“ Viet Nam Visual Artsin in History” - ວິທີສັງເກດໃໝ່ກ່ຽວກັບສິລະປະຫວຽດນາມ

(VOVWORLD) -  “Viet Nam Visual Artsin in History 1009 – 1945” ໝາຍເຖິງສິລະປະຫວຽດນາມແຕ່ປີ 1009 ຫາ 1945 ແມ່ນປຶ້ມເຫຼັ້ມທຳອິດແນະນຳກ່ຽວກັບປະຫວັດຄວາມເປັນມາດ້ານວິຈິດສິນຂອງເຜົ່າກິງ ຢູ່ ຫວຽດນາມດ້ວຍພາສາອັງກິດເຊິ່ງສຳນັກພິມໂລກໄດ້ພິມຈຳໜ່າຍເທື່ອທີສອງ. ຜູ້ຮຽບຮຽງປຶ້ມຫົວນີ້ ແມ່ນນາງແກຣີຫງວຽນລອງເຊິີ່ງແມ່ນຊາວອົດສະຕາລີແຕ່ງງານກັບຊາຍຫວຽດນາມທີ່ມີຊື່ວ່າຫງວຽນກີມລອງ. ບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຫວຽດນາມ ໃນຫຼາຍຂົງເຂດສິລະປະໄດ້ດຶງດູດໃຈ ຊຸກຍູ້ນາງແກຣີຫງວຽນລອງ ສະຫງວນເວລາເກືອບ 30 ປີ ໃຫ້ແກ່ການຄົ້ນຄວ້າທາງດ້ານສິລະປະຫວຽດນາມແລະໄດ້ຮຽບຮຽງປຶ້ມເຫຼັ້ມນີ້ໃຫ້ສຳເລັດ
“ Viet Nam Visual Artsin in History” - ວິທີສັງເກດໃໝ່ກ່ຽວກັບສິລະປະຫວຽດນາມ - ảnh 1 “Viet Nam Visual Artsin in History 1009 – 1945” ແມ່ນປຶ້ມເຫຼັ້ມທຳອິດແນະນຳປະຫວັດຄວາມເປັນມາດ້ານວິຈິດສິນຂອງເຜົ່າກິງ ຢູ່ ຫວຽດນາມ

ບັນດາຮູບພາບກ່ຽວກັບຄ້ອງບັ້ງດົງເຊີນ,ມັງກອນໃນສະໄໝລາດຊະວົງຫຼີ, ເຈິ່ນຫຼືບັນດາລວດລາຍປະດັບປະດາຢູ່ຫຼັງຄ່າສາລາບ້ານວັດວາອາຮາມຢູ່ ຫວຽດນາມໄດ້ດຶງດູດໃຈນາງແກຣີຫງວຽນລອງມີຄວາມເມົາມົວຊອກຮູ້ ກ່ຽວກັບສິລະປະຫວຽດນາມ. ນາງແກຣີຫງວຽນລອງໃຫ້ຮູ້ວ່າ:

     “ຜົວຂ້າພະເຈົ້າແມ່ນຊາວຫວຽດນາມ ຄາວຫາກໍ່ແຕ່ງງານ, ຂ້າພະເຈົ້າກໍ່ບໍ່ມີຄວາມຮູ້ຫຍັງກ່ຽວກັບຫວຽດນາມ. ຂ້າພະເຈົ້າຫວັງຢາກຊອກຮູ້, ແຕ່ຢູ່ແຫ່ງທີ່ຂ້າພະເຈົ້າດຳລົງຊີວິດກໍ່ບໍ່ເຫັນປຶ້ມຫົວໃດທີ່ຂຽນກ່ຽວກັບຫວຽດນາມເປັນພາສາອັງກິດ. ໄລຍະຕໍ່ມາປຶ້ມເຫຼັ້ມທຳອິດດ້ວຍພາສາອັງກິດທີ່ຂ້າພະເຈົ້າໄດ້ອ່ານແມ່ນວັດທະນະທຳກ່ຽວກັບດົງເຊີນແລະຖັດຈາກນັ້ນແມ່ນປຶ້ມກ່ຽວກັບເຄື່ອງປັ້ນດິນເຜົາເຄືອບແຕ່ທຸກສິ່ງທຸກຢ່າງພຽງຢຸດຢູ່ເທຢົ່ານັ້ນ. ແລະນີ້ກໍ່ແມ່ນຈຸດເວລາທີ່ຂ້າພະເຈົ້າຕັດສິນຊອກຮູ້ກ່ຽວກັບຫວຽດນາມ”.

      ໃນຊ່ວງເວລາທີ່ຄອບຄົວຂອງນາງແກຣີຫງວຽນລອງດຳລົງຊີວິດຢູ່ ຟິລິບປິນເປັນເວລາປະມານ 20 ປີຄືໃນທ້າຍສະຕະວັດທີ XX, ໄລຍະເວລານີ້ ແກຣີຫງວຽນລອງພ້ອມກັບຜົວໄດ້ໄປມາຢ້ຽມຢາມຄອບຄົວຢູ່ ຫວຽດນາມຫຼາຍຄັ້ງລາວໄດ້ໄປຊອກຮູ້ຢູ່ຕາມວັດວາອາຮາມສາລາບ້ານແລະໂບດເພື່ອຄົ້ນຄວ້າຊອກຮູ້ ພ້ອມທັງໄດ້ແນະນຳກ່ຽວກັບສິລະປະຫວຽດນາມຢູ່ບັນດາເວທີປາໄສແຕກຕ່າງກັນໃນບົດບາດເປັນເພື່ອນຮ່ວມງານຂອງໜັງສືພິມສິລະປະອາຊີເຊິ່ງແມ່ນວາລະສານສາກົນຖືກຈຳໜ່າຍຢູ່ ຮົ່ງກົງ. ນາງແກຣີ ຫງວຽນລອງໃຫ້ຮູ້ວ່າ:

    “ໃນໄລຍະຕົ້ນຊຸມປີ 90 ຂອງສະຕະວັດກ່ອນ, ຂ້າພະເຈົ້າໄດ້ສະຫງວນເວລາຄົ້ນຄວ້າກ່ຽວກັບສິລະປະຫວຽດນາມໃນຫຼາຍຂົງເຂດທີ່ແຕກຕ່າງກັນຄືເງິນ, ເຄື່ອງປັ້ນດິນເຜົາເຄືອບ, ພາບຄັດມັນຂ້າພະເຈົ້າໄດ້ຮຽບຮຽງປຶ້ມກັບທ່ານປອ ບຸ່ຍມິງຈີ໊ ກ່ຽວກັບເຄື່ອງປັ້ນດິນເຜົາເຄືອບຫວຽດນາມ, ພ້ອມທັງໄດ້ຂຽນບົດລົງພິມໃນວາລະສານສິລະປະອາຊີ”.

     ປຶ້ມ “Viet Nam Visual Artsin in History 1009 - 1945” ໄດ້ພິມຈຳໜ່າຍຄັ້ງທຳອິດໃນປີ 2013 ແລະຮອດປີ 2023 ຖືກພິມຈຳໜ່າຍເທື່ອທີສອງຜົວຂອງນາງແມ່ນທ່ານຫງວຽນກີມລອງໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການແປຊອກຮູ້ເອກະສານແລະຖ່າຍຮູບຫຼາຍແຜ່ນທີ່ນຳໃຊ້ໃນປຶ້ມເຫຼັ້ມນີ້. ນາງແກຣີຫງວຽນລອງໃຫ້ຮູ້ວ່າ:

      “ສິລະປະຫວຽດນາມກໍ່ຄືວັດທະນະທຳຫວຽດນາມແມ່ນມີຊີວິດຊີວາແລະດູດດື່ມທີ່ສຸດ. ສຳລັບຂ້າພະເຈົ້າແລ້ວມັນໄດ້ສ່ອງແສງສີສັນວັດທະນະທຳຫວຽດນາມຢ່າງເລິກເຊິ່ງ. ຂ້າພະເຈົ້າອາດເວົ້າວ່ານີ້ແມ່ການເດີນທາງຊອກຮູ້ວັດທະນະທຳທີ່ດູດດື່ມບໍ່ມີວັນຈະຢຸດເຊົາ. ສິລະປະຫວຽດນາມແຕ່ດົນນານມາແລ້ວໄດ້ພັດທະນາຢ່າງອຸດົມສົມບູນແລະໄດ້ສ່ອງແສງສີສັນຂອງຊາດຫວຽດນາມແລະບໍ່ແມ່ນລອກແບບຈາກສິລະປະຈີນຄືບັນດານັກຄົ້ນຄວ້າໄດ້ເຄີຍສັງເກດໃນຕົ້ນສະວັດທີ XX”.

     ດ້ວຍຮູບຖ່າຍປະກອບຫຼາຍກວ່າ 300 ຮູບ, ປຶ້ມ “Viet Nam Visual Artsin in History 1009 – 1945” ເຫຼັ້ມນີ້ໄດ້ແນະນຳບັນດາສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳຂອງເຜົ່າ ກິງ. ປຶ້ມ “Viet Nam Visual Artsin in History 1009 – 1945” ເຫຼັ້ມນີ້ມີ 13 ພາກ, ແຕ່ລະພາກກໍ່ແມ່ນໄລຍະປະຫວັດສາດໜຶ່ງເຊິ່ງຜູ້ຮຽບຮຽງໄດ້ສຳຜັດໃນແງ່ມູມສິລະປະ ແລະ ປະຫວັດສາດວັດທະນະທຳ.ປຶ້ມເຫຼັ້ມນີ້ຍັງສະຫງວນສາມພາກສຸດທ້າຍເພື່ອສະແດງກ່ຽວກັບວິຈິດຕະກຳຂອງລາດຊະວົງຫງວຽນດ້ວຍເນື້ອໃນຄືວິຈິດຕະກຳພະລາດຊະວັງ, ວິຈິດສິນພື້ນເມືອງ, ການແຊກແຊງຂອງຊາວຝຣັ່ງໃນຊຸມປີທ້າຍສະຕະວັດທີ XIX ແລະຕົ້ນສະຕະວັດທີ XX ແລະຜົນພາຍຫຼັງຂອງມັນກັບວິຈິດສິນຫວຽດນາມ. ປຶ້ມ Viet Nam Visual Artsin in History 1009 – 1945 ສືບຕໍ່ເປັນຂີດໝາຍໃໝ່ ໃນໄລຍະທາງຢັ້ງຢືນສິລະປະ ຫວຽດນາມກັບໂລກພາຍນອກຍ້ອນໄດ້ຢັ້ງຢືນບັນດາຄຸນຄ່າອັນໃຫຍ່ຫຼວງຂອງພື້ນຖານສິລະປະຫວຽດນາມເຊິ່ງໄດ້ ແລະພວມຄົງຕົວສົມເປັນທີ່ຮູ້ຈັກກັນດີຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ