ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່

Vov5.vn- ຊຸມມື້​ທ້າຍ​ປີ, ບັນ​ດາ​ຜູ້​ເຖົ້າ​ເຮັດ​ວຽກ​ຢູ່​ສາ​ລາ​ ແລະ ຊາວບ້ານ​ຊໍ​ທີ່​ເມືອງ​ກ໋ວກອ​ວາຍ​ຮ່າ​ໂນ້ຍ ມີ​ຄວາມ​ປະຫຼາດ​ໃຈ​ຕ້ອນ​ຮັບ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ນຸ່ງ​ຊຸດ​ເສື້ອ​ຍາວ​ຫວຽດ​ນາມມາ​ຢ້ຽມ​ຢາມ​.

ໃກ້​ຈະ​ຮອດ​ບຸນ​ເຕັດ, ໃຜໆ​ກໍ​ຂ້ອງ​ຄາ​ກັບ​ວຽກ​ງານຫຼາຍ​ຢ່າງ, ແຕ່​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ​ຍັງ​ສະ​ຫງວນ​ເວ​ລາ​ເພື່ອ​ພ້ອມ​ກັບ​ຊາວ​ບ້ານ​ທຳ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ ແລະ ພ້ອມ​ກັນ​ປຶກ​ສາ​ວຽກ​ງານ​ກະ​ກຽມ​ຈັດ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ທີ່ນີ້.

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 1

    ບຸນ​ເຕັດ​ປີນີ້, ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ເຈາະ​ຈິ້ມ​ກັບ​ກຸ່ມ​ສະ​ມາ​ຊິກ​ສາ​ລາ​ບ້ານ​ຫວຽດ​ກ່ຽວ​ກັບ​ເນືອ​ໃນ​ເຊີດ​ຊູ ແລະ ໂຄ​ສະ​ນາຊຸດ​ເສື້ອ​ຍາວ​ຫວຽດ​ນາມເວົ້າ​ລວມ ແລະ ເສື້ອ​ຍາວ​ຂອງ​ເພດ​ຊາ​ຍ​ເວົ້າ​ສະ​ເພາະ.
ເສື້ອ​ຍາວຂອງ​ເພດ​ຊາຍໄດ້​ປະ​ກົດ​ຕົວ​ກ່ອນ​ເສື້ອ​ຍາວຂອງ​ເພດ​ຍິງ ແລະ ເຄີຍ​ເປັນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ​ຂອງ​ເພດ​ຊາຍ​ຫວຽດ​ຍາມ. ໃນ​ຂະ​ນະ​ທີ່ເສື້ອ​ຍາວຂອງ​ເພດ​ຍິງ​ໄດ້​ຮັບ​ການ​ດັດ​ແປງ, ອອກ​ແບບ​ໃໝ່​ຢ່າງ​ຕໍ່​ເນື່ອງນັ້ນ, ເສື້ອ​ຍາວຂອງ​ເພດ​ຊາຍ​ພັດ​ຖືກຫຼົງ​ລືມ ແລະ ຊ້ຳ​ບໍ​ໜຳ​ຍັງຖືກ​ຖື​ເປັນ​ເຄື່ອງ​ນຸ່ງ​ສະ​ໄໝສັກ​ດີ​ນາ.
​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ໄດ້​ນຸ່ງຊຸດ​ເສື້ອ​ຍາວ​ຫວຽດ​ນາມມາ​ເປັນ​ເວ​ລາ 10 ກວ່າປີໃນ​ການ​ພົບ​ປະ​ທາງ​ການ​ທູດ​ທີ່​ສຳ​ຄັນ​.

     ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ໃຫ້​ຮູ້​ວ່າ “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຊຸດ​ເສື້ອ​ຍາວ​ຫວຽດ​ນາມ​ງາມຫຼາຍ. ເມື່ອ​ກ່ອນນີ້ , ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ກໍ​ໄດ້​ນຸ່ງ​ງາມຫຼາຍ ແລະ ຂ້າ​ພະ​ເຈົ້າ​ຊົມ​ຊອບ​ຄວາມ​ງາມນີ້​ທີ່​ສຸດ”

     ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ :   “ ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ເສື້ອ​ຍາວ​ເພດ​ຊາຍ​ຫວຽດ​ນາມ​ໃນ​ໂອ​ກາດ​ບຸນ​ເຕັດ​ປີນີ້”

   ​ທ່ານຝ້າມ​ແຊງ​ເຈົາ - ຜູ້​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ແບ່ງ​ປັນ​ວ່າ : “ ເມື່ອ​ໄປ​ຕ່າງ​ປະ​ເທດ, ພວກ​ເຮົາ​ຕ້ອງຢັ້ງ​ຢືນ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນ​າມ​ຢ່າງ​ຈະ​ແຈ້ງກວ່າ. ຍ້ອນ​ເຫດນີ້​ເອງ, ຂ້າ​ພະ​ເຈົ້າຈຶ່ງ​ນຸ່ງຊຸດ​ເສື້ອ​ຍາວ​ຫວຽດ​ນາມເພື່ອ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຫຼື​ໃນ​ວັນ​ບຸນ​ໃຫຍ່​ຕ່າງໆຫຼື​ພົບ​ປະ​ກັບ​ປະ​ມຸກ​ລັດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ”

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 2

     ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ນຸ່ງຊຸດ​ເສື້ອ​ຍາວ​ຫວຽດ​ນາມ, ມີ​ຜ້າ​ພັນ​ຫົວ​ຕາມ​ປະ​ເພ​ນີ.

     “ ຂ້າ​ພະ​ເຈົ້າ​ນຸ່ງຊຸດ​ເສື້ອ​ຍາວ​ຫວຽດ​ນາມເພື່ອ​ໃຫ້​ໂລກ​ສັງ​ເກດ​ເຫັນ​ແຈ້ງກວ່າ​ກ່ຽວກ​ັບ​ຊາວ​ຫວຽດ​ນາມພ້ອມ​ແລ້ວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ”

   ​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ອະ​ທິ​ບາຍ​ກ່ຽວ​ກັບ​ການ​ເລືອກ​ເອົາ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ ທີ່​ຍັງ​ບໍ່​ທັນ​ຮອດ​ຍາມ​ສິ້ນ​ສຸດ ເພາະ​ປະ​ສົບ​ກັບ​ຄ​ງາ​ຫຍຸ້ງ​ຍາກ​ໃນ​ການ​ເລືອກ​ເອົາ ຊຸດ​ເສື້ອ​ຍາວ​ຫວຽດ​ນາມຫຼື​ຊຸດ​ສາ​ກົນ. ຍັງ​ມີເພດ​ຊາຍຫຼາຍ​ຄົນ​ໜ້າ​ອາຍເມື່ອ​ນຸງ​ຊຸດ​ເສື້ອ​ຍາວ. ຂ້າ​ພະ​ເຈົ້າ​ຖື​ວ່າ: “ພວກ​ເຮົາ​ຕ້ອງ​ກ້າ​ຫານ, ຕ້ອງ​ມີ​ຊີ​ວິດ​ແບບ​ມີ​ອຸ​ດົມ​ຄະ​ຕິ, ມີ​ການ​ກະ​ທຳ​ອັນແຮງ​ກ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມີຫຼາກຫຼາຍ​ສີ​ສັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ໂລກ”

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 3

      ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ສະ​ແດງ​ຄວາມ​ຫວັງ​ວ່າ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ເສື້ອ​ຍາວ​ເພດ​ຊາຍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຄືນ ແລະ ກາຍ​ເປັນ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ, ປະ​ກອບ​ສ່ວນ​ສ້າງ​ສີ​ສັນ​ຊາດ​ຫວຽດ​ນ​າມ​ກັບ​ໂລກ​ພາຍນອກ.

     ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ແບ່ງ​ປັນ​ວ່າ : “ ຂ້າ​ພະ​ເຈົ້າ​ນິ​ຍົ​ມ​ຊົມ​ຊອບ​ຕໍ່​ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ກຸ່ມ​ສາ​ລາ​ບ້ານ​ຫວຽດ. ຫວຽດ​ນາມ​ມີຫຼາຍ​ໆຄົນສຸດ​ຈິດ​ສຸດ​ໃຈ​ກັບ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ແລະ ພ້ອມ​ແລ້ວ​ເຂົ້າ​ຮ່ວມ​ການ​ຮັກ​ສາ, ເຊີດ​ຊູ ແລະ ໂຄ​ສະ​ນາ​ມໍ​ລະ​ດົກ​ເຫຼົ່າ​ນັ້ນ”

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 4

       ໃກ້​ຈະ​ຮອດ​ບຸນ​ເຕັດ, ໃຜໆ​ກໍ​ຂ້ອງ​ຄາ​ກັບ​ວຽກ​ງານຫຼາຍ​ຢ່າງ, ແຕ່​ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ​ຍັງ​ສະ​ຫງວນ​ເວ​ລາ​​ລົງ​ໄປ​ບ້ານ​ຊໍ​ເພື່ອພ້ອມ​ກັບ​ຊາວ​ບ້ານ​ທຳ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ ແລະ ພ້ອມ​ກັນ​ປຶກ​ສາ​ວຽກ​ງານ​ກະ​ກຽມ​ຈັດ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ທີ່ນີ້.

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 5

      ອາ​ກາດ​ໜາວ​ເຢັນ​ບວກ​ກັບ​ຝົນ​ຝອຍ, ຍິ່ງ​ເຮັດ​ໃຫ້​ທັດ​ສະ​ນີ​ຍະ​ພາບ​ສາ​ລາ​ບ້ານ​ຊໍ​ເພີ່ມ​ຄວາມ​ຈັບ​ອົກ​ຈັບ​ໃຈ.

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 6

       ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາພ້ອມ​ກັບກຸ່ມ​​ສະ​ມາ​ຊິກສາ​ລາ​ບ້ານ​ຫວຽດກ້າວ​ເຂົ້າ​ສາ​ລາ​ບ້ານ​ເພື່ອ​ທຳ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ບູ​ຊາ.

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 7

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 8

      ບັນ​ດາ​ສະ​ມາ​ຊິກກຸ່ມ​ສາ​ລາ​ບ້ານ​ຫວຽດ​ມີ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ການ​ເຂົ້າ​ຮ່ວມ​ຂອງທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ, ສະ​ມາ​ຊິກ​ຄົນ​ທີ 7000 ຂອງ​ກຸ່ມ ແລະ ເວົ້າ​ວ່າ : ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ແມ່ນ​ຜູ້​ເບິ່ງ​​ສາ​ລາ​ບ້ານ​ຫວຽດ​ນາມ.

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 9

     ດ້ວຍ​ການ​ນຳ​ໜ້າ ແລະ ຄວາມ​ເມົາ​ມົວ,. ເຊີ​ດ​ຊູ​ຊຸດ​ເສື້ອ​ຍາວ​ຫວຽດ, ຫຼາຍ​ຄົນ​ເອີ້ນທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ ວ່າ “ເອກ​ອັກຄະ​ລັດ​ຖະ​ທູດເສື້ອ​ຍາວ ”

ເອກອັກຄະລັດຖະທູດໂຄສະນາຄວາມງາມ ຂອງຊຸດເສື້ອຍາວຫວຽດນາມໃນບັນຍາກາດລະດູບານໃໝ່ - ảnh 10

      ບັນ​ດາ​ສະ​ມາ​ຊິກ​ໃນກຸ່ມ​ສາ​ລາ​ບ້ານ​ຫວຽດ ຕ່າງ​ກໍ​ນຸ່ງ​ຊຸດ​ເສື້ອ​ຍາວ​​ຫວຽດ​ນາມທີ່​ລຽບ​ງ່າຍຕາມ​ປະ​ເພ​ນີ, ອັນ​ໄດ້​ພາ​ໃຫ້​ຄົນ​ເຮົາ​ຮູ້​ສຶກ​ຄື​ໄດ້​ກັບ​ຄືນ​ສູ່​ສະ​ໄໝ​ກ່ອນ

ຕອບກັບ

ຂ່າວ/ບົດ​ອື່ນ