ແນະ​ນຳ​ກ່ຽວ​ກັບການ​ພິ​ຊິດ ຟານ​ຊີ​ປັງ

(VOVWORLD) - ໃນອາທິດຜ່ານມາ,  ຈົດໝາຍທັງໝົດ 413 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 19 ສະບັບ

ໃນອາທິດຜ່ານມາ, ຜູ້ຟັງ ເລກວາງບິກ, ອາຈານສອນຢູ່ ວິທະຍາຄານວິທະຍາສາດການທະຫານ ຫວຽດນາມ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມັຟັງບັນດາລາຍການກະຈາຍສຽງພາກພາສາລາວທີ່ສຸດ, ນັບແຕ່ຄໍລຳສະຖານະການການເມືອງ, ເສດຖະກິດ, ວັດທະນະທຳ, ຄົ້ນຫາຫວຽດນາມ ຕະຫຼອດຮອດຄໍລຳໂອ້ລົມກັບເພື່ອນລາວ. ນີ້ແມ່ນບັນດາແຫຼ່ງຂໍ້ມູນທີ່ເປັນປະໂຫຍດ ແລະ ແມ່ນຊ່ອງທາງເພື່ອໃຫ້ຂ້າພະເຈົ້າຝຶກແປພາສາ ຫວຽດ - ລາວ, ລາວ - ຫວຽດ”.

ພວກຂ້າພະເຈົ້າດີໃຈຫຼາຍເມື່ອອ່ານຄຳແບ່ງປັນຂອງເພື່ອນ. ນີ້ແມ່ນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງເພື່ອໃຫ້ບັນດາບັນນາທິການຂອງລາຍການພາກພາສາລາວ ສືບຕໍ່ຜະລິດຫຼາຍລາຍການທີ່ໜ້າຈັບອົກຈັບໃຈກວ່າ. ພວກຂ້າພະເຈົ້າກໍຫວັງວ່າ ທ່ານຈະສືບຕໍ່ແບ່ງປັນ, ປະກອບຄຳເຫັນໃຫ້ແກ່ລາຍການຂອງພວກຂ້າພະເຈົ້ານັບມື້ນັບອຸດົມສົມບູນ ແລະ ນຳມາເຊິ່ງແຫຼ່ງຂໍ້ມູນທີ່ເປັນປະໂຫຍດໄປເຖິງມະຫາຊົນນັບມື້ນັບຫຼາຍກວ່າອີກ.

ໃນຈຳນວນຈົດໝາຍກວ່າ 400 ສະບັບຂອງຜູ້ຟັງມາຈາກ 31 ປະເທດ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ເພື່ອນ Juan Diez  ຢູ່ ແອັດສະປາຍ ໄດ້ສະແດງຄວາມຊົມເຊີຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສ້າງໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນກິນນອນຊົນເຜົ່າໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ. ທ່ານກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ, ພິເສດແມ່ນສາຍພົວພັນຮ່ວມມືອັນດີງາມຂອງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງຄື ຈີນ ແລະ ລາວ ແມ່ນປັດໄຈແກ່ນສານເພື່ອສ້າງທະວີບ ອາຊີ ທີ່ວັດທະນາຖາວອນ ແລະ ຍືນຍົງ.

ສືບຕໍ່ລາຍການ, ຕໍ່ໄປນີ້ ພວກຂ້າພະເຈົ້າຈະຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ.

ເພື່ອນ ຄຳຫຼ້າ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງລາຍການດ້ວຍຄຳຖາມລະອຽດດັ່ງນີ້: ຂ້າພະເຈົ້າຢາກພິຊິດຈອມພູ ຟານຊີປັງ. ຊ່ວງໄລຍະໃດໃນປີແມ່ນຈຸດເວລາເໝາະສົມທີ່ສຸດໃຫ້ແກ່ການເດີນທາງຄົ້ນຫາ ຟານຊີປັງ?

ແນະ​ນຳ​ກ່ຽວ​ກັບການ​ພິ​ຊິດ ຟານ​ຊີ​ປັງ - ảnh 1ພາບບັນຍາກາດຢູ່ຈ່ອມພູ ຟານຊີປັງ ໃນຕອນເຊົ້າ (ພາບ: vov.vn)

ຟານຊີປັງ ຕັ້ງຢູ່ ຊາປາ, ແຂວງ ລາວກາຍ, ດ້ວຍລະດັບຄວາມສູງ 3.143 ແມັດ, ສະຖານທີ່ແຫ່ງນີ້ໄດ້ເປັນທີ່ຮູ້ຈັກກັນດີວ່າແມ່ນ “ຫຼັງຄາຂອງອິນດູຈີນ” ພ້ອມດ້ວຍພູມອາກາດພາຍໃນວັນກໍມີການປ່ຽນແປງຢ່າງວ່ອງໄວ. ຍ້ອນການປ່ຽນແປງຢ່າງຕໍ່ເນື່ອງນັ້ນ ໄດ້ສ້າງເປັນບັນດາພາບບັນຍາກາດງາມດັ່ງໃນຝັນ ດ້ວຍທະເລເມກທີ່ລ່ອງລອຍ, ແສງແດດສີເຫຼືອອາລ່າມ ຫຼື ສາຍໝອກທີ່ເລືອນລາງ. ຊ່ວງເວລາທີ່ໄດ້ຮັບຖືວ່າເໝາະສົມກັບການພິຊິດ “ຫຼັງຄາຂອງອິນດູຈີນ” ນັ້ນແມ່ນແຕ່ເດືອນ ກັນຍາ ຫາເດືອນ ພະຈິກ ແລະ ເດືອນ ກຸມພາ ຫາເດືອນ ເມສາ. ນີ້ແມ່ນສອງລະດູແລ້ງ, ອາກາດເປັນປົກກະຕິ, ຝົນຕົກໜ້ອຍ, ທ້ອງຟ້າສົດໂລ່ງແຈ້ງ, ສະດວກໃຫ້ທັງການປິນພູ ແລະ ການຂີ້ກະເຊົ້າຂຶ້ນໄປຊົມວິວ. ນອກຈາກນັ້ນແລ້ວ, ການເລືອກຖືກໂມງຖືກເວລາພາຍໃນວັນເພື່ອຂຶ້ນໄປຈອມພູ ຟານຊີປັງ  ກໍແມ່ນປັດໄຈຕັດສິນວ່າ ເພື່ອນຈະໄດ້ຊົມທະເລເມກ ແລະ ຖ່າຍໄດ້ພາບທີ່ສວຍງາມທີ່ສຸດຫຼືບໍ່. 8 ໂມງ 30 ໄດ້ຮັບຖືວ່າແມ່ນນາທີ “ທອງ” ເຊິ່ງແຂກທ່ອງທ່ຽວທຸກຄົນຄວນໄປສຳຜັດຢ່າງໜ້ອຍສຸດເທື່ອໜຶ່ງໃນຊີວິດ. ນີ້ແມ່ນຈຸດເວລາຊົມທະເລເມກງາມທີ່ສຸດ. ແຕ່ 11 ໂມງ ຫາ 13 ໂມງ, ຟານຊີປັງ ພັດມີໂສມໜ້າໃໝ່ ດ້ວຍຄວາມງາມທີ່ຮຸ່ງແຈ້ງຫຼາກສີກວ່າ. ຕອນນີ້ໝອກມີໜ້ອຍສຸດໃນວັນ, ສະນັ້ນ ເພື່ອນສາມາດຊົມພາບລວມຂອງພູຜາປ່າໄມ້ ຊາປາ ໄປສຸດສາຍຕາ. 

ເພື່ອນ ນີນາ ວົງພະຈັກ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ຢາກໄດ້ຮັບຟັງການແນະນຳກ່ຽວກັບສະພາບການດຶງດູດເງິນລົງທຶນຕ່າງປະເທດ FDI ໃນຊຸມເດືອນຕົ້ນປີ 2025 ຂອງ ຫວຽດນາມ. ເພື່ອນແບ່ງປັນວ່າ “ຂ້າເຈົ້າກຳລັງຮຽນປະລິນຍາໂທ ແລະ ຢາກມີຂໍ້ມູນປະກອບໃສ່ບົດວິທະຍານິພົນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກບັນດາບັນນາທິການພາກພາສາລາວ”.

ຕາມກົມລົງທຶນຕ່າງປະເທດ (ກະຊວງການເງິນ ຫວຽດນາມ) ແລ້ວ, ລວມມູນຄ່າທຶນ FDI ທີ່ຈົດທະບຽນລົງທຶນຢູ່ ຫວຽດນາມ ໃນ 8 ເດືອນຕົ້ນປີ 2025 ບັນລຸກວ່າ 26,1 ຕື້ USD, ເພີ່ມຂຶ້ນ 27,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມີ 2.534 ໂຄງການທີ່ໄດ້ຮັບອະນຸຍາດໃໝ່ ດ້ວຍມູນຄ່າທຶນຈົດທະບຽນບັນລຸກວ່າ 11 ຕື້ USD.  ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ ໄດ້ຮັບການອະນຸຍາດໃໝ່ໂດຍການລົງທຶນໂດຍກົງຈາກຕ່າງປະເທດດ້ວຍມູນຄ່າຫຼາຍທີ່ສຸດ ບັນລຸ 6,53 ຕື້ USD, ກວມເອົາ 59,2% ຂອງຈຳນວນທຶນຈົດທະບຽນໃໝ່ທັງໝົດ. ຖັດມາແມ່ນຂະແໜງອະສັງຫາລິມະຊັບ ແລະ ຂະແໜງອື່ນໆ. ຖ້າຄິດໄລ່ຕາມທ້ອງຖິ່ນແລ້ວ, ປັດຈຸບັນ, ແຂວງ ບັກນິງ ຢືນອັນດັບທີ 1 ໃນທົ່ວປະເດດ ເມື່ອດຶງດູດໄດ້ເງິນລົງທຶນຕ່າງປະເທດ ດ້ວຍ 245 ໂຄງການຈົດທະບຽນໃໝ່, ລວມມູນຄ່າເກືອບ 1,5 ຕື້ USD ໃນ 8 ເດືອນຕົ້ນປີ 2025. ຖັດມາແມ່ນ ໂຮ່ຈີມິນ, ຫາຍຟ່ອງ, ຮຶງອຽນ, ຢາລາຍ ຕາມລຳດັບ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ