ການ​ຮ່ວມ​ມື​ຮອບ​ດ້ານ​ເພື່​ອະ​ນາ​ຄົດ​ທີ່​ສົດ​ໃສ

(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ, ການພົວພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ  - ລາວ ໄດ້ຮັບການສ້າງຕັ້ງ ແລະ ຫຼໍ່ຫຼອມໃນໄລຍະປະຫວັດສາດ. ພາຍຫຼັງຕີຊະນະສັດຕູ, ຫວຽດນາມ ແລະ ລາວ ໄດ້ຮຽງບ່າຮຽງໄຫຼ່, ກ້າວຂຶ້ນສູ່ການກໍ່ສ້າງສັງຄົມນິຍົມ. ຈາກນັ້ນ ການຮ່ວມມືຮອບດ້ານລະຫວ່າງສອງປະເທດກໍຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ຫຼາຍຢ່າງ, ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຮອບດ້ານ, ເລິກເຊິ່ງ - ກວ້າງຂວາງໃນຫຼາຍຂົງເຂດ. ສືບຕໍ່ບັນດາບົດສາລະຄະດີ “ສາຍໃຈຫວຽດນາມ - ລາວ ຍືນຍົງຄົງຕົວກ່ວາພູສູງ ແລະ ແມ່ນ້ຳເລິກ”, ໃນລາຍການຫວຽດນາມ - ລາວພາກນີ້ ພວກຂ້າພະເຈົ້າຈະຂໍ້ແນະນຳບົດທີ 2 ທີ່ມີຫົວຂໍ້ວ່າ “ການຮ່ວມມືຢ່າງຮອບດ້ານເພື່ອອະນາຄົດທີ່ສົດໃສ”. ເຊີນທ່ານຕິດຕາມຮັບຟັງ.

ການ​ຮ່ວມ​ມື​ຮອບ​ດ້ານ​ເພື່​ອະ​ນາ​ຄົດ​ທີ່​ສົດ​ໃສ - ảnh 1ທ່ານກຳປັ່ນສາກົນ ລາວ - ຫວຽດນາມ

ນັບແຕ່ຮຸ່ງເຊົ້າ, ຕາມເສັ້ນທາງໄປຍັງທ່າກຳປັ່ນສາກົນ ລາວ - ຫວຽດ, ເຂດເສດຖະກິດຫວູອ໊າງ, ເທດສະບານ ກີ່ແອັງ, ແຂວງຮ່າຕິງ, ຂະບວນລົດທີ່ມີປ້າຍລາວຈັດເປັນແຖວຍາວເພື່ອລໍຖ້າປະຕິບັດລະບຽບການພາສີ. ຢູ່ຂົວຂອງທ່າກຳປັ່ນ, ມີກຳມະກອນນັບຮ້ອຍຄົນພວມຕັ້ງໃຈເຮັດວຽກ, ຄ່ຽນຖ່າຍສິນຄ້າ, ເພື່ອໃຫ້ກຳປັ່ນລຳຕ່າງໆອອກຈາກທ່າກຳປັ່ນຖືກຕາມເວລາກຳນົດ.

ຢືນຢູ່ໜຶ່ງໃນສາມສະຖານທີ່ເຊື່ອມຕໍ່ການແລກປ່ຽນການຄ້າທາງທະເລສາກົນ ຂອງ ຫວຽດນາມ, ທ່າກຳປັ່ນສາກົນ ລາວ - ຫວຽດ ໄດ້ກາຍເປັນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຢູ່ແຂວງຮ່າຕິງ. ຢູ່ທີ່ນີ້, ອຳນາດການປົກຄອງ ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ລາວນຳໃຊ້ທ່າກຳປັ່ນຫວູງອ໊າງ ເລກ 1, ເລກ2 ແລະ ຂົວທ່າກຳປັ່ນເລກ 3 ທີ່ພວມໄດ້ຮັບການກໍ່ສ້າງ.

ໝາກຜົນຂອງການຂົນສົ່ງສິນຄ້າຜ່ານທ່າກຳປັ່ນຫວູງອ໊າງໃນຊຸມປີຜ່ານມາໄດ້ປະກອບສວ່ນສຳຄັນເຂົ້າໃນການພັດທະນາເສດຖະກິດ ສຳລັບເຂດພາກກາງຕອນເໜືອ ຫວຽດນາມ, ພ້ອມທັງຊຸກຍູ້ເສດຖະກິດລາວເຕີບໂຕ, ເປີດເສັ້ນທາງໄປຍັງທະເລ. ທ່ານ ຫງວຽນແຢງເກືອງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ ຫວຽດ ໃຫ້ຮູ້ວ່າ:

ຖ້າບໍ່ສົ່ງຜ່ານຫວູອ໊າງ, ປົກກະຕິສິນຄ້າຂອງ ລາວ ຢາກສົ່ງອອກໄປຍັງປະເທດທີ 3 ຕ້ອງສົ່ງຜ່ານໄທ. ໄລຍະທາງແຕ່ລາວ ໄປຍັງໄທ ເມື່ອທຽບໃສ່ກັບໄລຍະທາງມາແຫ່ງນີ້ຈະໄກກ່ວາປະມານ 400 ກີໂລແມັດ. ໃນຊຸມປີມໍ່ໆມານີ້, ບໍລິສັດໄດ້ມີນະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ລູກຄ້າທີ່ມີສິນຄ້າຈາກລາວ ສົ່ງຜ່ານ ຫວຽດນາມ ເພື່ອສົ່ງອອກໄປຍັງປະເທດທີສາມ, ໃຫ້ບຸລິມະສິດບັນດາສາງ, ທ່າກຳປັ່ນໃຫ້ແກ່ລູກຄ້ານັ້ນ.

ໂດຍແມ່ນຫົວໜ່ວຍຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ Viettel (ຫວຽດນາມ) ແລະ Lao Asia Telecom, Unitel ໄດ້ຮັບການສ້າງຕັ້ງແຕ່ປີ 2008. ໃນໄລຍະ 14 ປີຜ່ານມາ, ວິສາຫະກິດແຫ່ງນີ້ໄດ້ສ້າງຂີດໝາຍຜົນສຳເລັດທີ່ປະທັບໃຈ: ຈາກວິສາຫະກິດໂທລະຄົມມະນາຄົມນ້ອຍທີ່ສຸດ ກາຍເປັນວິສາຫະກິດໂທລະຄົມມະນາຄົມຢືນຢູ່ອັນດັບທີ 1 ຂອງ ລາວ ກວມເອົາ 57% ຈຳນວນຜູ້ນຳໃຊ້ໂທລະສັບ. ໄປຄຽງຄູ່ກັນນັ້ນ, Unitel ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ ສັງຄົມລາວ ເມື່ອສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 27.000 ຄົນ, ແມ່ນບໍລິສັດຢືນຢູ່ອັນດັບທີ 2 ຢູ່ລາວ ກ່ຽວກັບການປະກອບພາສີອາກອນ ແລະ ງົບປະມານ. ທ່ານ ຫງວຽນງອກລອງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ Unitel ໃຫ້ຮູ້ວ່າ:

ຊາວຫວຽດນາມ, ຊາວລາວເຮັດວຽກໃນບໍລິສັດມີຄວາມປອງດອງ ແລະ ຖືກັນຄືອ້າຍນ້ອງໃນຄອບຄົວດຽວກັນ. ການໜູນຊ່ວຍຂອງປະເທດລາວແມ່ນໃຫຍ່ຫຼວງທີ່ສຸດ. ພວກຂ້າພະເຈົ້າມີຄວາມສະດວກໃນການເຄື່ອນໄຫວດຳເນີນທຸລະກິດຢູ່ປະເທດລາວ.

ໃນການຮ່ວມມືທາງການຄ້າ, 10 ເດືອນຕົ້ນປີ 2022, ວົງເງິນການຄ້າ ຫວຽດນາມ - ລາວບັນລຸ 1,4 ຕື້ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ ແລະ ຫວັງວ່າຈະບັນລຸ 2 ຕື້ USD ໃນປີນີ້. ຫວຽດນາມ ສືບຕໍ່ຮັກສາທີ່ຕັ້ງແມ່ນໜຶ່ງໃນ 3 ນັກລົງທຶນໃຫຍ່ທີ່ສຸດຢູ່ລາວ. ຕາມທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຜູ້ປະຈຳການຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລ້ວ, ເຖິງວ່າຖືກຜົນສະທ້ອນບໍ່ແມ່ນໜ້ອຍຂອງພະຍາດໂຄວິດ - 19, ແຕ່ການຮ່ວມມືເສດຖະກິດສອງຝ່າຍໄດ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ບາງຂົງເຂດທີ່ພົ້ນເດັ່ນ:

ສ່ວນຫຼາຍວິສາຫະກິດ ຫວຽດນາມ ມາລົງທຶນດຳເນີນທຸລະກິດ ຢູ່ ລາວ ລ້ວນແຕ່ບັນລຸປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຍອດໂຄງການລົງທຶນ 417 ແຫ່ງ, ດ້ວຍຍອດມູນຄ່າລົງທຶນແມ່ນ 4,3 ຕື້ USD. ພິເສດ, ໃນປີ 2022 ນີ້, ໄດ້ເຊັນອະນຸມັດ 3 ໂຄງການໃໝ່ ແລະ 3 ໂຄງການດັດປັບທຶນຈົດທະບຽນ ດ້ວຍມູນຄ່າ 65,92 ລ້ານ USD, ເພີ່ມຂຶ້ນ 2,5 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021.

ໂດຍສືບທອດມູນເຊື້ອອັນດີງາມທີ່ໄດ້ຮັບການສ້າງຕັ້ງມາເປັນເວລາ 60 ປີຜ່ານມາ, ມີຫຼາຍຮູບແບບ, ວິທີການທີ່ດີ, ຮັດແໜ້ນນ້ຳໃຈສາມັກຄີ ແລະ ການຮ່ວມມືພ້ອມກັນພັດທະນາ, ເປັນແບບຢ່າງຄື ຮູບແບບແຮກສ່ຽວບ້ານ - ບ້ານ ລະຫວ່າງ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນຕິດກັບ 10 ແຂວງຂອງ ຫວຽດນາມ. ທ່ານ ຟ້າມງອກແກງ, ຮອງຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ເງະອານ ຖືວ່າ:

ນັບແຕ່ການແຮກສ່ຽວນັ້ນ ປະຊາຊົນສອງປະເທດໄດ້ມີຄວາມເຂົ້າໃຈກັນກ່ວາ, ພ້ອມກັນເພື່ອເປົ້າໝາຍລວມແມ່ນນ້ຳໃຈມິດຕະພາບຂອງສອງປະເທດ. ກ່ອນເກີດພະຍາດໂຄວິດ - 19, ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາຖັນແຖວອາສາສະໝັກແມ່ນເຂົ້າຮ່ວມການເຄື່ອນໄຫວຢູ່ບັນດາປະເທດເພື່ອນລາວຄື ສອນພາສາຫວຽດ, ກວດປິ່ນປົວພະຍາດ ແລະ ມີຮູບແບບພັດທະນາເສດຖະກິດຈຳນວນໜຶ່ງ. ຈາກພຶດຕິກຳຕົວຈິງນັ້ນ ແນ່ນອນວ່າ ນ້ຳໃຈຂອງປະຊາຊົນສອງປະເທດຈະມີຄວາມສະໜິດຕິດພັນກ່ວາ ແລະ ພ້ອມກັນມີຄວາມຮັບຜິດຊອບໃນການພັດທະນາ.

ແຕ່ລະບາດກ້າວຂອງສອງຊາດປະຈຸບັນລວ້ນແຕ່ມີການຮັບຮູ້ການປະກອບສ່ວນຂອງສອງຝ່າຍ, ເຮັດໃຫ້ການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ນັບມື້ນັບມີຄວາມສະໜິດຕິດພັນ. ຄືດັ່ງຄຳອວຍພອນໃນພິທີມັດແຂນໃນໂອກາດແຮກສ່ຽວ ຫວຽດນາມ - ລາວ:

                                                           ໄດ້ຮັກກັນແລ້ວ ກໍ່ຜູກແຂນໃຫ້ກັນ,

                                                 ຜູກໃຫໝັ້ນ ຮັດແໜ້ນຄວາມສໍາພັນລາວ -ຫວຽດ,

                                                          ຝ້າຍເສັ້ນນີ້ ແທນໃຫ້ຄໍາອວຍພອນ

                                                        ຂໍໃຫ້ຢູ່ເຢັນເປັນສຸກເດີ ອ້າຍນ້ອງເອີຍ...

ຕອບກັບ

ຂ່າວ/ບົດ​ອື່ນ