເນີນໃນທ້າຍເດືອນກັນຍານີ້. ເພື່ອນ ພິມພອນ ຢູ່ແຂວງຫຼວງພະບາງ, ລາວ ແມ່ນໜຶ່ງໃນຈໍານວນບັນດາແຂກທ່ອງທ່ຽວທີ່ມີຄວາມສົນໃຈ ແລະ ຢາກຊອກຮູ້ກ່ຽວກັບເຫດການດັ່ງກ່າວ.

ແນະ​ນໍາຄວາມ​ຮູ້ສຶກ, ບັນດາ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ, ຜູ້ອ່ານ​ໄດ້​ຝາກ​ມາລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ - ảnh 1 ຄວາມງາມຂອງເມື່ອລໍ່ ຍາມເດືອນກັນຍາ 

        ເພື່ອນ ພິມພອນ ແລະ ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ຮອດເດືອນກັນຍາຂອງທຸກໆ ເມື່ອເຂົ້າໃນທົ່ງນາສຸກເຫຼືອງ ແລະ ສົ່ງກິ່ນຫອມຫວນໄປທົ່ວທຸກບ່ອນກໍແມ່ນຈຸດເວລາທີ່ ເມື່ອງລໍ່ ສວຍງາມທີ່ສຸດ, ນັ້ນກໍແມ່ນຈຸດເວລາທີ່ພໍ່ແມ່ພີ່ນ້ອງປະຊາຊົນເມື່ອງລໍ່ ແຂວງ ອຽນບ໊າຍ ແລະ ແຂກທ່ອງທ່ຽວຢູ່ທຸກສາລະທິດມາເຕົ້າໂຮມ ເມື່ອງລໍ່ ດ້ວຍຄວາມກະຕືລືລົ້ນຢາກເຂົ້າຮ່ວມງານບຸນ. ງານບຸນເມື່ອງລໍ່ 2019 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງຈາກເທບນິຍາຍ” ຈະຖືກດໍາເນີນໃນລະຫວ່າງວັນທີ 20 - 25 ກັນຍາ 2019 ດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະ ດູດດື່ມ. ໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ນັ້ນແມ່ນ ລາຍການຟ້ອນແຊ່ວ ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍການເຂົ້າຮ່ວມຂອງນັກສິລະປະການຊາວທ້ອງຖິ່ນ ແລະ ພໍ່ແມ່ພີ່ນ້ອງ ເທດສະບານເມືອງ ເຫງ໊ຍໂລະ ແລະ ເມືອງ ວັນເຈິ໊ນ ແຂວງອຽນບ໊າຍ 5000 ຄົນ, ການສະແດງ 6 ວາດຟ້ອນແຊ່ວບູຮານ ເປັນຮູບດອກບານ ແລະ ນາຂັ້ນໄດ - ເຊິ່ງເປັນສັນຍາລັກຂອງດິນແດນ ອຽນບ໊າຍ. ນອກຈາກນັ້ນ, ໃນຂອບເຂດຂອງງານບຸນ  ຍັງມີບັນດາລາຍການສະແດງສິລະປະຢູ່ຕາມທ້ອງຖະໜົນ; ງານຕະຫຼາດນັດທ່ອງທ່ຽວ ແລະ ອາຫານການກິນ ເຂດໄຕບັ໊ກ; ງານວາງສະແດງພາບຖ່າຍສິລະປະ ດ້ວຍຫົວຂໍ້ “ດິນແດນ ແລະ ປະຊາຊົນອຽນບ໊າຍ”; ງານບຸນເຂົ້າເໝົ້າຕູ໊ເລະ; ພິທີເຊີດຊູຕົ້ນຊາເກົ່າແກ່ ແລະ ບັນຍາກາດຮ້ານຊາ ຊວ໊ຍຢ່າງ; Festival ໂດດຈ້ອງເວີ່ນເວຫາດ້ວຍຫົວຂໍ້ “ບິນເວີ່ນຢູ່ເທິງທົ່ງນາເຂົ້າສຸກເຫຼືອງ”; ຕະຫຼາດນັດ ມູ່ກາງຈ໋າຍ; ການທ່ອງທ່ຽວປະຈົນໄພພິຊິດຈອມພູຕ່າຊົ່ວ, ຕ່າຈີ່ຍູ່ ແລະ ນໍ້າຕົກຕາດ ຮ໊າງເຕ່ເຈີ; ການທ່ອງທ່ຽວຄົ້ນຫາ, ການທ່ອງທ່ຽວຊີວະພາບຢູ່ບໍ່ນໍ້າອຸ່ນ ແລະ ການທ່ອງທ່ຽວເຊດຊຸມຊົນ...

ແນະ​ນໍາຄວາມ​ຮູ້ສຶກ, ບັນດາ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ, ຜູ້ອ່ານ​ໄດ້​ຝາກ​ມາລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ - ảnh 2 ວາດແຊ່ວ - ວາດຟ້ອນທີ່ເປັນສັນຍາລັກຂອງ ອຽນບ໊າຍ

        ເພື່ອໄປຄົ້ນຫາເມື່ອງລໍ່ ແລະ ເຂົ້າຮ່ວມງານບຸນ, ເພື່ອນ ພິມພອນ ອາດຈະມາທາງຮ່າໂນ້ຍກໍ່ໄດ້ ແລ້ວ ຂີ່່ລົດເມ ສາຍ ຮ່າໂນ້ຍ - ເຫງ໊ຍໂລະ, ອຽນບ໊າຍ ຢູ່ສະຖານີລົດເມ ມີ໊ດິ່ງ.

        ເພື່ອນ ສືບ ສຸລິນຄໍາ ໄດ້ສົ່ງຂໍ້ຄວາມຫາລາຍການ, ໂດຍຖາມວ່າ: ຢູ່ຮ່າໂນ້ຍ ມີສູນສອນພາສາ ລາວ ບໍ?

        ເພື່ອນ ສືບ ສຸລິນຄໍາ ທີ່ຮັກແພງ! ປັດຈຸບັນ, ເຖິງວ່າບັນດາສູນສອນພາສາລາວ ຢູ່ ຮ່າໂນ້ຍ ຍັງບໍ່ທັນມີຄວາມນິຍົມຄືກັບພາສາ ອັງກິດ, ຝລັ່ງ, ຈີນ, ສ.ເກົາຫຼີ ກໍ່ຕາມ... ແຕ່ຊຸມປີມໍ່ໆມານີ້ ມີໂຮງຮຽນບາງແຫ່ງຄື ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລຮ່າໂນ້ຍ... ກໍໄດ້ເປີດສູນບໍາລຸງສ້າງພາສາລາວຄື ສູນພາສາຕ່າງປະເທດ ຫວຽດ - edu, ສູນພາສາຕ່າງປະເທດ ວັນລາງ. ນອກຈາກນັ້ນ ຍັງມີສູນສອນພາສາຂອງບໍລິສັດເອກະຊົນຈໍານວນໜຶ່ງຄື ສູນບໍາລຸງສ້າງພາສາລາວ MLP, ສູນສອນພາສາລາວ ຂອງບໍລິສັດຫຸ້ນສ່ວນເຊື່ອມຕໍ່ ຫວຽດ - ລາວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງ, ຜູ້ອ່ານກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ