ແນະ​ນຳ​ກ່ຽວ​ກັບໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ ຮ່າໂນ້ຍ

(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 338 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 11 ສະບັບ.

ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍອວຍພອນມາຍັງ VOV5 ເນື່ອງໃນໂອກາດທີ່ ຫວຽດນາມ ຍິງ ດາວທຽມ NanoDragon ສຳເລັດ. ທ່ານ ອະນຸ ຢູ່ ວຽງຈັນ ໄດ້ສົ່ງຈົດໝາຍມາຫາລາຍການພາກພາສາ ລາວ ດ້ວຍເນື້ອໃນດັ່ງນີ້: ເຫດການຍິງດາວທຽມນີ້ໄດ້ສ້າງຂີດໝາຍບາດກ້າວເດີນໃໝ່ຂອງ ຫວຽດນາມ ໃນການເປັນເຈົ້າຂອງເຕັກໂນໂລຢີຜະລິດດາວທຽມ. ນີ້ແມ່ນກຳລັງໜູນພັດທະນາຢ່າງໃຫຍ່ຫຼວງ ຕິດພັນກັບຄວາມກ້າວໜ້າດ້ານວິທະຍາສາດຂອງ ຫວຽດນາມ. ຂ້າພະເຈົ້າຂໍສະແດງຄວາມດີໃຈນຳຫວຽດນາມເດີ!”

ສ່ວນ ທ່ານຜູ້ຟັງ Javier Gonzalez Nungaray ຈາກ ເມກຊີໂກ ກໍ່ໄດ້ ສະແດງຄວາມຄິດເຫັນວ່າ: ປະຊາຊົນ ຫວຽດນາມ ຄົງຈະດີໃຈ ແລະ ເອກອ້າງທະນົງໃຈທີ່ສຸດ ເມື່ອປະເທດຊາດບັນລຸໄດ້ລະດັບສູງໃໝ່ ໃນການຍິງ ດາວທຽມ NanoDragon ເຂົ້າວົງໂຄຈອນສຳເລັດ, ເຊິ່ງຈະຮັບໃຊ້ ໃຫ້ແກ່ການພັດທະນາເຕັກໂນໂລຢີ ຂອງ ຫວຽດນາມຫຼາຍຢ່າງທີ່ສຸດ”.

ນອກຈາກນັ້ນແລ້ວ ຍັງມີທ່ານຜູ້ຟັງ ຫຼາຍໆທ່ານ ທີ່ມາຈາກຈີເລ, ແອັດສະປາຍ,… ກໍໄດ້ສົ່ງຈົດໝາຍອວຍພອນຫວຽດນາມ ເນື່ອງໃນເຫດການນີ້ເຊັ່ນດຽວກັນ.

ທ່ານ ເທບພະຈັນ ຢູ່ ວັງວຽງ ໄດ້ສົ່ງຈົດໝາຍມາຫາລາຍການ ໂດຍສະແດງຄວາມຈັບອົກຈັບໃຈຢາກໄປຄົ້ນຫາ ປ່າສະຫງວນແຫ່ງຊາດ ກຸກເຟືອງ ຂອງ ຫວຽດນາມ. ເພື່ອນແບ່ງປັນວ່າ: “ວັງວຽງ ແລະ ນ້ຳກັດ ຢໍລະປາຢູ່ແຂວງອຸດົມໄຊ ຂອງ ລາວ ກໍມີສະຖານທີ່ທ່ອງທ່ຽວຊີວະພາບທີ່ສວຍງາມຫຼາຍແຫ່ງ. ແຕ່ເມື່ອຊົມພາບສະລະຄະດີກ່ຽວກັບປ່າສະຫງວນ ກຸກເຟືອງ ທີ່ທາງລາຍການໄດ້ເອົາລົງໃນເວັບໄຊແລ້ວ, ຕົນເອງຢາກໄປຄົ້ນຫາ ແລະ ເຂົ້າຮ່ວມການທ່ອງທ່ຽວຊີວະພາບຢູ່ ປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ນີ້ທັນທີ.

ແນະ​ນຳ​ກ່ຽວ​ກັບໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ ຮ່າໂນ້ຍ - ảnh 1ປ່າສະຫງວນແຫ່ງຊາດ ກຸກເຟືອງ ຍັງມີລະບົບພຶກສາຊາດ, ສັດສາວາສິ່ງ ທີ່ອຸດົມສົມບູນ ແລະ ຫາຍາກ ຍັງໄດ້ຮັບການອະນຸລັກຮັກສາ

ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ສວຍສົດງົດງາມເທົ່ານັ້ນ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ຍັງມີລະບົບພຶກສາຊາດ, ສັດສາວາສິ່ງ ທີ່ອຸດົມສົມບູນ ແລະ ຫາຍາກ ຍັງໄດ້ຮັບການອະນຸລັກຮັກສາ. ສະນັ້ນ, ສະຖານທີ່ແຫ່ງນີ້ຈຶ່ງໄດ້ຈັດເຂົ້າໃນຕາລະລາງ ປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ເປັນເວລາ 3 ປີຊ້ອນ. ຫວັງວ່າ ເພື່ອນຈະຈັດແບ່ງເວລາມາທ່ອງທ່ຽວ ແລະ ຄົ້ນຫາ ສິ່ງທີ່ຈັບອົກຈັບໃຈຢູ່ແຫ່ງນີ້ໃນເວລາໃກ້ໆນີ້ເດີ.

ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ ມົນລະດີ ຢູ່ ວຽງຈັນ. ເພື່ອນ ມົນລະດີ ແບ່ງປັນວ່າ: ຜ່ານການຕິດຕາມຂ່າວຂອງລາຍການ, ຂ້າພະເຈົ້າຈຶ່ງຮູ້ວ່າ ຮ່າໂນ້ຍ ເລີ່ມຜັນຂະຫຍາຍໂຄງການ ຟື້ນຟູສິ່ງເສດເຫຼືອພະລາດສະຕິກ” . ໂດຍເປັນຄົນທີ່ມີຄວາມສົນໃຈ ແລະ ມີຄວາມມັກຮັກກ່ຽວກັບຮູບແບບ, ໂຄງການປົກປັກຮັກສາສິ່ງແວດລ້ອມ, ສະນັ້ນ, ຂ້າພະເຈົ້າຈຶ່ງຢາກໃຫ້ບັນນາທິການລາຍການພາກພາສາລາວ ແນະນຳຢ່າງລະອຽດ ກ່ຽວກັບໂຄງການດັ່ງກ່າວ.

ແນະ​ນຳ​ກ່ຽວ​ກັບໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອຢາງພະລາດສະຕິກ” ຢູ່ ຮ່າໂນ້ຍ - ảnh 2ໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອ ພະລາດສະຕິກ” ຢູ່ ຮ່າໂນ້ຍ 

ເພື່ອນ ມົນລະດີ ທີ່ຮັກແພງ! ການຜັນຂະຫຍາຍໂຄງການ “ເກັບກູ້ ແລະ ບຳບັດສິ່ງເສດເຫຼືອ ພະລາດສະຕິກ” ຢູ່ ຮ່າໂນ້ຍ ແມ່ນເພື່ອແນໃສ່ຊຸກຍູ້ຮູບແບບເສດຖະກິດໝູນວຽນໃນການຄຸ້ມຄອງສິ່ງເສດເຫຼືອພະລາດສະຕິກ ໂດຍຜ່ານການຈັດແບ່ງປະເພດຂີ້ເຫຍື້ອຢູ່ກັບທີ່, ເກັບໂຮມ ແລະ ຜະລິດສິ່ງເສດເຫຼືອພະລາດສະຕິກຄືນໃໝ່. ທຳອິດ ແມ່ນສ້າງລະບົບເກັບໂຮມສິ່ງເສດເຫຼືອຕາມຖະໜົນ, ສະຖານີເກັບໂຮມໃຫຍ່, ເຕົ້າໂຮມແຮງງານເກັບຊື້ເຫຼັກເສດໃນບໍລິເວນ ຮ່າໂນ້ຍ ເຂົ້າ ເປັນລະບົບ. ຫຼັງຈາກນັ້ນ, ໂຄງການດັ່ງກ່າວ ຈະຈັດການເຄື່ອນໄຫວຝຶກອົບຮົມ ແລະ ຍູ້ແຮງການໂຄສະນາໃຫ້ປະຊາຊົນທຸກຄົນເຂົ້າໃຈກ່ຽວກັບຜົນປະໂຫຍດຂອງການຈັດແບ່ງປະເພດຂີ້ເຫຍື້ອຢູ່ກັບທີ່, ການເກັບໂຮມສິ່ງເສດເຫຼືອ ພະລາດສະຕິກ… ແລະ ຈັດພິທີປຸກລະດົມເພື່ອຍົກສູງສະຕິຄວາມຮັບຮູ້ ກໍຄືສ້າງແຫຼ່ງບັນດານໃຈໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ.

ສຸດທ້າຍແມ່ນການເຄື່ອນໄຫວບຳບັດສິ່ງເສດເຫຼືອ ພະລາດສະຕິກຄືນໃໝ່. ທາງໂຄງການຈະນຳໃຊ້ແຕ່ສິ່ງເສດເຫຼືອ ພະລາດສະຕິກທີ່ໄດ້ເກັບໂຮມມາ ເພື່ອຜະລິດຖົງຫຸ້ມຫໍ່ຕ່າງໆ. ຢາງຊະນິດໃດທີ່ຜະລິດຄືນໃໝ່ບໍ່ໄດ້ ກໍຈະ ນຳໄປຫັນເປັນນ້ຳມັນເຊື້ອໄຟ. 

ເນື້ອໃນຈົດໝາຍສະບັບສຸດທ້າຍທີ່ທາງລາຍການຢາກແນະນຳເຖິງທ່ານຜູ້ຟັງ ແມ່ນຈົດໝາຍຂອງ ເພື່ອນ ຈັນທິມາ, ອະດີດນັກສຶກສາ ລາວ ທີ່ຮຽນຢູ່ ຫວຽດນາມ ໂດຍມີເນື້ອໃນດັ່ງນີ້: “ເນື່ອງໃນໂອກາດວັນຄູແຫ່ງຊາດ ຫວຽດນາມ ວັນທີ 20 ພະຈິກ ຈະມາເຖິງ, ຜ່ານທາງລາຍການ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນດີງາມ ແລະ ຂໍສະແດງຄວາມຮູ້ບຸນຄຸນມາຍັງຄູອາຈານ ຫວຽດນາມ ໝົດທຸກຄົນ”. ເພື່ອນກໍແບ່ງປັນວ່າ, ສະໄໝຍັງເປັນນັກຮຽນ, ໃນໂອກາດວັນຄູແຫ່ງຊາດນີ້, ເພື່ອນກໍໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ ແຕ່ປັດຈຸບັນ ແມ່ນຊ່ວງເວລາເກີດໂລກລະບາດໂຄວິດ - 19 ບໍ່ຮູ້ວ່າການເຄື່ອນໄຫວຕ້ອນຮັບວັນຄູໃນໄລຍະເກີດໂຄວິດ - 19 ນີ້ ມີຄວາມແຕກຕ່າງແນວໃດ. ຢາກໃຫ້ພວກອ້າຍເອື້ອຍບັນນາທິການແນະນຳໃຫ້ຊາບແດ່.

ວັນຄູແຫ່ງຊາດ ຫວຽດນາມ ປີ 2021 ຈະແມ່ນວັນຄູທີ່ພິເສດກວ່າທຸກໆປີ ຍ້ອນວ່າໂລກລະບາດພວມມີການຜັນແປຢ່າງສັບສົນ ແລະ ສະນັ້ນຈຶ່ງບໍ່ສາມາດຈັດຕັ້ງການເຄື່ອນໄຫວພົບປະໂດຍກົງໄດ້. ສຳລັບການເຄື່ອນໄຫວສະເຫຼີມສະຫຼອງວັນຄູແຫ່ງຊາດປີນີ້ ຈະໄດ້ຈັດຂຶ້ນຕາມຫຼາຍຮູບການ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ສຳລັບຄູອາຈານ, ບັນດາຮາກຖານສຶກສາ ກໍ່ຈະປຸກລະດົມຂະບວນການແຂ່ງຂັນປ່ຽນແປງໃໝ່ປະດິດຄິດສ້າງໃນການຮຽນ, ການສອນ ໃຫ້ແທດເໝາະກັບສະພາບ ການຮຽນ - ການສອນອອນລາຍ, ຈັດການແຂ່ງຂັນແຕ່ງບົດສອນເປັນຄຼິບວີດີໂອ ຫຼືຄຼິບວີດີໂອແນະນຳກ່ຽວກັບຮູບແບບການສອນອອນລາຍທີ່ດີ, ມີປະສິດທິຜົນ; ຍ້ອງຍໍຊົມເຊີຍແບບຢ່າງຄູອາຈານທີ່ສຸດຈິດສຸດໃຈກັບອາຊີບ, ຄູອາຈານຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແນວໜ້າ…  ສຳລັບນັກຮຽນ, ນັກສຶກສາ, ກໍຈະຈັດ ກິດຈະກຳເຄື່ອນໄຫວຕ່າງໆຄື: ຈັດຕັ້ງການປະກວດແຕ້ມພາບ, ອອກແບບບັດອວຍພອນ, ຈັດການແຂ່ງຂັນຂຽນຈົດໝາຍສົ່ງໃຫ້ຄູອາຈານ, ອອກແບບ infographic ໂຄສະນາເຜີຍແຜ່ກ່ຽວກັບການຮັບປະກັນຄວາມປອດໄພໃນການຮຽນອອນລາຍ; ການປ້ອງກັນ, ຕ້ານໂລກລະບາດໃນເຂດຊຸມຊົນ ແລະ ໂຮງຮຽນ….

ເວລາຂອງລາຍການໂອ້ລົມກັບເພື່ອນລາວມາຮອດນີ້ກໍໝົດລົງແລ້ວ. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໄດ້ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ