(VOVWORLD) - ສິນພິເສດຂອງ ດ່າຫຼາດ ມີລົດຊາດສະເພາະຂອງດິນຟ້າອາກາດເຂດທົ່ງພຽງ. ດ້ວຍເງື່ອນໄຂອາກາດ, ທີ່ດິນທຳມະຊາດທີ່ອຸດົມສົມບູນ, ບັນດາຜະລິດຕະພັນຢູ່ແຫ່ງນີ້ກໍ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີກິ່ນ ແລະ ລົດຊາດຫອມຫວານເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກປະທັບໃຈ.
ໝາກພັບຕາກລົມ ດ່າລາດ (ພາບ: VOV) |
ທ່ານຜູ້ຟັງ Jose Ignacio Coz Lezama ຢູ່ Bilbao, ປະເທດແອັດສະປາຍ ໄດ້ແບ່ງປັນວ່າ: ຂ້າພະເຈົ້າຢາກເນັ້ນໜັກກ່ຽວກັບບັນດາລາຍການອອກອາກາດຂອງວິທະຍຸກະຈາຍສຽງ ຫວຽດນາມ. ການອອກອາກາດໃນທົ່ວໂລກຂອງວິທະຍຸໃນທຸກຊົ່ວໂມງ ດ້ວຍຫຼາຍພາສາ ໄດ້ເຮັດໃຫ້ການຟັງວິທະຍຸກາຍເປັນການລົງຕົວຈິງທີ່ມີຄ່າ ແລະ ສຳຄັນ, ທັງມີຄວາມຫຼາຍຮູບຫຼາຍແບບກ່ຽວກັບຫົວຄິດປະດິດສ້າງ. ສຳລັບຂ້າພະເຈົ້າ ໄດ້ຕິດຕາມຮັບຟັງວິທະຍຸແຕ່ປີ 2015.
ໃນຂ່າວ “ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1: ໂອກາດຊຸກຍູ້ການຮ່ວມມືທາງການຄ້າ ແລະ ດຳເນີນທຸລະກິດ”, ທ່ານຜູ້ຟັງ Lorenzo Fernández ມາຈາກ ອູຣູກວາຍ ໄດ້ປະກອບຄຳເຫັນວ່າ: ລະດູໃບໄມ້ຫຼົ່ນແມ່ນລະດູງາມທີ່ສຸດຢູ່ ຫວຽດນາມ. ລະດູໃບໄມ້ຫຼົ່ນກໍ່ແມ່ນຈຸດເວລາເໝາະສົມເພື່ອໃຫ້ ຫວຽດນາມ ຈັດບັນດາງານຕະຫຼາດນັດລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ເພື່ອແນໃສ່ຊຸກຍູ້ການຮ່ວມມືທາງການຄ້າ ແລະ ດຳເນີນທຸລະກິດ. ງານຕະຫຼາດນັດ ລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ ຫາກໍ່ສິ້ນສຸດລົງແມ່ນການປະກອບສ່ວນໃຫ້ແກ່ຄວາມຮຽກຮ້ອງຕ້ອງການຂອງທະນາຄານພັດທະນາອາຊີ (ADB) ກ່ຽວກັບການເພີ່ມທະວີການລົງທຶນຕ່າງປະເທດເຂົ້າມາ ຫວຽດນາມ ເພື່ອແນໃສ່ຮັກສາການພັດທະນາແບບຍືນຍົງ.
ທ່ານຜູ້ຟັງ ຄຳຫຼ້າ ມາຈາກແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮູ້ວ່າ ຫວຽດນາມ ມີຫຼາຍຊົນເຜົ່າ ແລະ ເຜົ່າກິງ ກວມເອົາສ່ວນຫຼາຍ. ແຕ່ບໍ່ຮູ້ຊົນເຜົ່າໃດມີປະຊາກອນໜ້ອຍທີ່ສຸດ? ຫວັງວ່າ ທາງລາຍການຈະຕອບຄຳຖາມດັ່ງກ່າວ.
ເພື່ອນ ຄຳຫຼ້າ ທີ່ຮັກແພງ, ຕາມຕົວເລກສະຖິຕິປະຊາກອນ ແລະ ເຮືອນຢູ່ໃນປີ 2025, ໄລ່ຮອດເດືອນສິງຫາ 2025 ຫວຽດນາມ ມີປະຊາກອນປະມານກ່ວາ 101,6 ລ້ານຄົນ. ຫວຽດນາມ ແມ່ນປະເທດມີປະຊາກອນຫຼາຍຢູ່ອັນດັບທີ 16 ໃນໂລກ ດ້ວຍ 54 ຊົນເຜົ່າ. ບັນດານັກຊົນເຜົ່າວິທະຍາ ໄດ້ແບ່ງບັນດາເຜົ່າຂອງ ຫວຽດນາມ ກາຍເປັນ 8 ກຸ່ມ, ຕາມພາສາຄືດັ່ງນີ້: 1. ຫວຽດ - ເມື່ອງ, 2. ໄຕ່ - ນຸ່ງ, 3. ມົ້ງ - ຢ້າວ, 4. ຕ້າງ - ມຽນ, 5. ຫານ, 6. ມົນ - ຂະແມ, 7. ມ໊າລາຍ - ເຂດໝູ່ເກາະ, 8. ເຜົ່າປະສົມຢູ່ອາຊີໃຕ້.
ທຸກຊົນເຜົ່າ ຫວຽດນາມ ເຖິງວ່າມີປະຊາກອນຫນ້ອຍ ຫຼື ຫຼາຍ ລ້ວນແຕ່ມີສິດເສລີ ແລະ ມີຄວາມສະເໝີພາບ,
ພ້ອມກັນບືນຕົວຂຶ້ນ, ຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ. ປັດຈຸບັນ, ຊົນເຜົ່າມີປະຊາກອນໜ້ອຍທີ່ສຸດຢູ່ ຫວຽດນາມ ແມ່ນຊົນເຜົ່າ ເອີດູ, ມີປະມານ 428 ຄົນ, ຕາມຕົວເລກຂອງກົມສະຖິຕິ. ຊົນເຜົ່ານີ້ຂຶ້ນກັບກຸ່ມ 5 ຊົນເຜົ່າມີປະຊາກອນໜ້ອຍທີ່ສຸດຢູ່ ຫວຽດນາມ ແລະ ສ່ວນຫຼາຍດຳລົງຊີວິດຢູ່ສອງຝັ່ງແມ່ນ້ຳນ້ຳໂນ ແລະ ນ້ຳເນີນ ແຂວງ ເງະອານ.
ເພື່ອນ ດວງໃຈ, ຢູ່ແຂວງຫົວພັນ, ລາວ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະເດີນທາງໄປປະຕິບັດງານຢູ່ ດ່າຫຼາດ, ຂ້າພະເຈົ້າໄດ້ຮູ້ວ່າ strawberry ແມ່ນສິນພິເສດຢູ່ແຫ່ງນີ້, ນອກຈາກນັ້ນ ດ່າຫຼາດ ຍັງມີສິນພິເສດຫຍັງອີກແດ່ ເຊິ່ງແຂກທ່ອງທ່ຽວບໍ່ຄວນພາດເມື່ອມາແຫ່ງນີ້? ຂໍໃຫ້ບັນນາທິການລາຍການພາສາລາວ ແນະນຳສິນພິເສດຈຳນວນໜຶ່ງເພື່ອຊື້ເປັນຂອງຕ້ອນຂອງຝາກ? ຂໍຂອບໃຈ.
ເພື່ອນ ດວງໃຈ ທີ່ຮັກແພງ! ສິນພິເສດຂອງ ດ່າຫຼາດ ມີລົດຊາດສະເພາະຂອງດິນຟ້າອາກາດເຂດທົ່ງພຽງ. ດ້ວຍເງື່ອນໄຂອາກາດ, ທີ່ດິນທຳມະຊາດທີ່ອຸດົມສົມບູນ, ບັນດາຜະລິດຕະພັນຢູ່ແຫ່ງນີ້ກໍ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີກິ່ນ ແລະ ລົດຊາດຫອມຫວານເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກປະທັບໃຈ. ຖ້າມີໂອກາດໄປ ດ່າຫຼາດ ຖ້າບໍ່ໄດ້ຊິມ ຫຼືເລືອກເອົາສິນພິເສດໃດໜຶ່ງເປັນຂອງຕ້ອນໃຫ້ຍາດຕິພີ່ນ້ອງ, ເພື່ອນມິດ ນັ້ນແມ່ນສິ່ງທີ່ຜິດພາດທີ່ສຸດ. ຕໍ່ໄປນີ້, ລາຍການພາກພາສາລາວ ຈະແນະນຳສິນພິເສດຂອງ ດ່າຫຼາດ ຈຳນວນໜຶ່ງເຊິ່ງເພື່ອນບໍ່ຄວນພາດເມື່ອໄປແຫ່ງນີ້.
1. ເຫຼົ້າແວງ ດ່າຫຼາດ - ຂອງຕ້ອນທີ່ຍອດຍິ່ງ
ໂດຍຕ່າງກັນກັບເຫຼົ້າແວງຊະນິດອື່ນໆ, ເຫຼົ້າແວງຢູ່ ດ່າຫຼາດ ໄດ້ເຮັດຈາກເຊື້ອໝາກມອນ ເຊິ່ງແມ່ນໝາກໄມ້ພິເສດຢູ່ແຫ່ງນີ້. ເມື່ອກິນເພື່ອນຈະຮູ້ສຶກໄດ້ເຖິງລົດຊາດສະເພາະ, ເຂັ້ມຂຸ້ນໄປດ້ວຍລົດຊາດຂອງເຂດພູສູງທີ່ມີອາກາດໜາວ ດ່າຫຼາດ. ເຫຼົ້າແວງ ດ່າຫຼາດ ໄດ້ຮັບຖືວ່າແມ່ນ ໜຶ່ງໃນ 10 ຊະນິດເຫຼົ້າແວງແຊບທີ່ສຸດ, ມີຄຸນນະພາບທີ່ສຸດໃນໂລກ. ຖ້າເພື່ອນບໍ່ຮູ້ເລືອກຂອງຕ້ອນໃດກໍ່ອາດສາມາດເລືອກເຫຼົ້າແວງນີ້ເພື່ອເປັນຂອງຕ້ອນ.
2.ກວັນ - ສິນພິເສດ ດ່າຫຼາດ ທີ່ມີຊື່ສຽງ
ຢູ່ ດ່າຫຼາດ ຍັງມີຊື່ສຽງແມ່ນສະຫວັນຂອງກວັນຊະນິດຕ່າງໆ, ດັ່ງນັ້ນ ກວັນກໍ່ແມ່ນທາງເລືອກຂອງຕ້ອນທີ່ດີໃນການໄປທ່ຽວຂອງເພື່ອນ. ກວັນ ຢູ່ ດ່າຫຼາດ ພິເສດຍ້ອນຄວາມສົດຂອງໝາກໄມ້ເຮັດກວັກ ຈົນຮອດລົດຫວານທີ່ພໍດີເມື່ອໄດ້ຜະລິດເປັນຜະລິດຕະພັນສົມບູນ, ເພາະສະນັ້ນ, ກວັນຢູ່ແຫ່ງນີ້ໄດ້ຮັບຄວາມນິຍົມຫຼາຍ.
3.ໝາກພັບຕາກລົມ ດ່າຫຼາດ
ເວົ້າເຖິງສິນພິເສດຢູ່ ດ່າຫຼາດ ບໍ່ອາດບໍ່ເວົ້າເຖິງ ໝາກພັບຕາກລົມ. ອາກາດໜາວຢູ່ນະຄອນກໍ່ເຮັດໃຫ້ໝາກພັບຢູ່ແຫ່ງນີ້ໃຫຍ່ກວ່າ, ກອບກວ່າ ແລະ ມີຄຸນນະພາບສູງກວ່າ. ດັ່ງນັ້ນ ຜະລິດຕະພັນຈະມີລົດຫວານດີ, ໜຽວນຸ້ມກວ່າ ເມື່ອທຽບກັບໝາກພັບຢູ່ບ່ອນອື່ນ.
4.ຊາ ອາຕີໂຊ - ຂອງຕ້ອນທີ່ດີຕໍ່ສຸຂະພາບ.
ອາຕີໂຊ ແມ່ນຕົ້ນໄມ້ທີ່ກຳເນີດ, ເຕີບໃຫຍ່ ແລະ ພັດທະນາດີຢູ່ເຂດອາກາດໜາວ, ເພາະສະນັ້ນ ຕົ້ນໄມ້ຊະນິດນີ້ໄດ້ປູກຢູ່ ດ່າຫຼາດ ເປັນຈຳນວນຫຼາຍ. ອາຕີໂຊ ໄດ້ປຸງແຕ່ງເປັນຜະລິດຕະພັນຫຼາຍຮູບແບບຄື ແບບສົດ, ອົບແຫ້ງ, ຕົ້ມເປັນກາວ, ເຮັດເປັນຊາ… ໃນນັ້ນ ຊາ ອັກຕີໂຊ ແມ່ນສິນພິເສດຊະນິດໜຶ່ງຂອງ ດ່າຫຼາດ ໂດຍໄດ້ຮັບການເລືອກເປັນຂອງຕ້ອນຂອງຝາກຫຼາຍທີ່ສຸດ ຍ້ອນເກັບຮັກສາງ່າຍ. ຊາ ອາຕີໂຊ ມີສັບພະຄຸນຫຼາຍຢ່າງຄື: ຂັບໄລ່ສານພິດ, ບຳລຸງຜິວ, ເຮັດໃຫ້ບໍ່ຮ້ອນໃນ… ພິເສດແມ່ນດີຕໍ່ສຸຂະພາບຂອງຜູ້ມີອາຍຸສູງ.