ແນະນຳນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ - ຜູ້ຮັບລາງວັນໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam 2021

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 448 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່າຜູ້ຟັງາກມາລາຍການໃນອາທິດຜ່ານມາ.

ໃນອາທິດ, ເພື່ອນ ຈັນທະພອນ ແລະ ເພື່ອນ ຄຳແສງ, ແຂວງ ຈຳປາສັກ ໄດ້ຝາກຈົດໝາຍເຖິງລາຍການໂດຍໃຫ້ຮູ້ວ່າ: “ທ້າຍອາທິດຜ່ານມາ, ໄດ້ເກີດພະຍຸຖະລົ່ມ, ໝາກເຫັບຕົກໃນເມືອງ ປາກຊ່ອງ. ເຖິງວ່າໝາກເຫັບ ແລະ ລົມແຮງໃນບໍລິເວນບໍ່ກວ້າງ ແຕ່ໄດ້ທຳລາຍຜົນລະປູກທັງໝົດຂອງພໍ່ແມ່ປະຊາຊົນ”. ນອກຈາກນັ້ນ, ຜູ້ຟັງສອງທ່ານຍັງໄດ້ຝາກຮູບຖ່າຍໝາກເຫັບທີ່ຕົກ ແລະ ຜົນເສຍຫາຍຕໍ່ຜົນລະປູກຂອງພໍ່ແມ່ປະຊາຊົນຊາວກະສິກອນໃນທ້ອງຖິ່ນຈຳນວນໜຶ່ງ.

ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສຍຫາຍນຳພໍ່ແມ່ປະຊາຊົນຊາວກະສິກອນຢູ່ເມືອງ ປາກຊ່ອງ ຍ້ອນຜົນສະທ້ອນຈາກພະຍຸ, ໝາກເຫັບກໍ່ຂຶ້ນ. ນີ້ກໍ່ແມ່ນໜຶ່ງໃນບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ຫວັງວ່າ, ພໍ່ແມ່ປະຊາຊົນຈະໄດ້ປູກໃໝ່ໃນເຂດນາຖືກເສຍຫາຍນັ້ນ ແລະ ຊີວິດການເປັນຢູ່, ການຜະລິດຂອງຊາວກະສິກອນຈະກັບຄືນສູ່ສະພາບປົກກະຕິໂດຍໄວ. ຂໍຂອບໃຈເພື່ອນ ຈັນທະພອນ ແລະ ເພື່ອນ ຄຳແສງ ທີ່ໄດ້ແບ່ງປັນກັບພວກຂ້າພະເຈົ້າ.

ແນະນຳນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ - ຜູ້ຮັບລາງວັນໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam 2021 - ảnh 1ນັກກຳກັບການສະແດງຍິງໜຸ່ມ ຮ່າເລ້ຢ້ຽມ


ເພື່ອນ ບຸນທັນ, ແຂວງ ວຽງຈັນ ໄດ້ຝາກອີເມວເຖິງລາຍການວ່າ ຢາກຊອກຮູ້ຂໍ້ມູນກ່ຽວກັບນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ, ຊາວເຜົ່າໄຕ, ໂດຍຖາມວ່າ: ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ອ່ານຂໍ້ມູນກ່ຽວກັບພິທີປະກາດຟິມຮູບເງົາທີ່ມີຊື່ວ່າ: “ນ້ອງໆໃນສາຍໝອກ”. ຟິບຮູບເງົາເລື່ອງນີ້ ຂອງນາງສາວຊາວເຜົ່າ ໄຕ່ ຍາດໄດ້ລາງວັນສາກົນ Amsterdam ປີ 2021 , ຫວັງວ່າບັນນາທິການພາກພາສາລາວຈະສະໜອງຂໍ້ມູນຫຼາຍກ່ວາກ່ຽວກັບຜູ້ກຳກັບຂອງຟິມຮູບເງົາເລື່ອງນີ້ໃຫ້ຊາບແດ່.

ເພື່ອນ ບຸນທັນ ທີ່ຮັກແພງ, ໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam (IDFA, ຈັດຂຶ້ນແຕ່ວັນທີ 17 -28 ພະຈິກ 2021) ໄດ້ປະກາດບັນຊີລາຍຊື່ບັນດາຜູ້ທີ່ໄດ້ຮັບໄຊຊະນະທີ່ງານປະກວດປີນີ້. ໃນນັ້ນ, ຟິມຮູບເງົາທີ່ມີຊື່ວ່າ “ນ້ອງໆໃນສາຍໝອກ” ຂອງຜູ້ກຳກັບການສະແດງຍິງໜຸ່ມ ຮ່າເລ້ຢ້ຽມ ຍາດໄດ້ລາງວັນ “ຜູ້ກຳກັບການສະແດງດີເດັ່ນທີ່ສຸດ”.

ຜູ້ກຳກັບການສະແດງ ຮ່າເລ້ຢ້ຽມ (ເກີດປີ 1991, ເປັນຊາວເຜົ່າໄຕ່, ຢູ່ແຂວງ ບັກກ້ານ) ໄດ້ຮຽນຈົບພະແນກສື່ມວນຊົນ ຂອງມະຫາວິທະຍາໄລວິທະຍາສາດ, ສັງຄົມ ແລະ ມະນຸດສາດ. ໂດຍເປັນຊາວເຜົ່າສ່ວນໜ້ອຍ ດັ່ງນັ້ນ, ຜູ້ກຳກັບການສະແດງ ຮ່າເລ້ຢ້ຽມ ມີຄວາມເຫັນອົກເຫັນໃຈຕໍ່ບັນດາຕົວພະຍານຂອງຟີມຮູບເງົາ ເມື່ອເວົ້າເຖິງບັນດາສິ່ງທ້າທາຍເຊິ່ງບັນດານ້ອງສາວທີ່ໄດ້ກຳເນີດ ແລະ ດຳລົງຊີວິດຢູ່ເຂດພູສູງຕ້ອງປະເຊີນໜ້າ. ນອກຈາກລາງວັນຂອງ ຮ່າເລ້ຢ້ຽມ ແລ້ວ, ຟີມຮູບເງົາເອກະສານນີ້ ຍັງໄດ້ຮັບລາງວັນພິເສດ ຈາກຄະນະກຳມະການ ສຳລັບຜົນງານກຳກັບຟີມຮູບເງົາທຳອິດອີກດ້ວຍ. ງານມະໂຫລານ ຟີມຮູບເງົາສາກົນ  Amsterdam ຂອງປະເທດ ໂຮນລັງ ໄດ້ຈັດຂຶ້ນເປັນປະຈຳປີ ໃນເດືອນ ພະຈິກ ຢູ່ Amsterdam. ງານມະໂຫລານຟິມເອກະສານສານກົນ Amsterdam ໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 1988 ເພື່ອກະຕຸກຊຸກຍູ້ວັດທະນະທຳຟິມຮູບເງົາເອກະສານທັງຢູ່ພາຍໃນ ແລະ ຕ່າງປະເທດ. ນັບແຕ່ນັ້ນມາ, ງານມະຫາລານຟີມຮູບເງົາສາກົນ Amsterdam ໄດ້ກາຍເປັນງານມະໂຫລານຟິບຮູບເງົາເອກະສານໃຫຍ່ທີ່ສຸດໃນໂລກ.

ແຕ່ວັນທີ 17 ມີນາ 2023, ຟີມຮູບເງົາເອກະສານເລື່ອງນີ້ໄດ້ຮັບສາຍຢູ່ໂຮງສາຍບາງແຫ່ງຂອງ ຫວຽດນາມ, ເພື່ອນ ບຸນທັນ ແລະ ຜູ້ຟັງທີ່ສົນໃຈ ກໍ່ສາມາດເຂົ້າເບິ່ງ trailer ຂອງ ຟີມຮູບເງົາເອກະສານນີ້ໄດ້ທີ່: https://www.youtube.com/watch?v=C2dVG2xHRVg

ແນະນຳນັກກຳກັບການສະແດງຍິງ ຮ່າເລ້ຢ້ຽມ - ຜູ້ຮັບລາງວັນໃນງານມະໂຫລານ ຟິມຮູບເງົາເອກະສານສາກົນ Amsterdam 2021 - ảnh 2ພາບປະກອບຈາກອິນເຕີເນັດ

ເພື່ອນ ບຸນທະວີ, ແຂວງ ບໍ່ແກ້ວ ໄດ້ສົ່ງອີເມວ ມາຍັງລາຍການ ແລະ ແບ່ງປັນວ່າ: ຂ້າພະເຈົ້າແມ່ນຜູ້ມັກແລ່ນ ມາລາທອນ ແລະ ເຄີຍເຂົ້າຮ່ວມບັນດາການແຂ່ງຂັນແລ່ນຢູ່ພາຍໃນປະເທດ. ໄລຍະຜ່ານມາ, ເມື່ອອ່ານຂ່າວໃນເວບໄຊຂອງພາກພາສາລາວ, ຂ້າພະເຈົ້າເຫັນຫຼາຍຂ່າວ ກ່ຽວກັບການແຂ່ງຂັນກິລາ, ແຂ່ງຂັນແລ່ນຂອງ ຫວຽດນາມ, ຂ້າພະເຈົ້າມີຄວາມສົນໃຈຕໍ່ບັນດາລາຍການແລ່ນດ້ວຍຂອບຂະໜາດໃຫຍ່ ທີ່ໃຫ້ຊາວຕ່າງປະເທດເຂົ້າຮ່ວມນຳ. ບັນນາທິການຂອງພາກພາສາລາວ ຈົ່ງຊ່ວຍຂ້າພະເຈົ້າຊອກຮູ້ກ່ຽວກັບການແຂ່ງຂັນແລ່ນທີ່ມີຂອບຂະໜາດໃຫຍ່ຈຳນວນໜຶ່ງໃນໄລຍະຈະມາເຖິງໄດ້ບໍ່?

ເພື່ອນ ບຸນທະວີ ທີ່ຮັກແພງ, ເປັນໜ້າເສຍດາຍຫຼາຍ, ຍ້ອນໃນຕົ້ນເດືອນ ມີນາ ຜ່ານມາ, ມີຫຼາຍລາຍການແຂ່ງຂັນແລ່ນດ້ວຍຂອບຂະໜາດໃຫຍ່ໄດ້ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງຜູ້ນິຍົມການແລ່ນ, ນັກກິລາເປັນຈຳນວນຫຼວງຫຼາຍ. ແຕ່ວ່າ, ໃນປີນີ້ ກໍຍັງມີຫຼາຍລາຍການແຂ່ງຂັນແລ່ນທີ່ດຶງດູດກ່ວາອີກ, ຕົວຢ່າງຄື: ໃນຕົ້ນເດືອນ ເມສາ ມີ: ລາຍການແຂ່ງຂັນແລ່ນ ກຸກເຟືອງ Marathon 2023 ຢູ່ແຂວງ ນິງບິ່ງ; ລາຍການແຂ່ງຂັນແລ່ນ ໄຕໂຮ່ Half Marathon 2023 ຢູ່ຮ່າໂນ້ຍ; ໃນເດືອນ ມິຖຸນາ ມີລາຍການແຂ່ງຂັນແລ່ນ VnExpress Marathon Quy Nhơn 2023 ຈັດຂຶ້ນຢູ່ ກຸຍເຍີນ, ແຂວງ ບິ່ງດິ້ງ; ເດືອນ ສິງຫາ ມີລາຍການແຂ່ງຂັນແລ່ນ Manulife Danang International Marathon ຢູ່ນະຄອນ ດານັ້ງ; ເດືອນ ຕຸລາ ມີລາຍການແຂ່ງຂັນແລ່ນ Ha Giang Discovery Marathon ຢູ່ແຂວງ ຮ່າຢາງ ແລະ ໃນເດືອນ ພະຈິກ ມີລາຍການແຂ່ງຂັນແລ່ນ Halong Bay Heritage Marathon ຢູ່ແຂວງ ກ໋ວາງນິງ.

ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະເປັນປະໂຫຍດໃຫ້ເພື່ອນ. ຖ້າມີໂອກາດເຂົ້າຮ່ວມບັນດາລາຍການແຂ່ງຂັນນີ້ ເພື່ອນຢ່າລືມຂຽນອີເມວ, ຈົດໝາຍ ແບ່ງປັນນຳພາກພາສາລາວແດ່ເດີ້.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ