ແນະ​ນຳ​ກ່ຽວ​ກັບ​ບັນ​ຍາ​ກາດຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ຊາດ​ທີ 2 ກັນ​ຍາ​

(VOVWORLD) -ພວກຂ້ພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ໃນວັນພະຫັດຂອງທຸກໆອາທິດໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍອີເມວຈຳນວນ 362 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນບັນດາຄຳຖາມທີ່ກ່ຽວກັບການເຄື່ອໄຫວຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ ແລະ ພິທີໄຂສົກຮຽນໃໝ່ ແມ່ນບັນດາເນື້ອໃນພົ້ນເດັ່ນຂອຈົດໝາຍ 11 ສະບັບ ທີ່ທ່ານຜູ້ຟັງລາວ ໄດ້ຝາກມາຍັງລາຍການພາກພາສາລາວ ໃນທິດຜ່ານມາ
  ຈົດໝາຍສະບັບທຳອິດ ແມ່ນຂອງເພື່ອນ ດວງຈັນ ຢູ່ແຂວງ ຄຳມ່ວນ ໂດຍມີເນື້ອໃນດັ່ງນີ້: “ຂອບໃຈລາຍການພາກພາສາ ລາວ ທີ່ໄດ້ແນະນຳຫຼາຍຂ່າວ, ບົດທີ່ດີໆ ພ້ອມດ້ວຍພາບສາລະຄະດີກ່ຽວກັບການປະຕິວັດເດືອນສິງຫາ ແລະ ທ່ານພົນເອກ ຫວໍງວຽນຢາບ ທີ່ປີຊາສາມາດ ແລະ ແສນເຄົາລົບນັບຖື”. ເພື່ອນກໍແບ່ງປັນຕື່ມອີກວ່າ: ເພື່ອນຫາກໍຮຽນຈົບສະຖາບັນການປົກຄອງແຫ່ງຊາດ ແລະ ກັບເມືອປະເທດໄດ້ 1 ປີແລ້ວ. ເພື່ອນຄິດຮອດຮ່າໂນ້ຍຫຼາຍ.

ຂອບໃຈເພື່ອນ ດວງຈັນ ທີ່ໄດ້ຕິດຕາມຂ່າວ, ບົດ ກໍຄືສົ່ງຈົດໝາຍມາຍັງລາຍການຂອງພວກເຮົາ. ຂອບໃຈເພື່ອນທີ່ຍັງຄິດຮອດຄິດເຖິງ ຮ່າໂນ້ຍ ແລະ ຮ່າໂນ້ຍ ຍາມໃດກໍຍິນດີຕ້ອນຮັບເພືິ່ອນ ກໍຄືທ່ານຜູ້ຟັງທຸກຄົນມາຢ້ຽມຢາມ. ຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ກັບມາຢ້ຽມຢາມ ຮ່າໂນ້ຍ ໃນເວລາໄວໆນີ້ ເມື່ອໂລກລະບາດໄດ້ຮັບການຄວບຄຸມ.

ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ທິບພະວົງ ຢູ່ແຂວງ ຊຽງຂວາງຂອງ ລາວ. ເພື່ອນ ທິບພະວົງ ຖາມວ່າ: ຂ້າພະເຈົ້າໄດ້ຮູ້ມາວ່າ ຮ່າໂນ້ຍ ຈະສືບຕໍ່ປະຕິບັດການແຍກຫ່າງສັງຄົມໄປຮອດວັນທີ 6 ກັນຍາ. ຂ້າພະເຈົ້າຢາກຮູ້ວ່າ ບັນຍາກາດຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ ຢູ່ ຮ່າໂນ້ຍ ຈະເປັນຄືແນວໃດ?”

ແນະ​ນຳ​ກ່ຽວ​ກັບ​ບັນ​ຍາ​ກາດຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ຊາດ​ທີ 2 ກັນ​ຍາ​ - ảnh 1ຖະໜົນຫົນທາງຢູ່ ຮ່າໂນ້ຍ ກໍ່ໄດ້ປະດັບປະດາດ້ວຍປ້າຍໂຄສະນາ, ໂປດສະເຕີ ດ້ວຍຫຼາຍສີສັນຢ່າງງາມຕາ (ພາບ: kinhte&dothi)
ເພື່ອນ ທິບພະວົງ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ເຖິງວ່າໃນຊຸມວັນຜ່ານມາ, ຮ່າໂນ້ຍ ພວມປະຕິບັດການແຍກຫ່າງສັງຄົມ ເພື່ອຄວບຄຸມການແຜ່ລາມຂອງໂລກລະບາດໂຄວິດ - 19 ແລະ ຈະສືບຕໍ່ແກ່ຍາວໄປຮອດວັນທີ 6 ກັນຍາ. ເຖິງຢ່າງໃດກໍຕາມ, ນັບແຕ່ຊຸມວັນກາງເດືອນສິງຫາ, ຖະໜົນຫົນທາງຢູ່ ຮ່າໂນ້ຍ ກໍ່ໄດ້ປະດັບປະດາດ້ວຍປ້າຍໂຄສະນາ, ໂປດສະເຕີ ດ້ວຍຫຼາຍສີສັນຢ່າງງາມຕາ ແລະ ຈັດການສາຍຟິມຮູບເງົາ, ຟິມເອກະສານ ເພື່ອສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ຄົບຮອບ 76 ປີ ແລະ ວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ 2 ກັນຍາ ໄປພ້ອມໆກັບການໂຄສະນາກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນັບແຕ່ນີ້ຮອດວັນຊາດທີ 2 ກັນຍາ ຈະມີກິດຈະກຳຫຼາຍຢ່າງຖືກຈັດຂຶ້ນ ແລະ ພວກຂ້າພະເຈົ້າຈະອອກອາກາດ ແລະ ໃນເວັບໄຊ vovworld.vn ເປັນປະຈຳ. ຢາລືມຕິດຕາມລາຍການຂອງພວກເຮົາເພື່ອບໍ່ໃຫ້ພາດຮັບຮູ້ຂໍ້ມູນດັ່ງກ່າວ.

ບັນດາພາບແຕ້ມ, ຈົດໝາຍລະດົມກຳລັງໃຈໃຫ້ກຳລັງຢູ່ແນວໜ້າຕ້ານໂລກລະບາດຂອງເດັກນ້ອຍຫຼາຍຄົນ ທີ່ໄດ້ເອົາລົງໃນເວັບໄຊ vovworld.vn ເປັນຕາໜ້າຮັກ ແລະ ຕື້ນຕັນໃຈທີ່ສຸດ. ຜ່ານນັ້ນ ຈຶ່ງເຫັນວ່າ ວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແມ່ນມີປະສິດທິຜົນແທ້, ຂະໜາດນ້ອງນ້ອຍອະນຸຊົນ, ເຍົາວະຊົນ ຍັງມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບັນດາມາດຕະການຕ້ານໂລກລະບາດວ່າເປັນຄືແນວໃດ. ພວກນ້ອງຮູ້ນຳໃຊ້ຄວາມສາມາດຂອງຕົນ ເພື່ອສົ່ງແຫຼ່ງກຳລັງໃຈໄປໃຫ້ການກຳລັງຢູ່ແນວໜ້າຕ້ານໂລກລະບາດ. ຂ້າພະເຈົ້າຄິດວ່າ ພວກນ້ອງເອງ ກໍເປັນນັກຮົບຜູ້ໜຶ່ງໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເຊັ່ນດຽວກັນ. ໜ້າຮັກ ແລະ ປະທັບໃຈຫຼາຍ.”

ນັ້ນແມ່ນບັນດາຄຳແບ່ງປັນຂອງເພື່ອນ ປິດສະໜາ ທີ່ຝາກມາຈາກນະຄອນຫຼວງ ວຽງຈັນ ພາຍຫຼັງທີ່ເພື່ອນໄດ້ຕິດຕາມພາບສາລະຄະດີ “ຄຳລະດົມກຳລັງໃຈຂອງພວກຫຼານນ້ອຍຝາກເຖິງກຳລັງຢູ່ແນວໜ້າຕ້ານໂລກລະບາດ”. ນອກຈາກນັ້ນ, ເພື່ອນ ຄຳດີ ດວງດີ ກໍຍັງມີຄວາມສົນໃຈຕໍ່ການຮຽນຂອງພວກນ້ອງເຊັ່ນດຽວກັນ, ພິເສດແມ່ນພິທີໄຂສົກຮຽນໃໝ່ 2021 – 2022 ຂອງນັກຮຽນ ຫວຽດນາມ ຈະດຳເນີນຄືແນວໃດ?

ເພື່ອນ ປິດສະໜາ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ! ຍ້ອນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນ ການຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງນັກຮຽນ, ນັກສຶກສາ ເວົ້າສະເພາະ ແລະ ປະຊາຊົນເວົ້າລວມ ແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດແຖວໜ້າຂອງລັດຖະບານ ຫວຽດນາມ ໃນຈຸດເວລານີ້. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ຂະແໜງການສຶກສາ ຫວຽດນາມ ຍັງຕັດສິນໃຈຮັກສາການຮຽນການສອນໃຫ້ເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ກໍ່ຍັງຂຶ້ນກັບສະພາບການໂລກລະບາດຢູ່ແຕ່ລະທ້ອງຖິ່ນ, ສະນັ້ນ, ວັນເວລາ ກໍຄື ຮູບແບບການຈັດພິທີໄຂສົກຮຽນໃໝ່ຢູ່ແຕ່ລະທ້ອງຖິ່ນແມ່ນບໍ່ຄືກັນ. ປັດຈຸບັນ, ຫຼາຍທ້ອງຖິ່ນ ໄດ້ປະກາດວ່າ ພິທີໄຂສົກຮຽນໃໝ່ຈະຖືກຈັດຂຶ້ນຢ່າງເປັນທາງການໃນວັນທີ 5 ກັນຍາ ຕາມແບບທາງໄກ, ໃນນັ້ນ ມີນະຄອນ ຮ່າໂນ້ຍ. ພິທີໄຂສົກຮຽນ 2021 – 2022 ຂອງນະຄອນ ຮ່າໂນ້ຍ ກໍຈະໄດ້ຖ່າຍທອດສົດໃນລາຍການກະຈາຍສຽງ ແລະ ຊ່ອງໂທລະພາບ ຮ່າໂນ້ຍ ເພື່ອແນໃສ່ສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ແກ່ນັກຮຽນ ແລະ ອ້າຍຄູເອື້ອຍຄູ.

ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ສາຍພົພັນທາງການທູດ ລະຫວ່າງ ຫວຽດນາມ - ໄທ ຄົບຮອບ 45 ປີ, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ພ້ອມດ້ວຍ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັນຈັດການເສັງຫົວຄິດປະດິດສ້າງ ຄຼິບວິດີໂອ ທີ່ສະຫງວນໃຫ້ແກ່ຊາວໜຸ່ມ ຫວຽດນາມ ແລະ ໄທ ດ້ວຍຫົວຂໍ້ສາຍພົວພັນມິດຕະພາບ ໄທ-ຫວຽດນາມ ໃນສະພາບການໃໝ່ດ້ວຍລາງວັນທີ່ຈັບອົກຈັບໃຈຫຼາຍຢ່າງ ເຊິ່ງມີມູນຄ່າຂຶ້ນເຖິງ 20 ລ້ານ ດົ່ງ. ເພື່ອຮູ້ຂໍ້ມູນເພີ່ມເຕີມກ່ຽວກັບການເສັງດັ່ງກ່າວ ທ່ານສາມາດເຂົ້າເບິ່ງໄດ້ທີ່ ເວັບໄຊ vovworld.vn ຫຼື ຕິດຕໍ່ກັບພວກເຮົາໄດ້ ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.comລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາໃນອາທິດນີ້ ຂໍສິ້ນສຸດລົງພຽງເທົ່ານີ້. ພົບກັນໃໝ່ໃນລາຍການໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ