ແນະ​ນຳ​ເຂດ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ ນອນ​ເນືອກກາ​ວ​ບັ່ງ

(VOVWORLD) -

ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 283 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 07 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  ເຊີນທ່ານຕິດຕາມຮັບຟັງ.

ແນະ​ນຳ​ເຂດ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ ນອນ​ເນືອກກາ​ວ​ບັ່ງ - ảnh 1ນາງສາວ ຫວຽດນາມ ຖ່າຍຮູບໃນສວນດອກເດຊີ

ທ່ານ ດາລາວັນ, ພະນັກງານສ່ວນສາອາກອນຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ໄປທ່ຽວຢູ່ ຫວຽດນາມ. ຄອບຄົວຂອງຂ້າພະເຈົ້າໄປທ່ຽວຄັ້ງນີ້ແມ່ນອີງໃສ່ບັນດາຂໍ້ມູນຂ່າວກ່ຽວກັບສະຖານທີ່ທ່ອງທ່ຽວເຊິ່ງລາຍການ “ໂອ້ລົມກັບເພື່ອນລາວ” ໄດ້ແນະນຳໃຫ້ກ່ອນນັ້ນ. ຍ້ອນເວລາຈຳກັດ, ດັ່ງນັ້ນ, ຄອບຄົວຂ້າພະເຈົ້າຈຶ່ງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວບາງແຫ່ງເທົ່ານັ້ນ, ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ທັດສະນີຍະພາບ ຈ່າງອານ, ຢູ່ແຂວງນິງບິ່ງ. ເມື່ອໄປຢ້ຽມຢາມ, ຂ້າພະເຈົ້າໄດ້ຊົມທິວທັດທຳມະຊາດທີ່ສວຍງາມ, ໄດ້ພາຍເຮືອໃນແມ່ນ້ຳ, ໄດ້ເຂົ້າທ່ຽວຊົມຖ້ຳ ແລະ ບັນດາວັດວາອາຮາມທີ່ມີອາຍຸຫຼາຍປີ. ນີ້ແມ່ນການທ່ອງທ່ຽວທີ່ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ, ໃນບັນດາບົດຂຽນຕໍ່ໄປ, ບັນນາທິການຂອງພາກພາສາລາວ ຈະສະຫງວນເວລາເພື່ອແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວໃຫ້ຫຼາຍກ່ວາອີກເພື່ອໃຫ້ຜູ້ຟັງ, ຜູ້ອ່ານຮູ້ຈັກເຖິງຫຼາຍບ່ອນຫຼາຍທີ່ເມື່ອໄປຢ້ຽມຢາມ ຫວຽດນາມ.”

ສ່ວນທ່ານ ແສງດາລາວົງ, ດຳລົງຊີວິດຢູ່ແຂວງ ບໍ່ແກ້ວ ໄດ້ຂຽນອີແມວສົ່ງເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມັກເບິ່ງພາບສາລະຄະດີກ່ຽວກັບ “ດອກເດຊີ” ທີ່ໄດ້ເອົາລົງໃນແວບໄຊຂອງ VOV5 ໃນອາທິດແລ້ວນີ້ຫຼາຍ. ເຖິງວ່າ, ຂ້າພະເຈົ້າໄດ້ຮ່ຳຮຽນຢູ່ຮ່າໂນ້ຍ ເປັນເວລາ 2 ປີກໍ່ຕາມແຕ່ວ່າຍັງບໍ່ທັນຮູ້ລະອຽດກ່ຽວກັບດອກໄມ້ປະເພດນີ້ຜ່ານພາບສາລະຄະດີຂອງພວກເພື່ອນ ຈຶ່ງຮູ້ຈັກເຖິງດອກໄມ້ສວຍງາມມີສີຂາວສົດໃສນີ້. ຍ້ອນເງື່ອນໄຂ, ອາກາດຮ້າຍແຮງ, ດັ່ງນັ້ນປະເທດລາວຂອງພວກຂ້າພະເຈົ້າຈຶ່ງນຳເຂົ້າດອກໄມ້ສົດຈາກ ຫວຽດນາມ, ໄທ, ຈີນ… ຍ້ອນແນວນັ້ນ, ປະເທດລາວຂອງພວກຂ້າພະເຈົ້າຈຶ່ງບໍ່ມີດອກໄມ້ນາໆຊະນິດຄືຢູ່ປະເທດ ຫວຽດນາມ. ແຕ່ກໍ່ເປັນໜ້າເສຍດາຍແທ້ເພາະວ່າດອກເດຊີນີ້ເບັ່ງບານໃນໄລຍະເວລາສັ້ນໆ. ຂ້າພະເຈົ້າຄິດວ່າ, ຍ້ອນລັກສະນະຂອງດອກໄມ້ປະເພດນີ້ເບັ່ງບານໃນກາງເດືອນ 11 ດັ່ງນັ້ນ, ເຂົາເຈົ້າຈຶ່ງເອີ້ນດອກໄມ້ນີ້ວ່າແມ່ນ “ດອກໄມ້ເຕືອນລະດູໜາວ”. ຫວັງວ່າ, ໃນພາຍພາກໜ້າ, ເມື່ອມີໂອກາດໄປຮ່າໂນ້ຍ, ຂ້າພະເຈົ້າຈະໄປໃຫ້ຖືກກັບດອກເດຊີບານ.”

ແນະ​ນຳ​ເຂດ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ ນອນ​ເນືອກກາ​ວ​ບັ່ງ - ảnh 2 ສະຖານທີ່ແຫ່ງໜຶ່ງໃນບໍລິເວນເຂດປູສະນີຍະສະຖານ ນອນເນືອກກາວບັ່ງ

ເພື່ອນ ບົວທອງ, ຢູ່ແຂວງ ຄຳມ່ວນ ໄດ້ຝາກອີແມວເຖິງລາຍການ, ເພື່ອຂຽນວ່າ: “ຂ້າພະເຈົ້າໄດ້ອ່ານຂ່າວ ໃນທ້າຍອາທິດໃນແວັບໄຊຂອງພວກເພື່ອນ ແລະ ໄດ້ຮູ້ຂ່າວກ່ຽວກັບເຂດສວນສາທາລະນະທໍລະນີສາດ ນອນເນືອກກາວບັ່ງ ໄດ້ຮັບຮອງເປັນສວນສາທາລະນະທໍລະນີສາດທົ່ວໂລກຈາກ UNESCO. ນີ້ແມ່ນຂ່າວຄາວທີ່ມີປະໂຫຍດສຳລັບນັກສຶກສາທີ່ຮຽນຂະແໜງບໍ່ແຮ່ຄືຂ້າພະເຈົ້າ. ຫວັງວ່າ, ບັນນາທິການຂອງພາກພາສາລາວຈະແນະນຳບາງຢ່າງກ່ຽວກັບສວນສາທາລະນະແຫ່ງນີ້ໄດ້ບໍ່?”

ເພື່ອນ ບົວທອງ ທີ່ຮັກແພງ, ສວນສາທາລະນະທໍລະນີສາດ ນອນເນືອກກາວບັ່ງ ແມ່ນສວນທໍລະນີສາດລະດັບຊາດມີເນື້ອທີ່ກ່ວາ 3.275 ກິໂລຕາແມັດ ເຊິ່ງນອນໃນແຂວງ ກາວບັ່ງ. ສວນທໍລະນີສາດແຫ່ງນີ້ແມ່ນສະຖານທີ່ທີ່ໄດ້ຮັກສາບັນດາຮ່ອງຮອຍທີ່ມີຄຸນຄ່າທາງດ້ານປະຫວັດສາດເປັນເວລາ 500 ລ້ານປີຂອງໂລກ. ບັນດາຮ່ອງຮອຍກາຍເປັນຫີນ, ຮ່ອງຮອຍຈາກທະເລ, ຫີນຈາກພູເຂົາໄຟ, ພິເສດແມ່ນບັນດາທິວທັດທຳມະຊາດດ້ວຍພູຫີນປູນ ແມ່ນການພິສູດໃຫ້ເຫັນຕໍ່ການຈະເລີນຂອງໜ່ວຍພິພົບຢ່າງມີຊີວິດຊີວາທີ່ສຸດ. ໃນປີ 2017, ຄະນະກຳມະການແຫ່ງຊາດ UNESCO ໄດ້ສົມທົບກັບອຳນາດການປົກຄອງແຂວງ ກາວບັ່ງ ແລະ ປະຊາຊົນທ້ອງຖິ່ນດຳເນີນບັນດາບາດກ້າວໃນການສ້າງສຳເນົາເອກະສານເພື່ອຍື່ນສະເໜີຕໍ່ອົງການສາກົນທີ່ມີອິດທິພົນຊື່ສຽງ, ເຊິ່ງລວມມີກຸ່ມກວດກາຢັ້ງຢືນສວນສາທາລະນະທໍລະນີສາດທົ່ວໂລກ ແລະ ສະພາ ສວນສາທາລະນະທໍລະນີສາດທົ່ວໂລກ ຂອງ UNESCO. ຮອດວັນທີ 12 ເມສາ 2018, ສວນແຫ່ງນີ້ໄດ້ຮັບການຮັບຮອງວ່າແມ່ນ ສວນສາທາລະນະທໍລະນີສາດທົ່ວໂລກຈາກ UNESCO ແລະ ກາຍເປັນສວນທໍລະນີສາດທົ່ວໂລກແຫ່ງທີສອງຂອງ ຫວຽດນາມ ຖັດຈາກສວນທໍລະນີສາດເຂດພູພຽງຫີນ ດົ່ງວັນ ຢູ່ຮ່າຢາງ. ພິທີຕ້ອນຮັບໃບຢັ້ງຢືນໄດ້ຮັບການຈັດຕັ້ງໃນວັນທີ 24 ພະຈິກຜ່ານມາ. ມາຮອດປະຈຸບັນ, ບັນດານັກວິທະຍາສາດ ໄດ້ພົບເຫັນ, ຕີລາຄາ ແລະ ສະເໜີຈັດອັນດັບຢູ່ໃນ 130 ສະຖານທີ່ມໍລະດົກທໍລະນີສາດທີ່ເປັນເອກະລັກສະເພາະ, ດ້ວຍບັນດາພູມສັນຖານ, ທັດສະນີຍະພາບພູຫີນປູນອຸດົມສົມບູນ, ຫຼາຍຮູບຫຼາຍສີຄື: ລະບົບຖ້ຳ, ຮ່ອມພູ, ທາດຫີນ, ໜອງໄດ້ສ່ອງແສງເຖິງຮອບວຽນຂະຫຍາຍຢ່າງສົມບູນຢູ່ເຂດຮ້ອນທາງພາກເໜືອ ຫວຽດນາມ. ໃນບໍລິເວນຂອງສວນສາທາລະນະທໍລະນີສາດແຫ່ງນີ້ຍັງມີທັດສະນີຍະພາບທີ່ລືຊື່ຄື: ຕາດ ບ້ານຢົກ, ຖ້ຳແຮນ, ເຂດທ່ອງທ່ຽວຊີວະພາບ ເພຍອັກ, ຟິນແດນ…

ຫວັງວ່າ, ບັນດາຂໍ້ມູນຂ່າວທີ່ກ່າວມາຂ້າງເທິງຈະຊ່ວຍໃຫ້ເພື່ອນ ເຂົ້າໃຈກ່ວາກ່ຽວກັບສວນສາທາລະນະທໍລະນີສາດແຫ່ງນີ້. ຖ້າມີໂອກາດ, ເພື່ອນຈົ່ງມາຢ້ຽມຢາມສະຖານທີ່ແຫ່ງນີ້ ແລະ ຢ່າລືມຂຽນຈົດໝາຍ, ສົ່ງຮູບໃຫ້ພວກຂ້າພະເຈົ້າແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ