33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood, ດູບາຍ

(vovworld)- ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ 33 ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ Gulfood, ດູ​ບາຍ ໄດ້​ຮັບ​ຄວາມ​ສົນ​ໃຈ​ ແລະ ຢາກ​ຕິດ​ຕໍ່​ພົວ​ພັນ​ດຳ​ເນີນ​ທຸ​ລະ​ກິດ ຈາກ​ລູກ​ຄ້າ​ສາ​ກົນ.

ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ Gulfood ປີ 2017 ມີກວ່າ 5000 ວິ​ສາ​ຫະ​ກິດ​ມາ​ຈາກ 120 ປະ​ເທດ​ໃນ​ໂລກ, ດ້ວຍ​ແຂກ​ມາ​ຊົມ​, ຊື້​ເຄື່ອງ​ຂອງ ກວ່າ 95.000 ເທື່ອ​ຄົນທີ່​ມາ​ຈາກ 170 ປະ​ເທດ. ປີນີ້ ຫວຽດ​ນາມ ມີ 33 ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ. ນີ້​ແມ່ນ​ງານ​ຕະ​ຫລາດ​ນັດ​ກ່ຽວ​ກັບ​ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ກະ​ເສດ. ງານ​ຕະ​ຫລາດ​ນັດ Gulfood ກ​ໍ່​ແມ່ນ​ການ​ກຳ​ນົດ​ທ່າ​ອ່ຽງ​ໃຫ້​ແກ່​ຂະ​ແຫນງ​ສະ​ບຽງ​ອາ​ຫານ​ໃນ​ອະ​ນາ​ຄົດ, ແມ່ນ​ໂອ​ກາດ​ດີ​ສຸດ​ເພື່ອ​ໃຫ້​ບ​ັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ເຂົ້າ​ຮ່ວມ.

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 1ທ່ານ​ ຟ້າມ​ບີງ​ດາມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຢູ​ໄນ​ເຕັດ ອາ​ຣັບ ເອມ​ມີ​ເຣດ(UAE) ຕັດ​ແຖບ​ຜ້າ​ໄຂ​ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ ທີ່ ງານ​ຕະ​ຫລາດ​ນັດ Gulfood ປີ 2017.

ງານ​ຕະ​ຫລາດ​ນັດ Gulfood ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ, ໄດ້​ຮັບ​ຖື​ວ່າ​ແມ່ນ​ແຫ່ງ​ເຊື່ອມ​ຕໍ່​ບັນ​ດາ​ປະ​ເທດ ແລະ ບໍ​ລິ​ສັດ​ສະ​ຫນອງ, ເປີດບ​ັນ​ດາ​​ລະ​ບົບ​ຈຳ​ຫນ່າຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳສະ​ບຽງ​ອາ​ຫານ ແລະ ບໍ​ລິ​ການ​ກ່ຽວ​ຂ້ອງ. ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ Gulfood ນີ້ ນອກ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ສົ່ງ​ຜະ​ລິດ​ຕະ​ພັນ​ໄປ​ຂາຍ​ຢູ່​ຕະ​ຫລາດ ຕາ​ເວັນ​ອອກ​ກາງ ຄື: Vinamilk, ບໍ​ລິ​ສັດ​ໃຫຍ່​ການ​ຄ້າ ຮ່າ​ໂນ້ຍ Hapro ຍັງ​ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ຮ່ວມ​ຄື: ບໍ​ລິ​ສັດ ລົງ​ທຶນ​ຜະ​ລິດ​ພັດ​ທະ​ນາ​ກະ​ສິ​ກຳ VinEco ຈຳ​ກັດ, ສະ​ມາ​ຊິກ ຂອງ​ກຸ່ມ​ບໍ​ລິ​ສັດ VinGroup, ບໍ​ລິ​ສັດ LaFooco ຂອງ​ລອງ​ອານ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສະ​ບຽງ​ອາ​ຫານ Richy. ສຳ​ລັບ​ຫວຽດ​ນາມ, ງານ​ຕະ​ຫລາດ​ນັດ Gulfood ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ເຖິງ​ລູກ​ຄ້າ ແລະ ວິ​ສາ​ຫະ​ກິດ​ປະ​ເທ​ດ​ເພື່ອນ​ມິດ.

ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຖາວ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ຮັບ​ຜິດ​ຊອບ​ດ້ານ​ເຕັກ​ນິກ​ເຕັກ​ໂນ​ໂລ​ຊີ​ຂອງ ບໍ​ລິ​ສັດ VinEco, ກຸ່ມ​ບໍ​ລິ​ສັດ VinGroup ແບ່ງ​ປັນ​ວ່າ: “ນີ້​ເປັນ​ຄັ້ງ​ທຳ​ອິດ VinEco ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໄປ​ຍັງ​ຕ່າງ​ປະ​ເທດ. ທ່າ​ແຮງ​ຂອງ VinEco ເມື່ອ​ທຽບ​ໃສ່​ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ ນັ້ນ​ແມ່ນ​ມີ​ຟາມ​ແຫ່ງ​ຫນຶ່ງ​ໄດ້​ຮັບ​ການກໍ່​ສ້າງ​ເປັນ​ລະ​ບົບ. ປະ​ຈຸ​ບັນ VinEco ພວມ​ຊອກ​ທິດ​ສົ່ງ​ຜະ​ລິດ​ຕະ​ພັນ​ໄປ​ຂາຍ​ຢູ່​ຕ່າງ​ປະ​ເທດ ແລະ ດູ​ບາຍ ແມ່ນ​ຕະ​ຫລາດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ພວມ​ມຸ້ງ​ໄປ​ເຖິງ. 

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 2ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຖາວ(ເບື້ອງ​ຂວາ), ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ຮັບ​ຜິດ​ຊອບ​ດ້ານ​ເຕັກ​ນິກ​ເຕັກ​ໂນ​ໂລ​ຊີ​ຂອງ ບໍ​ລິ​ສັດ VinEco

ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ນຳ​ມາ​ຜະ​ລິດ​ຕະ​ພັນ​ຫລາຍ​ປະ​ເພດ, ຄຽງ​ຂ້າ​ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຄື: ໝາກ​ພິ​ກ​ໄທ, ຊາ, ໝາກ​ມ່ວງຫິ​ມະ​ພານ… ຍັງ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ອື່ນ​ໄດ້​ຮັບ​ການ​ປຸງ​ແຕ່ງ, ຫຸ້ມ​ຫໍ່​ດ້ວຍ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ຫວຽດ​ນາມ.

ບັນ​ດາ​ຮ້ານ​ຄ້າ​ຂອງ​ຫວຽດ​ນາມ​ດຶງ​ດູດ​ແຂກ​ມາ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ. ຜ່ານ​ ງານ​ຕະ​ຫລາດ​ນັດຄັ້ງ​ນີ້, ມີ​ຫລາຍເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ທີ່​ມີ​ຊື່​ສຽງ​ໄດ​້​ຮັບ​ສັນ​ຍານ​ຕັ້ງ​ຫນ້າ​ຄື: Vinamilk, Hapro, Lotus Rice..

ທ່ານ ຫວໍ​ຈູງ​ຮຽວ, ຜູ້​ອຳ​ນວຍ​ການ​ດຳ​ເນ​ີນ​ທຸ​ລະ​ກິດ​ສາ​ກົນ Vinamilk ໃຫ້​ຮູ້​ວ່າ: “ງານ​ຕະ​ຫລາດ​ນັດປີ 2016, Vinamilk ໄດ້​ລົງ​ນາມ​ໃນ​ສັນ​ຍາ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ນົມ​ແປ້ງ​ໃຫ້​ເດັກ​ນ້ອຍ ລວມ​ມູນ​ຄ່າ 12,5 ລ້ານ USD. ຫ​ວັງ​ວ່າ​ປີນີ້ ຈຳ​ນວນ​ສັນ​ຍາ​ການ​ຄ້າ​ຈະ​ເພີ່ມ​ຂຶ້ນກວ່າ​ເກົ່າ. 

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 3
ງານ​ຕະ​ຫລາດ​ນັດ Gulfood

ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຼິ​ກາ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ຫນຶ່ງ​ໃນ​ບັ​ນ​ດາ​ຕະ​ຫລາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນສຳ​ລັບ​​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອ​າ​ຫານ​ຂອງ​ຫວຽດ​ນາມ. ເຂົ້າ​ຮ່ວມງານ​ຕະ​ຫລາດ​ນັດ Gulfood ກໍ​ແມ່ນ​ກາ​ລະ​ໂອ​ກາດ​ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ການ​ໂຄ​ສະ​ນາ​ຮູບ​ພາບ​ຂອງ​ພື້ນ​ຖານ​ກະ​ສິ​ກຳ​ຂຽວ​ຂອງ​ຫວຽດ​ນາມ ແລະ ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ທ່າ​ແຮງ​ກ່ຽວ​ກັບ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ມີ​ຫ​ນ້າຢູ່​ຫລາຍ​ປະ​ເທດ​ໃນ​ໂລກ.

ບາງ​ຮູບ​ພາບ​ທີ່ ງານ​ຕະ​ຫລາດ​ນັດ Gulfood ປີ 2017 ຈັດ​ຂຶ້ນ​ຢູ່ ດູ​ບາຍ

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 4
ຜະ​ລິດ​ຕະ​ພັນ​ເກດ​ສະ​ຫນາຂອງ​ກຸ່ມ​ບໍ​ລິ​ສັດ LP ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ ຢູ່ ດູ​ບາຍ

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 5
ທ່ານ ຫວໍ​ຈູງ​ຮຽວ, ຜູ້​ອຳ​ນວຍ​ການ​ທຸ​ລະ​ກິດ​ສາ​ກົນ Vinamilk ແນະ​ນຳ​ກ່ຽວ​ກັບ​ນ້ຳ​ນົມ​ຂອງ​ບໍ​ລິ​ສັດ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປ​ະ​ເທດ

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 6
ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ບໍ​ລິ​ສັດ Lafooco ຜະ​ລິດ​ໝາກ​ມ່ວງ​ຫິ​ມະ​ພານ​ໃນ​ປີ 2017 ຈະ​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ການ​ສົ່ງ​ເສີມ​ຮ່ວມ​ມື​ຕະ​ຫລາດ ຕາ​ເວັນ​ອອກ​ກາງ

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 7
ອາ​ຫານ​ກະ​ປ່ອງຂອງ​ບໍ​ລິ​ສັດ​ເຕີນ​ຟາດກໍ​ແມ່ນປະ​ເພດ​ສິນ​ຄ້າ​ຊື່ງ​ມີ​ວິ​ສາ​ຫະ​ກິດ​ສາ​ກົນ​ຫລາຍ​ແຫ່ງຢາກ​ຊອກ​ຮູ້
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 8
ຮ້ານ​ວາງ​ສະ​ແດງ​ສິ​ນ​ຄ້າ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ດຶງ​ດູດ​ວິ​ສາ​ຫະ​ກິດ, ແຂກ​ມາ​ຊອກ​ຮູ້ ແລະ ​ຕິດ​ຕໍ່​ຮ່ວມ​ມື​ເປັນ​ຈຳ​ນວນ​ຫລວງ​ຫລາຍ
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 9
ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ Gulfood, ຜະ​ລິດ​ຕະ​ພັນ​ຂອງ VinEco ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກວິ​ສາ​ຫະ​ກິດ​ສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 10
ນ້ຳ​ໝາກ​ໄມ້​ສົດ​ກໍ​ແມ່ນ​ຜະ​ລິດ​ຕະ​ພັນ​ໃຫມ່​ມີ​ທ່າ​ແຮງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກດ​ຫວຽດ​ນາມ
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 11
ເຂົ້າ​ສານ​ຂອງ Lotus Rice ໄດ້​ນຳ​ໄປ​ຂາຍ​ຢູ່​ຕະ​ຫລາດ​ຕາ​ເວັນ​ອອກ​ກາງ​ໃນ​ຫລາຍ​ປີ​ແລ້ວ

33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 12
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 13
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 14
ສິນ​ຄ້າ​ຈຳ​ນວນ​ຫນຶ່ງ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ ງານ​ຕະ​ຫລາດ​ນັດ Gulfood
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 15
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 16
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 17
33 ວິສາຫະກິດຫວຽດນາມ ໂຄສະນາກະສິກຳຂຽວຢູ່ງານຕະຫລາດນັດ Gulfood,  ດູບາຍ - ảnh 18
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ

ຕອບກັບ

ຂ່າວ/ບົດ​ອື່ນ