ແນະ​ນຳ​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ຢູ່ ຫວຽດ​ນາມ

(VOVWORLD) - ມີຈົດໝາຍທັງໝົດ 464 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 18 ສະບັບຈາກທ່ານຜູ້ຟັງລາວ. 
  ໃນໄລຍະມໍ່ໆມານີ້, ມີຫຼາຍສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ໄດ້ຮັບການເຊີດຊູໃນການຄັດເລືອກລະດັບສາກົນ ແລະ ພາກພື້ນ. ບັນດາຂໍ້ມູນຂ່າວດັ່ງກ່າວ, ຍິ່ງດຶງດູດແຂກທ່ອງທ່ຽວສາກົນໃຫ້ມີຄວາມສົນໃຈຢາກມາທ່ຽວ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງຜ່ານຈຳນວນຈົດໝາຍ ແລະ ຄຳຖາມທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ເຊິ່ງພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ. ເພາະສະນັ້ນ, ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍສະຫງວນເວລາເພື່ອຕອບບັນດາຄຳຖາມທີ່ກ່ຽວຂ້ອງເຖິງເນື້ອໃນນີ້.

ພາຍຫຼັງໄດ້ເອົາຂ່າວ “ໂລໂລຈາຍ ໄດ້ຮັບການເຊີດຊູວ່າ ແມ່ນໝູ່ບ້ານທ່ອງທ່ຽວງາມທີ່ສຸດໃນໂລກ” ລົງໃນເວບໄຊ vovworld.vn, ພວກຂ້າພະເຈົ້າກໍໄດ້ຮັບການຕອບກັບຈາກຜູ້ຟັງຈຳນວນຫຼາຍ. ໃນນັ້ນ, ເພື່ອນ ພອນປະເສີດ, ຢູ່ນະຄອນຫຼວງ ວຽງຈັນ ຖາມມາວ່າ: “ໂລໂລຈາຍ ແມ່ນໝູ່ບ້ານຊົນເຜົ່າສ່ວນໜ້ອຍຂອງ ຫວຽດນາມ ແມ່ນບໍ? ຊົນເຜົ່າ ໂລໂລຈາຍ ມີຈຸດພິເສດແນວໃດແດ່?

ໃນລາຍການມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ພອນປະເສີດ ຄືດັ່ງນີ້:

ໂລໂລຈາຍ ແມ່ນໝູ່ບ້ານໜຶ່ງຢູ່ແຂວງ ຕວຽນກວາງ ຂອງ ຫວຽດນາມ ລວມມີ 2 ຊາວເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ຮ່ວມກັນ, ນັ້ນແມ່ນຊາວເຜົ່າ ໂລໂລ ແລະ ຊາວເຜົ່າ ມົ້ງ, ໃນນັ້ນ ຊາວເຜົ່າ ໂລໂລ ກວມເອົາສ່ວນຫຼາຍ.

ແນະ​ນຳ​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ຢູ່ ຫວຽດ​ນາມ - ảnh 1ຊຸດອາພອນຂອງຊົນເຜົ່າ ໂລໂລ ແຂວງ ຮ່າຢາງ

ຊົນເຜົ່າ ໂລໂລ ໄດ້ເປັນທີ່ຮູ້ຈັກກັນດີວ່າ ແມ່ນ 1 ໃນ 16 ຊົນເຜົ່າສ່ວນໜ້ອຍ ທີ່ມີຈຳນວນປະຊາກອນຕ່ຳກວ່າ 10.000 ຄົນຂອງ ຫວຽດນາມ, ສ່ວນຫຼາຍແມ່ນຕັ້ງຖິ່ນຖານຢູ່ແຂວງ ຮ່າຢາງ ແລະ ກາວບັ່ງ. ພໍ່ແມ່ປະຊາຊົນເຜົ່າ ໂລໂລ ຈະດຳລົງຊີວິດຢູ່ເປັນຄຸ້ມບ້ານສະເພາະ ດ້ວຍສະຖາປັດຕະຍາກຳເຮືອນຝາດິນທີ່ເປັນເອກະລັກ ຫຼັງອີງໃສ່ຝາຫີນ, ອວ່າຍໜ້າອອກໄປຮ່ອມພູ ຫຼື ທົ່ງນາ.  ຊຸດອາພອນຂອງຊາວເຜົ່າ ໂລໂລ ຢູ່ແຂວງ ຮ່າຢາງ ຕິດພັນກັບບັນດາສັນຍາລັກທີ່ເປັນຕົວແທນໃຫ້ແກ່ຈຸດຄວາມງາມຂອງວັດທະນະທຳອັນຍອດຍິ່ງທີ່ມີມາແຕ່ດົນນານ. ໄປຄຽງຄູ່ກັນນັ້ນ, ການນຳໃຊ້ຜ້າແພທີ່ມີສີສັນງາມຕາ, ສະຫຼັບສັບຊ້ອນກັນ ຍັງສະແດງເຖິງຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າກ່ຽວກັບຄວາມສຸກຂອງຄູ່ບ່າວສາວ ແລະ ຄອບຄົວ. ດົນຕີທີ່ຊາວເຜົ່າ ໂລໂລ ມັກນຳໃຊ້ ລວມມີ ພິນສາຍດຽວ ແລະ ກອງທອງ, ໃນນັ້ນ ກອງທອງ ໄດ້ຮັບຖືວ່າແມ່ນສິ່ງທີ່ລ້ຳຄ່າ ແລະ ສັກສິດ, ແມ່ນສັນຍາລັກໃຫ້ແກ່ພະລັງຊີວິດຂອງຊົນເຜົ່າຕົນ, ແມ່ນຂົວຕໍ່ລະຫວ່າງໂລກມະນຸດກັບໂລກເທວະດາ. ຊາວເຜົ່າ ໂລໂລ ມີຫຼາຍງານບຸນທີ່ເປັນເອກະລັກ ແຕ່ພົ້ນເດັ່ນທີ່ສຸດແມ່ນງານບຸນຂໍຝົນ.

ດ້ວຍບັນດາຈຸດທີ່ເປັນເອກະລັກດັ່ງກ່າວຂອງຊາວເຜົ່າ ໂລໂລ, ພ້ອມດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ຮູບແບບເຮັດການທ່ອງທ່ຽວແບບຊຸມຊົນ, ໝູ່ບ້ານ ໂລໂລຈາຍ ໄດ້ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ກາຍເປັນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ປີ 2025.

 ໃນພາບສາລະຄະດີ “ຝູກວັກ,  ແກ້ວມະນີຂອງ ອາຊີ”, ເພື່ອນ Oscar Ramirez ຈາກ ແອັດສະປາຍ ໃຫ້ຄອມເມັ້ນວ່າ: “ຝູກວັກ ນັບມື້ນັບກາຍເປັນສະຖານທີ່ທີ່ໜ້າຈົດຈຳຂອງ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ຈະມີມື້ໃດມືຶ້ໜຶ່ງ ທີ່ຈະໄດ້ໄປຢ້ຽມຢາມເກາະແຫ່ງສວຍງາມນີ້ ແລະ ໄດ້ນອນຢູ່ຫາດຊາຍຂາວທີ່ຍາວຢຽດ ຊົມສາຍນ້ຳທີ່ຂຽວໃສນີ້”.

ສ່ວນເພື່ອນ ຄອນສີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍຄຳຖາມຄືດັ່ງນີ້: “ຖ້າໄປທ່ຽວ ຝູກວັກ, ຄວນໄປໃນຊ່ວງເວລາໃດດີ, ລະດູໃດງາມທີ່ສຸດ. ຂ້າພະເຈົ້າຢາກໄປທ່ຽວ “ແກ້ວມະນີ ອາຊີ ນີ້ທີ່ສຸດ”.

ຝູກວັກ ແມ່ນເກາະທີ່ມີເນື້ອທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ, ໂດຍຕັ້ງຢູ່ທາງທິດຕາເວັນຕົກຕອນໃຕ້ແຂວງ ກຽນຢາງ. ຝູກວັກ ມີຄວາມດຶງດູດໃຈຍ້ອນທິວທັດທຳມະຊາດ, ອາກາດ, ສັດສາວາສິ່ງ ແລະ ພຶກສາ.  ທຳມະຊາດໄດ້ດົນບັນດານໃຫ້ ເກາະ ຝູກວັກ ມີທິວທັດທຳມະຊາດທີ່ມີຄວາມກົມກຽວສຸດໆ ພ້ອມດ້ວຍອາກາດເຢັນສະບາຍຕະຫຼອດປີ.  ເພາະສະນັ້ນ, ໃນແຕ່ລະລະດູ, ແຕ່ລະຊ່ວງເວລາ, ຝູກວັກ ລ້ວນແຕ່ມີຄວາມງາມສະເພາະ. ແຕ່ວ່າ ແຕ່ເດືອນ 11 ຫາເດືອນ ມີນາ, ດ້ວຍອຸນຫະພູມປະມານ 25 – 28 ອົງສາ C ແມ່ນຈຸດເວລາງາມທີ່ສຸດຂອງເກາະແກ້ວມະນີ ເຊິ່ງແຂກທ່ອງທ່ຽວນິຍົມມາທ່ຽວທີ່ສຸດ. ເມື່ອມາ ຝູກວັກ, ແຂກທ່ອງທ່ຽວ ຈະມີຄວາມປະເອີບໃຈກັບບັນດາຫາດຊາຍທະເລທີ່ຍາວຢຽດ, ພິເສດ, ນ້ຳທະເລຂຽວໃສຕະຫຼອດປີ.  ພວກຂ້າພະເຈົ້າ ຂໍແນະນຳບາງຫາດຊາຍທີ່ມີຊື່ສຽງຄື: ຫາດ ຊາວ, ຫາດ ຢ່າຍ, ຫາດ ແຄມ, ຫາດ ເຈື່ອງ, ດອນ ເທິມ, ແຫຼມ ແຢັ່ງເຢົ່າ…. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາກິດຈະກຳໂດຍມະນຸດສ້າງຂຶ້ນຄື: ວັດ ໂຮະກວັກ, Vinpearl Land – Safari ຝູກວັກ… ລ້ວນແລ້ວແຕ່ເຮັດໃຫ້ຜູ້ໃດທີ່ມາແລ້ວກໍຫຼົງໄຫຼຈົນບໍ່ຢາກກັບ.

ພວກຂ້າພະເຈົ້າຫວັງວ່າ, ບັນດາຂໍ້ມູນດັ່ງກ່າວນີ້ ຈະຊ່ວຍໃຫ້ທ່ານມີການທ່ອງທ່ຽວຝູກວັກ ທີ່ເຕັມໄປດ້ວຍຄວາມຊົງຈຳທີ່ດີ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກຂອງທ່ານທີ່ມີຕໍ່ ຝູກວັກ ໃຫ້ພວກຂ້າພະເຈົ້າແດ່ເດີ.      

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົາ ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ