ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ເງະ​ອານ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 349 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງ.
ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ເງະ​ອານ - ảnh 1ພະລາດຊະວັງ ເຫວ້

ອາທິດຮ້ອນເອົ້າໄດ້ຜ່ານພົ້ນໄປແລ້ວ ແລະ ໃນອາທິດກ່ອນ, ພວກຂ້າພະເຈົ້າກໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບຂອງທ່ານຜູ້ຟັງລາຍຝາກເຖິງລາຍການ. ໃນຈົດໝາຍ, ຜູ້ຟັງຫຼາຍທ່ານໄດ້ແບ່ງປັນຄວາມຮູ້ສຶກກ່ຽວກັບການພັກຜ່ອນຢ່ອມອາລົມຂອງຄອບຄົວຕົນໃນໂອກາດລະດູຮ້ອນ, ທ່ານຜູ້ຟັງບາງທ່ານກໍ່ໄດ້ຖາມກ່ຽວກັບສະຖານທີ່ທ່ອງທ່ຽວຊື່ດັງຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບເຊິ່ງທ່ານຜູ້ຟັງຝາກເຖິງລາຍການ.

ເພື່ອນ ລັດຕະນະວັນ, ແຂວງ ວຽງຈັນ ໄດ້ຝາກອີເມວເຖິງລາຍການ, ໃນນັ້ນເພື່ອນໄດ້ແບ່ງປັນກ່ຽວກັບການຢ້ຽມຢາມ ກຸງເກົ່າເຫວ້, ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າພ້ອມດ້ວຍຄອບຄົວໄດ້ຂີ່ລົດໂດຍສານໄປຈາກແຂວງ ສະຫວັນນະເຂດ, ຜ່ານດ່ານຊາຍແດນສາກົນ ລາວບ໊າວ ແລ້ວໄປຮອດນະຄອນ ເທື່ອທຽນເຫວ້. ເວລາຂີ່ລົດທັງໝົດປະມານ 10 ຊົ່ວໂມງ. ອາກາດຢູ່ເຫວ້ ຄ້າຍຄືກັນກັບ ວຽງຈັນ, ຮ້ອນເອົ້າຫຼາຍ ແຕ່ຄອບຄົວຂ້າພະເຈົ້າກໍ່ ພະຍາຍາມຍາດເວລາໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ທິວທັດທຳມະຊາດຢູ່ເຫວ້ ໃຫ້ໄດ້ຫຼາຍທີ່ສຸດ. ເປັນໜ້າເສຍດາຍຫຼາຍ, ຍ້ອນໃນເຂດພະລາດຊະວັງ ເຫວ້ ພວມສ້ອມແປງຫຼາຍບ່ອນ, ດັ່ງນັ້ນຄອບຄົວຂ້າພະເຈົ້າບໍ່ສາມາດເຂົ້າຢ້ຽມຊົມໝົດໄດ້. ສິ່ງທີ່ຄອບຄົວຂ້າພະເຈົ້າມັກ, ດີໃຈທີ່ສຸດນັ້ນແມ່ນໄດ້ຢ້ຽມຊົມ, ອາບນ້ຳຢູ່ທະເລ ລັງໂກ, ນີ້ແມ່ນຫາດຊາຍທະເລທີ່ສະອາດ, ໃສ ແລະ ສວຍງາມທີ່ສຸດ. ໄດ້ອາບນ້ຳທະເລສີຂຽວໃສ ແລະ ຊົມທິວທັດທຳມະຊາດທີ່ສວຍງາມ, ຄວາມຮ້ອນເອົ້າຂອງອາກາດຄືດັ່ງໄດ້ຫາຍໄປ. ນີ້ແມ່ນຄວາມຮູ້ສຶກຂອງຂ້າພະເຈົ້າພ້ອມກັບຄອບຄົວ ກ່ຽວກັບການໄປທ່ອງທ່ຽວຢູ່ ຫວຽດນາມ, ປີໜ້າຄອບຄົວຂອງຂ້າພະເຈົ້າຈະໄປຢ້ຽມຢາມ ນະຄອນ ດານັ້ງ ແລະ ໂຮ້ຍອານ ນຳອີກ.

ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ເງະ​ອານ - ảnh 2ທົ່ງດອກຕາເວັນຂອງບໍລິສັດ TH True milk

ສ່ວນເພື່ອນ ມາລາວັນ, ຄູສອນຢູ່ໂຮງຮຽນມັດທະຍົນຕອນປາຍ ໄຊສົມບູນ ໄດ້ແບ່ງປັນກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ, ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ໄປຢ້ຽມຢາມ  ແລະ ເຮັດວຽກຢູ່ແຂວງ ເງະອານ ໃນຊຸມວັນຮ້ອນເອົ້າຕົ້ນເດືອນ ພຶດສະພາ, ແຕ່ກົງກັນຂ້າມກັບອາກາດຮ້ອນເອົ້ານັ້ນ ແມ່ນທົ່ງດອກຕາເວັນ ແລະ ທົ່ງຫຍ້າທີ່ປູກເປັນອາຫານໃຫ້ງົວພັນນົມທີ່ກ້ວາງໃຫຍ່ຂອງ ບໍລິສັດ TH True milk ໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື່ນຕາຕື່ນໃຈທີ່ສຸດ. ຂ້າພະເຈົ້າຫວັງວ່າ ໃນອະນາຄົດ, ເມືອງລາວກໍ່ຈະມີບັນດາໂຄງການກະສິກຳເຕັກໂນໂລຊີສູງຄືວິທີທີ່ບໍລິສັດ TH True milk ພວມປະຕິບັດຢູ່ ຫວຽດນາມ.

ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາການແບ່ງປັນອັນລ້ຳຄ່າຂອງເພື່ອນ ລັດຕະນະວັນ ແລະ ເພື່ອນ ມາລາວັນ, ຫວັງວ່າ ຜູ້ຟັງທຸກໆທ່ານຈະສະຫງວນເວລາ ເພື່ອຄົ້ນຫາ ປະເທດ ຫວຽດນາມ ຫຼາຍກ່ວາອີກ ແລະ ຢ່າລືມຂຽນຈົດໝາຍມາໃຫ້ພວກຂ້າພະເຈົ້າຮັບຊາບນຳແດ່ເດີ.

+++NC+++

ໃນອາທິດ, ເພື່ອນ ຈັນຕຽງ, ພະນັກງານວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ແຈ້ງໃຫ້ພວກຂ້າພະເຈົ້າຮູ້ວ່າ: ພະນັກງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເຂົ້າຮ່ວມການມອບລາງວັນສື່ມວນຊົນຢູ່ ອິນໂດເນເຊຍ ແລະ ເຫັນນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ຮັບລາງວັນນີ້, ຊົມເຊີຍນັກຂ່າວ VOV.

ຂອບໃຈເພື່ອນ ຈັນຕຽງ ໄດ້ແຈ້ງຂໍ້ມູນໃຫ້ຮູ້, ແນ່ນອນວ່າທາງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍ່ໄດ້ຮັບລາງວັນແມ່ນບໍ່, ເພື່ອນອາດສາມາດແຈ້ງຂໍ້ມູນກ່ຽວກັບລາງວັນທີ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໄດ້ຮັບໃຫ້ພວກຂ້າພະເຈົ້າຮັບຊາບແດ່.

ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ເງະ​ອານ - ảnh 3ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເງະອານ

ກ່ຽວຂ້ອງເຖິຫົວຂໍ້ກາພັກຜ່ອນຢ່ອນອາລົມ. ໃນອາທິດ, ເພື່ອນ ໄຊສົມບູນ ໄດ້າກອີມວເຖິງລາຍການ, ເພື່ອນໃຫ້ຮູ້ວ່າ: ໃນເດືອນ ມິຖຸນາ ຫຼື ກໍລະກົດ ປີນີ້, ຄອບຄົວເພື່ອນ ຈະມີແຜນການໄປທ່ອງທ່ຽວຢູ່ແຂວງ ເງະອານ, ເພື່ອນຢາກໃຫ້ທາງລາຍການແນະນຳບາງສະຖານທີ່ທ່ອງທ່ຽວຢູ່ແຂວງນີ້ໃຫ້ຊາບແດ່?

ເພື່ອນ ໄຊສົມບູນ ທີ່ຮັກແພງ, ພວກຂ້າພະເຈົ້າຂໍແນະນຳບາງຂໍ້ມູນຂ່າວກ່ຽວກັບຫາດຊາຍທະເລທີ່ສວຍງາມ, ສະຖານທີ່ທ່ອງທ່ຽວບາງແຫ່ງ ແລະ ອາຫານ, ຂອງຕ້ອນທີ່ເປັນເອກະລັກສະເພາະຂອງແຂວງ ເງະອານ ໃຫ້ເພື່ອນຊາບດັ່ງນີ້: ທີໜຶ່ງແມ່ນຫາດຊາຍທະເລ ເກື໋ອລໍ່: ຂຶ້ນກັບເທດສະບານ ເກື໋ອລໍ່ ແລະ ຫ່າງຈາກໃຈກາງນະຄອນ ວີງ ປະມານ 16 ກມ, ຫາດຊາຍທະເລ ເກື໋ອລໍ່ ມີຄວາມຍາວ 10 ກມ, ໂດຍໄດ້ຮັບການຕີລາຄາວ່າແມ່ນຫາດຊາຍທະເລສວຍງາມທີ່ສຸດຢູ່ເຂດທາງທິດເໜືອພາກກາງ. ທີສອງແມ່ນຫາດຊາຍທະເລ ຢ້ຽນແທັ່ງ ຂຶ້ນກັບເມືອງ ຢ້ຽນເຈົາ - ຫ່າງຈາກໃຈກາງນະຄອນ ວີງ ປະມານ 40 ກມ. ສະຖານທີ່ແຫ່ງນີ້ມີຊາວທ້ອງຖິ່ນອາບນ້ຳເປັນສ່ວນຫຼາຍ, ດັ່ງນັ້ນ ຍັງຄົງຮັກສາໄດ້ຈຸດຄວາມງາມແບບດັ້ງເດີມ, ເປັນທຳມະຊາດ.  ຫາດຊາຍທະເລ ບ໋າຍຫຼື, ຂຶ້ນກັບເມືອງ ງີລົກ, ໂດຍເປັນສະຖານທີ່ເຊິ່ງເພື່ອນໜຸ່ມນິຍົມໄປ. ໂດຍບໍ່ຄືກັນກັບບັນດາຫາດຊາຍທະເລແຫ່ງອື່ນໆ, ຢູ່ທີ່ນີ້ຍັງຮັກສາສະພາບອາກາດທີ່ປອດໂປ່ງໄດ້ດີ…, ນອກນັ້ນ, ຍັງມີຫາດຊາຍທະເລ ຊວນແທັ່ງ ກໍ່ແມ່ນແຫ່ງທີ່ນັກທ່ອງທ່ຽວນິຍົມ.

ນອກຈາກອາບນ້ຳທະເລ, ເພື່ອນພ້ອມກັບຄອບຄົວອາດສາມາດໄປຢ້ຽມຢາມສະຖານທີ່ທ່ອງທ່ຽວຊື່ດັງບາງແຫ່ງຂອງ ແຂວງ ເງະອານ ຄື: ເຂດອະນຸສາວາລີ ປະທານ ໂຮ່ຈີມິນ (ບ້ານແຊນ), ວິຫານ ຈູງເຊີນ, ຫຼັກໝາຍ ກິໂລແມັດ 0, ເກາະຊາ ແທັງເຈືອງ, ສວນສາທາລະນະແຫ່ງຊາດ ປູມາດ… ສ່ວນອາຫານ, ຂອງຕ້ອນທີ່ເປັນເອກະລັກສະເພາະຂອງແຂວງ ເງະອານ ມີ: ເຂົ້າໜົມ ກູເດີ, ບັນກາຍ (ເຂົ້າໜົມປ່ານ), ປີ້ງປາທູນ່າ, ຢໍ່ງົວ… ບັນດາເຍື່ອງອາຫານນີ້ງ່າຍໃນການຖືໄປເພື່ອເປັນຂອງຕ້ອນໃຫ້ແກ່ພີ່ນ້ອງ, ໝູ່ເພື່ອນ… ຂໍອວຍພອນໃຫ້ເພື່ອນ ໄຊສົມບູນ ແລະ ຄອບຄົວຈົ່ງມີຖ້ຽວການທ່ອງທ່ຽວທີ່ມ່ວນໆຢູ່ແຂວງ ເງະອານ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ