ແນະ​ນຳ​ກ່ຽວ​ກັບ​ຄຸ້ມ Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ

(VOVWORLD) -  ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 340 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 14 ສະບັບ.

ພາຍຫຼັງທີ່ພວກຂ້າພະເຈົ້າໄດ້ລົງພາບສາລະຄະດີກ່ຽວກັບໂນນພູທີ່ປົກຄຸມໄປດ້ວຍສີຂາວກະຈະຂອງດອກໝາກໝັ້ນຢູ່ທົ່ວເຂດພູດອຍ ມົກເຈົາ ໃນເວັບໄຊ vovworld.vn, ພວກຂ້າພະເຈົ້າ ໄດ້ຮັບຫຼາຍຄອມເມັ້ນຂອງທ່ານຜູ້ຟັງ, ໃນນັ້ນເພື່ອນ ດາວວຽງ ຢູ່ນະຄອນຫຼວງ ວຽງຈັນໄດ້ແບ່ງປັນວ່າ: “ຄືດັ່ງຫົວຂໍ້ຂອງພາບສາລະຄະດີ: ຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ, ພຽງແຕ່ເບິ່ງຮູບເທົ່ານັ້ນ, ຂ້າພະເຈົ້າກໍຖືກດຶງດູດໃຈດ້ວຍຄວາມງາມຂອງດອກໄມ້ຊະນິດນີ້ ແລະ ປາດຖະໜາຢາກໄດ້ໄປຊົມປ່າດອກໄມ້ນີ້ເທື່ອໜຶ່ງ.”

ແນະ​ນຳ​ກ່ຽວ​ກັບ​ຄຸ້ມ  Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ  - ảnh 1ແຂກທ່ອງທ່ຽວຫຼາຍຄົນຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ
ຂອບໃຈເພື່ອນ ດາວວຽງ ທີ່ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມພາບສາລະຄະດີນີ້. ຄືດັ່ງເພື່ອນໄດ້ເຫັນຄວາມງາມຂອງທັດສະນີຍະພາບດັ່ງໃນຝັນຢູ່ ມົກເຈົາ ໃນລະດູບານໃໝ່ແລ້ວ, ແຕ່ຍັງອີກປະມານ 1 – 2 ອາທິດ, ທັດສະນີຍະພາບຢູ່ທີ່ນີ້ຈະໄດ້ປ່ຽນສີໃໝ່. ຖ້າຫາກວ່າ ເພື່ອຢາກເຊື່ອມຕົວເຂົ້າກັບປ່າດອກໝັ້ນທີ່ຂາວສະອາດນັ້ນ ກໍຂ້ຽວຈັດແບ່ງເວລາມາທ່ຽວ ເພາະໃກ້ຈະໝົດລະດູແລ້ວເດີ.

ຮ່າໂນ້ຍ ສົມໄດ້ນອນໃນ Top 10 ສະຖານທີ່ທ່ອງທ່ຽວສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າໄດ້ຮຽນປະລິນຍາໂທຢູ່ຮ່າໂນ້ຍ ເປັນເວລາ 2 ປີ. ຂ້າພະເຈົ້າໄດ້ມີໂອກາດສຳຜັດກັບທັດສະນີຍະພາບທັງ  4 ລະດູຢູ່ທີ່ນີ້. ລະດູໃດກໍມີຄວາມງາມສະເພາະຂອງມັນ. ບໍ່ພຽງແຕ່ມີຄວາມງາມກ່ຽວກັບທັດສະນີຍະພາບເທົ່ານັ້ນ, ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຈັບອົກຈັບໃຈເພື່ອໃຫ້ເພື່ອນຄົ້ນຫາອີກເດີ”.

 ບໍ່ພຽງແຕ່ເພື່ອນ ຄຳພອນ ຢູ່ ແຂວງ ຄຳມ່ວນ ທີ່ໄດ້ສົ່ງມາຍັງລາຍການ ສະແດງຄວາມຮູ້ສຶກຂອງຕົນພາຍຫຼັງທີ່ອ່ານຂ່າວ “ຮ່າໂນ້ຍ ນອນໃນ Top 10 ສະຖານທີ່ສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້” ໂດຍເວັບໄຊການທ່ອງທ່ຽວ The Travel ຄັດເລືອກ ເທົ່ານັ້ນ, ຫາກຍັງມີທ່ານຜູ້ຟັງຜູ້ອ່ານຫຼາຍຄົນຢູ່ຫຼາຍປະເທດກໍ່ໄດ້ສົ່ງຂໍ້ຄວາມ, ຈົດໝາຍມາຊົມເຊີຍຄວາມງາມຂອງນະຄອນ ຮ່າໂນ້ຍ ແລະ ຢາກໄດ້ມາຢາມຄັ້ງໜຶ່ງ.  

ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ບຸນສົງ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນໄດ້ສົ່ງຈົດໝາຍເຖິງລາຍການດ້ວຍຄຳຖາມກ່ຽວຂ້ອງເຖິງການທ່ອງທ່ຽວ. ເຊິ່ງມີເນື້ອໃນດັ່ງນີ້: ຊົມເຊີຍ ຫວຽດນາມ ທີ່ມີ Homestay ຫຼາຍແຫ່ງຍາດໄດ້ລາງວັນ Homestay ອາຊຽນ 2023. ໃນນັ້ນ ມີ ຄຸ້ມ Homestay ເຫງັຍໂດ ຢູ່ລາວກາຍ - ເຊິ່ງເປັນແຂວງ ທີ່ຂ້າພະເຈົ້າຈະໄປທ່ຽວໃນລະດູຮ້ອນປີນີ້. ສະນັ້ນ, ຢາກໃຫ້ບັນນາທິການພາກພາສາລາວ ແນະນຳກ່ຽວກັບ ຄຸ້ມ Homestay ດັ່ງກ່າວໃຫ້ແດ່. ຂໍຂອບໃຈ.

ແນະ​ນຳ​ກ່ຽວ​ກັບ​ຄຸ້ມ  Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ  - ảnh 2ເຮືອນຮ້ານທີ່ເປັນມູນເຊື້ອຂອງເຜົ່າໄຕ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: doithoaiphattrien.vn)
ໂດຍຫ່າງຈາກໃຈກາງນະຄອນ ລາວກາຍ 75 ກິໂລແມັດ, ຄຸ້ມໂຮມສະເຕ ເຫັງຍໂດ ຕັ້ງຢູ່ ຕາແສງ ເຫງຍໂດ - ເຊິ່ງເປັນບ່ອນດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າໄຕ ມາແຕ່ດົນນານ. ດ້ວຍເກືອບ 20 ຄອບຄົວລົງທະບຽນດຳເນີນທຸລະກິດທ່ອງທ່ຽວ ໂຮມສະເຕ, ບ້ານເຜົ່າໄຕ ເຫັງຍໂດ ມີຄວາມສວຍງາມ ແລະ ດຶງດູດແຂກທ່ອງທ່ຽວ ຍ້ອນມີເຮືອນຮ້ານຫຼັງຕ່າງໆທີ່ເປັນມູນເຊື້ອຂອງເຜົ່າໄຕ ທາງໜ້າປິ່ນອອກສູ່ທົ່ງນາ ແລະ ສາຍນ້ຳຫ້ວຍ ນ້ຳຫຼວງ ທາງຫຼັງອີງໃສ່ພູ, ອັນໄດ້ສ້າງເປັນທັດສະນີຍະພາບທີ່ຈັບໃຈ ແລະ ສວຍງາມດັ່ງໃນຝັນ. ຄວາມງາມຂອງລະບົບຊີວະພາບຢູ່ ເຫງັຍໂດ ແມ່ນປັດໄຈໜຶ່ງທີ່ສ້າງຄວາມດູດດື່ມໃຫ້ແກ່ດິນແດນແຫ່ງນີ້. ຢູ່ທີ່ນີ້ຍັງມີນ້ຳຕົກຂະໜາດໃຫຍ່ ແລະ ສວຍງາມຫຼາຍແຫ່ງ.  ບໍ່ພຽງແຕ່ໄດ້ເຊື່ອມຕົວເຂົ້າກັບທຳມະຊາດເທົ່ານັ້ນ, ເມື່ອມາທີ່ນີ້, ເພື່ອນຈະໄດ້ຮັບຊົມ, ຮັບຟັງບັນດາລາຍການສະແດງສິລະປະຄື ຂັບແທນ, ຂັບອຽວ, ຂັບກ້ອຍ ທີ່ເປັນມູນເຊື້ອ, ໄດ້ຟັງເລື່ອງລາວ, ນິທານຕ່າງໆກ່ຽວຂ້ອງເຖິງວັດທະນະທຳຂອງທ້ອງຖິ່ນ ແລະ ຮີດຄອງປະເພນີຢູ່ທີ່ນີ້ອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ເພື່ອນຍັງໄດ້ຊີມບັນດາເຍື່ອງອາຫານພື້ນເມືອງທີ່ເປັນເອກະລັກ ແລະ ໄດ້ຕ່ຳຫູກທໍ່ໄໝ, ຈັກສານ ດ້ວຍຕົນເອງ, ເຂົ້າຮ່ວມງານບຸນເຂົ້າເໝົ້າ, ການລະຫຼີ້ນພື້ນເມືອງ ແລະ ຫຼາຍຮີດຄອງປະເພນີອື່ນນຳອີກ.

ຫວັງວ່າ, ບັນດາຂໍ້ມູນເຫຼົ່ານັ້ນ ຈະເປັນປະໂຫຍດໃຫ້ແກ່ ບຸນສົງ ໃນໄລຍະມາທ່ອງທ່ຽວ ລາວກາຍ ຂອງເພື່ອນໃນໄລຍະຈະມາເຖິງ.

   ກ່ອນຈະສິ້ນສຸດລາຍການ, ພວກເຮົາຕອບຄຳຖາມຂອງເພື່ອນ ຄຳປະເສີດ ຢາກໃຫ້ທາງລາຍການແນະນຳກ່ຽວກັບຂັ້ນຕອນການເຮັດຮູບດ້ວຍໃບໂພ.
ແນະ​ນຳ​ກ່ຽວ​ກັບ​ຄຸ້ມ  Homestay ເຫັງ​ຍ​ໂດ ຢູ່ ລາວ​ກາຍ  - ảnh 3ຮູບໃບໂພ ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະສູງເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານຈິດວິນຍານ ແລະ ມູນຄ່າເສດຖະກິດສູງອີກດ້ວຍ (ພາບ: tranhlabode.net)
  ເພື່ອເຮັດຮູບໃບໂພໄດ້ແຜ່ນໜຶ່ງ ຕ້ອງຜ່ານຫຼາຍຂັ້ນຕອນ. ທຳອິດ, ເມື່ອໄປເກັບໃບໂພສົດມາແລ້ວ ຈະໄດ້ແຍກຕາມສີ ແລະ ຂະໜາດຂອງແຕ່ລະໃບ. ຫຼັງຈາກນັ້ນ, ເອົາໃບໂພໄປແຊ່ນ້ຳປູນເປັນເວລາ 2 ເດືອນ ເພື່ອໃຫ້ຟອກເອົາເນື້ອໃບອອກ. ພາຍຫຼັງທີ່ໄດ້ໃບໂພຟອກແລ້ວ, ເຮົາຈະມາແຍກອີກຄັ້ງ ແລ້ວເອົາໄປຍ້ອມສີ ຂຶ້ນກັບຄວາມຮຽກຮ້ອງຕ້ອງການຂອງແຕ່ລະຮູບ. ຕໍ່ມາ ແມ່ນຂັ້ນຕອນຍາກທີ່ສຸດ ແລະ ຮຽກຮ້ອງຕ້ອງມີຄວາມປານີດ, ຄ່ອງແຄ້ວ ແລະ ຄວາມງາມດ້ານສິລະປະສູງຂອງນາຍຊ່າງ, ນັ້ນແມ່ນຂັ້ນຕອນຕິດຮູບ ແລະ ອອກແບບ. ບາງເທື່ອ ຮູບໜຶ່ງຕ້ອງນຳໃຊ້ໃບໂພໃບດຽວ ບວກກັບຄວາມຄ່ອງແຄ້ວ ແລະ ປະດິດຄິດສ້າງຂອງນາຍຊ່າງເທົ່ານັ້ນ ແຕ່ກໍມີບາງຮູບ ຕ້ອງນຳໃຊ້ໃບໂພນັບພັນໃບ. ເພາະສະນັ້ນ, ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ ບໍ່ພຽງແຕ່ກ່ຽວກັບຄຸນນະພາບຂອງໃບໂພເທົ່ານັ້ນ, ຫາກຍັງນັບທັງຄຸນນະພາບ ແລະ ເນື້ອໃນຂອງຮູບອີກດ້ວຍ. ເພື່ອໃຫ້ສຳເລັດຮູບແຜ່ນໜຶ່ງໃຫ້ສຳເລັດ ຕ້ອງໃຊ້ເວລາແຕ່ 4 – 5 ຊົ່ວໂມງ ຫຼື 2 – 3 ເດືອນ ຂຶ້ນກັບແຕ່ລະພາບ.

ດັ່ງກ່າວກ່າວມາຂ້າງເທິງແມ່ນຂັ້ນຕອນການຜະລິດຮູບໃບໂພແຜ່ນໜຶ່ງ. ຮູບໃບໂພ ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະສູງເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານຈິດວິນຍານ ແລະ ມູນຄ່າເສດຖະກິດສູງອີກດ້ວຍ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ . ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ