ພາຍຸ, ນ້ຳຖ້ວມເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ
(ພາບປະກອບ: nhandan.vn)
|
ເພື່ອນ ສຸລິງວົງ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງປະຊາຊົນ ຫວຽດນາມ ທີ່ພວມຖືກຜົນສະທ້ອນຍ້ອນນ້ຳຖ້ວມ: “ຜ່ານບັນດາແຫຼ່ງຂ່າວ, ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ທາງພາກກາງ ຫວຽດນາມ ມີຫຼາຍແຫ່ງຖືກຕັດຂາດ, ເຮືອນຢູ່ ແລະ ຊັບສິນຖືກເປ່ເພ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຂ້າພະເຈົ້າຫວັງວ່າ ຜ່ານການໜູນຊ່ວຍຂອງພັກ, ລັດ, ປະຊາຊົນໃນທົ່ວປະເທດ ແລະ ບັນດາອົງການສາກົນນັ້ນ, ສະພາບການ, ຊີວິດການເປັນຢູ່ຂອງປະຊາຊົນຈະກັບຄືນສູ່ເປັນປົກກະຕິໂດຍໄວ. ຫວັງວ່າ, ທາງວິທະຍຸຈະສືບຕໍ່ອັບເດດຂ່າວກ່ຽວກັບສະພາບການຕື່ມອີກ”.
ທ່ານຜູ້ຟັງຊາວ ເມັກຊີໂກ Armando Francisco Higuera del Reyo, ໄດ້ສົ່ງຈົດໝາຍມາຫາລາຍພາກພາສາ ອັງກິດ, ແບ່ງປັນວ່າ: “ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ ໃນເລື່ອງຜ່ານຜ່າໄພທຳມະຊາດ ເປັນໜ້າເຄົາລົບແທ້ໆ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ກໍຄືກັນກັບ ເມັກຊີໂກ, ກໍ່ພວມປະເຊີນໜ້າກັບບັນດາຄວາມເສຍຫາຍຢ່າງຮ້າຍແຮງ. ຂ້າພະເຈົ້າຫວັງວ່າ, ພວກເພື່ອນຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໂດຍໄວ”.
ລາຍການກະຈາຍສຽງ ພາກພາສາ ລາວ, VOV5 ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ໃຫ້ຄວາມສົນໃຈ ແລະ ສົ່ງຄຳແບ່ງປັນແນວຄວາມຄິດຂອງຕົນກ່ຽວກັບ ຫວຽດນາມ ມາຍັງລາຍການ. ຫວັງວ່າ ໃນໄລຍະຈະມາເຖິງ, ທາງລາຍການຈະສືບຕໍ່ໄດ້ຮັບຄຳແບ່ງປັນ, ກໍຄືມີຄວາມພ້ອມທີ່ຈະຕອບບັນດາຄຳຖາມກ່ຽວກັບ ຫວຽດນາມ ທີ່ທ່ານຜູ້ຟັງມີຄວາມສົນໃຈ.
ດ່ານຊາຍແດນ ລາວບາວ
(ພາບປະກອບ: TTXVN)
|
ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ປີ 2025 ແມ່ນຄົບຮອບ 10 ປີນັບແຕ່ເມື່ອສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ໄດ້ຮັບການລົງນາມ. ຂ້າພະເຈົ້າຢາກຮູ້ວ່າ, ໃນໄລຍະ 10 ປີຜ່ານມາ, ວົງເງິນການຄ້າບັນລຸໄດ້ບາດກ້າວທີ່ໜ້າສົນໃຈໃດແດ່”.
ເພື່ອນ ວົງຄຳ ທີ່ຮັກແພງ, ຕາມກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ການຄ້າລະຫວ່າງ ຫວຽດນາມ - ລາວ ພວມໄດ້ຮັບຜົນປະໂຫຍດຈາກການຫຼຸດຜ່ອນພາສີໃຫ້ສິນຄ້າເກືອບທຸກປະເພດ ຕາມສັນຍາການຄ້າສິນຄ້າ ອາຊຽນ, ສັນຍາການຄ້າ, ສັນຍາການຄ້າຊາຍແດນລະຫວ່າງລັດຖະບານ ຫວຽດນາມ - ລາວ. ພິເສດ, ປີ 2025 ແມ່ນຂີດໝາຍ 10 ປີນັບແຕ່ເມື່ອສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ໄດ້ຮັບການລົງນາມ (ເດືອນ ມິຖຸນາ 2015). ຕາມນັ້ນແລ້ວ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າຜ່ານບັນດາດ່ານຊາຍແດນ ຫວຽດນາມ - ລາວ ຍັງຮັກສາລະດັບເຕີບໂຕເປັນປົກກະຕິ, ວົງເງິນການຄ້າ 2 ສົ້ນເພີ່ມແຕ່ປະມານ 1,1 ຕື້ USD ໃນປີ 2015 ຂຶ້ນລະດັບສະຖິຕິ 2,25 ຕື້ USD ໃນປີ 2024, ເພີ່ມຂຶ້ນທົບ 2 ເທົ່າພາຍຫຼັງ 10 ປີແຫ່ງການປະຕິບັດສັນຍາ.
ບໍ່ຢຸດຢູ່ເທົ່ານັ້ນ, ຜ່ານສັນຍາ, ລະບົບຕະຫຼາດເຂດຊາຍແດນ, ເຂດເສດຖະກິດດ່ານຊາຍແດນກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ຍົກລະດັບຈາກລັດຖະບານ 2 ປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ, ການບໍລິຫານ ແລະ ການແລກປ່ຽນສິນຄ້າຂອງປະຊາຊົນເຂດຊາຍແດນ. ສະນັ້ນ, ໝາກຜົນຂອງການຜັນຂະຫຍາຍການຄ້າຊາຍແດນ ຫວຽດນາມ - ລາວ ໄລຍະ 2015 – 2025 ໄດ້ປະກອບສ່ວນຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາຢ່າງແທ້ຈິງ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ, ພ້ອມກັນນັ້ນ ກໍຮັດແໜ້ນການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ຫຼາຍກວ່າອີກ.
ເພື່ອນ ຄຳປະສົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ຢາກຮູ້ວ່າ ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນປີ 2025 ແມ່ນຫຼາຍເທົ່າໃດ? ໄລ່ມາຮອດຈຸດເວລານີ້, ຮ່າໂນ້ຍ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມແມ່ນເທົ່າໃດ?
ເພື່ອນ ຄຳປະສົງ ທີ່ຮັກແພງ, ຕາມຂໍ້ມູນຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ທີ່ຫາກໍ່ມີບົດລາຍງານກ່ຽວກັບສະພາບການແຂກທ່ອງທ່ຽວຢູ່ ຫວຽດນາມ ແລ້ວ, ໃນນັ້ນ, ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນ 10 ເດືອນຕົ້ນປີ 2025 ບັນລຸ 17.168.498 ເທື່ອຄົນ, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນ 10 ເດືອນຕົ້ນປີ 2025, ຮ່າໂນ້ຍ ແມ່ນນະຄອນດຶງດູດແຂກທ່ອງທ່ຽວຫຼາຍທີ່ສຸດ, ດ້ວຍຈຳນວນ 28,22 ລ້ານເທື່ອຄົນ. ບັນດາຕະຫຼາດແຂກທ່ອງທ່ຽວແມ່ນມາຈາກ ສ.ເກົາຫຼີ, ຈີນ, ອາເມລິກາ, ອິນເດຍ ແລະ ອົດສະຕາລີ ເປັນຕົ້ນ.