ແນ​ະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ຊາປາ

(VOVWORLD) -ອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ  319 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 19 ສະບັບ.

ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ 2023 (ຊີເກມ 32) ຢູ່ ກຳປູເຈຍ  ໄດ້ອັດລົງຢ່າງຈົບງາມ ແລະ ແມ່ນເຫດການກິລາທີ່ດຶງດູດຄວາມສົນໃຈຈາກຜູ້ຟັງ, ຜູ້ອ່ານຫຼາຍຄົນ, ໃນນັ້ນ ມີຊາວ ຫວຽດນາມ ຫຼາຍຄົນໄດ້ສະແດງຄວາມສົນໃຈ ແລະ ຄວາມຮັກແພງຕໍ່ຄະນະນັກກິລາ ລາວ ໃນ ຊີເກມ ຄັ້ງນີ້.

ພາຍຫຼັງທີ່ຄະນະນັກກິລາ ລາວ ຄວ້າໄດ້ຫຼຽນຄຳທຳອິດໃນຊີເກມ 32, ມີຜູ້ຟັງ ຫວຽດນາມ ຫຼາຍຄົນ ໄດ້ສົ່ງຈົດໝາຍເຖິງລາຍການ ຢາກສະແດງຄວາມດີໃຈນຳນັກກິລາ ກຸນບົກກະຕໍ ກອງເງິນ ອິນທິສານ ເວົ້າສະເພາະ ແລະ ຄະນະນັກກິລາ ລາວ ເວົ້າລວມ. ຜູ້ຟັງ ຫວໍຫາຍນາມ - ອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ໄດ້ຂຽນມາວ່າ: “ຂໍສະແດງຄວາມດີໃຈນຳຄະນະນັກກິລາ ລາວ ທີ່ຄວ້າໄດ້ຫຼຽນຄຳໃນມື້ແຂ່ງຂັນທຳອິດ. ຂໍອວຍພອນໃຫ້ຄະນະນັກກິລາ ລາວ ຍາດໄດ້ຫຼາຍຜົນງານທີ່ໂດດເດັ່ນກວ່າອີກ”.

ມີອະດີດນັກສຶກສາ ຫວຽດນາມ ຢູ່ລາວ ອີກຜູ້ໜຶ່ງ - ເພື່ອນ ຮວ່າງຕວັນແອັງ ກໍໄດ້ສະແດງຄວາມປະຕິຊົມຊື່ນຕໍ່ການພັດທະນາຂອງຂະແໜງກິລາລາວ. ເພື່ອນຂຽນວ່າ: “ໃນຊີເກມ 32 ນີ້, ລາວ ໄດ້ຕັ້ງເປົ້າໝາຍຍາດໄດ້ຫຼຽນຄຳ 5 ຫຼຽນ. ແຕ່ສຸດທ້າຍ, ຄະນະນັກກິລາ ລາວ ຄວ້າຫຼຽນໄດ້ລື່ນກາຍຄາດໝາຍແລ້ວ ດ້ວຍ ຫຼຽນຄຳ 6 ຫຼຽນ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເມື່ອເຫັນວ່າ ຂະແໜງກິລາ ລາວ ມີການພັດທະນາຢ່າງກະໂດດຂັ້ນ. ຈຳນວນຫຼຽນຄຳທີ່ຍາດໄດ້ໃນຊີເກມຄັ້ງນີ້ ແມ່ນຫຼາຍທົບ 3 ເທົ່າເມື່ອທຽບໃສ່ຄັ້ງກ່ອນ. ຂໍສະແດງຄວາມດີໃຈນຳເດີ້!”

ແນ​ະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ຊາປາ - ảnh 1ຊີເກມ 32 ຖືກອັດລົງຢ່າງຈົບງາມໃນວັນທີ 17 ພຶດສະພາ 

ນອກຈາກນັ້ນແລ້ວ, ຍັງມີຜູ້ຟັງ ລາວ ຫຼາຍຄົນຄື ຈັນສີດາ, ບຸນມີ, ຄຳດີ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ຈະເລີນໄຊ ຢູ່ ໄຊສົມບູນ... ກໍໄດ້ສົ່ງຈົດໝາຍເຖິງລາຍການ ເພື່ອສະແດງຄວາມປະຕິຊົມຊື່ນຕໍ່ຜົນງານການແຂ່ງຂັນຂອງຄະນະນັກກິລາ ຫວຽດນາມ ໃນຊີເກມ ຄັ້ງນີ້ ແລະ ແບ່ງປັນວ່າ ໄປຄຽງຄູ່ກັບການຊົມການເຊຍທິມຊາດ ລາວ ແລ້ວ, ຍາມໃດເຂົາເຈົ້າກໍຈະໃຫ້ກຳລັງໃຈຊົມ ແລະ ເຊຍນັກກິລາ ຫວຽດນາມ ເຊັ່ນດຽວກັນ. 

ນອກຈາກບັນດາເນື້ອໃນທີ່ກ່ຽວຂ້ອງເຖິງງານມະຫາກຳກິລາ ຊີເກມ 32 ແລ້ວ, ພວກຂ້າພະເຈົ້າ ຍັງໄດ້ຮັບຈົດໝາຍຈາກຜູ້ຟັງ ຫວຽດນາມ ທີ່ສົ່ງມາແບ່ງປັນກ່ຽວກັບການທ່ອງທ່ຽວຂອງເຂົາເຈົ້າຢູ່ ປະເທດລາວ ທີ່ສວຍງາມອີກດ້ວຍ.

ເພື່ອນ ເຈິ່ນຫວຽດເກື່ອງ, ເຊິ່ງເປັນຊາວ ຮ່າໂນ້ຍ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າໄດ້ໄປທ່ຽວປະເທດລາວເປັນຫຼາຍຄັ້ງແລ້ວ ແລະ ກໍໄດ້ໄປຫຼາຍແຂວງແລ້ວ, ເປັນຕົ້ນແມ່ນ ນະຄອນຫຼວງ ວຽງຈັນ, ແຂວງ ວຽງຈັນ ແລະ ຫຼວງພະບາງ. ປີໃດກໍເຊັ່ນດຽວກັນ, ຂ້າພະເຈົ້າກໍຊັບສ້ອນເວລາຂັບລົດໄປທ່ຽວປະເທດລາວ ເປັນ 1 ອາທິດ. ຢູ່ລາວ ຍັງມີທິວທັດທຳມະຊາດຫຼາຍແຫ່ງທີ່ຍັງຮັກສາຄວາມງາມແບບປະຖົມປະຖານໄວ້ໄດ້, ເບິ່ງງາມຫຼາຍ ແລະ ຄ້າຍຄືເຂດພາກເໜືອທາງທິດຕາເວັນຕົກ ຫວຽດນາມ. ການໄປທ່ຽວຢູ່ລາວ ກໍຄັກຫຼາຍ, ລາຄາການໃຊ້ຈ່າຍກໍເປັນກັນເອງ ແລະ ການບໍລິການທ່ອງທ່ຽວກໍນັບມື້ນັບດີຂຶ້ນ. ອາຫານລາວ ກໍແຊບຫຼາຍ”.  ທ່ານຜູ້ຟັງທີ່ເຄົາລົບ! ອ້າຍເກື່ອງ ເພິ່ນຍັງເຜີຍໃຫ້ຮູ້ວ່າ ຄອບຄົວເພິ່ນໄດ້ຂຶ້ນແຜນຊິໄປທ່ຽວ ແລະ ຄົ້ນຫາບັນດາແຂວງພາກໃຕ້ຂອງລາວ ໃນປີໜ້າ.

ບໍ່ພຽງແຕ່ມີ ອ້າຍເກື່ອງ ເທົ່ານັ້ນ, ອ້າຍ ຫງວຽນວັນທຸ ກໍເຄີຍໄປທ່ຽວປະເທດລາວ ມາແລ້ວແບ່ງປັນວ່າ: “ນອກຈາກ ມີທິວທັດທຳມະຊາດທີ່ສວຍງາມ, ປະຊາຊົນເປັນມິດສະໜິດສະໜົມແລ້ວ, ຂ້າພະເຈົ້າ ກໍຕິດໃຈເບຍລາວ ແລະ ຊີ້ນງົວແຫ້ງຂອງລາວ. ເບຍລາວແຊບຫຼາຍ, ບາງເທື່ອຍັງແຊບກວ່າເບຍຊື່ດັງຊະນິດອື່ນໆໃນໂລກອີກດ້ວຍ”.

ເຖິງວ່າເວລາຂອງລາຍການໃກ້ຈະໝົດລົງແລ້ວ, ແຕ່ພວກຂ້າພະເຈົ້າເຫັນວ່າ ມີທ່ານຜູ້ຟັງຫຼາຍທ່ານ ມີຄວາມສົນໃຈເຖິງການໄປທ່ຽວ ຊາປາ, ແຂວງ ລາວກາຍ ຂອງ ຫວຽດນາມ ແລະ ຢາກແບ່ງປັນປະສົບການໄປທ່ຽວ ຊາປາ ໃຫ້ທ່ານຜູ້ຟັງ. ເຮົາສາມາດຮູ້ໄດ້ສິ່ງດັ່ງກ່າວ ກໍຍ້ອນຜ່ານຈຳນວນຜູ້ກົດໄລ, comment ໃນຂ່າວທີ່ມີຫົວຂໍ້ “ຊາປາ ໄດ້ຮັບການຄັດເລືອກວ່າ ເປັນ 1 ໃນຈຳນວນ 50 ເທດສະບານນ້ອຍ ທີ່ງາມທີ່ສຸດໃນໂລກ” ເຊິ່ງໄດ້ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ. ມີຜູ້ຟັງຫຼາຍຄົນຢາກຮູ້ກ່ຽວກັບການເດີນທາງໄປທ່ຽວ ຊາປາ. ດັ່ງນັ້ນ, ພວກຂ້າພະເຈົ້າຂໍສະຫງວນເວລາທີ່ຍັງເຫຼືອຂອງລາຍການ ເພື່ອຄຳຕອບຄຳຖາມດັ່ງກ່າວ.

ແນ​ະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຢູ່​ຊາປາ - ảnh 2 ຈອມພູຟານຊີປັງ - ຫຼັງຄາ ອິນດູດິນ ເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ເມື່ອມາທ່ຽວຊາປາ (ພາບ: vov.vn) 

ເພື່ອໄປທ່ຽວຊົມ, ຄົ້ນຫາ ແລະ checkin ຢູ່ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຊາປາ ເຊິ່ງວາລະສານທ່ອງທ່ຽວສາກົນ Condé Nast Traveler ໄດ້ຄັດຈ້ອນ ແລະ ເວົ້າມານັ້ນ, ທຳອິດ ເພື່ອນຄວນເດີນທາງມານະຄອນຫຼວງ ຮ່າໂນ້ຍ, ຫຼັງຈາກນັ້ນ ຈຶ່ງເດີນທາງໄປ ຊາປາ ຕໍ່ ດ້ວຍລົດເມໂດຍສານ ຫຼື ລົດໄຟກໍໄດ້. ພາຍຫຼັງຂີ່ລົດເປັນເວລາ 6 ຊົ່ວໂມງ, ທ່ານກໍຈະໄປຮອດໃຈກາງເທດສະບານ ຊາປາ ແລະ ສາມາດເລີ່ມຕົ້ນການຄົ້ນຫາຂອງຕົນ. ທ່ານອາດຈະເລີ່ມດ້ວຍການຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ໃຈກາງເທດສະບານເມືອງ ຊາປາ ຄື ໂບດຫີນເກົ່າແກ່ ຊາປາ, ຄົ້ນຫາຕະຫຼາດນັດແຫ່ງຄວາມຮັກ ແລ້ວໄປຄົ້ນຫາໝູ່ບ້ານຕ່າງໆຄື ບ້ານ ກາດກາດ, ບ້ານ ຕາຝິ່ນ, ພິຊິດ ຈອມພູຟານຊີປັງ - ຫຼັງຄາ ອິນດູດິນ, ຮ່ອມພູ ເມື່ອງຮວາ... ຖ້າວ່າ ໃນລະດູຮ້ອນຢູ່ລາວ ຈະຮ້ອນເອົ້າ, ແຕ່ຢູ່ ຊາປາ ພັດມີອາກາດທີ່ເຢັນສະບາຍ. ເພື່ອນຕ້ອງໃຊ້ເວລາ ຢ່າງໜ້ອຍສຸດແມ່ນແຕ່ 3 ຫາ 4 ວັນ ຈຶ່ງສາມາດໄປຄົ້ນຫາບັນດາສະຖານທີ່ທ່ອງທ່ຽວເຫຼົ່ານັ້ນໄດ້ໝົດ.

ຫວັງວ່າ ຄຳແນະນຳດັ່ງກ່າວ ຈະຊ່ວຍໃຫ້ເພື່ອນມີການເດີນທາງໄປຄົ້ນຫາ ຊາປາ - 1 ໃນ 50 ເທດສະບານນ້ອຍທີ່ງາມທີ່ສຸດໃນໂລກ ມີຄວາມສົມບູນ ແລະ ຈັບອົກຈັບໃຈກວ່າ. ຖ້າໄດ້ໄປ, ຢ່າລືມແບ່ງປັນຄວາມຮູ້ສຶກຂອງຕົນກັບທາງລາຍການເດີ້.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານ  ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ