ການເສັງເອກອັກຄະລັດຖະທູດວັດທະນະທຳການອ່ານປີ 2022

(VOVWORLD) -ຫວ່າງແລ້ວນີ້ ກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມຫາກໍ່ປຸກລະດົມການເສັງເອກອັກຄະລັດຖະທູດວັດທະນະທຳການອ່ານປີ 2022 ຢູ່ຖະໜົນປຶ້ມທີ່ນະຄອນຫຼວງຮ່າໂນ້ຍ.  ການເສັງປີນີ້ມີຫົວເລື່ອງ “ຄວາມຄາດຫວັງພັດທະນາປະເທດຊາດ” ດ້ວຍບັນດາຫົວບົດເສັງໃໝ່ ແນໃສ່ເສີມຂະຫຍາຍຄວາມສາມາດທາງດ້ານຈິນຕະນາການ ຫົວຄິດປະດິດສ້າງຂອງຜູ້ເຂົ້າຮ່ວມການເສັງ
ການເສັງເອກອັກຄະລັດຖະທູດວັດທະນະທຳການອ່ານປີ 2022 - ảnh 1ພິທີຕັດແຖບຜ້າໄຂວັນບຸນປຶ້ມ ແລະ ວັດທະນະທຳການອ່ານຢູ່ຫໍສະໝຸດແຫ່ງຊາດທີ່ນະຄອນຫຼວງຮ່າໂນ້ຍ

     ການເສັງ ເອກອັກຄະລັດຖະທູດວັດທະນະທຳການອ່ານຖືກຈັດຂຶ້ນແຕ່ປີ 2019 ມີບົດເຂົ້າຮ່ວມການເສັງ ຄິດສະເລ່ຍເກືອບ 1.000.000 ບົດຕໍ່ປີ. ການເສັງໄດ້ກາຍເປັນເວທີປາໄສເຊິ່ງໄດ້ຮັບການຕອບສະໜອງ ເຂົ້າຮ່ວມຈາກນັກຮຽນນັກສຶກສາປະກອບສ່ວນສ້າງຄວາມລື້ງເຄີຍການອ່ານປຶ້ມໃນໄວໜຸ່ມ. ປີ 2022 ການເສັງ ເອກອັກຄະລັດຖະທູດວັດທະນະທຳການອ່ານ ມີການປ່ຽນແປງໃໝ່ ເພື່ອແນໃສ່ສ້າງກາລະໂອກາດສົ່ງເສີມລັກສະນະເປັນເຈົ້າການ ມີຫົວຄິດປະດິດສ້າງ ຂອງຜູ້ເຂົ້າຮ່ວມການເສັງ. ນອກຈາກຮູບການເຂົ້າຮ່ວມການເສັງດ້ວຍບົດຂຽນຫຼື ຄຣິບວີດີໂອ ຕາມປົກກະຕິແລ້ວ, ປີນີ້ພວກນ້ອງນັກຮຽນມີບັນດາຮູບການອື່ນໆອີກເພື່ອເລືອກເຟັ້ນສະແດງເນື້ອໃນການເສັງຄື: ການແຕ້ມພາບ, ປະພັນກາບກອນ, ເລື່ອງສັ້ນ, ບົດລະຄອນ... ກ່ຽວກັບຄວາມຮັກປຶ້ມແລະພິເສດແມ່ນວັດທະນະທຳການອ່ານ. ທ່ານຟ້າມກວັກຮຸ່ງ ຫົວໜ້າກຸ່ມຫໍສະໝຸດ - ກະຊວງວັດທະນະທຳ ກິລາແລະທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຈັດຕັ້ງການເສັງ ເອກອັກຄະລັດຖະທູດວັດທະນະທຳການອ່ານປີ 2022 ໃຫ້ຮູ້ວ່າ:

      “ປີ 2021 ການເສັງໄດ້ດຶງດູດນັກຮຽນເກືອບ 1.000.000 ຄົນຢູ່ໂຮງຮຽນ 9.000 ແຫ່ງໃນທົ່ວປະເທດເຂົ້າຮ່ວມ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າໄວຊາວໜຸ່ມຍັງຄົງສະຫງວນຄວາມຮັກທີ່ມີຕໍ່ປຶ້ມ. ການເສັງບໍ່ພຽງແຕ່ມີຄຳຖາມສອງຂໍ້ ນັ້ນແມ່ນການແບ່ງປັນຄວາມຮັກ, ຄວາມເມົາມົວອ່ານປຶ້ມອີກແລ້ວ, ນັກຮຽນກໍ່ສາມາດເຂົ້າຮ່ວມດ້ວຍຮູບການແຕ້ມພາບ,ເລົ່າເລື່ອງອີກດ້ວຍ.ສິ່ງນີ້ໄດ້ແຜ່ກະຈາຍເນື້ອໃນການເສັງສູ່ໄວໜຸ່ມເຊິ່ງແມ່ນລຸ້ນຄົນເປັນເຈົ້າຂອງປະເທດຊາດໃນອະນາຄົດ, ທັງນີ້ກໍ່ເພື່ອພັດທະນາວັດທະນະທຳການອ່ານໃຫ້ແຂງແຮງໃນຊຸມຊົມ”.

     ປະຊາຊົນ ເປັນຕົ້ນແມ່ນເພື່ອນໜຸ່ມເປັນຈຳນວນຫຼວງຫຼາຍໄດ້ພາກັນມາຖະໜົນປຶ້ມທີ່ນະຄອນຫຼວງຮ່າໂນ້ຍເພື່ອຊອກຮູ້ວິທີເຂົ້າຮ່ວມການເສັງແລະແນະນຳປຶ້ມທາງອອນໄລໃນປີນີ້. ເພື່ອນໜຸ່ມຫຼາຍຄົນໃຫ້ຮູ້ວ່າ:

     “ຫຼານຊື່ວ່າ ເຈິ່ນເດົ່າຢຸ໊ງ ຮຽນຫ້ອງມໍ1 ໂຮງຮຽນມັດທະຍົມຕອນຕົ້ນ ໂຕຮວ່າງ. ຫຼານເຫັນວ່າ ນີ້ແມ່ນການເຄື່ອນໄຫວທີ່ຈຳເປັນທີ່ສຸດສຳລັບນັກຮຽນ ອັນຊ່ວຍພວກຫຼານຝຶກຝົນຫຼໍ່ຫຼອມຄວາມຊີນເຄີຍອ່ານປຶ້ມໃຫ້ຫຼາຍກວ່າອີກ”.

    “ນ້ອງຊື່ວ່າ ຫງວຽນເລງອກເຮິນ ນັກສຶກສາ ສັງກັດມະຫາວິທະຍາໄລວັດທະນະທຳຮ່າໂນ້ຍ. ນ້ອງຢາກເຂົ້າຮ່ວມການເສັງນີ້ ເພື່ອແນະນຳປຶ້ມທີ່ນີຍົມຊົມຊອບແລະແບ່ງປັນກັບທຸກໆຄົນກ່ຽວກັບຂໍ້ມູນຂ່າວສານສຳລັບປຶ້ມຫົວໜຶ່ງທີ່ດີທີ່ມ່ວນ”

    ທີ່ພິທີປຸກລະດົມ, ມີບັນດາການເຄື່ອນໄຫວແທດຈິງແລະມີຄວາມໝາຍໄດ້ດຳເນີນຄື: ການມອບປຶ້ມໃຫ້ບັນດາຫໍສະໝຸດ, ການໂອ້ລົມສົນທະນາ, ການພົບປະແລກປ່ຽນທາງດ້ານວັດທະນະທຳການອ່ານກັບນັກຮຽນນັກສຶກສາ... ເອື້ອຍຄູ ເວືອງທິເຟືອງລິງ ຮອງຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນຕົ້ນໂຕຮວ່າງ  ທີ່ນະຄອນຮ່າໂນ້ຍໃຫ້ຮູ້ວ່າ:

     “ຊ່ວງເວລາທີ່ພວກນ້ອງນັກຮຽນຕ້ອງຮຽນທາງອອນລາຍ ຫຼືຮຽນໂດຍກົງນັ້ນ, ເລື່ອງພວກນ້ອງພົ້ນອອກຈາກໄອແຟັດ, ໂທລະສັບມືຖື ກໍ່ຍິ່ງເປັນການຍາກທີ່ສຸດ ແລະ ການທີ່ພວກນ້ອງຊອກມາອ່ານປຶ້ມດ້ວຍເຈ້ຍກໍ່ຍິ່ງເປັນການຍາກກວ່າ. ແຕ່ການເສັງສອງຄັ້ງມານີ້ ກໍ່ໄດ້ສ້າງກະແສລົມໃໝ່ ຫັນການອ່ານປຶ້ມເປັນຫຼາຍຮູບຫຼາຍແບບ ແລະ ສົ່ງມັນເຖິງທຸກໆຄົນ. ມັນຈະເປັນການດຶງດູດນັກຮຽນເຂົ້າຮ່ວມຍ້ອນວ່າພວກນ້ອງມີຫົວຄິດປະດິດສ້າງ ຕາມວິທີສະເພາະຂອງຕົນໃນຜະລິດຕະພັນແນະນຳປຶ້ມ ແລະ ບັນດາໂປຣແກມທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ”.

    ໂອກາດນີ້, ຄະນະຈັດງຕັ້ງໄດ້ແນະນຳການເສັງແຕ່ງປຶ້ມທາງອອນລາຍປີ 2022. ຄະນະຈັດຕັ້ງໄດ້ຮັບບົດເຂົ້າຮ່ວມສອບເສັງແນະນຳປຶ້ມທາງອອນລາຍນັບແຕ່ວັນທີ 1 ເມສາປີ 2022 ຢ່າງເປັນທາງການ. ພິເສດປີ 2022 ແມ່ນປີທຳອິດ ທີ່ກະຊວງວັດທະນະທຳ ກິລາແລະທ່ອງທ່ຽວ ສົມທົບກັບຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈັດຕັ້ງ ແລະ ເປີດກວ້າງການເສັງສູ່ວົງຄະນາຍາດຊາວຫວຽດນາມອາໄສຢູ່ຕ່າງປະເທດ. ເຫດການນີ້ ແມ່ນນອນຢູ່ໃນບັນດາການເຄື່ອນໄຫວຄຳນັບຮັບຕ້ອນວັນປຶ້ມອ່ານແລະວັດທະນະທຳການອ່ານຫວຽດນາມຄືວັນທີ 21 ເມສາປີ 2022. ການເສັງ ເອກອັກຄະລັດຖະທູດວັດທະນະທຳການອ່ານປີ 2022 ເພື່ອແນໃສ່ສ້າງແຫຼ່ງບັນດານໃຈ ຄວາມເມົາມົວອ່ານປຶ້ມ ໃຫ້ແກ່ທຸກໆຄົນ ຈາກນັ້ນກໍ່ຂະຫຍາຍວັດທະນະທຳການອ່ານ ແລະ ແຜ່ກະຈາຍພູມປັນຍາໃນຄອບຄົວ ໂຮງຮຽນແລະຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ