ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ ໃນອາທິດຜ່ານມາ

ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​​ເປັນ​ຢ່າງ​ຍິ່ງທີ່​ໄດ້​ກັບ​ມາ​ພົບ​ກັບ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບາງ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ໄດ້​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ ໃນອາທິດຜ່ານມາ - ảnh 1

(ພາບປະກອບ:nhipsongso.tuoitre.vn)

   ​​ໃນ​ອາທິດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​​ຈົດໝາຍຫຼາຍ​ສະບັບ ​ແລະ ໂທລະສັບ​ຫຼາຍ​ຄັ້ງຈາກ​ບັນດາ​ທ່ານ​ຊື່​ງ​ໄດ້​​ອວຍພອນລາຍການ​ໃນ​ໂອກາດ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ຄື​ວັນ​ທີ 21/6. ​ເພື່ອນ​ຄຳ​ກິ່ງ, ອຸ​ໄທ​ລັດ ຢູ່​ແຂວງ​ບໍ່​ແກ້ວ ​ໄດ້​ຝາກ​ບັດ​ອວຍພອນ ​ແລະ ບັນດາ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ມາ​ຍັງ​ພວກ​ເຮົາໃນ​ໂອກາດ​ນີ້. ​ໃນ​ຈົດ​ໝາຍ​ຝາກ​ເຖິງ​ລາຍການ, ອ້າ​ຍສັງຄົມ​ໄຊຢູ່​ແຂວງ​ສາລະ​ວັນ ​ໄດ້​ຂຽນ​ວ່າ: ​ໃນ​ໂອກາດ​ 88 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ຫວຽດນາມ, ຂ້າພະ​​ເຈົ້າຂໍ​ອວຍພອນ​ພວກ​ອ້າຍ​ເອື້ອຍ​ນັກ​ຂ່າວ​ ນັກ​ບັນນາທິການຂອງວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ ​ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ, ມີ​ແຕ່​ຄວາມສຸກ ​ແລະ ຄວາມ​ສົມຫວັງ​ຕະຫຼອດ​ປີ ​ແລະ ຂໍ​ພວຍພອນ​ໃຫ້​ລາຍການ​ນັບ​ມື້​ນັບ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ“

  ​ເພື່ອນ​ຄຳ​ກິ່ງ, ອະ​ໄທ​ລັດ, ສັງຄົມ​ໄຊ ​​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ, ຂໍຂອ​ບອົກ​ຂອບໃຈ​ພວກ​ເພື່ອນ​ໄດ້ອວຍພອນ​ພວກ​ເຮົາ ​ແລະ ຫວັງ​ວ່າ ພວກ​ເພື່ອນ​ຈະ​ສືບ​ຕໍ່​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ ກໍ່​ຄື​ປະກອບບັນດາຄຳເຫັນປະກອບໃຫ້ລາຍການ.

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ ໃນອາທິດຜ່ານມາ - ảnh 2

(ພາບປະກອບ:Internet)

 

 ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເພື່ອ​ນຄຳຜຸຍ ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ຊື່ງຢາກຊອກຮູ້ ກ່ຽວກັບສະພາບການສື່ມວນຊົນ ຢູ່ຫວຽດນາມ. ພວກເຮົາຂໍຕອບຄຳຖານຂອງເພື່ອນຄຳຜຸຍຄືດັ່ງນີ້:

   ປະຈຸບັນ, ຢູ່​ຫວຽດນາມ ມີ 812 ອົງການສື່ມວນຊົນດ້ວຍ 1084 ສື່ສິ່ງພິມ. ໃນນັ້ນໜັງສືພິມມີ 197 ອົງການ (84 ອົງການຂື້ນ​ກັບສູນກາງ ແລະ 113 ອົງການຂຶ້ນ​ກັບທ້ອງຖິ່ນ). ວາລະສານມີ 615 ອົງການ (488 ວາສລະສານຂຶ້ນ​ກັບສູນກາງ ແລະ 127 ວາລະສານຂຶ້ນ​ກັບທ້ອງຖິ່ນ). ຫວຽດນາມ ມີ 67 ສະຖານນີວິທະຍຸ ກະຈາຍສຽງ-ໂທລະພາບ, 62 ອົງການ ສື່ເອເລກໂຕນິກ. ປະຈຸບັນຫວຽດນາມ ມີນັກຂ່າວເກືອບ 17.000 ຄົນພວມເຄື່ອນໄຫວໃນທຸກເຂດພາກຂອງປະເທດຊາດ ແລະ ຢູ່ຕ່າງປະເທດ. ສື່ມວນຊົນປະຕິບັດພາລະ ໜ້າທີ່ທັງແມ່ນອົງການ ກະບອກສຽງຂອງ​ພັກ, ລັດ, ທັງ​ແມ່ນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ຮັກສາ​ດ້ານ​ການ​ເມືອງ​ໃຫ້ໝັ້ນຄົງ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ອົງການ​ສື່​ມວນ​ຊົນ​ເກືອບ​ທັງ​ໝົດ​ໄດ້​ຕິດ​ພັນ​ກັບ​ສະພາບ​ຕົວ​ຈິງ​ຊີວິດ​ສັງຄົມ, ປະຕິບັດ​ຕາມ​ການ​ຊີ້​ນຳ​ນຳພາ, ກຳນົດ​ທິດ​ຂອງ​ພັກ, ລັດ, ​ໃຫ້​ຂ່າວ​ຢ່າ​ງ​ໄວວາ, ທັນ​ການ, ຄົບ​ຖ້ວນ​, ຮອບດ້ານກ່ຽວ​ກັບທຸກທການ​ຜັນ​ແປ່​ໃນ​ຊີວິດ​ການ​ເມືອງ, ​ເສດຖະກິດ​ສັງຄົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ເຫດການ​ໃຫ່ຍ, ຕອບ​ສະໜອງ​ສິດ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ຂອງ​ປະຊາຊົ​ນ​ເປັນ​ຢ່າງ​ດີ.

    ​ເພື່ອນ​​ເພັດ​ສະໝອນ ນັກ​ສຶກສາ​ປີ​ທີ 4 ມະຫາວິທະຍາ​ໄລ​​ແຫ່ງ​ຊາດ​ລາວ ໃຫ້​ຮູ້​ວ່າ: ​ເພື່ອ​ນມັກ​ລາຍການ “ຊີວິດ​ສັງຄົມ​ຫວຽດນາມ“​ ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ​ທີ່​ສຸດ. ​ເພື່ອນ​ມັກ​ຟັງ​ບັນດາ​ບົດ​ໄດ້​ອອກ​ອາກາດ​ໃນ​ໄລຍະ​ຜ່ານ​ມາ​ຄື: “ຄວາມ​ຮັ​ກແພງ​ລະຫວ່າງ​ທະຫານ ​ແລະ ປະຊາຊົນ​ໃນ​ເຂດ​ຊາຍ​ແດນ”, “ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ເດັກ​ພິການ”, “​ເພື່ອ​ໃຫ້​ເດັກ​ມີ​ລະດູ​ພັກ​ແລ້ງ​ທີ່​ຟົດ​ຟື້ນ ​ແລະ ມີ​ປະ​ໂຫຍ​ດ”… ຕາມ​ເພື່ອນ​ແລ້ວ,  ບັນດາ​ບົດ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ, ມັນ​ຊ່ວຍ​ໃຫ້​ເພື່ອນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຫລາຍ​ດ້ານ, ຫລາຍແງ່​ມຸມ​ໃນ​ຊີວິດ​ສັງຄົມ​ຂອງຫວຽ​ດນາມ.

​ ເພື່ອນ​ເພັດ​ສະໝອນ​ທີ່​ຮັ​ກແພງ! ຂໍ​ຂອບ​ໃຈ​ເພື່ອນ​ໄດ້​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ. ​ໃນ​ລາຍການ “ຊີວິດ​ສັງຄົມ​ຫວຽດນາມ“​ ອອກ​ອາກາດ​ໃນ​ວັນ​ທີ 23/6 ຈະ​ມາ​ເຖິງ​ນີ້, ​ເຊີນ​​ເພື່ອນ​ຮັບ​ຟັງ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ການ​ປ່ຽນ​ແປງ​ຢູ່​ຕາ​ແສງ​ເຕີນ​ເທື້ອງ-​ເມືອງ​ຢີລິງ-​ແຂວງ​ເລີມ​ດົ່ງ.

   ​ໃນ​ອາທິດ, ພວກ​ເຮົາຍັງ​ໄດ້​ຮັບ​ອີ​ແມວ​ຈາກ​ເພື່ອນ​ກວາງ​ຮ່າ ຢູ່​ແຂວງ​ທາຍ​ບິງ ​ແລະ ​ເພື່ອນ​ຕວນແອ​ງ, ພະນັກງານ​ສະຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໂດຍ​​ໃຫ້​ຮູ້​ວ່າ: ພວກ​ເຮົາ​ແມ່ນ​ອະດີດ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້​ຮັບ​ຟັງ​ລາຍການວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ ​ເປັນ​ປະຈຳ. ພວກ​ເຮົາ​ນິຍົມ​ລາຍການ​ເພງ​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ລາຍການ​ເພງ​ອອກ​ອາກາດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແນະນຳ​ບັນດາ​ນັກຮ້ອງທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ​ຄື: ຮົ່ງຍູງ, ​ແທງ​ລາມ, ມີ໋ລິນ… ​ແລະ ຫວັງ​ວ່າ ​ໃນ​ລາຍການ​​ເພງ​ຕໍ່​ໄປ​ຈະ​ໄດ້​ຮັບ​ຟັງ​ສຽງ​ຮ້ອງ​ເພງ​ຂອງ​ນັກ​ຮ້ອງ​ມີ໋​ເຕີມ, ​ໂຮ່ງອກ​ຮ່າ… ຊື່​ງ​ແມ່ນ​ບັນດາ​ນັກ​ຮ້ອງ​ທີ່​ພວກ​ເພື່ອ​ນນິຍົມ​ທີ່​ສຸດ. ພວກ​ເຮົາ​ຍິນ​ດີ​ຕອບ​ສະໜອງ​ຕາມ​ຄຳ​ຂໍ​ຂອງ​ພວກເພື່ອນ ​ແລະ ​ເຊີນ​ພວກ​ເພື່ອນ​ຮັບ​ຟັງ​​ລາຍການ​ເພງ​​ຂອງ​ພວກ​ເຮົາ​ແຕ່​ວັນອັງຄານ​ເຖິງ​ວັນ​ເສົາ​ໃນທຸກ​ໆອາທິດ!

     ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາ​ແມ່ນການ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ພວກ​ທ່າ​ນສາມາດ​ອ່ານ/​ຟັງຂ່າວ ​ແລະ ບົດ​ຕ່າງໆ​ທີ່​ທ່ານ​ນິຍົມ​ຜ່ານ​ເວັບ​ໄຊ​ຂອງ​ພວກ​ເຮົາ ດ້ວຍ​ລະຫັດ: www.vovworld.vn ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລຸນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ- ​​ເບີໂທ: 844.04.38256631-, ຫລື​ສົ່ງ​ຈົດໝາຍ​ທາງອີ​ແມວ:Laovov@yahoo.com. ຂໍ​ຂອບ​ໃຈທີ່ທ່ານໄດ້ຕິດຕາມຮັບຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ!

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ