ແນະ​ນຳ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ

(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ກໍຄືຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໃນອາທິດຜ່ານມາ.

ນັບແຕ່ຕົ້ນເດືອນກັນຍາ, ລາຍການກະຈາຍສຽງ ພາກພາສາລາວ ແລະ VOV5 ໄດ້ຮັບຄໍາອວຍພອນອັນດີງາມ ແລະ ອາລົມຈິດຄວາມຮັກແພງຂອງທ່ານຜູ້ຟັງທີ່ມາຈາກທຸກແຖບຖິ່ນໃນທ່ົວໂລກ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ. ໃນອາທິດຜ່ານມາ ຍັງມີບັນດາຄໍາອວຍພອນ ແລະ ອາລົມຈິດຂອງທ່ານຜູ້ຟັງວິທະຍຸຈາກແດນໄກ ສືບຕໍ່ໄດ້ຝາກມາ VOV5. ໃນນັ້ນ, ຜູ້ຟັງມາຈາກ ຈີເລ, ທ່ານ Luis Valderas ໄດ້ຂຽນມາວ່າ:

        “ຂ້າພະເຈົ້າໄດ້ຮັບຟັງລາຍການຂອງ VOV ແຕ່ດົນແລ້ວ. ສໍາລັບຂ້າພະເຈົ້າແລ້ວ, ການຟັງ ແລະ ຮັບຂ່າວຈາກປະເທດທີ່ຫ່າງໄກເຖິງເຄິ່ງໜ່ວຍໂລກນັ້ນ ແມ່ນສິ່ງທີ່ຈັບໃຈອີ່ຫຼີ. ເຖິງວ່າ ໃນສະໄໝນີ້, ພວກເຮົາສາມາດສໍາຜັດກັບ ອິນເຕີເນັດ ໄດ້ຢ່າງງ່າຍດາຍ ແຕ່ແນ່ນອນວ່າ ຂ້າພະເຈົ້າ ຍັງສືບຕໍ່ຮັບຟັງບັນດາລາຍການຜ່ານຄື້ນວິທະຍຸອີກຕໍ່ໄປ ເພາະວ່າ ສໍາລັບຂ້າພະເຈົ້າແລ້ວ ຄື້ນວິທະຍຸ ຍັງສວມບົດບາດສໍາຄັນ”.

ໃນຈົດໝາຍຂອງທ່ານຜູ້ຟັງ Juan Diez ທີ່ມາຈາກ ແອັດສະປາຍ ມີເນື້ອໃນດັ່ງນີ້: “ຊົມເຊີຍ VOV - ເພື່ອນຂອງຂ້າພະເຈົ້າ. ການຟັງວິທະຍຸ ເຮັດໃຫ້ຂ້າພະເຈົ້າຮູ້ສຶກສຸກກາຍສະບາຍໃຈ. ເຖິງວ່າມີບັນດາເຫດການທີ່ຫຍໍ້ທໍ້ກໍຕາມ ແຕ່ລາຍການຂ່າວຕ່າງໆຂອງ VOV ເຮັດໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ບັນດາສິ່ງທີ່ສວຍງາມກວ່າ”.

ຈົດໝາຍສະບັບຕ່າງໆ ເຊິ່ງບັນດາທ່ານໄດ້ຝາກມານັ້ນ ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງສໍາລັບບັນນາທິການພວກຂ້າພະເຈົ້າ. ຂໍຂອບໃຈທຸກໆທ່ານທີ່ໄດ້ຕິດຕາມຮັບຟັງບັນດາລາຍການ, ສະໜັບສະໜູນ ແລະ ສະຫງວນອາລົມຈິດຄວາມຮັກແພງເປັນພິເສດແກ່ VOV.

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ - ảnh 1 ຊຸດເສື້ອ “ຢາວແຫຼງ” - ຊຸດອາພອນທີ່ເປັນຊົງພື້ນຖານ   

ຂອງຊຸດເສື້ອຍາວ ຫວຽດນາມ.

  ທ້າຍອາທິດຜ່ານມາ, ເມື່ອພາບສາລະຄະດີ ດ້ວຍຫົວຂໍ້ “ພະນັກງານເພດຊາຍຢູ່ ນະຄອນ ເຫວ້  ພາກກາງ ຫວຽດນາມ ນຸ່ງຊຸດເສື້ອຍາວໄປເຮັດວຽກ” ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ເພື່ອນ ບຸນໜັກ ຈາກ ວຽງຈັນ ໄດ້ຝາກຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າເຫັນວ່າ ນີ້ແມ່ນໜຶ່ງໃນບັນດາການກະທໍາທີ່ແທດຈິງ ເພື່ອປະກອບສ່ວນອະນຸລັກຮັກສາບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທໍາໄວ້. ເສື້ອຍາວ ຫວຽດນາມ ງາມຫຼາຍ! ຂ້າພະເຈົ້າໄດ້ຮູ້ຈັກ ເສື້ອຍາວແມ່ນຊຸດອາພອນປະຈໍາຊາດຂອງ ຫວຽດນາມ ແຕ່ດົນນານແລ້ວ ແຕ່ຂ້າພະເຈົ້າ ຍັງບໍ່ຮູ້ວ່າ ເສື້ອຍາວຫວຽດນາມ ມີມາແຕ່ເມື່ອໃດ? ຫວັງວ່າ ບັນດາບັນນາທິການພາກພາສາລາວ ຈະແນະນໍາໃຫ້ຂ້າພະເຈົົ້າກ່ຽວກັບທີ່ມາຂອງຊຸດອາພອນທີ່ສວຍງາມນີ້ຕື່ມອີກແດ່. ຂໍຂອບໃຈ!

ທີ່ຈິງແລ້ວ, ໄລ່ມາຮອດປັດຈຸບັນ ຍັງບໍ່ທັນຢັ້ງຢືນໄດ້ຢ່າງຊັດເຈນວ່າ ເສື້ອຍາວ ຫວຽດນາມ ມາແຕ່ໃສ ແລະ ແຕ່ເວລາໃດ. ແຕ່ອີງໃສ່ສະພາບການປະຫວັດສາດນັບພັນປີ, ບັນດານັກຄົ້ນຄວ້າ ໄດ້ຕົກລົງເຫັນດີ ແລະ ສະຫຼຸບວ່າ: ຊຸດອາພອນປະຈໍາຊາດຂອງຫວຽດນາມນີ້ ໄດ້ປະກົດມີແຕ່ຊຸມປີ 38 – 42 ຫຼັງ ຄສ. ຜູ້ຍິງຄົນທໍາອິດທີ່ນຸ່ງຊຸດອາພອນນີ້ ແມ່ນສອງພະນາງຈຶງ ໃນການຕໍ່ສູ້ຕ້ານການຮຸກຮານຂອງສັດຕູ ເພື່ອມີຊຸດເສື້ອຍາວທີ່ເຕັມໄປດ້ວຍຈຸດຄວາມງາມວັດທະນະທໍາທີ່ເປັນເອກະລັກ ຄືເພື່ອນໄດ້ເຫັນໃນຊຸມວັນນີ້ນັ້ນ, ຊຸດອາພອນດັ່ງກ່າວ ໄດ້ຜ່ານການປ່ຽນແປງໃນຫຼາຍໄລຍະທີ່ແຕກຕ່າງກັນ.

ໃນສະໄໝເຈົ້າຊີວິດ ຫງວຽນຝຸກຄວ໊າດ ປົກຄອງພາກໃຕ້ ແລະ ເຈົ້າຊີວິດ ຈິ້ງ ປົກຄອງຢູ່ພາກເໜືອ, ປະຊາຊົນຫວຽດນາມ ສ່ວນຫຼາຍໄດ້ນຸ່ງຊຸດເສື້ອ “ຢາວແຫຼງ” ແລະ ນີ້ກໍແມ່ນຊຸດອາພອນທີ່ເປັນຊົງພື້ນຖານຂອງຊຸດເສື້ອຍາວ ຫວຽດນາມ.

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ - ảnh 2 ຊຸດ 4 ປ່ຽງ (ພາບ: zing.vn)

ຕາມການເວລາ, ຊຸດເສື້ອຍາວນີ້ ກໍໄດ້ປ່ຽນໄປເປັນຊຸດ 4 ປ່ຽງ, 5 ປ່ຽງ. ຮອດສະຕະວັດທີ 20, ຈິດຕະກອນ ກາດເຕື່ອງ ໄດ້ອອກແບບ ເປັນຊຸດເສື້ອຍາວ ທີ່ມີຊື່ວ່າ Lemur ແລະ ນີ້ໄດ້ເປັນຂີດໝາຍແກ່ການປະກົດຕົວຂອງຊຸດເສື້ອຍາວທັນສະໄໝຂອງ ຫວຽດນາມ ໃນສະໄໝນັ້ນ. ດ້ວຍການປ່ຽນແປງທັງດ້ານວັດຖຸດິບ, ທັງແບບຊົງ ຜ່ານຫຼາຍສະໄໝ, ມາຮອດປັດຈຸບັນ, ຊຸດເສື້ອຍາວຫວຽດນາມ ໄດ້ກາຍເປັນຊຸດອາພອນປະຈໍາຊາດ ເຊິ່ງເປັນສັນຍາລັກຂອງກໍາລັງແຮງຂອງຊາດ ແລະ ສີສັນວັດະທະທໍາຂອງຊາດຫວຽດນາມ.

ເພາະສະນັ້ນ, ໃນໂອກາດບຸນເຕັດ,  ພິທີການທາງການທູດ, ງານບຸນ ຫຼື ຢູ່ອົງການຈັດຕັ້ງ, ໂຮງຮຽນແຫ່ງຕ່າງໆ ລ້ວນແຕ່ນໍາໃຊ້ຊຸດອາພອນທີ່ເປັນມູນເຊື້ອນີ້.

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ - ảnh 3 ຊຸດເສື້ອຍາວ ທີ່ມີຊື່ວ່າ Lemur  ໂດຍ ຈິດຕະກອນ ກາດເຕື່ອງ ອອກແບບ

ຕໍ່ໄປແມ່ນຄໍາຖາມຈາກທ່ານຜູ້ຟັງເພດຊາຍທ່ານໜຶ່ງກໍມາຈາກນະຄອນຫຼວງ ວຽງຈັນ, ນັ້ນແມ່ນ ເພື່ອນ ຈິນດາ ໂດຍໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງເຟັດບຸກ ມີເນື້ອໃນດັ່ງນີ້: ກ່ອນນີ້ 2 – 3 ວັນ, ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບ Festival ໂດດຈ້ອງເວີ່ນເວຫາ ແລະ ກິດຈະກໍາແນະນໍາແຂກທ່ອງທ່ຽວສໍາຜັດກັບການໂດດຈ້ອງເວີ່ນເວຫາຢູ່ ກີ່ວ ເຂົາຟ້າ ແຕ່ວັນທີ 19 ກັນຍາ ຫາ ທ້າຍເດືອນຕຸລາ 2020 ຢູ່ເມືອງ ໝູ່ກາງຈ໋າຍ, ແຂວງ ອຽນບ໊າຍ ໃນເວັບໄຊ vovworld.vn. ຂ້າພະເຈົ້າ ພ້ອມກັບໝູ່ເພື່ອນຈໍານວນໜຶ່ງ ຢາກໄດ້ສໍາຜັດກັບກິລາປະເພດນີ້. ຂ້າພະເຈົ້າສາມາດລົງທະບຽນເຂົ້າຮ່ວມແນວໃດ. ຫວັງວ່າຈະໄດ້ຮັບຄໍາແນະນໍາຈາກບັນນາທິການພາກພາສາລາວແດ່. ຂໍຂອບໃຈ.

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທີ່​ມາ​ຂອງ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ - ảnh 4 ໂດດຈ້ອງເວີ່ນເວຫາ ຢູ່ ໝູ່ກາງຈາຍ 

ເພື່ອນ ຈິນດາ ແລະ ແລະ ເພື່ອນໆທີ່ຮັກແພງ! ເມື່ອລົງທະບຽນເຂົ້າຮ່ວມການສໍາຜັດນີ້, ພວກເພື່ອນຈະໄດ້ໂດດຈ້ອງພ້ອມກັບນັກໂດດຈ້ອງເວີ່ນເວຫາ - ຜູ້ທີ່ມີປະສົບການ, ສໍາຜັດຢ່າງສະບາຍ, ເຊື່ອມຕົວເຂົ້າກັບບັນຍາກາດຢູ່ທີ່ນີ້ ແລະ ຖ່າຍເອົາທັດສະນີຍະພາບທີ່ສວຍງາມຂອງ ໝູ່ກາງຈາຍ ຈາກບ່ອນສູງ ດ້ວຍລາຄາແຕ່ 2.000.000 ດົ່ງ ຕໍ່ຄັ້ງ (ເຊິ່ງໄດ້ລວມທາງຄ່າຊື້ປະກັນໄພ). ພວກເພື່ອນສາມາດລົງທະບຽນ ດ້ວຍການ Click ເຂົ້າ link http://bit.ly/trainghiemBTMV ແລະ ປະຕິບັດຕາມຄໍາແນະນໍາ. ຫຼັງຈາກນັ້ນ, ຄະນະຈັດຕັ້ງ ຈະສົ່ງຂໍ້ຄວາມຢັ້ງຢືນ ແລະ ແນະນໍາການຊໍາລະຜ່ານທີ່ຢູ່ ອີແມວ ທີ່ເພື່ອນໄດ້ລົງທະບຽນແລ້ວ. ຂໍອວຍພອນໃຫ້ພວກເພື່ອນລົງທະບຽນໄດ້ຢ່າງສໍາເລັດ ແລະ ມີການສໍາຜັດທີ່ໜ້າຈັບໃຈທີ່ສຸດ. ຢ່າລືມແບ່ງປັນໃຫ້ພວກຂ້າພະເຈົ້າຮູ້ກ່ຽວກັບຄວາມຮູ້ສຶກຂອງພວກເພື່ອນເມື່ອຄົ້ນຫາ ທັດສະນີຍະພາບປະຫວັດສາດລະດັບຊາດພິເສດ ນາຂັ້ນໄດ ໝູ່ກາງຈ໋າຍ ແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ